ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 20:55:55    
ທ່ານ​ອາບັສຫວັງ​ວ່າພາຍຫຼັງ​ການ​ເລືອກ​ຕັ້ງ​ແລ້ວຈົ່ງ​ຈັດການ​ຫາລື​ກ່ຽວ​ກັບ​ການ​ປະຕິບັດແຜນການ​ການ​ເຄື່ອ​ນ​ໄຫວ​ແຕ່​ຝ່າຍ​ດຽວ​ກັບ​ອິສລາ​ແອນ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ22​ທັນວາ, ຢູ່​ທີ່​ລາມາ​ລາ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ອາບັສ ປະທານ​ຄະນະ​ບໍລິຫານ​ງານ​ຂອງ​ອົງການ​ປົດ​ປ່ອຍ​ປາ​ເລ​ສຕິນກ່າວ​ວ່າ, ທ່ານ​ຫວັງ​ວ່າພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລ​ສຕິນ​ໃນ​ເດືອນ​ມັງກອນ​ປີໜ້າ​ສິ້ນ​ສຸດ​ລົງແລ້ວ, ຈະ​ຈັດການ​ຫາລື​ກັບ​ອິສລາ​ແອນ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ເຂົາ.

ພາຍຫຼັງ​ສິ້ນ​ສຸດ​ການ​ເຈລະຈາ​ກັບ​ທ່ານ​ຟີ​ນີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ​ທີ່​ໄປ​ຢາມ​ແລ້ວ, ທ່ານ​ອາບັສ​ເວົ້າ​ວ່າ, ປະຈຸ​ບັນ, ສອງ​ຝ່າຍ​ປາ​ເລ​ສຕິ​ນອິສລາ​ແອນ​ຍັງ​ບໍ່​ທັນ​ໄດ້​ດຳ​ເນີນ​ການ​ພົບ​ປະ​ຫຼື​ຫາລື​ໃດໆ​ກ່ຽວ​ກັບ​ແຜນການ​ດັ່ງກ່າວ, ​ແຕ່​ປະຊາ​ຄົມ​ໂລກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຝ່າຍ​ປາ​ເລ​ສຕິ​ນວ່າ, ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ອິສລາ​ແອນ​ຈະ​ຖືກ​ຈັດ​​ເຂົ້າ​​ໃນແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.