ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 09:02:34    
ຈີນ​ເພີ່ມ​ທະວີ​ການ​ກໍ່​ສ້າງ​ຫ້ອງ​ທົດ​ລອງ​ແຫ່ງ​ຊາດ ພະ​ຍາ​ຍາມ​ຍົກ​ລະ​ດັບ​ການ​ຄົ້ນ​ຄວ້າ​ພື້ນ​ຖານ​ໃຫ້​ສູງ​ຂຶ້ນ

cri
ຕາມ​ຂ່າວCRI: ວັນ​ທີ 23 ທັນວາ​ນີ້, ກອງ​ປະຊຸມ​ລະ​ລຶກວັນປະຕິບັດ​ແຜນການ​ກໍ່​ສ້າງ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ຈີນ​ຄົບຮອບ 20 ປີໄດ້​ຈັດ​ຂຶ້ນຢູ່​ປັກ​ກິ່ງ. ​ໃນ​ກອງ​ປະ​ຊຸມ ທ່ານ​ເສິງ​ຈິນ​ເຜີຍ ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ວ່າ, ​ເມື່ອ​ໄດ້​ກໍ່​ສ້າງ​ມາ​ເປັນ​ເວ​ລາ 20 ປີ, ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ຈີນ​ໄດ້​ພັດທະນາເປັນ​ແຫຼ່ງ​ການ​ຄົ້ນ​ຄວ້າ​ພື້ນ​ຖານ​ແລະ​ປະ​ດິດ​ສ້າງວິທະຍາສາດ​ຂອງ​ຈີນ. ຕາມ​ໄດ້​ຊາບ, ຕໍ່​ໄປ​ພາຍ​ໜ້າ, ຈີນ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ ​ເຊັ່ນ ເພີ່ມ​ການ​ລົງທຶນ​ເປັນຕົ້ນ, ສືບຕໍ່​ເພີ່ມ​ທະວີ​ການ​ກໍ່ສ້າງ​ຫ້ອງ​ທົດ​ລອງ​ແຫ່​ງຊາດ, ຍົກ​ລະ​ດັບ​ການ​ຄົ້ນ​ຄວ້າ​ພື້ນ​ຖານ​​ໃຫ້​ສູງ​ຂຶ້ນຕື່ມ​ອີກ.

ເພື່ອ​ຍົກ​ລະດັບ​ການຄົ້ນຄວ້າ​ພື້ນຖານ​ໃຫ້​ສູງ​ຂຶ້ນ, ​ເມື່ອ​ປີ 1984 ລັດຖະ​ບານ​ຈີນ​ໄດ້​ເລີ່ມ​ປະ​ຕິ​ບັດ​ແຜນການ​ກໍ່ສ້າງ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ຈີນ, ​ແລະ​ໄດ້​ລົງ​ທຶນ​ຫຼາຍ​ຕື້​ຢວນ​ຕາມໆ​ກັນ​ໃຊ້​ເຂົ້າ​ໃນ​ການສະໜັບສະ​ໜູນ​ການ​ກໍ່ສ້າງ​ຫ້ອງ​ທົດ​ລອງ. ​ເມື່ອ​ໄດ້​ກໍ່​ສ້າງ​ແລະ​ພັດ​ທະ​ນາ​ມາ​ເປັນ​ເວລາ 20 ປີ, ຫ້ອງ​ທົດ​ລອງ​ຈຸດ​ໜັກແຫ່ງ​ຊາດທີ່​ພວມ​ໝູນ​​ເດີນ​ໃນ​ປະ​ຈຸ​ບັນ​ມີ160 ກວ່າ​ແຫ່ງ, ຍອດມູນ​ຄ່າ​ຂອງ​ເຄື່ອງ​ວັດ​ແທກ​ແລະ​ອຸປະ​ກອນມີເກືອບ 3 ຕື້​ຢວນ. ທຶນ​ໃຊ້​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​​ໃນ​ທຸກ​ປີທີ່ຫ້ອງ​ທົດ​ລອງ​ເຫຼົ່ານີ້​ຫ້າງ​ຫາ​ໄດ້​ນັ້ນລື່ນ​ກາຍ 2 ຕື້​ຢວນ. ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ໄດ້​ກວມ​ຂົງ​ເຂດ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈຸດ​ໜັກ​ຄື ການ​ຄົ້ນ​ຄວ້າ​ພື້ນ​ຖານ​ ການ​ຄົ້ນ​ຄວ້າ​ໄຮ​ເທັກ​ແລະ​ການ​ຄົ້ນ​ຄວ້າ​ລັກ​ສະ​ນະ​ສາ​ທາ​ລະ​ນູ​ປະ​ໂພກ​ທີ່​ກ່ຽວ​ຂ້ອງ​ເປັນ​ຕົ້ນ.

