ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-23 16:19:00    
ບ້ານ​ຜ້າ​ໄຫມ​ຫວຽດ​ນາມ​ທີ່​ພວມ​ພັດ​ທະ​ນາ

cri Author: sayvanny
ຫວ່າງ​ກ່ອນ​ນີ້​ບໍ່​ດົນ ນາງ​ມາລີ​ຊາ.ອິຟ​ລິນ ​ແມ່​ຍິງ​ອາ​ເມ​ລິ​ກາ​ທີ່​ນຸ່ງ​ເຄື່ອງ​ຫລູ​ຫລາ​ສວຍ​ງາມ​ໄດ້​ຍ່າງ​ເຂົ້າ​ຮ້ານ​ຂາຍ​ຜ້າ​ໄຫມ​ຫລັງ​ຫນຶ່ງ​ທີ່​ບ້ານ​ຫວັນ​ຝຸກ ແຂວງ​ຫ້າ​ໄຕ່ ພາກ​ເຫນືອ​ຫວຽດ​ນາມ.​ເພິ່ນ​ຕິດ​ຕາມ​ສາມີ​ມາ​ເຮັດ​ວຽກ​ຢູ່​ຫວຽດ ນາມ​ເທື່ອ​ໃດ, ​ກໍ່​ຕ້ອງ​ໄປ​ຊື້​ຢູ່​ບ້ານ​ຫວັນ​ຝຸກ,​ເພື່ອ​ເພີ່ມ​ຕື່ມ​ໃຫ້​ຮ້ານ​ສິ່ງ​ຍອດ​ຢ້ຽມ​ບົວ​ລະ​ພາ​ຂອງ​ເພິ່ນ​ທີ່​ຕັ້ງ​ຢູ່​ລັດ​ກາລີ​ຟໍ​ເນຍ.

ບ້ານ​ຫວັນ​ຝຸກ​ມັກ​ມີ​ລູກ​ຄ້າ​ເກົ່າ​ຫລວງ​ຫລາຍ​ຄື​ນາງ​ອິຟ​ລິນ​ມາ. ຜ້າ​ໄຫມ​ທີ່​ຜະ​ລິດ​ຢູ່​ແຫ່ງ​ນີ້​ຊະ​ນິດ​ຄົບ​ຖ້ວນ, ທັງ​ລາຄາ​ຖືກ,​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຊາວ​ຕ່າງປະ​ເທດ​ຫລາຍ,​ຄົນ​ທ້ອງ​ຖີ່ນ​ນັ້ນ​ກໍ່​ມັກ​ທີ່​ສຸດ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນັກ​ຂ່າວ​ໄດ້​ໄປ​ຢາມ​ບ້ານ​ຜ້າ​ໄຫມ​ທີ່​ມີ​ຊື່​ລື​ນາມ​ນີ້.ຢູ່​ທາງ​ເຂົ້າ​ບ້ານ​,ກໍ່​ໄດ້​ເຫັນ​ປະ​ຕູ​ໂຂງ​ໃຫຍ່​ທີ່​ຕິດ​ປ້າຍ"ບ້ານ​ຜ້າ​ໄຫມ​ຫວັນ​ຝຸກ",ລູກ​ຄາ​ເປັນ​ຫມູ່​ສາມ​ຫມູ່​ສີ່​ໄດ້​ຂີ່​ລົດ​ຈັກ​ຂົນ​ເອົາ​ຜ້າ​ໄຫມ້​ເຂົ້າ​ອອກ​​ບ້ານ.ຢູ່​ສອງ​ຂ້າງ​ເສັ້ນ​ທາງ​ໃຫຍ່​ຢູ່​ໃຈ​ກາງ​ບ້ານ​ທີ່​ຍາວ 1000 ກວ່າ​ແມັດ​, ​ມີ​ຮ້ານ​ຂາຍ​ເຄື່ອງ​ນຸ່ງ 100 ກວ່າ​ຮ້ານ​​ແລະ​ຮ້ານ​ຕັດ​ຫຍັບ​ຊັ້ນ​ສູງ​ຫລາຍ​ສິບ​ຫລັງ​ຕັ້ງ​ຊ້ອງໆ​ກັນ.

ທ່ານ​ຫງຽນ​ວັນ​ຫົງ ປະ​ທານ​ສະ​ຫະ​ກອນ​ຮ່ວມ​ມື​ປັ່ນ​ທໍ​ຜ້າ​ໄຫມ​ບ້ານ​ຫວັນ​ຝຸກ​ແນະ​ນຳ​ວ່າ, ບ້ານ​ຫວັນ​ຝຸກ​ແມ່ນ​ບ້ານ​ຫັດ​ຖະ​ກຳ​ຄອບຄົວ​ດັ້ງ​ເດີມ.ທົ່ວ​ບ້ານ​ມີ 1500 ຄອບ​ຄົວ, ​ໃນ​ນັ້ນມີ​ໂຮງ​ຕ່ຳ​ຜ້າ​ໄຫມ 800 ກວ່າ​ຄອບ​ຄົວ, ລວມ​ທັງ​ຫມົດ​ມີ​ຈັກ​ຕ່ຳ​ຜ້າ 1000 ກວ່າ​ເຄື່ອງ,ບາງ​ຄອບ​ຄົວ​ມີ​ຈັກ​ຕ່ຳ​ຜ້າ 15 ຫາ 30 ​ເຄື່ອງ.ທົ່ວ​ບ້ານ​ຕ່ຳ​ຜ້າ​ໄຫມ 2 ລ້ານ 5 ​ແສນ​ແມັດ​ຕໍ່​ປີ.ປະ​ຈຸ​ບັນ, ບ້ານ​ຫວັນ​ຝຸກ​ໄດ້​ມີ​ການ​ບໍ​ລິ​ການ​ຜະ​ລິດ​ແລະ​ຈຳ​ຫນ່າຍ​ຄົບ​ວົງ​ຈອນ. ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ,​ໃນ​ສາມ​ປີ​ທີ່​ຜ່ານ​ມາ, ປີ​ໃດ ບ້ານ​ຫວັນ​ຝຸກກໍ່​​ໄດ້ຂາຍ​ຜ້າ​ໄຫມ 2 ລ້ານ​ແມດ​ຢູ່​ຕະ​ຫລາດ​ທ້ອງ​ຖີ່ນ​ນັ້ນ.ພຽງ​​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ທົ່ວ​ບ້ານ​ກໍ່​ໄດ້​ຂາຍ​ຜ້າ​ໄຫມ 1 ລ້ານ​ແມັດ​ແລ້ວ, ຍອດ​ມູນ​ຄ່າ​ຈຳ​ຫນ່າຍ​ບັນ​ລຸ​ປະມານ 8 ​ແສນ 3 ຫມື່ນ​ໂດ​ລາ​ສະ​ຫະ​ລັດ.

ບ້ານ​ຫວັນ​ຝຸກ​ແມ່ນ​ແບບ​ຢ່າງ​ເດັ່ນ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ການ​ພັດ​ທະ​ນາ​ບ້ານ​ຫັດ​ຖະ​ກຳ​ຢູ່​ຊົນ​ນະ​ບົດໃນ​ຫລາຍ​ປີ​ມາ​ນີ້.ການ​ພັດ​ທະ​ນາ​ບ້ານ ຫັດ​ຖະ​ກຳ​ຢູ່​ຊົ​ນນ​ະບົດ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ແຜນ​ການ​ລັດ​ຖະ​ບານ​ບຳ​ບັດ​ຄວາມ​ທຸກ​ຍາກ​ແລະ​ເພີ່ມ​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ.​ໃນ​ຫລາຍ​ປີ​ມານ​ນີ້, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ໃຊ້​ນະ​ໂຍບາຍ​ບຳບັດ​ພວງ​ຫນຶ່ງ​ເຊິ່ງ​ລວມ​ທັງ​ໃຫ້​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ເປັນ​ຕົ້ນ, ອັນ​ໄດ້​ເຮັດ​ໃຫ້​ຫັດຖະກຳ​ໃນ​ຊົນນະບົດ​ໄດ້​ຮັບ​ການ​ຟື້ນ​ຟູ​ແລະ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ໄດ້​ມີ​ບົດ​ບາດ​ຕັ້ງ​ຫນ້າ​ຕໍ່​ການ​ເພີ່ມ​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ.