ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-23 14:50:04    
ເອ​ກະ​ສານ​ຫລ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຂອບ​ເຂດ​ທະ​ຫານ​ອາ​ເມ​ລິ​ກາ​ທໍ​ລະ​ມານ​ສະ​ເລີຍ​ເສິກ​ກວ້າງ​ຂວາງ​ກວ່າ​ເກົ່າ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:​ຫນັງ​ສື​ພິມ​ວໍ​ຊິງ​ຕັນ​ໂພສ໌ອາ​ເມ​ລິ​ກາ​ສະ​ບັບ​ວັນ​ທີ 22 ​ແຈ້ງວ່າ, ​ເອ​ກະ​ສານ​ທີ່​ປະ​ກາດ​ໃຫມ່​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຫດ​ການ​ທະ​ຫານ​ອາ​ເມ​ລິ​ກາ​ທໍ​ລະ​ມານ​ສະ​ເລີຍ​ເສິກ​ຈະ​ກວ້າງ​ຂວາງ​ກວ່າ​ຂອບ​ເຂດ​ເຜີຍ​ແບ​ອອກ​ໃນ​ແຕ່​ກ່ອນ.

ຂ່າວ​ແຈ້ງ​ວ່າ,​ເອ​ກະ​ສານ​ທີ່​ໄດ້​ຈາກ 5 ພະ​ແນກ​ຄື ກອງ​ບັນ​ຊາ​ການ​ສຳ​ຫລວດ​ການ​ຕ້ອງ​ໂທດ​ຂອງ​ກອງ​ທັບ​ບົກ​ໄດ້​ບັນ​ລະ​ຍາຍ​ລະ​ອຽດກ່ຽວ​ກັບ​ຜູ່​ສຳ​ຫລວດ​ການ​ຕ້ອງ​ໂທດ​ຂອງ​ກອງ​ທັບ​ບົກ​ສຳ​ຫລວດ​ເຫດ​ການ​ທ​ຫານ​ອາ​ເມ​ລິ​ກາ​ທໍ​ລະ​ມານ​ສະ​ເລີຍ​ເສິກ​ອີ​ຣັກ,​ໄດ້​ກ່າວ​ເຖິງ​ສະ​ພາບ​ທະ​ຫານ​ອາ​ເມ​ລິ​ກາທໍ​ລະ​ມານ​ສະ​ເລີຍ​ເສິກ​​ໃນ​ຄຸກ​ຖານ​ທັບ​ເຮືອ​ອາ​ເມ​ລິ​ກາ​ປະຈຳ​ກວນ​ຕານາ​ໂມ ອີ​ຣັກ​ແລະ​ອາຟ​ກາ​ນີ​ສະ​ຖານ.ຜູ່​ເຂົ້າ​ຮ່ວມ​ການ​ທໍ​ລະ​ມານ​ສະ​ເລີຍ​ເສິກ​ບໍ່​ພຽງ​ແຕ່​ມີ​ທະ​ຫານ​ທຳ​ມະ​ດາ​ທໍ່​ນັ້ນ, ຍັງ​ມີ​ທະຫານ​ພິ​ເສດ​ອີກ​ດ້ວຍ.

​ໃນ​ຄະດີ​ທີ່​ຖືກ​ເຜີຍ​ແບ​ຢ່າງ​ຫລວງ​ຫລາຍ​ນັ້ນ, ຜູ່​ບັນຊາ​ການ​ກອງ​ທັບ​ບົກ​ໄດ້​ໃຊ້​ມາດ​ຕະ​ການ​ບໍ່​ແມ່ນ​ທາງ​ອາດ​ຍາ​ຕໍ່​ທະ​ຫານ​ທີ່​ເຂົ້າ​ຮ່ວມ​ເຫດ​ການ​ທໍ​ລະ ມານ​ສະ​ເລີຍ​ເສິກ.ບົດ​ສຳ​ຫລວດ​ສ່ວນ​ຫລາຍ​ມີ​ຂໍ້​ບົກ​ຜ່ອງ​ຢ່າງ​ຫລວງ​ຫລາຍ​ຈົນ​ເຮັດ​ໃຫ້​ຝ່າຍ​ກ່າວ​ຫາ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ. ອົງ​ການ​ສິດ​ທິ​ມະນຸດ​ສ່ວນ​ຫນຶ່ງ​ເຫັນ​ວ່າ,​ເມື່ອ​ທຽບ​ກັບ​ທະ​ຫານ​ທໍ​ລະ​ມານ​ສະ​ເລີຍ​ເສິກ​ໂດຍ​ກົງ​ນັ້ນ​ແລ້ວ, ພວກ​ເຂົາ​ເຈົ້າ​ຖືກ​ລົງ​ໂທດ​ເບົາ​ໂພດ.