ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 10:31:59    
ອິສລາ​ແອນ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ປາ​ເລັສຕິ​ນອິສລາ​ແອນ​ທີ່​ລອນ​ດອນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 20 ທັນວາ ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສລາ​ແອນ​ກ່າວ​ວ່າ, ອິສລາ​ແອນ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ປາ​ເລັສຕິ​ນອິສລາ​ແອນ​ທີ່ຈະ​ໄຂ​ຂຶ້ນຢູ່​ລອນ​ດອນ​ໃນ​ເດືອນ​ກຸມພາ​ປີໜ້າ.

ທ່ານຊາ​ລົງ​ກ່າວ​ວ່າ, ອິສລາ​ແອນ​​ເຂົ້າ​ໃຈ​ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ​ແຕ່​ຈະບໍ່ສົ່ງ​ຜູ່​ແທນ​ໄປ​ເຂົ້າຮ່ວມ. ​ໃນ​ມື້​ດຽວ​ກັນ ທ່ານ​ເອຮຸດ ​ໂອນ​ເມິ​ດ ຮອງ​ນາຍົກລັດ​ຖະ​ມົນຕີອິສລາ​ແອນກໍ​ກ່າວ​ວ່າ, ​ໃນ​ສະ​ເພາະ​ໜ້ານີ້ ໜ້າ​ທີ່​ອັນ​ດັບ​ໜຶ່ງ​ຂອງ​ອິສລາ​ແອນ​ແມ່ນ​ປະ​ຕິ​ບັດ​ແຜນການ​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ, ກອງ​ປະຊຸມ​ລອນ​ດອນ​ອາດ​ຈະ​ລົບ​ກວນ​ການ​ປະ​ຕິ​ບັດ​ແຜນ​ການ​ດັ່ງກ່າວ.

​ໃນ​ມື້​ດຽວ​ກັນ ທ່ານລີ​ຊາດ ​ໂບ​ເຊີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາສະ​ໜັບສະ​ໜູນ​ຄວາມ​ພະຍາຍາມ​ຂອງ​ອັງກິດ​ເພື່ອ​ຊຸກ​ຍູ້​ຂະ​ບວນວິວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ. ຕາມ​ເຜີຍ​ໃຫ້​ຮູ້​ວ່າ, ທ່ານ​ບຸ​ສຍັງ​​ຈະ​ສົ່ງ​ຜູ່​ແທນ​ຊັ້ນສູງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້.

ເມື່ອ​ເດືອນ​ແລ້ວນີ້ ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດສະ​ເໜີ​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບບັນຫາປາ​ເລັສຕິ​ນອິສລາ​ແອນ​ຢູ່​ລອນ​ດອນ​ໃນ​ເດືອນ​ກຸມພາ​ປີໜ້າ, ​ເພື່ອ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ. ​ແຕ່​ປ​າ​ເລັສຕິ​ນອິສລາ​ແອນ​ມີ​ຄວາມ​ເຫັນ​ຂັດ​ກັນ​ກ່ຽວ​ກັບຫົວ​ຂໍ້​​ຂອງ​ກອງ​ປະຊຸມ​ເທື່ອ​ນີ້.