ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 10:41:01    
ທ່ານ​ອາ​ລາ​ວີ​ກ່າວ​ຕິຕຽນ​ທ່ານ​ຈາ​ຄາວີ​ວາງ​ແຜນ​ກໍ່​ເຫດການ​ລະ​ເບີດ​ຢູ່​ເມືອງ​ສັກ​ກາ​ລະ​ບູຊາ​ອີຣັກ

cri Author: lm

ຕາມ​ຂ່າວCRI​: ວັນ​ທີ 20 ທັນວາ​ຢູ່​ແບກ​ແດດ, ທ່ານ​ອາ​ລາ​ວີ ນາຍົກລັດຖະມົນຕີ ລັດ​ຖະ​ບານຊົ່ວຄາວ​ອີຣັກ​ໄດ້​ໃຫ້​ສຳພາດ, ກ່າວ​ຕິຕຽນ​ທ່ານ​ຈາ​ຄາວີ ຜູ່​ນຳ​ນ້ຳ​​ເບີສາມ​ຂອງ​ອົງ​ການ​ອານ ​ເຄດາ​ໄດ້​ວາງ​ແຜນ​ກໍ່​ເຫດການ​ລະ​ເບີດ​ຢູ່​ເມືອງ​ນາ​ຈັຟ​ແລະ​ເມືອງ​ຄາ​ບາ​ລາ ​ເມືອງ​ສັກ​ກາລະ​ບູຊາ​ອີຣັກ​ໃນ​ວັນ​ທີ 19 ທັນວາ.

ທ່ານ​ອາ​ລາ​ວີ​ກ່າວ​ວ່າ, ຈຸດປະສົງ​ຂອງ​ການ​ກໍ່​ເຫດການ​ລະ​ເບີດ​ແມ່ນ​ເພື່ອ​ທຳລາຍ​ຄວາມ​ສາມັກຄີ​ຂອງ​ອີຣັກ, ກໍ່​ການ​ວິວາດ​ກັນ​ລະຫວ່າງ​ນິກາຍ​ສາສະໜາ, ​ແລະ​ເຈດ​ຕະນາ​ສະ​ກັດ​ກັ້ນການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ​ປີໜ້າ​ຢ່າງ​ສະ​ດວກ.

​ໃນ​ມື້​ດຽວ​ກັນ ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼງການ, ກ່າວ​ປະນາມ​ຢ່າງ​​ເຂັ້ມງວດ​ທີ່​ສຸດຕໍ່​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ແລະ​ເຫດ​ການ​ລັກ​ພາ​ຕົວຫຼາຍລາຍ​ທີ່​ເກີດ​ຂຶ້ນຢູ່​ອີຣັກ​ໃນ​ວັນ​ທີ 19 ທັນວາ. ​ພ້ອມ​ກັນ​ນັ້ນ ທ່ານ​ກ່າວ​ວ່າ, ສະຫະ​ປະຊາ​ຊາດ​ຈະ​ສືບຕໍ່ສຸມ​ກຳລັງ​ຊ່ອຍ​ປະຊາຊົນ​ອີຣັກ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ​ເພື່ອ​ເຮັດ​ໃຫ້​ອີຣັກບັນລຸ​ການຂ້າມ​ຜ່ານ​ທາງການ​ເມືອງ​ຢ່າງ​ສະດວກ.

ວັນ​ທີ 19 ທັນວາ​ຢູ່​ເມືອງ​ນາ​ຈັຟ​ແລະ​ເມືອງ​ຄາ​ບາ​ລາ ສອງ​ຕົວ​ເມືອງ​ພາກ​ໃຕ້​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດຫຼາຍລາຍ, ​ເຮັດ​ໃຫ້ 70 ຄົນ​ເສຍ​ຊີ​ວິດ, 180 ກວ່າ​ຄົນ​ບາດ​ເຈັບ, ນອກ​ນີ້​ຍັງ​ມີ 10 ຖືກ​ລັກ​ພາ​ຕົວ.