ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 14:52:01    
ເຂົ້າ​ໃກ້ຊິດ​​ຄຼິນິກ​ເມທາດ​ອນ​ຂອງ​ຈີນ

cri

ປີ 2004,ຕົວ​ເມືອງຈຳນວນ​ຫນຶ່ງຂອງ​ຈີນ​ໄດ້​ຕັ້ງຄຼິນິກທົດ​ລອງ​ປົວ​ຜູ້​ເສບ​ຢາ​ເສບ​ຕິດ​ດ້ວຍ​ເມທາດ​ອນ​ໂດຍ​ຈຳ​ເພາະ.ການ​ປົວ​ດ້ວຍ​ເມ​ທາດ​ອນ​ດັ່ງກ່າວ​ໄດ້ມີ ບົດບາດ​ອັນ​ແນ່ນອນ​ໃນ​ດ້ານ​ຊ່ອຍ​ຜູ້​ເສບ​ຢາ​ເສບ​ຕິດ​​ເຊົາ​ແງ້ນ​ຢາ​ແລະ​ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງເມ​ທາດ​ອນ​ແມ່ນ​ຢາ​ນ້ຳ​ສັງ​ເຄາະດ້ວຍ​ເຄມີ.ມັນ​ມີ​ບົດບາດ​ອັນ​ແນ່ນອນ​ທີ່​ເຮັດ​ໃຫ້ຜູ້​ເສບ​ຢາ​ເສບ​ຕິດ​ເຊົາ​ແງ້ນ​ຢາ.ປະຈຸ​ບັນ,ຫລາຍ​ໆ​ປະ​ເທດ​ໃນ​ໂລກ​ໄດ້​ໃຊ້​​ເມທາ​ດອນ​ໂດຍ​ທົ່ວ​​ໄປ​ໃນ​ການ​ປົວ​ໃຫ້​ອອກ​ຢາ​ເສບ​ຕິດ.​ໃຫ້ຜູ້​ເສບ​ຢາ​ເສບ​ຕິດກິນຢາ​ເມ​ທາດ​ອນ​ຢ່າງ​ຊອບ​ກົດຫມາຍ​ແລະ​ປອດ​ໄພ​ໃຕ້​ການ​ຊີ້​ນຳ​ຂອງ​ຫມໍ,ສາມາດ​​ແກ້​ອາການ​ຕິດ​ຢາ​ເສບ​ຕິດ​ເຊັ່ນ​​ເຮ​ໂຣອິນ​ເປັນຕົ້ນ,ຫລຸດຜ່ອນ​ການ​ຕິດ​ໂຣກ​ເອດ​ແລະ​ພະຍາດ​ອື່ນໆ​ຍ້ອນ​ໃຊ້​ເຂັມສັກ​ຢາ​ຮ່ວມ​ກັນ.


