ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 11:28:15    
ທຳ​ນຽບ​ຂາວ​ກ່າວ​ວ່າ​ເຫດ​ການ​ຖານ​ທັບ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ຖືກ​ຫລອນ​ໂຈມ​ຕີ​ຈະ​ບໍ່​ກະ​ທົບ​ເຖິງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ໃນ​ປີ​ຫນ້າ(ພາບ)

cri Author: sayvanny

ຕາມ​ຂ່າວ CRI: ວັນ​ທີ 21 ທັນວາ ທ່ານ​ເມັກ​ເລ​ລັນ ​ໂຄ​ສົກ​ທຳ​ນຽບ​ຂາວ ອາ​ເມ​ລິ​ກາ​ໄດ້​ໃຫ້​ສຳ​ພາດ​ກ່ຽວ​ກັບ​ຖານ​ທັບ​ອາ​ເມ​ລິ​ກາ​ປະຈຳ​ໂມ​ຊູ​ອີ​ຣັກ​ຖືກ​ຫລອນ​ໂຈມ​ຕີ​ໃນ​ມື້​ດຽວ​ກັນ,ທ່ານ​ເວົ້າ​ວ່າ, ​ເຫດ​ການ​ດັ່ງ​ກາວ​ຈະ​ບໍ່​ກະ​ທົບ​ເຖິງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີ​ຣັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງ​ກອນ​ປີຫນ້າ.



(ທ່ານບຸສກ່າວປະນາມເຫດການຫລອນໂຈມຕີຖານທັບອາເມລິກາ
ປະຈຳອີຣັກ)


ມື້ດຽວ​ກັນ,ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ຄຳປາ​ໃສ​,ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ່​ປະ​ກອບ​ອາ​ວຸດ​ອີ​ຣັກ​ຫລອນ​ໂຈມ​ຕີ​ຖານ​ທັບ​ອາ​ເມ​ລິ​ກາ​​ແລະ​ສະ​ແດງ​ຄວາມ​​ເສົ້າ​ສະ​ຫລົດ​ໃຈ​ຕໍ່​ດວງ​ວິນ​ຍານ​ຕໍ່​ຜູ່​ປະສົບ​ເຄາະ​ຮ້າຍ​ໃນ​ການ​ຫລອນ​ໂຈມ​ຕີ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ຖານ​ທັບ​ອາ​ເມ​ລິ​ກາ​ປະຈຳ​ເມືອງ​ໂມ​ຊູ ຕົວ​ເມືອງ​ພາກ​ເຫນືອ​ຂອງ​ອີ​ຣັກ​ຖືກ​ຫລອນ​ໂຈມ​ຕີ,​ເຮັດ​ໃຫ້​ຢ່າງ​ຫນ້ອຍ 22 ຄົນ​ຕາຍ,​ໃນ​ນັ້ນມີ 19 ຄົນ​ແມ່ນ​ທະ​ຫານ​ອາ​ເມ​ລິ​ກາ.ນອກ​ນີ້ ຍັງ​ມີ 50 ກວ່າ​ຄົນ​ບາດ​ເຈັບ.ພາຍ​ຫລັງ​ເກີດ​ເຫດ​ການ​ນີ້​ແລ້ວ, ກອງ​ທະ​ຫານ​ອານ​ຊາ.ອານ​ຊຸນ​ນາ ​ເຊິ່ງ​ເປັນ​ກອງ​ປະກອບ​ອາວຸດ​ອີ​ຣັກ​ທີ່​ມີ​ການ​ພົວ​ພັນ​ກັບ​ອົງການ​ອານ​ເຄດາ​ໄດ້​ປະກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ.