ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 15:14:09    
ທ່ານ​ລີກ​ວນຢູ​ເຫັນ​ວ່າ​ປີ2005​ຈະກາຍ​ເປັນ​ຈຸດ​ຫົວ​ລ້ຽວຫົວ​ຕໍ່​​ແຫ່ງ​ສະຖານະ​ກາ​ນຄວາມ​ປອດ​ໄພຂອງ​ໂລກ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ20​ທັນວາ, ທ່ານ​ລີກ​ວນຢູ ລັດຖະບູລຸ​ດອາວຸ​ໂສ​ສິງກະ​ໂປ​ເວົ້າ​ວ່າ, ປີ2005​ຈະ​ກາຍ​ເປັນ​ຈຸດ​ຫົວລ້ຽວຫົວ​ຕໍ່​​ແຫ່ງສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ໂລກ.

ທ່ານ​ລີກ​ວນຢູ​ແມ່ນ​ກ່າວ​ຄວາມ​ນີ້​ໃນງາ​ນລ້ຽງ​ອາຫານ​ຄ່ຳ​ທີ່​ສະມາຄົມ​ນັກ​ຂ່າວ​ຕ່າງປະ​ເທດຂອງ​ສິງກະ​ໂປ​ຈັດ​ຂຶ້ນ​ໃນ​ວັນ​ທີ20​ທັນວາ. ທ່ານ​ເວົ້າ​ວ່າ, ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ​ແລະ​ບັນຫາ​ປາ​ເລ​ສຕິນກັບ​ອິສລາ​ແອນ​ແມ່ນ​ບັນຫາ​ຂໍ​ກະ​ແຈ​ທີ່​ຕັດສິນ​ສະຖານະ​ການ​ຂອງ​ໂລກ​ໃນ​ປີໜ້າ​ວ່າຈະ​ດີ​ຂຶ້ນ​ຫຼື​ບໍ່. ຖ້າ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ເດືອນ​ມັງກອນ​ປີໜ້າ​ແລ້ວ, ອີຣັກກໍ​ຈະ​ມີ​ຫວັງ​ປະກົດ​ມີ​ລັດຖະບານ​ຊອບກົດໝາຍທີ່​ເລືອ​ກຕັ້ງ​ຈາກ​ປະຊາຊົນ​. ນອກ​ນີ້, ຖ້າສອງ​ຝ່າຍ​ປາ​ເລ​ສຕິນກັບ​ອິສລາ​ແອນ​ສາມາດ​ບັນລຸຄວາມປອງ​ດອງ​ກັນ, ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ກໍ​ຈະ​ມີ​ການ​ປ່ຽນ​ແປງ​ໃຫ້​ດີ​ຂຶ້ນ​ໃນ​ດ້ານ​ກວມ​ລວມ.

​ເມື່ອ​​ເວົ້າ​​ເຖິງ​ສະຖານະ​ການ​ເສດຖະກິດ​ການ​ເມືອງ​ຂອງ​ພາກ​ພື້ນ​ອາຊີ​ອາຄະ​ເນ​, ທ່ານ​ລີກ​ວນຢູ​ເວົ້າ​ວ່າ, ຄຽງ​ຄູ່​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ຈັດ​ຂຶ້ນ​ຢ່າງ​ສະດວກ, ລັດຖະບານ​ຂອງ​ສອງ​ປະ​ເທດ​ກໍ່​ຈະ​ເພີ່ມ​ທະວີ​ແລະ​ສົ່ງ​ເສີມ​ນະ​ໂຍບາຍ​ທີ່​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.