ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 14:33:13    
ຊີ້ນ​ປີ້ງ​ທີ່​ຄົນ​ທັງຫຼາຍ​ມັກ​ກິນ ​ໂດຍ​ສະ​ເພາະ​ແມ່ນ​ຊີ້ນ​ລົນ​ຄວັນ​ໄຟ​ແລະ​ປີ້ງ​ຈົນ​ໄຫມ້

cri

​ຫວ່າງ​ມໍ່ໆ​ນີ້,ສະ​ຖາ​ບັນ​ຄົ້ນຄວ້າ​ມະ​ເຣັງຂອງ​ອາ​ເມ​ລິ​ກາ​ໄດ້​ປະກາດ​ບົດ​ຄວາມ​ຊີ້​ອອກ​ວ່າ,ຊີ້ນ​ປີ້ງ​ທີ່​ຄົນ​ທັງຫຼາຍ​ມັກ​ກິນ ​ໂດຍ​ສະ​ເພາະ​ແມ່ນ​ຊີ້ນ​ລົນ​ຄວັນ​ໄຟ​ແລະ​ປີ້ງ​ຈົນ​ໄຫມ້​ນັ້ນ​ກິນ​ຫຼາຍ​ຈະ​​ເຮັດ​ໃຫ້​ຄົນ​ເປັນ​ມະ​ເຣັງກະ​ເພາະ​ແລະ​ມະ​ເຣັງຫຼອດ​ອາຫານ​ງ່າຍ​ທີ່​ສຸດ.


ການ​ຄົ້ນຄວ້າ​ໄດ້​ປະກົດ​ເຫັນ​ວ່າ,ຊີ້ນ​ປະ​ເພດ​ທີ່​ລົນ​ຄວັນ​ໄຟ​ແລະ​ປີ້ງ​ຈົນ​ໄຫມ້ນັ້ນ​ຕົ້ນຕໍ​ມີ​ວັດຖຸ​ທາດ​ເບື່ອ​ສອງ​ຢ່າງ​ທີ່​ພາ​ໃຫ້​ເປ​ັນມະ​ເຣັງ,ນ້ຳມັນ​ທີ່​ຍ້ອຍ​ອອກ​ໃນ​ເວລາ​ປີ້​ງຊີ້ນ​ເມື່ອ​ຢອດ​ລົງ​ໃສ່​ຖ່ານ​ໄຫມ້​ເປ​ັນ​ຄວັນ,ມັນ​ກໍ​ຈະ​ເກີດ​ວັດຖຸ​ທາດ​ເບື່ອ​ດ່ັງກ່າວ​ຢ່າງ​ຫຼວງ​ຫຼາຍ,ວັດຖຸ​ເຫຼ່ົາ​ນີ້​ປົນ​ຢູ່​ໃນ​ຄວັນ​ໄຟ​ແລ້ວ​ປິວ​ໄປ​ຕິດ​ໃສ່​ຊັ້ນ​ນອກ​ຂອງ​ຊີ້ນ​ປີ້ງ,ສະ​ນັ້ນ,ຜູ່​ຊ່ຽວຊານ​ສະ​ເຫ​ນີວ່າ,ພະຍາຍາມ​ຢ່າ​ກິນ​ຊີ້ນ​ປີ້ງ,ຊີ້ນ​ທີ່​ປີ້ງ​ກິນ​ນັ້ນ​ດີ​ທີ່​ສຸດ​ແມ່ນ​ໃຫ້​ເລືອກ​​ເອົາ​ຊີ້ນ​ບໍ່​ມັນ,ຄັນ​ແມ່ນ​ຊີ້ນ​ເປັດ​ຊີ້ນ​ໄກ​ກໍ​ໃຫ້​ລອກ​ຫນັງອອກ​ກ່ອນຫຼື​ກິນ​ປີ້ງ​ປາ​ຈະ​ດີກ​ວ່າ​ກິນ​ຊີ້ນ​ໄຫມ້​ເດັດຂາດ.


ຫມາກ​ໄມ້​ສົດ​ຊ່ອຍ​ໃຫ້​ເດັກ​ນ້ອຍ​ຈະ​ເລີ​ນ​ເຕີບ​ໂຕ​ໃນ​ດ້ານ​ປອດ.ຫວ່າງ​ມໍ່ໆ​ນີ້,ທ່ານ​ເຄິກ ສາ​ສະ​ດາ​ຈານ​ຂອງ​ມະຫາວິທະຍາ​ໄລ​ແພດສາດ​ຂອງ​ໂຮງຫມໍ​ແຊີ​ນ ຈອດ​ຈ໌ທີ່​ລອນ​ດອນ​ປະກົດ​ເຫັນ​ວ່າ,ຖ້າ​ໃຫ້​ເດັກນ້ອຍ​ກິນ​ຫມາກ​ໄມ້​ທຸກ​ມື້​ສະມັດຖະພາບ​ປອດ​ຂອງ​ເດັກ​ກໍ​ຈະ​ແຂງ​ແຮງ​ຂຶ້ນ.


