ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 16:51:50    
ທ່ານ​ລາມສ໌ຟິວຢ້ຽມ​ຢາມ​ໂມ​ຊຸນ​ຢ່າງ​ກະ​ທັນ​ຫັນ

cri Author: q
ຕາມ​ຂ່າວCRI,ຕອນ​ຮຸ່ງ​ເຊົ້າ​ວັນ​ທີ24​ທັນວາ,ທ່ານ​ລາມສ໌ຟີ​ວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປ​ຮອດ​​ໂມ​ຊຸນ ​ເມືອງ​ສຳຄັນ​ພາກ​​ເໜືອ​ຂອງ​ອີຣັກ​ຢ່າງ​ກະ​ທັນ​ຫັນ​ເພື່ອ​ດຳ​ເນີນ​ການ​ຢ້ຽມຢາມ,​ແລະ​ໄດ້​ກວດກາຖານ​ທັບ​ອາ​ເມ​ລິ​ກາ​ທີ່​ຖືກ​ຫຼອນ​ໂຈມ​ຕີ​ໃນ​ວັນ​ທີ​21​ທັນ​ວາ.

ທ່ານ​ລາມສ໌ຟີ​ວກ່າວ​ວ່າ,ທ່ານ​ໄປ​ໂມ​ຊຸນ​ແມ່ນ​ເພື່ອ​ຂອບ​ໃຈນຳ​ທະຫານ​ອາ​ເມ​ລິ​ກາ​ແລະ​ອວຍພອນ​ໃຫ້​ພວກ​ເຂົາ​ເຈົ້າ​ຈົ່ງ​ສຸກ​ສັນ​ວັນ​ຄຼິສມັສ.ພາຍຫຼັງ​ໄປ​ຮອດ​ໂມຊຸນ​ແລ້ວ,ທ່ານ​ລາມສ໌ຟິວ​ໄດ້​​ໄປ​ຢາມ​ທະຫານ​ອາ​ເມ​ລິ​ກາ​ທີ່​ບາດ​ເຈັບ​ໃນ​ການ​ຫຼອນ​ໂຈມ​ຕີ​​ໃນ​ທັນທີ,​ແລະ​ໄດ້​ພົບ​ປະ​ໜ່ວຍ​ປິ່ນປົວ​ຂອງ​ໂຮງໝໍ​ທະຫານ​ພາຍ​ໃນ​ຖານ​ທັບ.

ວັນ​ທີ21​ທັນວາ,ຖານ​ທັບ​ອາ​ເມ​ລິ​ກາ​ຢູ່​ໂມ​ຊຸນ​ຖືກ​ຫຼອນ​ໂຈມ​ຕີ​ແບບ​ຂ້າ​​ໂຕ​ຕາຍ​ຢ່າງ​ຮ້າຍ​ແຮງ​ກວ່າ​ໝູ່​ແຕ່​ເກີດ​ສົງຄາມ​ອີຣັກມາ​ນີ້,ມີ22​ຄົນ​ເສຍ​ຊີວິດ​ເຊິ່ງລວມທັງ​ທະຫານ​ອາ​ເມ​ລິ​ກາ19​ຄົນ,70ກວ່າ​ຄົນ​ບາດ​​ເຈັບ.​ເມື່ອ​ເຫດການຫຼອນ​ໂຈມ​ຕີ​ເກີດ​ຂຶ້ນ​ແລ້ວ,ທ່ານ​ລາມສ໌ຟິວ​ໄດ້​ຖືກ​ຕິຕຽນ​ນັບ​ມື້​ນັບ​ຫຼາຍ​ຈາກ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ.