ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-20 16:57:01    
ເຜົ່າ​ລີ​ຊູ

cri

ອອກ​ເດີນທາງ​ຈາກ​ຄຸນ​ມິ​ງ​ເທສະ​ບານ​ແຂວງ​ຢຸນນານ​ໄປ​ທາງ​ທິດຕາ​ເວນ​ຕົກ​ສຽງ​ເຫນືອ​ປະມານ 300 ກວ່າ​ກິ​ໂລ​ແມັດ​ກໍ​ຮອດ​ເຂດ​ຍ່ອຍ​ນູຈຽງ​ເຜົ່າ​ລີ​ຊູ​ປົກຄອງ​ຕົນ​ເອງ,​ເຂດ​ດັ່ງກ່າວ​ກໍ​ແມ່ນ​ແຫ່ງ​ທີ່​ເຜົ່າ​ລີ​ຊູ​ຕັ້ງ​ພູມລຳ​ເນົາ​ຈຸ້ມ​ກັນ​ຢ່າງ​ຫຼວງ​ຫຼາຍ,ນອກ​ນັ້ນ,​ເຜົ່າ​ດັ່ງກ່າວ​ຍັງ​ມີ​ຈຳນວນ​ຫນຶ່ງ​ແມ່ນ​ຢາຍ​ກັນ​ດຳລົງ​ຊີວິດ​ຢູ່​ເຂດ​ອື່ນໆ​ໃນ​ແຂວງ​ຢຸນນານ.

ຊື່​ເຜົ່າ​ລີ​ຊູ​ແມ່ນ​ຄົ້ນ​ເຫັນ​ຕັ້ງ​ແຕ່​ສະ​ໄຫມ​ລາຊະວົງ​ຖັງ​ຫ່າງ​ຈາກ​ດຽວ​ນີ້​ປະມານ 1 ພັນ 300 ກວ່າ​ປີ​ກ່ອນ,ບັນພະ​ບູລຸດຂອງ​ຊົນ​ເຜົ່າ​ດັ່ງກ່າວ​ແມ່ນ​ດຳລົງ​ຊີວິດ​ຢູ່​ດິນ​ແຂວງ​ຢຸນນານ​ຕັ້ງ​ແຕ່​ສັດຕະວັດ​ທີ 8 .

ປະຈຸ​ບັນ​ນີ້,​ເຜົ່າ​ລີ​ຊູ​ມີ​ປະຊາກອນ 5 ​ແສນ 7 ຫມື່ນ​ກວ່າ​ຄົນ,​ເຜົ່າ​ລີ​ຊູ​ມີ​ພາສາ​ຂອງ​ຕົນ​ເອງ,​ແຕ່​ອົງ​ປະກອບ​ຂອງ​ໂຕ​ຫນັງສື​ປະຈຳ​ເຜົ່າ​ບໍ່​ຄົບ​ຖ້ວນ​ປານ​ໃດ,​ໃນ​ສະ​ໄຫມ​ຫາ​ກໍ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃຫມ່​ຄື​ໃນ​ປີ 1957,ລັດຖະບານ​ຈີນ​ກໍ​ໄດ້​ຊ່ອຍ​ເຫຼືອ​ເຜົ່າ​ລີ​ຊູ​ປະດິດ​ສ້າງ​ໂຕ​ຫນັງສື​ໃຫມ່​ໂດຍ​ອັກສອນ​ລາຕີ​ນ​ເປັນ​ພື້ນຖານ,​ແຕ່​ກ່ອນ,​ເຜົ່າ​ລີ​ຊູ​ຕົ້ນຕໍ​ແມ່ນ​​ເຊື່ອ​ຖື​ພະ​ເຈົ້າ​ຫຼາຍ​ອົງ,ບູຊາ​ທຳ​ມະ​ຊາດ,​ເຊື່ອ​ສັບພະ​ສິ່ງ​ມີດ​ວງວິນ​ຍານ​ທັງ​ຫມົດ,ຫລັງ​ກາງ​ສັດຕະວັດ​ທີ 19 ,ສາສະຫນາ​ກຼິສຕຽນ​ແລະ​ສາສະຫນາ​ໂລ​ມັງ​ກະ​ໂຕ​ລິກ​ໄດ້​ແຜ່ຜາຍ​ເຂົ້າ​ມາ​ເຂດ​ເຜົ່າ​ລີ​ຊູ,ຈາກ​ນັ້ນ,ຈິ່ງ​ມີ​ຊາວ​ເຜ່ົາ​ລີ​ຊູ​ສ່ວນ​ຫນຶ່ງ​ເຊື່ອ​ຖື​ສາສະຫນາ​ກຼິສຕຽນ​ແລະ​ສາສະຫນາ​ໂລ​ມັງ​ກະ​ໂຕ​ລິກ.

