ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຂ້າພະເຈົ້າແມ່ນສົມບູນ, ດີໃຈທີ່ໄດ້ນຳທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດ. ໃນລາຍການພາກນີ້ ເຊີນຟັງເພງພື້ນເມືອງຊົນເຜົ່າສ່ວນໜ້ອຍທີ່ຂັບຮ້ອງໂດຍຄະນະຮ້ອງຮວມໝູ່ຊົນເຜົ່າສ່ວນໜ້ອຍເຂດກວາງຊີຂອງຈີນ.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງພື້ນເມືອງເຜົ່າຈ້ວງທີ່ຊື່ວ່າ "ຈ້ວງຊຽງເໝີຍ" ແປວ່າ "ບ້ານຈ້ວງຈັ່ງແມ່ນງາມ". ເຜົ່າຈ້ວງແມ່ນຊົນເຜົ່າທີ່ມັກຂັບລຳທຳເພງ, ພວກເຂົາເຈົ້າມັກເວົ້າວ່າ "ຖ້າຍັງມີສົບມີປາກຢູ່ ບໍ່ຕາຍກໍຈະຂັບລຳທຳເພງຕໍ່ໄປ". ປະຊາຊົນເຜົ່າຈ້ວງໃຊ້ສຽງເພງສັນລະເສີນປະເທດຊາດທີ່ຈະເລີນຮຸ່ງເຮືອງ, ສັນລະເສີນບ້ານຈ້ວງທີ່ມີພູຜາແມ່ນ້ຳສວຍສົດງົດງາມ.
ກວາງຊີແມ່ນເຂດໜຶ່ງທີ່ມີຫຼາຍຊົນເຜົ່າເຕົ້າໂຮມກັນຢູ່, ໃນເວລາອອກແຮງງານຜະລິດຜົນ ໃນຊີວິດສັງຄົມແລະໃນການເຄື່ອນໄຫວສິລະປະພພື້ນເມືອງເປັນເວລາຍາວນານນັ້ນ, ປະຊາຊົນບັນດາເຜົ່າໄດ້ແຕ່ງເພງພື້ນເມືອງທີ່ມີຫຼາຍສີຫຼາຍສັນຢ່າງອຸດົມສົມບູນ. ເພື່ອໃຫ້ເພງພື້ນເມືອງເກົ່າແກ່ເຫຼົ່ານີ້ສືບທອດກັນໄປທຸກເສັ່ນຄົນ, ເຮັດໃຫ້ຄົນຍິ່ງຫຼາຍຮູ້ຈັກສະເໜພິເສດຂອງເພງພື້ນເມືອງເຜົ່າສ່ວນໜ້ອຍເຂດກວາງຊີ, ເມື່ອປີ 1985, ເຂດກວາງຊີໄດ້ຕັ້ງຄະນະຮ້ອງຮວມໝູ່ນັກຮ້ອງຊົນເຜົ່າສ່ວນໜ້ອຍ, ປະກອບດ້ວຍນັກຮ້ອງຊົນເຜົ່າສ່ວນໜ້ອຍ ເຊັ່ນ ເຜົ່າຈ້ວງ ເຜົ່າຕົ້ງ ເຜົ່າມົ້ງແລະເຜົ່າຢ້າວເປັນຕົ້ນ. ນັກຮ້ອງເຫຼົ່ານີ້ລ້ວນແຕ່ມີຊື່ສຽງຢູ່ທ້ອງຖິ່ນ, ພວກເຂົາເຈົ້າຮ້ອງເພງພື້ນເມືອງດັ້ງເດີມດ້ວຍອາລົມອັນຈິງໃຈທີ່ສຸດ.
ຕໍ່ໄປເຊີນຟັງເພງ "ຊຽງລີພູຢ້າວ" ເພງພື້ນເມືອງເຜົ່າຢ້າວເຂດກວາງຊີ. "ເພງຊຽງລີ" ແມ່ນເພງຊາວພູດອຍຊະນິດໜຶ່ງທີ່ຊາວເຜົ່າຢ້າວມັກຮ້ອງເພື່ອລະບາຍອາລົມຂອງຕົນ, "ຊຽງລີ" ແມ່ນຄຳເອີ້ນເພື່ອນທີ່ຮ້ອງເພງນຳກັນ, "ຊຽງລີ" ທີ່ຮ້ອງຕໍ່ເພື່ອນແມ່ນໝາຍເຖິງໝູ່ເພື່ອນ; ຖ້າຮ້ອງຕໍ່ຄູ່ຮັກມ່ນໝາຍເຖິງອ້າຍຫຼືນ້ອງ.
