ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-20 20:27:42    
ອີຣັກ​ເກີດ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ຫຼາຍ​ເທື່ອ,​ມີ​ປະ​ມານ​200​ຄົນ​ຕາຍ​ແລະ​ບາ​ດ​ເຈັບ

cri Author: q
ຕາມ​ຂ່າວCRI,ວັນ​ທີ19​ທັນວາ,ອີຣັກ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍກຳລັງ​ຮຸນ​ແຮງ​ແລະ​ເຫດການ​ລັກ​ພາ​ຕົວ​ຫຼາຍ​​ເທື່ອ,​ມີ​ປະມານ200​ຄົນຕາຍ​ແລະ​ບາດ​ເຈັບ.ຊາວ​ອີຣັກ10ຄົນ​ຖືກ​ລັກ​ພາ​ຕົວ.

ວັນ​ທີ19​ທັນວາ,ຢູ່​ນາ​ຈັຟ ​ເມືອງ​ສັກກາລະ​ບູຊາ​ນິກາຍ​ຊີ​ອິດ ພາກ​ໃຕ້​ອີຣັກ,​ເມືອງຄາກ​ບາ​ລາ​ເມືອງ​ສັກກາລະ​ບູຊາຢູ່​ພາກ​ກາງ​ສຽງ​ໃຕ້​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ສອງ​ລາຍ,​ມີ​60​ກວ່າ​ຄົນ​​ເສຍ​ຊີວິດ,100ກວ່າ​ຄົນ​ບາດ​ເຈັບ.ຢູ່​ນະຄອນຫຼວງ​ແບກ​ແດດ,ຢູ່​ໃຈກາງ​ເມືອງ​ໄດ້​ເກີດ​​ເຫດການ​ຫຼອນ​ໂຈມ​ຕີ,​ເຮັດ​ໃຫ້​ລູກຈ້າງ​ຂອງ​ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ​ອີຣັກ3ຄົນ​ເສຍ​ຊີວິດ.​ໃນ​ມື້ດຽວ​ກັນ,ພວກ​ປະກອບ​ອາວຸດ​ກຸ່ມ​ໜຶ່ງ​ປະກາດ​ວ່າ​ພວກ​ເຂົາ​​ເຈົ້າ​ໄດ້​ລັກ​ພາ​ຕົວ​ຊາວ​ອີ​ຣັກ​10​ຄົນ​ທີ່​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອາ​ເມ​ລິ​ກາ​ແຫ່ງ​ໜຶ່ງ,​ແລະ​ຂົ່ມ​ຂູ່​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ເຊົາ​ເຮັດ​ວຽກ​ຢູ່​ອີ​ຣັກ,​ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ຈະ​ຂ້າ​ຕົວ​ປະ​ກັນ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ19​ທັນວາ,ຢູ່​ອຳ​ມານ,ນະຄອນຫຼວງ​ຊອກ​ດາ​ນີຄະນະຜູ້​ແທນ​ທະນາຍຄວາມ​ຂອງ​ທ່ານ​ຊັດ​ດາມ ອະດີດ​ປະທານາທິບໍດີອີຣັກ​ໄດ້​ເວົ້າ​ຕໍ່ວົງ​ການ​ໜັງສືພິມ​ວ່າ,ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ທະນາຍຄວາມ,ທ່ານ​ຊັດ​ດາມ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ອີຣັກຮັກສາ​ຄວາມ​ສາມັກຄີ,ຕໍ່ຕ້ານ​ການ​ຍຶດຄອງ​ຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ,​ແລະ​ສະກັດ​ກັ້ນ​ການ​ເລື​ອກຕັ້ງ​ທົ່ວ​ໄປ​ຂອງ​ອີຣັກທີ່ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ປີໜ້າ.