ຊົນ​ເຜົ່າ​ລີ​ຊູ​ມັກ​ຟ້ອນ​ລຳ​ທຳ​ເພງ​,ຄັນ​ມີ​ພິທີ​ແຕ່ງດອງ,ອອກ​ລ່າ​ເນື້ອ,ປຸກ​ເຮືອນ​ໃຫມ່​ຫຼື​ຍາມ​ເກັບ​ກ່ຽວ,ພວກ​ເຂົາ​ເຈົ້າ​ກໍ​ພາກັນ​ຟ້ອນ​ລຳ​ທຳ​ເພງ​ຢ່າງ​ສຸດ​ອົກ​ສຸດ​ໃຈ.

ຢູ່​ໃນ​ການ​ອອກ​ແຮງງານ​ຜະລິ​ດຜົນ​ແລະ​ການ​ຕໍ່​ສູ້​ເປັນ​ເວລາ​ຍາວ​ນານ​ນັ້ນ,ພວກ​ເຂົາ​ເຈົ້າ​ໄດ້​ປະດິດ​ຄຶດ​ແຕ່ງ​ກາບກອນ​ແລະ​ເພງ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຢ່າງ​ຫຼວງ​ຫຼາຍ,​ເຊິ່ງມີ​ເນື້ອ​ໃນ​ແບ່ງ​ອອກ​ເປັນ​ທຳນອງ​ການ​ຜະລິດ,ທຳນອງ​ປຸກ​ເຮືອນ​ທຳນອງ​ເກັບ​ກ່ຽວ​ແລະ​ອື່ນໆ 10 ກວ່າ​ຊະນິດ.
​ເນື່ອງ​ຈາກ​ວ່າ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ພິ​ເສດ​ທີ່​ຢູ່​ຮ່ອມ​ພູ​ແຄມ​ແມ່​ນ້ຳ​ນູຈຽງ​ເຊິ່ງ​ໄທ​ລື້​ໄທ​ເຫນືອ​ຮຽກ​ວ່າ​ນ້ຳ​ຄົງ,​ແຫ່ງ​ດັ່ງກ່າວ​ປຸກ​ຝ້າຍ​ບໍ່​ໄດ້,​ແຕ່​ວ່າ,ຢູ່​ຕາມ​ດິນ​ດຳ​ນ້ຳ​ຊຸ່ມ​ແຄມ​ນ້ຳ​ຄົງ​ກໍ​ໄດ້​ມີ​ການ​ປູກປ່ານ​ຢ່າງ​ຫຼວງ​ຫຼາຍ,ຕັ້ງ​ແຕ່​ບູຮານ​ນະ​ການ​ມາ,​ແມ່​ຍິ່ງ​ຊົນ​ເຜົ່າ​ລີ​ຊູ​ກຳ​ໄດ້​ວິທີ​ປູກ​ປ່ານ,ລອກ​ປ່ານ​ແລະ​ຕ່ຳ​ຜ້າປ່າ​ນຄົບ​ຊຸດ​ຢ່າງ​ຊຳນິ​ຊຳນານ,​ເພື່ອ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ການ​ຜະລິດ​ດັ່ງກ່າວ,ຊົນ​ເຜົ່າ​ລີ​ຊູ​ຢູ່​ຕາມ​​ເຂດ​ສ່ວນ​ໃຫຍ່​ແຕ່​ກ່ອນ​ລ້ວນ​ແຕ່​ນຸ່ງ​ໂສ້ງ​ເສື້ອ​ທີ່​ຕ່ຳ​ດ້ວຍ​ຜ້າ​ປານ​ໂດຍ​ຕົນ​ເອງ​ທັງ​ນັ້ນ.

