ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-21 15:41:39    
ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິສລາ​ແອນ​ເປັນ​ເງົາ​ມືດ​ປົກ​ຄຸມ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕິນ

cri

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ໃນຫຼາຍມື້ຕິດໆກັນ
ມານີ້, ກອງທະຫານອິສລາແອນກັບຜູ່ປະກອບອາວຸດປາເລັສຕິນໄດ້ປະທະກັນດ້ວຍກຳ
ລັງອາວຸດຢ່າງຕໍ່ເນື່ອງຢູ່ພາກໃຕ້ແຖບກາຊາ, ຄວາມເຫັນຂັດກັນລະຫວ່າງຜູ່ນຳປາເລັສ
ຕິນອິສລາແອນໃນບັນຫາກົກຮາກບາງອັນໄດ້ຖືກເປີດເຜີຍອອກມາອີກ,ທັງນີ້ບໍ່ພຽງແຕ່
ໄດ້ເຮັດໃຫ້ສະຖານະພາບທີ່ເຫັນໄປໃນແງ່ດີຂອງສະຖານະການປາເລັສຕິນອິສລາແອນ
ທີ່ປະກົດຂຶ້ນໃນໄລຍະມໍ່ໆນີ້ຖືກໂຈມຕີທໍ່ນັ້ນ,ກໍເປັນເງົາມືດປົກຄຸມການເລືອກຕັ້ງປະທານ
ອົງການອຳນາດແຫ່ງຊາດປາເລັສຕິນທີ່ຈະຈັດຂຶ້ນໃນໄວໆນີ້.

ເພື່ອແກ້ແຄ້ນການເຄື່ອນໄຫວຫຼອນໂຈມຕີຂອງຜູ່ປະກອບອາວຸດປາເລັສຕິນ, ແຕ່ວັນທີ
16 ທັນວາເປັນຕົ້ນມາ, ກອງທະຫານອິສລາແອນໄດ້ດຳເນີນການເຄື່ອນໄຫວທາງການ
ທະຫານທີ່ໃຫ້ຊື່ວ່າ "ກັບມືຊີກຂາສີໝາກກ້ຽງ" ຢູ່ພາກໃຕ້ແຖບກາຊາ. ໃນໄລຍະດຳ​ເນີນການເຄື່ອນໄຫວທາງການທະຫານເປັນເວລາ 2 ມື້ນັ້ນ, ກອງທະຫານອິສລາແອນ
ໄດ້ຍິງຊາວປາເລັສຕິນຕາຍ 11ຄົນເປັນຢ່າງໜ້ອຍ, ໄດ້ທຳລາຍເຮືອນຢູ່39ຫຼັງ. ຝ່າຍ
ທະຫານອິສລາແອນກ່າວວ່າ, ກອງທະຫານອິສລາແອນດຳເນີນການເຄື່ອນໄຫວທາງ
ການທະຫານເທື່ອນີ້ ແມ່ນເພື່ອສະກັດກັ້ນຜູ່​ປະກອບ​ອາວຸດປາ​ເລັສຕິນສືບຕໍ່​ຫຼອນໂຈມ​ຕີ​ເປົ້າໝາຍ​ຂອງ​ອິສລາ​ແອນ. ກອງ​ທະຫານ​ອິສລາ​ແອນ​ຍັງ​ກ່າວ​ເຕືອນ​ວ່າ, ຖ້າຫາກ​ຜູ່​ປະກອບ​ອາວຸດ​​ປາ​ເລັສຕິນສືບຕໍ່ຫຼອນ​ໂຈມ​ຕີ​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວ​ແລ້ວ, ກອງ​ທະຫານ​ອິສລາ​ແອນ​ອາດ​ຈະ​​ເປີດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ມີ​ຂະໜາດ​ໃຫຍ່​ກວ່ານີ້​ອີກ.

ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກ່າວ​ປະນາມການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ກອງ​ທະຫານ​ອິສລາ​ແອນ​​ ​ໂດຍ​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະຫານ​ອິສລາ​ແອນ​ໄດ້ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຕໍ່​ການ​ກະກຽມ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ. ຖ້າ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕິນຈຳ​ເປັນ​​ເລື່ອນ​ເວລາ​ຍ້ອນ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະຫານ​ອິສລາ​ແອນ​ແລ້ວ, ລັດຖະບານ​ອິສລາ​ແອນ​ຄວນ​ຫາບ​ແບກຄວາມ​ຮັບຜິດຊອບທັງ​ໝົດ. ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ອັນ​ໝັ້ນທ່ຽງ​ໃຫ້ການ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຢ່າງ​ສະດວກ, ປະຈຸ​ບັນ ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນພວມ​ຕັ້ງໜ້າເຈລະຈາ​ກັບບັນດາ​ຝ່າຍ​ປະກອບ​ອາວຸດ​ຂອງ​ປາ​ເລັສຕິນ, ຊຸກ​ຍູ້​ໃຫ້​ພວກ​ເຂົາ​ເຈົ້າ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນຍາຢຸດ​ຍິງກັບ​ອິສລາ​ແອນ. ການທີ່​ກອງ​ທະຫານ​ອິສລາ​ແອນ​ກັບ​ຜູ່​ປະກອບ​ອາວຸດ​ປາ​ເລັສຕິນ​ເກີດ​ການ​ປະ​ທະ​ກັນດ້ວ​ຍ​ກຳ​ລັງ​ອາວຸດ​ອີກຢູ່​ພາກ​ໃຕ້​ແຖບ​ກາ​ຊານັ້ນ, ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ໄດ້​​ເປັ​ນສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ກັບ​ຄວາມ​ພະຍາຍາມ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ເພື່ອ​ຢຸດ​ຍິງ.

ນອກ​ນັ້ນ ຫວ່າງ​ມໍ່ໆ​ນີ້ ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິສລາ​ແອນ​ໄດ້​ສະ​ແດງ​ທ່າ​ທີ​ອັນ​ແຂງ​ແຮງ​ໃນ​ແຜນການ​ສ້າງຕັ້ງປະ​ເທດ​ປາ​ເລັສຕິນ, ອັນ​ໄດ້​ເຮັດ​ໃຫ້​ພາຍ​ໃນ​ປາ​ເລັສຕິນມີ​ປະຕິກິລິຍາ​ຢ່າງ​ຮຸນ​ແຮງ, ​ເຮັດ​ໃຫ້​ສຽງ​ຄັດຄ້ານ​ການ​ປະລະ​ການ​ຕໍ່​ສູ້​ດ້ວຍ​ກຳລັງ​ອາວຸດ​ນັ້ນ​ໄດ້​ດັງ​ແຮງຂຶ້ນຢູ່ພາຍ​ໃນ​ປາ​ເລັສຕິນ. ວັນ​ທີ 16 ທັນວາ, ​ໃນ​ງານ​ສຳ​ມະ​ນາ​ວິຊາ​ການ​ກ່ຽວ​ກັບ​ບັນຫາ​ການ​ຕ່າງປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ອິສລາ​ແອນ, ທ່າ​ນຊາ​ລົງ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ, ​ເພື່ອ​ບັນລຸ​ສັນຕິພາບ​ໃນ​ພາກ​ພື້ນ, ອິສລາ​ແອນ​ຕ້ອງ​ປະຕິບັດ​ແຜນການ​ການ​ເຄື່ອນ​ໄຫວແຕ່​ຝ່າຍ​ດຽວ, ຖອນ​ທະຫານ​ອອກ​ຈາກ​ແຖບ​ກາຊາ​ຢ່າງຮອບດ້ານ. ​ແຕ່​ໃນ​ຂະນະ​ດຽວ​ກັນ, ທ່ານ​ປະຕິ​ເສດຮັບຮອງ​ສິດ​ກັບ​ຄືນ​ບ້ານ​ເກີດ​ຂອງ​ຊາວ​ອົບ​ພະຍົບປາ​ເລັສຕິນ, ​ແລະກໍ່​ບໍ່​ເຫັນ​ດີ​ຖອນ​ທະຫານ​ອິສລາ​ແອນ​ກັບ​ຄືນ​ຮອດ​ເສັ້ນຊາຍ​ແດນ​ກ່ອນ​ເກີດ​ສົງ​ຄາມ​ຕາ​ເວັນ​ອອກ​ກາງຄັ້ງທີ​ສາມ​ເມື່ອ​ປີ 1967, ​ແລະ​ກ່າວ​ວ່າ​ໃນ​ບັນຫາ​ເຫຼົ່ານີ້, ອາ​ເມ​ລິ​ກາ​ແລະ​ອິສລາ​ແອນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ແລ້ວ. ຄຳ​ປາ​ໄສ​ຂອງ​ທ່ານ​ຊາ​ລົງ​ຖືກ​ຝ່າຍ​ປາ​ເລັສຕິນຄັດຄ້ານ. ທ່ານ​ອາບັສ ປະທານບໍລິຫານ​ງານ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນກ່າວ​ວ່າ, ທ່ານ​ຊາ​ລົງ​ໄດ້​ເອົາ​ໂຄງຄວາມ​ຄິດ​ກ່ຽວ​ກັບ​ຖານະ​ສຸດ​ທ້າຍ​ຂອງ​ປາ​ເລັສຕິນຂຶນ​ເຕັງ​ໃສ່​ປະຊາຊົນ​ປາ​ເລັສຕິນ, ນີ້​ແມ່ນ​ຮັບ​ເອົາ​ບໍ່​ໄດ້. ທ່ານ​ເອ​ເລ​ຄັດ ຫົວໜ້າ​ຜູ່​ແທນ​ເຈລະຈາ​ປາ​ເລັສຕິນກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຊາ​ລົງ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ຂາດ​ຄວາມ​ຈິງ​ໃຈຕໍ່​ສັນຕິພາບ. ຫາງ​ສຽງ​ຂອງ​ປາ​ເລັສຕິນ​ເຫັນ​ວ່າ, ​ໃຕ້​ສະພາບ​ທີ່​ອິສລາ​ແອນ​ຢູ່​ຖານະ​ທ່າ​ແຮງ​ເດັດຖານ, ​ໃນ​ສະ​ເພາະ​ໜ້ານີ້ ຖ້າ​ຊັ້ນນຳ​ໃໝ່​ຂອງ​ປາ​ເລັສຕິນ​ປະ​ລະ​ການ​ຕໍ່​ສູ້​ດ້ວຍ​ກຳລັງ​ອາວຸດ​ກັບ​ອິສລາ​ແອນ​ຢ່າງ​ເຖິງ​ຖອງ​​ແລ້ວ, ຈະ​ເປັນ​ຄວາມ​ຜິດ​ພາດ​ອັນ​ໜັກໜ່ວງ, ປາ​ເລັສຕິນຄວນ​ຍຶດໝັ້ນ​ຍຸດ​ໂທ​ບາຍ​ທີ່​ເອົາການ​ຕໍ່​ສູ້​ດ້ວຍ​ກຳ​ລັງ​ອາ​ວຸດ​ກັບ​ການ​ເຈລະຈາ​ສັນຕິພາບ​ດຳ​ເນີນ​ໄປ​ພ້ອມ​ກັນ.