ໃນ​ກອງ​ປະຊຸມ​ລະ​ລຶກທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ທັນວາ​ນີ້, ທ່ານ​ເສິງ​ຈິນ​ເຜີຍ ຮອງ​ລັດ​ຖະ​ມົນ​ຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນຊີ້​ອອກ​ວ່າ, ຫ້ອງທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ໄດ້​ຮັບ​ໝາກ​ຜົນ​ຄົ້ນຄວ້າ​ວິທະຍາສາດ​ທີ່​ມີ​ລະດັບ​ກ້າວໜ້າ​ໃນ​ສາກົນ​ງວດ​ໜຶ່ງ​ໃນ​ຂົງ​ເຂດ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ລະດັບ​ນຳ​ໜ້າ​ແລະ​ດ້ານຮັບ​ໃຊ້​ເປົ້າໝາຍ​ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ທີ່​ສຳຄັນຂອງ​ລັດ, ​ໄດ້​ກາຍ​ເປັນ​ອູ່​ທີ່​ບົ່ມ​ເພາະ​ການ​ປະດິດ​ສ້າງ​ດັ້ງ​ເດີມ​ອັນ​ສຳຄັນ​ຂອງ​ຈີນ.

ທ່ານ​ເສິງ​ຈິນ​ເຜີຍ​ຍັງ​ສະ​ເໜີ​ວ່າ, ພຽງ​ແຕ່​​ໃນປີ​ກາຍ​ນີ້​ປີ​ດຽວ, ວິທະຍາ​ນິ​ພົນ​ວິ​ຊາ​ການ​ທີ່​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ປະກາດ​ນັ້ນ​ໄດ້​ບັນລຸ 2 ໝື່ນ 8000 ກວ່າ​ບົດ, ​ໃນ​ນັ້ນ​ມີ 30% ຂຶ້ນ​ໄປ​ຖືກ​ບັນທຶກ​ເຂົ້າ​ໃນ​ວາລະສານ​ວິຊາ​ການ​ທີ່​ມີ​ຊື່ສ​ຽງ​ໃນ​ໂລກ, ​ໄດ້​ເປີດ​ກວ້າງ​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ວົງ​ກາ​ນວິຊາ​ການ​ສາກົນ. ນອກ​ນີ້ ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ຈີນ​ຍັງ​ໄດ້​ຫາບ​ແບກ​ໜ້າ​ທີ່​​ແກ້​ຂອດ​ວິທະຍາສາດ​ເຕັກນິກ​ໃນ​ການ​ກໍ່ສ້າງ​ໂຄງ​ການ​ສຳ​ຄັນ​ຂອງ​ຈີນ ຄື​ທາງ​ລົດ​ໄຟ​ຊຽງ​ໄຫ​ຕິ​ເບ​ດ​ແລະ​ໂຮງ​ໄຟຟ້າ​ນິວ​ເຄຼຍສິນຊານ​ເປັນຕົ້ນ, ​ໄດ້​ໃຫ້ການ​ຄ້ຳ​ຊູ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ແກ່ການ​ກໍ່ສ້າງ​ໂຄງການ​ເຫຼົ່ານີ້​ຢ່າງ​ສະດວກ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ເພີ່ມ​ເງິນ​ທຶນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ປົວ​ແປງ​ເງື່ອນ​ໄຂ​ຄົ້ນຄວ້າ​ວິທະຍາສາດ,ການ​ບຳລຸງ​ສ້າງ​ຜູ້​ມີຄວາ​ມຮູ້​ຄວາມ​ສາ​ມາດ​ເປັນ​ຕົ້ນ​ຂອງ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​​ແຫ່ງ​ຊາດ​ໃຫ້​ດີ​ຂຶ້ນ,​ແລະ​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ.ທ່ານ​ລູ​ເຄີ​ແມ່ນ​ຫົວໜ້າ​ຫ້ອງ​ທົດ​ລອງ​​ແຫ່ງ​ຊາດວິທະຍາສາດ​ວັດ​ສະ​ດຸ​ຂອງ​​ນະ​ຄອນ​ເສີນ​ຢາງ ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ,ທ່ານ​ໄດ້​ເຮັດ​ວຽກ​ຢູ່​ຫ້ອງ​ທົດ​ລອງ​ດັ່ງ​ກ່າວ​ເປັນ​ເວ​ລາ16​ປີ​​ແລ້ວ.ທ່ານ​ບອກ​ນັກ​ຂ່າວ​ວ່າ:

