ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-22 21:31:09    
ທ່ານ​ແບຼກ່າວ​ວ່າ​ສະໜັບສະໜູນ​ແຜນການ​ການ​ເຄື່ອ​ນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ອິສລາ​ແອນ

cri Author: mengmeng
ຕາມ​ຂ່າວCRI, ວັນ​ທີ22​ທັນວາ, ທ່ານ​ແບຼ ນາຍົກລັດຖະມົນຕີອັງກິດ​ທີ່​ໄປ​ຢ້ຽມຢາມ​ອິສລາ​ແອນ​​ກ່າວ​ວ່າ, ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ອິສລາ​ແອນ​ໄດ້​ອຳນວຍ​ໂອກາດ​ສຳຄັນ​ໃຫ້​ແກ່ການ​ເລີ່​ມ​ແຜນການ​ເສັ້ນທາງ​ສັນຕິພາບຕາ​ເວັນ​ອອກ​ກາງຄືນ​ໃໝ່, ອັງກິດ​ສະໜັບສະໜູນ​ແຜນການ​ດັ່ງກ່າວ.

ທ່ານ​ແບຼ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ເຈລະຈາ​ກັບ​ທ່ານ​ຊາ​ລົງ​ ນາຍົກລັດຖະມົນຕີອິສລາ​ແອນ. ທ່ານ​ແບຼ​ເວົ້າ​ວ່າ, ອັງກິດ​ມີ​ແຜນ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ປາ​ເລ​ສຕິນກັບ​ອິສລາ​ແອນ​ຢູ່​ລອນ​ດອນ​ໃນ​ເດືອນ​ກຸມພາ​ປີໜ້າ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການຈັດ​ເອົາ​ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ເຂົ້າ​ໃນ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ທ່ານ​ຊາ​ລົງ​ກ່າວ​ວ່າ, ປາ​ເລ​ສຕິນ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ຢ່າງ​ແທ້​ຈິງ​ແມ່ນ​ປະຖົມ​ປັດ​ໄຈ​ໃນ​ການ​ປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕ​າ​ເວັນ​ອອກ​ກາງ.