ທ່ານ​ຫງຽນ​ວັນ​ຫົງ​ເວົ້າ​ວ່າ, ລັດ​ຖະ ບານ​ໃຫ້ ການ​ສະ​ຫນັບ​ສະ​ຫນູນ​ໃນ​ດ້ານ​ໃຫ້​ເງິນ​ກູ້​ແລະ​ຊາວ​ບ້ານ​ພ້ອມ​ກັນ​ພະ​ຍາ​ຍາມ​ເຮັດ​ໃຫ້​ຜ້າ​ໄຫມ​ຂອງ​ບ້ານ​ຫວັນ​ຝຸກ​ໄດ້​ຈັ້ງ​ຕີນ​ຢູ່​ໃນ​ຕະ ຫລາດ​ທີ່​ມີ​ການ​ແກ່ງ​ແຍ່ງ​ຢ່າງ​ດຸ​ເດືອດ,​ແລະ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.ຊູ່​ມື້​ນີ້,ຊາວ​ບ້ານ​ສ່ວນ​ຫລາຍ​ໄດ້​ອາ​ໃສ​ການ​ຕ່ຳ​ຜ້າ​ໄຫມ​ແລ້ວ​ຫລຸດ​ພົ້ນ ອອກ​ຈາກ​ຄວາມ​ທຸກ​ຍາກ,​ແລະ​ສ້າງ​ຮັ່ງ​ຄຸນ​ມີ​ຂຶ້ນ.ປະຈຸ​ບັນ ​ເຄື່ອງ​ປັ່ນ​ທໍ​ຂອງ​ບ້ານ​ຫວັນ​ຝຸກ​ໄດ້​ຂາຍ​ຢູ່​ຕະ​ຫລາດ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ແລ້ວ, ​ແຕ່​ປະ​ລິ​ມານ​ສົ່ງ​ອອກ​ຍັງ​ຫນ້ອຍ, ​ພຽງ​ແຕ່​ກວມ 1/10 ​ໃນ​ຍອດ​ປະ​ລິ​ມານ​ຜະ​ລິດ​ທໍ່​ນັ້ນ.ທ່ານ​ຫງຽນ​ວັນ​ຫົງ​ເວົ້າ​ວ່າ, ຕໍ່​ໄປ​ພາຍ​ຫນ້າ, ການ​ບຸກ​ເບີກ​ຕະ​ຫລາດ​ອ່າວ​ເປີ​ເຊຍ,​​ເພີ່ມ​ທະວີ​ການສົງ​ອອກ​ແມ່ນ​ທິດ​ພະ​ຍາ ຍາມ​ຂອງ​ທົ່ວ​ບ້ານ.ສະ​ນັ້ນ,ບ້ານ​ຫວັນ​ຝຸກຈະ​ເພີ່ມ​ຄວາມ​ແຮງ​ໃນ​ດ້ານ​ເພີ່ມ​ຊະ ນິດ​ລວດ​ລາຍ​ແລະ​ຍົກ​ຄຸນນະພາບ​ຂອງ​ຜ້າ​ໄຫມ​ໃຫ້​ສູງ, ປ່ຽນ​ຖ່າຍ​ຈັກ​ຕ່ຳ​ຜ້າ,​ເພີ່ມ​ທະວີ​ການ​ອົບຮົມ​ກຳ​ມະ​ກອນ, ຍົກ​ລະດັບ​ເຕັກ​ໂນ​ໂລ​ຢີ​ຂຶ້ນ.ທົ່ວ​ບ້ານ​ຍັງ​ຈະ​ໃຊ້​ວິ​ທີ​ຕ່າງໆ​ຄື ສ້າງ​ແວບ​ໄຊ​ການ​ຄ້າ​ແລະ​ເຂົ້າຮ່ວມ​ງານ​ຕະ​ຫລາດ​ນັດ​ເປັນຕົ້ນ,​ ໂຄ​ສະ​ນາ​ສິນຄ້າ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ​ຍົກ​ຊື່ສ​ສຽງ​ຂອງ​ຜະລິດ​ຕະພັນ​ໃຫ້​ສູງ​ຂຶ້ນ, ​ແລະ​ເພີ່ມ​ໂກ​ຕາ​ຂອງ​ຕະ​ຫລາດ​ໃຫ້​ຫລາຍ.