ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-19 17:49:08    
ທະ​ຫານ​ອິສ​ລະ​ແອນ​ຖອນ​ອອກ​ຈາກ​ສູນ​ຊາວ​ອົບ​ພະ​ຍົບ​ຮັນ​ໂຢ​ນິສ​ທີ່​ກາ​ຊາ

cri Author: sayvanny
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 18 ທັນ​ວາ ທະ​ຫານ​ອິສ​ລະ​ແອນ​ປະກາດ​ວ່າ​ຈະ​ຖອນ​ອອກ​ຈາກ​ສູນ​ຊາວ​ອົບ​ພະ​ຍົບ​ປາ​ເລັສ​ຕິນ​ຮັນ​ໂຢ​ນິສ​ທີ່​ຢູ່ ພາກ​ໃຕ້​ກາຊາ,​ແລະ​​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ດຳ​ເນີນ​ມາ ເປັນ​ເວລາ​ສອງ​ມື້.ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ເທື່ອ​ນີ້​ເຮັດ​ໃຫ້​ຊາວ​ປາ​ເລັສ​ຕິນ 11 ຄົນ​ຕາຍ, 40 ກວ່າ​ຄົນ​ບາດ​ເຈັບ.

ມື້​ດຽວ​ກັນ ລັດ​ຖະ​ບານ​ປົກຄອງ​ຕົນ​ເອງປາ​ເລັສ​ຕິ​ນອອກ​ຖະ​ແຫລງ​ການ​ໂດຍ​ກ່າວ​ວ່າ, ການ​ກະ​ທຳ​ຮຸກ​ຮານ​ຂອງ​ທະ​ຫານ​ອິສລະ​ແອນ​ໄດ້​ກະທົບ​ເຖິງ​ວຽກ​ງານກະກຽມ​ການ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຢູ່​ປາ​ເລັສ​ຕິນ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຢ່າງ​ຫນັກ​ຫນ່ວງ.

ມື້​ດຽວ​ກັນ, ຢູ່​ເລີ​ແກ,ທ່ານ​ອາ​ຮາ​ແມັດ.​ແກັດ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເອ​ຢິບ​ອອກ​ຖະ​ແຫລງ​ການ​ທວງ​ໃຫ້​ລັດ​ຖະ​ບານ​ອິສ​ລະ​ແອນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ໃນ​ທັນ​ທີ, ສ້າງ​ບັນຍາກາດ​ອັນ​ເຫມາະ​ສົມ​ແກ່​ປາ​ເລັສ​ຕິນ​ອິສ​ລະ​ແອນ​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃຫມ່.