ທ່ານມູບາລັກເຫັນວ່າປະເທດປາເລັສຕິນທີ່ເປັນເອກະລາດຈະສ້າງຕັ້ງຂຶ້ນກ່ອນປີ 2008
cri
Author: sayvanny
ຕາມຂ່າວ CRI:ຫວ່າງມໍ່ໆນີ້, ທ່ານມູບາລັກ ປະທານາທິບໍດີເອຢິບຊີ້ອອກວ່າ, ປະເທດປາເລັສຕິນທີ່ເປັນເອກະລາດອາດຈະສ້າງຕັ້ງຂຶ້ນກ່ອນປີ 2008.
ຕາມຂ່າວສານຕາເວັນອອກກາງຂອງເອຢິບລາຍງານໃນວັນທີ 19 ວ່າ, ຫວ່າງມໍ່ໆນີ້ ໃນເວລາຕ້ອນຮັບການເຂົ້າສຳພາດ,ທ່ານມູບາລັກຊີ້ອອກວ່າ, ວີແວວຕ່າງໆສະແດງໃຫ້ເຫັນວ່າ,ຝ່າຍອິສລະແອນຈະປະຕິບັດແຜນການຖອນທະຫານອອກຈາກແຖບກາຊາແລະເຂດຕ່າງໆ, ນີ້ແມ່ນບາດກ້າວທຳອິດ ຂອງຝ່າຍອິສລະແອນໃນການປະຕິບັດແຜນການເສັ້ນທາງສັນຕິພາບຕາເວັນອອກກາງ.
ຫນັງສືພິມເຢດີໂອສ໌ ອາຮາໂຣໂນສຂອງອິສລະແອນສະບັບວັນທີ 19 ທັນວາແຈ້ງວ່າ, ຫວ່າງແລ້ວນີ້ ໃນເວລາຕ້ອນຮັບການເຂົ້າສຳພາດຂອງນັກຂ່າວຫນັງສືພິມສະບັບດັ່ງກ່າວ, ທ່ານບຸສ ປະທານາທິບໍດີອາເມລິກາກ່າວວ່າ, ທ່ານເຊື່ອວ່າສາມາດຊຸກຍູ້ໃຫ້ປາເລັສຕິນອິສລະແອນບັນລຸສັນຕິພາບພາຍໃນໄລຍະທ່ານດຳລົງຕຳແຫນ່ງປະທານາທິບໍດີ.
|
|