ມື້ເດືອນ 3 ອອກໃໝ່ 3 ຄ່ຳຕາມຈັນທະຄະຕິທຸກປີ, ແມ່ນບຸນຮ້ອງເພງດັ້ງເດີມຂອງປະຊາຊົນເຜົ່າຈ້ວງ, ຢູ່ແຫ່ງນັ້ນເອີ້ນກັນວ່າ "ກາດເພງ". ໃນມື້ບຸນ ຊາວໜຸ່ມຍິງຊາຍໃຜກໍນຸ່ງຊຸດໃໝ່ອ່ຽມ ພາກັນຮ້ອງເພງຕອບກັນຈົນຊອດແຈ້ງ. ຊາວໜຸ່ມຍິງຊາຍໃຜກໍອາໄສສຽງເພງເພື່ອຊອກຄູ່ຮັກ, ເພື່ອສະແດງອາລົມຂອງຕົນ. ສະນັ້ນ ມື້ເດືອນ 3 ອອກໃໝ່ 3 ຄ່ຳ ອາດເອີ້ນເປັນວັນວາເລນໄທ ຄືບູນຄູ່ຮັກຂອງເຜົ່າຈ້ວງ. ຕໍ່ໄປເຊີນຟັງເພງພື້ນເມືອງທີ່ສະແດງເຖິງບຸນຮ້ອງເພງດັ້ງເດີມທີ່ຊື່ວ່າ "ມູ້ໝຽນຫົງເຟີຍເຟີຍ" ແປວ່າ "ດອກງິ້ວແດງເຮືອງ".
ເພງທີ່ຮ້ອງໂດຍຄະນະຮ້ອງຮວມໝູ່ນັກຮ້ອງເຜົ່າສ່ວນໜ້ອຍເຂດກວາງຊີນັ້ນ, ສ່ວນຫຼາຍແມ່ນຮຽບຮຽງຕາມເພງພື້ນເມືອງຊົນເຜົ່າຢູ່ແຫ່ງນັ້ນ. ພວກເຂົາເຈົ້າຮ້ອງເປັນພາສາຊົນເຜົ່າ ໃຊ້ວິທີອອກສຽງແບບພື້ນເມືອງ, ສະນັ້ນ ເພງເຫຼົ່ານີ້ຈິ່ງຮັກສາສິສັນຊົນເຜົ່າຢ່າງເຂັ້ມຂຸ້ນ.
ທ່ານຜູ່ຟັງທີ່ໂຄລົບ, ຕໍ່ໄປເຊີນຟັງເພງຮ້ອງຮວມໝູ່ທີ່ຊື່ວ່າ "ລ້ຽງເລີທຽນ" ແປວ່າ "ຟ້າແຈ້ງແລ້ວ", ແມ່ນເພງເຜົ່າຈ້ວງເຂດກວາງຊີ. ສຽງຂອງຜູ່ຂັບຮ້ອງນິ້ມນວນ ຜ່ອງໃສ ດັງໄກ ກະຕຸ້ນໃຈຄົນ, ມີເອກະລັກຂອງເຜົ່າສ່ວນໜ້ອຍເຊິ່ງສະແດງເຖິງບຸກຄະລິກອັນເປີດອົກແລະນິດໄສກົງໄປກົງມາຂອງຊາວເຜົ່າຈ້ວງ.
ເຜົ່າຕົ້ງກໍແມ່ນຊົນເຜົ່າທີ່ຊ່າງຟ້ອນລຳທຳເພງ, ຈົນໃຜກໍວ່າ "ຊາວເຜົ່າຕົ້ງຮ້ອງເພງເປັນໝົດທຸກຄົນ. ຕໍ່ໄປເຊີນຟັງເພງ "ສຽງຈັກຈັ່ນເດືອນ 5". ຈຸດພິເສດຂອງເພງນີ້ແມ່ນສະແດງເຖິງຄວາມງາມຂອງສຽງຮ້ອງແລະທຳນອງເພງ, ຢູໃນເພງໄດ້ແສບສຽງທຳມະຊາດຕ່າງໆເຊັ່ນ ສຽງນ້ຳໄຫຼ ສຽງນົກຮ້ອງແລະສຽງຈັກຈັ່ນຮ້ອງເປັນຕົ້ນ.
ຕໍ່ໄປເຊີນຟັງເພງພື້ນເມືອງເຜົ່າກິ່ງທີ່ຊື່ວ່າ "ສຽງກະຈັບປີ່ສາຍດຽວດັງຂຶ້ນ". ກະຈັບປີ່ສາຍດຽວແມ່ນເຄື່ອງດົນຕີເກົ່າແກ່ຂອງເຜົ່າກິ່ງ, ເຊິ່ງມີເອກະລັກພິເສດຂອງຊົນເຜົ່າແລະເຕັມໄປດ້ວຍທຳນອງພາກໃຕ້ຂອງຈີນອັນເຂັ້ມຂຸ້ນ.
ທ່ານຜູ່ຟັງທີ່ໂຄລົບ, ມ້ວນທ້າຍລາຍການພາກນີ້ ເຊີນຟັງ "ເພງຊາວພູດອຍເຜົ່າມູ້ຫຼາວ". ເຜົ່າມູ້ຫຼາວແມ່ນຊົນເຜົ່າດັ້ງເດີມຂອງກວາງຊີ, ຕົ້ນຕໍຕັ້ງພູມລຳເນົາຢູ່ເມືອງໂຫຼເສິງເຂດກວາງຊີ. ເພງພື້ນເມືອງເຜົ່າມູ້ຫຼາວນິ້ມນວນແລະຄ່ອງກັນດີ.
ທ່ານຜູ່ຟັງທີ່ໂຄລົບ ລາຍການນັດພົບໃນວັນອາທິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທີ່ທ່ານຮັບຟັງ, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.
|