ກ່ອນ​ນີ້,ທ່ານ​ເຄິກກໍ່​ໄດ້​ທຳ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ຜູ່​ໃຫຍ່,ຜົນ​ການ​ຄົ້ນຄວ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​ໃຫຍ່​ກິນ​ຫມາກ​ໄມ້​ເລື້ອຍໆ​ກໍ​ສາມາດ​ເພ່ີມ​ສະມັດຖະພາບ​ຂອງ​ປອດ​ຄື​ກັນ.ຜູ່​ຍິງ​ອອກກຳລັງ​ກາຍ​ເລື້ອຍໆ​ສາມາດ​ປ້ອງ​ກັນ​ການ​ເປັນ​ມະ​ເຣັງລຳ​ໃສ້


ຫວ່າງ​ມໍ່​ໆ​ນີ້,ທ່ານ​ນາງ​ມາ​ຕິນ​ເນສ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ແພດສາດ​ສາທາລະນະ​ສຸກ​ຮາ​ເວີ​ແຫ່ງ​ອາ​ເມ​ລິ​ກາ​ໄດ້​ປະກາດ​ບົດ​ລາຍ​ງານ​ຄົ້ນຄວ້າ​ໂດຍ​ຊີ້​ອອກ​ວ່າ,ການ​ອອກກຳລັງ​ກາຍ​ສາມາດ​ເຮັດ​ໃຫ້​ຜູ່​ຍິງ​ທີ່​ເປັນ​ມະ​ເຣັງລຳ​ໃສ້​ຫນ້ອຍ​ລົງ.


ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ມື້​ຫນ່ຶງ​ຍ່າງ​ຫຼິ້ນ​ຊ່ົວ​ໂມງ​ຫນ່ຶງ​ກໍ​ຈະ​ສາມາດ​ເຮັດ​ໃຫ້​ອັດຕາ​ເປັນ​ພະຍາດ​ມະ​ເຣັງລຳ​​ໃສ​້ລົງ 50%,​ແຕ່​ປີ 1976 ​ເປັນ​ຕົ້ນ​ມາ,ທ່ານ​ນາງ​ມາ​ຕິນ​ເນສ​ແລະ​ເພື່ອນ​ຮ່ວມ​ງານ​ຂອງ​ນາງ​ໄດ້​ຄົ້ນຄວ້າ​ຄົນ​ເຈັບ​ເພດ​ຍິງ 1 ​ແສນ 2 ຫມື່ນ​ຄົນ,​ແພດ​ທັງຫຼາຍ​ປະກົດ​ເຫັນ​ວ່າ​ຜູ່​ຍິງ​ອ້ວນ​ພີມີ​ອັດຕາ​ເປັນ​ພະຍາດ​ມະ​ເຣັງລຳ​ໄສ້​ສູງ​ກວ່າ​ຜູ່​ຍິງ​ທຳ​ມະ​ດາ​ຫນ່ຶງ​ເທ່ົາ,ທ່ານ​ນາງ​ມາ​ຕິນ​ເນສສະ​ເຫນີວ່າ,​ແມ່ຍິງ​ຕ້ອງ​ອອກກຳລັງ​ກາຍ​ຫຼື​ຫຼິ້ນ​ກິລາ​ຢ່າງ​ຫນ້ອຍ​ມື້ລະ​ເຄ່ິງຊ່ົວ​ໂມງ.


​ໃຊ້​ຫູ​ສະ​ເຕລີ​ໂອ​ຟັງ​ດົນຕີ​ຈະ​ເປັນ​ໂທດ​ຕໍ່​ສະມັດຖະພາບ​ໃນ​ການ​ຟັງ.ຫວ່າງ​ມໍ່ໆ​ນີ້,
ວາລະສານ​ນັກວິທະຍາສາດ​ໃຫມ່ຂອງ​ເຢຍລະ​ມັນ​ໄດ້​ພິມ​ບົດ​ລາຍ​ງານ​ຂອງ​ນັກ​ຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລ​ຮາ​ຍອິນລິ​ສ ຮາ​ຍ​ເນຍ ບົດ​ລາຍ​ງານຂຽນ​ວ່າ,ການ​ໃຊ້​ຫູ​ຟັງ​ດົນຕີ​ສະ​ເຕລີ​ໂອ​ຈະ​ພາ​ໃຫ້​ເສຍ​ຫູ​ຢ່າງ​ແຮງ.ບົດ​ລາຍ​ງານ​ຂຽນ​ວ່າ,​ໃນ​ຫມູ່​ຊາວ​ຫນຸ່ມ​ອາຍຸ 18 ປີ​ຂອງ​ເຢຍລະ​ມັນ,ມີ 10% ​ເສຍ​ຫູ​ຍ້ອນ​ໃຊ້​ຫູ​ສະ​ເຕລີ​ໂອ​ຟັງ​ດົນ​ຕີ​​ເລື້ອຍໆ,​ໃນ​ເວລາ​ໂອ້​ລົມ​ກັນ​ໃນ​ຍາມ​ປົກກະຕິ,ພວກ​ເຂົາ​ເຈົ້າ​ມັກ​ບໍ່​ໄດ້​ຍິນ​ຄັກ​ວ່າ​ຫມູ່​ເວົ້າ​ຫຍັງ.


ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,ຜູ່​ທີ່​ມັກ​ໃສ່​ຫູ​ຟັງ​ແລະ​ເຕັ້ນ​ດິສ​ໂກ​ນັ້ນ,ສະມັດຖະພາບ​ໃນ​ການ​ຟັງ​ຖືກ​ທຳລາຍ​ເຖິງ 10 ​ເດ​ຊີ​ແບນ,ຫຼາ​ຍຄົນ​ໃນ​ຫມູ່​ເຂົາ​ເຈົ້າ​ບໍ່​ສາມາດ​ຈຳ​ແນ​ກການ​ອອກສຽງ​ຂອງ​ອັກສອນ​ຕົວ​ແອັສ​ແລະ​ຕົວ​ແອັຟ.ປະຈຸ​ບັນ,ນັກວິຊາ.ການ​ຄົ້ນຄວ້າ​ພວມ​ຄົ້ນຄວ້າ​ເຮັດ​ວັກ​ຊິນ​ຊະນິດ​ຫນ່ຶງ​ສາມາດ​ຟື້ນ​ຟູ​ສະມັດຖະພາບໃນ​ການ​ຟັງ​ຂອງ​ຫູ.