ເຄື່ອງ​ນຸ່ງ​ຂອງ​ແມ່ຍິງ​ແມ່ນ​ທັງ​ງາມ​ທັງ​ສຸພາບ,ມັກ​ນຸ່ງ​ເສື້ອ​ເຂີນ​ແລະ​ກະ​ໂປ່ງລ່າມ,ຢູ່​ເທິງ​ຜົມ​ມັກ​ປະດັບ​ດ້ວຍ​ຫມາກ​ປັດ​ສີ​ແດງ​ແລະ​ສີຂາວ,ມັກ​ເອົາ​ຫມາກ​ປັດ​ຫຼາຍ​ສີ​ຄ້ອງ,ຄໍ​ເປັນ​ພວງ​ຢ່ອນ​ລົງ​ເຕັມ​ຫນ້າ​ເອິກ,ຜູ່​ຊາຍ​ມັກ​ນຸ່ງ​ເສື້ອ​ເຂີນ​ແລະ​ນຸ່ງ​ສົ້ງລ່າມ​ລົງ​ຮອດ​ຫົວ​ເຂົ່າ,ບາງ​ຄົນ​ກໍ​ເອົາ​ຜ້າ​ສີ​​ຟ້າ​ມາ​ຄຽນ​ຫົວ.

​ເຄື່ອງ​ນຸ່ງ​ຂອງ​ຖື​ທີ່​ເປັນ​ເອກະລັກ​ໂດດ​​ເດັ່ນ​ນັ້ນ​ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ຢູ່​ຕາມ​ເຄື່ອງ​ນຸ່ງ​ຂອງ​ຊົນ​ເຜົ່າ​ລີ​ຊູ​ຕາມ​ແຫ່ງ​ຕ່າງໆ​ທີ່​ມີ​ສີ​ຕ່າງໆ​ທໍ່​ນັ້ນ,ຫາກ​ຍັງ​ສະ​ແດງ​ອອກ​ຢູ່​ຕາມ​ກະ​ໂປ່ງກີບ​ທີ່​ແມ່ຍິງ​ເຜົ່າ​ລີ​ຊູ​ມັກ​ນຸ່ງ​ນັ້ນ​ອີກ​ດ້ວຍ,ກະ​ໂປ່ງ​ແມ່ຍິງຊະນິດ​ນີ້​ເອົາ​ແພ​ສີ​ຕ່າງໆ​ພັບ​ຫຍິບ​ໃສ່​ກັນ​ເປັນ​ຮ້ອຍ​ກີບ.

ຜູ່​ແສ້​ຜູ່​ສາວ​ເຜົ່າ​ລີ​ຊູ​ຄັນ​ຮອດ 13—14 ປີ,ຄົນ​ໃນ​ຄອບຄົວ​ກໍ​ຈັດ​ພິທີ​ໃຫ້​ເຂົາ​ເຈົ້າ​ນຸ່ງ​ກະ​ໂປ່​ງ,​ເພື່ອ​ຮັບຮອງ​ວ່າ​ເຂົ້າ​​ເຈົ້າ​ເປັນ​ເຕັມ​ກະສຽນ​ແລະ​ມີ​ສິດ​ຄົບ​ຫາ​ສະມາຄົມ​ແລ້ວ,​ເວົ້າ​ສຳລັບ​ເດັກ​ຍິງ​ແລ້ວ,ການ​ນຸ່ງ​ກະ​ໂປ່ງ​ແມ່ນຫມາຍ​ຄວາມ​ວ່າ​ໄດ້​ອຳ​ລາ​ຈາກ​ຍຸກ​ເປັນ​ເດັກນ້ອຍ​ຜູ່​ຍິງ​ແລ້ວ,​ເພາະສະ​ນັ້ນ,ຈຶ່ງ​ໄດ້​ຈັດ​ພິທີ​ຢ່າງ​ຄຶກຄື້ນ,​ເວລາ​ຈັດ​ພິທີ​ກໍ​ຕ້ອງ​ເລືອກ​ເອົາ​ມື້​ສັນ​ວັນ​ດີ,​ໃຫ້​ແມ່ຍິງ​ທີ່​ມີ​ຖານະ​ສູງ​ແລະ​ເປັນ​ຜູ່​ອາວຸ​ໂສ​ໃນ​ຄອບ​ຄົວ​ນັ່ງ​ເປັນ​ປະທານ.ຈາກ​ນັ້ນ,ຈ່ິງ​ປະກາດ​ວ່າ,ຜູ່​ສາວ​ທີ່​ເຕັມ​ກະສຽນ​ໄດ້​ກ້າວ​ເຂົ້າ​ສູ່​ສັງຄົມ​ແລ້ວ.

ຜູ່​ສາວ​ທີ່​ໄດ້​ຈັດ​ພິທີ​ນຸ່ງ​ກະ​ໂປ່​ງ​ແລ້ວ,ກໍຖື​ຫນາ​ກປັດ​ປະດັບ​ຜົນ​ແລະ​ໃສ່​ຕຸ້ມຫູ,ຜູ່​ສາວ​ທີ່​ນຸ່ງ​ກະ​ໂປ່ງລ່າມ​ກໍ​ມີ​ເສລີພາບ​ໃນການ​ຄົບ​ຫາ​ສະມາຄົມ​ຫຼາຍ​ກວ່າ,ຄັນ​ຮອດ​ຍາມ​ເດືອນ​ແຈ້ງ​ຫຼື​ຍາມ​ປຸກ​ເຮືອນ​ໃຫມ່​ຍາມ​ປູກຝັງ​ຫຼື​ຍາມ​ເກັບ​ກ່ຽວ​ແລະ​ຍາມ​ຕົ້ມ​ເຫຼົ້າ,ພວກ​ເຂົາ​ເຈົ້າ​ກໍ​ຈະ​ພ້ອມ​ກັນ​ກັບ​ບ່າວ​ສາວ​ໃນ​ບ້ານ​ຟ້ອນ​ລຳ​ທຳ​​ເພງ​ຢ່າງ​ສຸດ​ໃຈ.

​ເຂົ້າ​ກິນ​ຂອງ​ເຜົ່າ​ລີ​ຊູ​ແມ່ນ​ເຂົ້າສາລີ,ຍ້ອນ​ຊົນ​ເຜົ່າ​ລີ​ຊູ​ມັກ​ລ່າ​ເນື້ອ,ສະ​ນັ້ນ,ພວກ​ເຂົາ​ເຈົ້າ​ຈຶ່ງ​ມັກ​ກິນ​ຊີ້ນ​ຫຼາຍ​ຢ່າງ​ຫຼາຍ​ແນວ,ຊາວ​ເຜົ່າ​ລີ​ຊູ​ເຫັນ​ວ່າ,ບີ​ຂອງ​ສັດ​ແມ່ນ​ຢາ​ດີ​ແນວ​ຫນຶ່ງ,​ໃນ​ເວລາ​ຂ້າ​ໄກ່​ຂ້າ​ຫມູ​,​ເຂົາ​ເຈົ້າ​ມັກ​ເອົາ​ບີ​ອອກ​ມາ​ບີບ​ນ້ຳບີ​​ໃສ່​ເຫຼົ້າ​ແລ້ວ​ກິນ​ໂລດ,​ໃນ​ເວລາ​ຂ້າ​ງົວ​ແລະ​ແບ້,ກໍ​ເອົາ​ບີ​ກັບ​ຊີ້ນ​ຕົ້ມ​ໃສ່​ນຳ​ກັນ,ຊິ້ນ​ງົວ​ແລະ​ແບ້​ທີ່​ຕົ້ມ​ສຸກ​ແລ້ວ​ນັ້ນ​ມີລົດ​ຂົມ,​ເຂົາ​ເຈົ້າ​ມັກ​ເອົາ​ນ້ຳບີ​ເປັນ​ເຄືອງຫອມ​ແນວ​ຫນຶ່ງ​ສຳລັບ​ຊາວ​ໃສ່​ຊີ້ນ​ງົວ​ແລະ​ຊິ້ນ​ແບ້,ອີງ​ຕາມ​ທັດສະນະ​ຄະຕິ​ຂອງ​ຊາວ​ເຜົ່າ​ລີ​ຊູ​ແລ້ວ,ຕົ້ມ​ຊີ້ນ​ຖ້າ​ບໍ່​ໃສ່​ນ້ຳບີ​ແມ່ນບໍ່​ນົວ.ທີ່​ຈິງ​ແລ້ວ,ບີ​ຢູ່​ໃນ​ຊິ້ນ​ນັ້ນ​ກໍ​ມີ​ບົດບາດ​ຂ້າ​ຄາວ​ແລະ​​ເຮັດ​ໃຫ້​ນົວຕຶ່ມ

​ເຮືອນ​ຢູ່​ຂອງ​ເຜົ່າ​ລີ​ຊູ​ແມ່ນ​ສອດຄ່ອງ​ກັບຈຸດພິ​ເສດ​ຂອງ​ເຂດ​ພູດອຍ,​ໂດຍ​ພື້ນຖານ​ແລ້ວ​ແມ່ນ​ມີ​ອົງປະກອບ​ສອງ​ຊະນິດ,ຊະນິດ​ຫນຶ່ງ​ແມ່ນ​ເຮັດ​ດ້ວຍ​ໄມ້,​ໃຊ້​ໄມ້​ທ່ອນ​ຍາວ​ປະມານ 3 ຫາ 6 ​ແມັດ​ຄູນ​ກັນ​ຂຶ້ນ​ເປັນ​ຝາ​ອ້ອມ​ຫມົດ 4 ດ້ານ,​ເອົາ​​ແປ້ນ​ມຸງ​ຫລັງຄາ,​ເບ່ິງ​ຄື​ກັນ​ກັບ​​ແອບ​ໄມ້​ແອບ​ຫນຶ່ງ,​ແນວ​ຫນຶ່ງ​ອີກ​ແມ່ນ​ເຮືອນ​ໄມ້​ກັບ​ໄມ້​ໄຜ່,ທຳ​ອິດ​ຝັງ​ເສົາ​ໄມ້ 20—30 ​ເສົາ​ຢູ່​ຕາມ​ເປີ້ນພູ,​ເຮັດ​ຮ້ານ​ປູ​ແປ້ນ​ຢູ່​ຊັ້ນ​ເທິງ,​ແລ້ວ​ອ້ອມ​ຮົ້ວ​ໄມ້​ໄຜ່​ຢູ່​ສີ​ດ້ານ,ມຸງ​ດ້ວຍ​ໄພ​ຫຍ້າ​ຫຼື​ມຸງ​ແປ້ນ​ຕັ້ງ​ເຕົາ​ໄຟ​ຢູ່​ກາງ​ເຮືອນ​ທີ່​ມີ​ເສົາ​ຄ້ຳ​ຫຼາຍ​ເສົາ​ແນວ​ນີ້,​ເຂົາ​ເຈົ້າ​ຮຽກ​ວ່າ​ເຮືອນ​ຫຼາຍ​ເສົາ​ຈຳ​ດິນ.