ຕາມ​ສະ​ເຫ​ນີວ່າ,ຍ້ອນ​ໄດ້​ໃຊ້​ມາດ​ຕະການ​ດັ່ງກ່າວ,​ໃນປະ​ເທດ​ແລະ​ເຂດ​ແຄວ້ນ​ຈຳນວນ​ຫນຶ່ງ​ໃນ​ໂລກ​ອັດຕາ​ຜູ້​​ເສບ​ຢາ​ເສບ​ຕິດໂຣກ​ເອດ​​ໄດ້​ຫຼຸດ​ຫນ້ອຍລົງ​ຢ່າງ​ບັງ​ເກີດ​ຜົນ.ອີງ​ຕາມ​ຕົວ​ເລກ​ທີ່​ຝ່າຍ​ທາງ​ການ​ຈີນ​ປະກາດ,ປະຈຸ​ບັນ,ຢູ່​ຈີນ​ມີ​ຜູ້​ຕິດ​ເຊື້ອ​ໂຣກ​ເອດ​ປະມານ 8 ​ແສນ 4 ຫມື່ນ​ຄົນ,​ການ​ແຜ່​ລາມ​ຂອງໂຣກ​ເອດ​ພວມ​ຢູ່​ໃນ​ຈຸດ​ອັນຕະລາຍ​ທີ່ຈາກ​ຝູງ​ຄົນອັນຕະລາຍແຜ່​ລະບາດ​ໄປ​ສູ່​ຝູງ​ຄົນ​ທຳ​ມະ​ດາ,​ໃນ​ນັ້ນ, ​ການ​ໃຊ້​ເຂັມສັກ​ຢາ ເສບ​ຕິດ​ຮ່ວມ​ກັນ​ແມ່ນ​ຊ່ອງ​ທາງ​ຕົ້ນຕໍ​ທີ່​​ເຮັດ​​ໃຫ້​ໂຣກ​ເອດ​ແຜ່​ລະບາດຢູ່​ຈີນ.ທ່ານ​ລີ​ຈື້​ເວີຍ ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ແພດສາດ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ຂອງ​ຈີນ​ເຫັນ​ວ່າ,ຈຸດປະສົງ​ກົກ​ຮາກອັນ​ຫນຶ່ງ​ທີ່​ຈີນທົດ​ລອງ​​ໃຊ້​ວິທີປົວ​ດ້ວຍ​ຢາ​ເມທາດ​ອນ​ນັ້ນກໍ່​ແມ່ນ​ເພື່ອ​ຫຼີກ​ເວັ້ນ​ການ​ໃຊ້​ເຂັມ​ສັກ​ຢາ​ເສບ​ຕິດ​ຮ່ວມ​ກັນ​,​ເພື່ອ​ປ້ອງ​ກັນ​ແລະ​ຫລຸດ​ການ​ແຜ່​ລະບາດຂອງ​ໂຣກ​ເອດ​ໃຫ້​ຫນ້ອຍ​ລົງ.ທ່ານ​ເວົ້າວ່າ: "​​ເວົ້າ​ໃນ​ດ້ານແພດ​ສາດ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານປ້ອງ​ກັນ​ໂຣກ​ເອດ,ພວກ​ເຮົາ​ໄດ້ຮຽກຮ້ອງ​ຕະຫຼອດ​ມາ​ໃຫ້​ທົ່ວ​ສັງຄົມ​ຕ້ອງ​ຮັບ​ຮູ້ ສະພາບ​ຕົວ​ຈິງ,ສະຫນອງ​ຢາ​​ໃຊ້ແທນ​ຊະນິດ​ຫນຶ່ງ​ໃຫ້​ຜູ້​ເສບ​ຢາ​ເສບ​ຕິດ​ຢ່າງ​ເປີດ​ເຜີຍ,​ເພື່ອ​ສະກັດ​ກັ້ນກາງ​ກະທຳ​ຂອງ​ພວກ​ເຂົາ​ເຈົ້າທີ່​ໃຊ້​ເຂັມ​ສັກ​ຢາ​ເສບ​ຕິດ​ຮ່ວມກັນ,ບໍ່​ໃຫ້​ພວກ​ເຂົາ​ເຈົ້າຖືກ​ເຊື້ອ​ໂຣກ​ເອດ​ຕິດ​ແປດ.ການ​ຕັ້ງຄຼິນິກ​ໃຊ້​ຢາ​ເມທາ​ດອນ​ກໍ່​ແມ່ນ​ເພື່ອ​ຫລຸດ​ຜ່ອນຜົນຮ້າຍບາງ​ຢ່າງ​ທີ່​ມີ​ຕໍ່​ສ່ວນ​ບຸກຄົນ ຄອບຄົວ​ແລະ​ສັງຄົມ​ຍ້ອນສັກ​ຢາເສບ​ຕິດ​."


ຄຼິນິກປົວ​ດ້ວຍ​ຢາ​ເມ​ທາດ​ອນຂອງ​ເມືອງ​ເກີ​ຈີ້ວ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີນ​ແມ່ນ​ຄຼິນິກທົດ​ລອງ​ປົວ​ຜູ້​ຕິດ​​ເຮ​ໂລ​ອິນດ້ວຍ​ຢາ​ເມທາດ​ອນ​ແຫ່ງ​ທຳ​ອິດ​ຂອງ​ຈີນ.ທ່ານ​ມິນ​ຊຽງ​ຕົງ​​ເປັນ​ນາຍຫມໍ​ທີ່​ເຮັດ​ວຽກ​ຢູ່​ຄຼິນິກດັ່ງກ່າວ.ທ່ານ​ບອກ​ນັກ​ຂ່າວ​ວ່າ,​ແຕ່​ຮັບ​ປົວ​ຄົນ​ເຈັບ​ໃນ​ເດືອນ​ເມສາ​ປີ 2004 ມາ​ນີ້,ວຽກ​ງານ​ທຸກ​ລາຍ​ຂອງຄຼິນິກ​ໄດ້​ດຳ​ເນີ​ນ​ໄປ​ຢ່າງ​ເປັນ​ປົກກະຕິ.ປະຈຸ​ບັນ,ຜູ່ມາກິນຢາ​ຢູ່​ຄຼິນິກ​ໄດ້​ມີ​ເກືອບ 100 ຄົນ​ແລ້ວ. ທ່ານ​ເວົ້າວ່າ: "ວິທີ​​​​ປົວ​ດ້ວຍ​ຢາ​ເມ​ທາດ​ອນ​ພວມ​ຖືກ​ຝູງ​ຄົນ​ເສບ​ຢາ​ເສບ​ຕິດ​ຮັບ​ເຫັນ​ດີ​ນຳ​ເທື່ອ​ລະ​ກ້າວ,​ໃນ​​ເກືອບ​ຫນຶ່ງ​ເດືອນ​ມາ​ນີ້,ຄຼິນິກພວກ​ເຮົາ​ກໍ່​ໄດ້​ຮັບ​ເອົາ​ຜູ່​ມາ​ປົວ 80 ກວ່າ​ຄົນ​ແລ້ວ,ປະຈຸ​ບັນ,ບໍ່​ວ່າ​ຄົນ​ເຈັບ​ຫລື​ຄອບຄົວ​ຄົນ​ເຈັບ​ລ້ວນ​ແຕ່​ຮູ້​ສື​ກວ່າ​ວິທີ​ປົວ​ດ້ວຍ​ຢາ​ເມ​ທາດ​ອນດີ."


ທ່ານ​ມິນ​ຊຽງ​ຕົງ​ສະ​ເຫ​ນີວ່າ,ອີງ​ຕາມ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອ​ງລັດຖະບານ​ຈີນ,ຜູ້​ເສບ​ຢາ​ເສບ​ຕິດ​ອາຍຸ 20 ປີ​ຂຶ້ນ​ໄປ, ອອກ​ຢາ​ຫລາຍ​ເທື່ອ​ກໍ່​ຍັງ​ບໍ່​ເຊົາ​ແງ້ນຫລື​ບັງຄັບ​ໃຫ້​ອອກ​ຢາ​ສອງ​ເທື່ອ​ຂຶ້ນ​ໄປຍັງ​ບໍ່​ເຊົາ​ແງ້ນຈິ່ງ​ຮ້ອງ​ຂໍ​​ໃຊ້​ວິທີ​ປົວ​ດ້ວຍ​ຢາ​ເມທາດ​ອນ​ໄດ້,ຄ່າ​ປົວ​ແມ່ນ​ລັດຈ່າຍ​ໃຫ້.

ຕໍ່​ຜູ້​ທີ່ສອດຄ່ອງ​ກັບ​ເງື່ອນ​ໄຂ​ປິ່ນປົວນັ້ນ,ທາງ​ຄຼິນິກກໍ່​ມີ​ລະບຽບ​ອັນ​ເຄັ່ງ​ຄັດ​. ທາງຄຼິນິກຈະ​ຕ້ອງອີງ​ຕາມ​ລະດັບ​​ແງ້ນ​ຢາ​ຂອງ​ຜູ້​ກ່ຽວ,​​ແລ້ວ​ໃຊ້​ຢາ​ເມ​ທາດ​ອນປະລິມານ​ຫນ້ອຍ​ຫຼາຍ​ໃຫ້​ເຫມາະ​ສົມ.ນອກ​ນີ້,ຕໍ່​ຜູ້​ປົວ​ດ້ວຍ​ວິທີ​ໃຊ້​ຢາ​ເມ​ທາດ​ອນ,ທາງ​ຄຼິນິກຈະ​ກວດ​ປັດສາວະ​​​ເຂົາ​ເຈົ້າ​ເປັນ​ແຕ່ລະ​ໄລ​ຍະ,ຖ້າ​ຕົວຢ່າງ​ປັດສາວະ​​ເປັນ​ຫມາຍ​ບວກ,​ທາງ​ຄຼິນິກມີ​ສິດສົ່ງ​ຜູ້ກ່ຽວ​ໄປ​ບັງຄັບ​ໃຫ້​ອອກ​ຢາ​ຄືນ​ໃຫມ່​ຢູ່​ອົງການ​ອອກ​ຢາ​ຂອງ​ທ້ອງ​ຖິ່ນ. ພ້ອມກັນນັ້ນ,ຄຼິນິກ​ເມ​ທາດ​ອນດັ່ງກ່າວ​ຍັງ​ໄດ້​ປະຕິບັດ​ການ​ຄຸ້ມ​ຄອງ​ຢາເມ​ທາດ​ອນ​ຢ່າງ​ເຄັ່ງ​ຄັດ.