ຫາງ​ສຽງ​ເຫັນ​ວ່າ, ​ໃຕ້​ສະພາບ​ທີ່​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕິນມໍ່​ເຂົ້າມາຊັ​ກ​ໃຊ້​ນັ້ນ, ການ​ປະ​ທະ​ກັນ​ດ້ວຍ​ກຳລັງອາວຸດ​ຢ່າງ​ຕໍ່ເນື່ອງບໍ່ພ​ຽງ​ແຕ່ຈະກະທົບກະ​ເທືອ​ນ​ເຖິງ​ສະຖຽນ​ລະ​ພາບ​ປາ​ເລັສຕິນຢ່າງ​ໜັກໜ່ວງ​ ກໍ່​ອຸປະສັກຂັດຂວາງການ​ເລື​ອກຕັ້ງທົ່ວ​ໄປ​ຢ່າງ​ສະ​ດວກ​ທໍ່​ນັ້ນ, ຍັງ​ອາດ​ຈະ​ພາ​​ໃຫ້ອາລົມ​ຕ້ານ​ອິສລາ​ແອນ​ຂອງ​ປະຊາຊົນປາ​ເລັສ​ຕິນ​ສູງ​ຂຶ້ນ​ອີກ​ດ້ວຍ, ​ເຮັດ​ໃຫ້​ອັດຕາ​ສະໜັບສະໜູນ​ທ່ານ​ອາບັສຖືກ​ກະທົບ, ​ແລະ​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງເພື່ອຟື້ນ​ຟູ​ຂະ​ບວນວິວັດ​ສັນຕິພາບ​ປາ​ເລັສຕິ​ນ​ອິສລາ​ແອນຄືນ​ໃໝ່ນັ້ນປະສົບ​ຄວາມ​ຫຍຸ້ງ​ຍາກຫຼາຍຍິ່ງ​ຂຶ້ນ.