ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-23 16:36:03    
ປາ​ເລັສຕິນຈັດການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຄັ້ງ​ທຳ​ອິດ​ໃນ​28​ປີ​ມາ​ນີ້

cri Author: q
ຕາມ​ຂ່າວCRI,ວັນ​ທີ23​ທັນວາ,ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຂອງ​ປາ​ເລັສຕິນ​ໄດ້​ເປີດ​ສາກ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ນີ້​ແມ່ນ​ປາ​ເລັສຕິນຈັດການ​ເລືອ​ກຕັ້ງ​ທ້ອງ​ຖິ່ນ​ເປັນ​ຄັ້ງ​ທຳ​ອິດ​​ໃນ​28ປີ​ມາ​ນີ້.

ການ​ເລືອກ​ຕັ້ງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ23ທັນວາ​ແມ່ນ​ການ​ເລືອກ​ຕັ້ງ​ໄລຍະ​ທີ​ໜຶ່ງ,ມີຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະມານ1​ພັນຄົນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນປະມານ300​ທີ່​ນັ່ງຂອງ​26ຄະນະ​ກຳມະການ​ທ້ອງ​ຖິ່ນຂອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.ການ​ເລືອກ​ຕັ້ງ​ຂອງ10​ຄະນະ​ກຳ​ມະ​ການ​ທ້ອງ​ຖິ່ນ​ຂອງ​​ແຖ​ບກາຊາ​ຈະ​​ເລີ່​ມຈັດ​ຂຶ້ນ​​ໃນ​​ເດືອນ​ມັງກອນ​ປີໜ້າ.

ອີງ​ຕາມ​ການຈັດ​ວາງ​ຂອງ​ພະ​ແນ​ກ​ເລືອກ​ຕັ້ງ​ຂອງ​ຝ່າຍ​ປາ​ເລັສຕິນ,ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ເທື່ອ​ນີ້​ຈະ​ແບ່ງ​ເປັນ3​ໄລຍະ,ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງຫຼາຍ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ຂອງ​26​ຄະ​ນະ​ກຳມະການ​ທ້ອງ​ຖິ່ນ​ຂອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ແຖບ​ກາຊາ,ວຽກ​ງານ​ການ​ເລືອກ​ຕັ້ງ​ທັງ​ໝົດ​ຈະ​ສິ້ນ​ສຸດ​ລົງ​ກ່ອນ​ທ້າຍ​ເດືອນ​ກັນຍາ​ປີ2005.