ນາງ​ວັງ​ອີ​ແມ່ນຜູ້​ເສບ​ຢາ​ເສບ​ຕິດ, ​ປີ​ນີ້​ອາຍຸ 34 ປີ, ເສບ​ຢາ​ເສບ​ຕິດ​ມາ 10 ກວ່າ​ປີ​ແລ້ວ.​ແຕ່​ມີຄຼິນິກປົວ​ດ້ວຍຢາ​ເມທາດ​ອນ​ເມືອງ​ເກີ​ຈີ້ວ​​ເປັນຕ​ຕົ້ນ​ມາ​,ນາງ​ແມ່ນ​ຜູ້​ຫນຶ່ງ​ທີ່​ໄດ້​ຮັບການ​ປິ່ນປົວດ້ວຍ​ວິທີ​ນີ້ກ່ອນ​ຫມູ່.​ຕັ້ງ​ແຕ່​ເລີ່​ມຮັບ​ການ​ປິ່ນປົວ,ປະມານ 4 ​ໂມງ​ແລງ​ແຕ່​ລະ​ມື້,ນາງ​ວັງ​ອີກໍ່​​ໄປ​ກິນ​ຢາ​ເມ​ທາດ​ອນຢູ່​ຄຼິນິກ75 ມີ​ລີ​ລິດ​.ດຽວນ​ນີ້,ນາງ​ບໍ່​ສັກ​ເຮ​ໂຣອິນ​ອີກ​ແລ້ວ,​ແລະ​ໄດ້​ດຳລົງ​ຊີວິດ​ຄື​ຄົນ​ປົກກະຕິ.ນາງ​ບອກ​ນັກ​ຂ່າວ​ວ່າ, ການປົວ​ດ້ວຍ​ຢາ​ເມ​ທາດ​ອນ​ແມ່ນວິທີ​ມະນຸ​ດສະ​ທຳ​ທີ່​ສຸດ,ທັງ​ໄດ້​ຜົນ​ດີ​ຫລາຍ.ນາງ​ເວົ້າວ່າ:​ເມື່ອຂ້ອຍ​ກິນ​ຢາ​ເມ​ທາດ​ອນ​ແລ້​ວ,ຮູ້ສຶກມີ​ແຮງ​ກວ່າ​ແຕ່​ກ່ອນ​ຫລາຍ,ບໍ່​ຂີ້ຄ້ານ​ຄື​ແຕ່​ນີ້ອີກ​ແລ້ວ,ອີ​ຫຍັງ​ກໍ່​ບໍ່​ສົນ​ໃຈ.ດຽວນີ້,ຜູ້​ທີ່​ຮູ້ຈັກ​ຂ້ອຍ​​ໃຜ​ກໍວ່າ​ຂ້ອຍ​ແຂງ​ແຮງ​ແດ່​ແລ້ວ.ຂ້ອຍ​ເອງ​ກໍ່​ຮູ້ສຶກດີ​ຂຶ້ນ."


ເລີ່​ມ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນຕົ້ນມາ,ລັດຖະບານ​ຈີນ​ໄດ້​ອະນຸມັດ 5 ​ແຂວງ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ເ​ຊັ່ນ​ແຂວງ​ຢຸນນານ​ແລະ​ແຂວງ​ກວາງ​ຕຸ້ງ​ເປັນຕົ້ນຕັ້ງຄຼີນິກປົວ​ດ້ວຍ​ຢາ​ເມ​ທາດ​ອນ.ປະຈຸ​ບັນ​ໄດ້​ມີຄຼິນນິກ 8 ​ແຫ່ງ​ເລີ່​ມຮັບ​ປົວ​​ໃຫ້ຜູ້​ເສບ​ຢາ​ເສບ​ຕິດ​ແລ້ວ.ຕາມ​ຮູ້​ວ່າ,ພາຍ​ໃນ 5 ປີ​ຂ້າງ​ຫນ້າ,ຈີນຈະຕັ້ງຄຼິນິກປົວ​ດ້ວຍຢາ​ເມ​ທາດ​ອນ 1 ພັນ​ແຫ່ງ,ມີ​ແຜນການ​ປົວ​​ໃຫ້ຜູ້​ເສບ​ຢາ​ເສບ​ຕິດ​ປະມານ 2 ​ແສນ​ຄົນ.