​ແຕ່​ກ່ອນ​ການ​ເກາະ​ເຊືອກ​ຫນວດ​ຂ້າມ​ນ້ຳ​ແມ່ນ​ຍານພາຫະນະ​ຕົ້ນຕໍ​ສຳລັບ​ຂ້າມ​ນ້ຳຂອງ​ເຜົ່າ​ລີ​ຊູ​ແຄມ​ນ້ຳຄົງ​,​ເຂົາ​ເຈົ້າ​ສານ​ເປັນ​ຄື​ແພ​ໄມ້​ໄຜ່,ຫ້ອຍ​ໄວ້​ຢູ່​ເທິງ​ເຊືອກຫນວດ​​ເນັ່ງ​ຕໍ່​ລະຫວ່າງ​ຜາ​ຊັນ​ສອງ​ຟາກນ້ຳ​ຄົງ,​ເວລາ​ຄົນ​ຈະ​ຂ້າມ​ນ້ຳ​ຕ້ອງ​ເອົາ​ຮາງ​ທີ່​ມີ​ແປ້ນ​ລູກ​ລອກ​ໄປ​ກຸບ​​ໃສ່​ເຊືອກ​ຫນວດ,​ແລ້ວ​ເອົາ​ເຊືອກ​ຫນັງ​ງົວ​ໄປ​ຮອດ​ໃສ່​ແປ້ນ​ລູກ​ລອກ​ມາ​ມັດ​ສົ້ນ​ຕີນ​ທັງ​ສອງ​ເບື້ອງ​ແລະ​ແອວ​ຂອງ​ຜູ່​ຈະ​ຂ້າມ​ແລ້ວ​ຄົນ​ກໍ​ເລື່ອນ​ໄປ​ຮອດ​ຝັ່ງ​ເບື້ອງ​ກົງກັນຂ້າມ​ຕາມ​ເຊືອກ​ຫນວດ,ການ​ອີງ​ໃສ່​ເຊືອກ​ຫນວດ​ເລື່ອນ​ຂ້າມ​ຢາກ​ແນວ​ນີ້​ກໍ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ອົງອາດ​ກ້າຫານ​ແລະ​ສະຕິ​ປັນຍາ​ຂອງ​ຊົນ​ເຜົ່າ​ລີ​ຊູ​ແລ້ວ.

ອາດ​ເວົ້າ​ໄດ້​ວ່າ,ວັນ​ທີ 28 ມີນາ ປີ 1991,​ແມ່ນ​ມື້​ທີ່​ຫນ້າ​ຍ້ອງຍໍ​ສັນລະ​ເສີນ​ໃນ​ປະຫວັດສາດ​ເຜົ່າ​ລີ​ຊູ​ແທ້​, ໃນ​ມື້​ນັ້ນ,ລົດ​ໄດ້​ແລ່ນ​ຂ້າມ​ຂົວ​ໃຫຍ່​ແມ່​ນ້ຳ​ຄົງ​ເຊິ່ງ​ເປັນ​ສັນຍາ​ລັກສະ​ແດງ​ໃຫ້​ເຫັນ​ວ່າການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຂ້າມ​ຮ່ອມ​ພູ​ໄດ້​ຢ່ວງ​ບາດກ້າວ​ຂຶ້ນ​ສູ່​ຂັ້ນ​ໄດ​ໃຫມ່​ແລ້ວ.

​ເມື່ອ​ມີ​ຂົວ​ມີ​ຫົນທາງ,ກໍ​ຈະ​ພາ​ໃຫ້​ຮັ່ງມີ​ສີ​ສຸກ,ຫມາຍ​ຄວາມ​ວ່າ​ເມື່ອ​ເງື່ອນ​ໄຂ​ຄົມມະນາຄົມ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ແລ້ວ,ກໍ​ໄດ້​ຊຸກ​ຍູ້​ເສດຖະກິດ​ຂອງ​ເຂດ​ຊົນ​ເຜົ່າ​ໃຫ້​ມີ​ການ​ພັດທະນາ​ລີ​ຊູ,​ໃນ​ຊູ່​ມື້​ນີ້,​ແບບ​ວິທີ​ການ​ຜະລິດ​ຂອງ​ເຜົ່າ​ລີ​ຊູ​ໄດ້​ມີ​ກາ​ນປ່ຽນ​ແປງ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ,ດິນ​ໂນນ​ແລະ​ດິນ​ຮ່ອມ​ພູ​ເປັນ​ປຶກ​ແຜ່ນ​ກໍ​ໄດ້ຊັບ​ຊ່າວ​ເປັນ​ນາ​ຂັ້ນ​ໄດ​ຢູ່​ເທິງ​ພູ​ພຽງ​ທີ່​ງາມ​ປານ​ຮູບ​ແຕ້ມ,​ເມື່ອ​ມອບ​ດິນ​ໃຫ້​ຄອບ​ຄົວ​ຊາວ​ກະ​ສິກອນ​ຮັບ​ເຫມົາ​ແລ້ວ,​ເຄື່ອງ​ມື​ການ​ຜະລິດ​ແບບ​ກ້າວຫນ້າ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ກໍ​ຖືກ​ຈັດ​ສົ່ງ​ລົງ​ໄປ​ຂາຍ​ໃຫ້​ເຂດ​​ເຜົ່າ​ລີ​ຊູ​ຢ່າງ​ບໍ່​ຂາດ​ສາຍ,​ເມື່ອ​ກະສິກອນ​ເລີ່ມຕົ້ນ​ຕັ້ງ​ເຮືອນ​ຊານ​ບ້ານ​ຊ່ອງ​ຄົງ​ທີ່​ແລ້ວ,​ເຄື່ອງ​ໃຊ້​ຂອງ​ສອຍ​ທັນ​ສະ​ໄຫມ​ເຊັ່ນ​ດອກ​ໄຟ ວິທະຍຸ ​ໂທລະພາບ ຈັກຊັກ​ເຄື່ອງ​ແລະ​ອື່ນໆ​ກໍ​ເລີ່ມມີ​ໃຊ້​ຢູ່​ໃນ​ຄອບ​ຄົວ​ຊົນ​ເຜົ່າ​ລີ​ຊູ.