"​ໃນ​ຫຼາຍປີ​ມາ​ນີ້,ຝ່າຍ​ລັດ​ໄດ້​ໃຫ້ການ​ສະໜັບສະໜູນ​​ໂດຍ​ຈຳ​ເພາະແກ່ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ,​ເຊິ່ງລວມທັງ​ຄ່າ​ໝູນ​​ເດີນ​​ຄ່າ​​ໃຊ້​ຈ່າຍ​ໃນ​ການ​ປ່ຽນ​ແລະ​ດັດ​ສ້າງ​ອຸ​ປະ​ກອນ​ເປັນ​ປະຈຳ,​ໄດ້​ສະໜອງ​ການ​ຮັບປະກັນ​ອັນພື້ນຖານ​​ໃຫ້​ແກ່​ຫ້ອງ​ທົດ​ລອງ​ທີ່​ຮັກສາ​ເງື່ອນ​ໄຂ​ຄົ້ນ​ຄວ້າ​ວິທະຍາສາດ​ເຕັກນິກທີ່​ຂ້ອນ​ຂ້າງ​ກ້າວໜ້າ​ແລະ​ສະພາບ​ແວດລ້ອມ​ວິຊາ​ການ​ອັນ​ດີງາມ,​ແລະ​ໄດ້​ຮັບ​ປະ​ກັນ​ໃຫ້​ຫ້ອງ​ທົດ​ລອງ​ສາມາດ​ດຳ​ເນີນ​ການ​ຄົ້ນຄວ້າ​ໄລຍະ​ຍາວ​ໃນ​ທິດ​ວິ​ທະ​ຍາ​ສາດ​ສຳ​ຄັນ​ຈຳນວນ​ໜຶ່ງ."

ທ່ານ​ລູ​ເຄີ​ສະ​ເໜີ​ໃຫ້​ຮູ້​ວ່າ,​ໃນ10​ກວ່າ​ປີ​ກ່ອນ,ຫ້ອງ​ທົດ​ລອງ​ແຫ່ງຊາດ​ທີ່​ທ່ານ​​ເຮັດ​ວຽກ​ຢູ່​ນັ້ນກໍ​ໄດ້​ເລີ່​ມ​ດຳ​ເນີນ​ວຽກ​ງານ​ຄົ້ນຄວ້າ​ດ້ານ​ວັດສະດຸໂລຫະ​ນາ​ໂນ​ແມັດ.ຫ້ອງ​ທົດ​ລອງ​ໄດ້​ນຳ​ໃຊ້​ເງື່ອນ​ໄຂ​ແລະ​​ເງິນ​ທຶນ​ຄົ້ນຄວ້າ​ວິທະຍາ​ສາ​ດ​ເຕັກນິກຂອງ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ,​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ມາ​ເປັນ​ເວລາ8​ປີ​ແລ້ວ,​ໃນ​ທີ່​ສຸດ​ໄດ້​ເຮັດ​ໃຫ້​ຈີນ​ຢູ່​ໃນ​​ແຖວ​ໜ້າ​ສຸດ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ດັ່ງກ່າວ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ,ທ່ານ​ນາງ​ເສີນ​ຈີ້​ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່ບົດບາດ​ຂອງ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​ໃນ​ການ​ຊຸກ​ຍູ້​ການ​ຄົ້ນ​ຄວ້າ​ພື້ນ​ຖານ,​ແລະ​ກ່າວ​ວ່າ,ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ເພີ່ມ​ເງິນ​ທຶນ​ຫຼາຍ​ກວ່າ​ເກົ່າ​​ເຂົ້າໃນ​ຫ້ອງ​ທົດ​ລອງ​ຈຸດ​ໜັກ​ແຫ່ງ​ຊາດ​,​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ຊາວ​ໜຸ່ມ​ທຸກ​ລະ​ດັບ,​ພ້ອມ​ກັນ​ນັ້ນ,​ເລັ່ງລັດ​ບາດກ້າວ​ໄຂ​ປະຕູ​ສູ່​ໂລກ​ພາຍ​ນອກ​ຂອງ​ຫ້ອງ​ທົດ​ລອງ,​ເພື່ອ​ດູດ​ດຶງ​ຜູ້​ຊ່ຽວ​ຊານ​ຕ່າງປະ​ເທດຫຼາຍ​ກວ່າ​ເກົ່າທີ່ມີ​ລະດັບ​ສູງ​ມາ​​ເຮັດ​ວຽກ​ຢູ່​ຫ້ອງ​ທົດ​ລ້ອງ​.