ຍ້ອນ​ອົງການ​ປົກຄອງ​ທ້ອງ​ຖ່ິນ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ວຽກ​ງານ​ການ​ສຶກສາ​ຂອງ​ຊົ​ນ​ເຜົ່າ,ພາລະກິດ​ການ​ສຶກສາ​ຂອງ​ເຜົ່າ​ລີ​ຊູ​ກໍ​ໄດ້​ຮັບ​ການ​ຂະຫຍາຍຕົວໄວ​ທີ່​ສຸດ,ອັນ​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນ​ລະບົບ​ການ​ສຶກສາ​ຊັ້ນ​ປະຖົມ,ຊັ້ນ​ມັດທະຍົມ​ແລະ​ອາ​ຊິ​ວະ​ສຶກສາຊັ້ນ​ກາງ.

​ເດັກນ້ອຍ​ເຖິງ​ໄວ​ຮຽນ​ທີ່​ເຂົ້າ​ໂຮງຮຽນ​ກໍ​ບັນລຸ​ອັດຕາ​ເກືອບ 90%,​ເຂດ​ຍ່ອຍ​ນູຈຽງ​ເຜົ່າ​ລີ​ຊູ​ປົກຄອງ​ຕົນ​ເອງ​ຍັງ​ໄດ້​ຕັ້ງ​ໂຮງຮຽນ​ວິຊາ​ສະ​ເພາະ​ຊັ້ນ​ກາງ​ສາມ​ຫຼັງ​ຄື​ໂຮງຮຽນ​ສ້າງຄູ​ຊົນ​ເຜົ່າໂຮງຮຽນ​ແພດ​ແລະ​ໂຮງຮຽນ​ກະສິກຳ,​ເພື່ອ​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຊັ້ນ​ສູງ,ອົງການ​ປົກຄອງ​ທ່ອງ​ຖິ່ນ​ຍັງ​ຕັ້ງ​ຫ້ອງ​ຮຽນ​ພາສາ​ລີ​ຊູ​ໂດຍ​ຈຳ​ເພາະ​ໃນ​ພະ​ແນກພາສາ​ຊົນ​ເຜົ່າ​ຂອງ​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ແຂວງ​ຢຸນນານ,ຫມາຍຄວາມ​ວ່າ​ອາ​ລິ​ຍະ​ທຳ​ທັນ​ສະ​ໄຫມ​ແລະ​ຄວາມ​ຮູ້​ວິທະຍາສາດ​ໄດ້​ມີ​ການ​ຄ້ຳປະກັນ​ໃຫ້​ປະຊາຊົນ​ເຜົ່າ​ລີ​ຊູ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຈົນ​ພື່ອ​ເດີນ​ໄປ​ສູ່​ເສັ້ນທາງ​ອຸດົມ​ຮັ່ງມີ​ແລ້ວ.