ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 17:38:46    
ຝ່າຍ​ຈີນ​ຫວັງ​​ໃຫ້ອີຣັກ​ຜ່ານ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກຳ​ເນີ​ດ​ລັດ​ຖະ​ບານ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ຢ່າງ​ກວ້າງ​ຂວາງ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 24 ທັນວາຢູ່​ທີ່​ປັກ​ກິ່ງ ​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ໂຮ​ເຊຍ ອານ-ຈີ​ບາຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກທີ່​ມາ​ຢ້ຽມຢາມ, ທ່ານ​ລີ​ຈ້າວ​ຊິງ ລັດຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​​ໃຫ້ອີຣັກຜ່ານ​ການ​ເລືອກ​ຕັ້ງທົ່ວ​ໄປ​ກຳ​ເນີ​ດ​ລັດ​ຖະບານ​ທີ່​ມີ​ລັກສະນະ​ຕົວ​ແທນ​ຢ່າງ​ກວ້າງຂວາງ, ຊຸກ​ຍູ້​ຂະ​ບວນ​ການ​ສ້າງ​ສາ​ການ​ເມືອງ​ຄືນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ລີ​ຈ້າວ​ຊິງ​ກ່າວ​ວ່າ, ຝ່າຍ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ສະຖານະ​ການ​ອີຣັກ, ມີ​ເຈດ​ຈຳ​ນົງ​ປົກ​ປັກຮັກສາ​ອະທິປະ​ໄຕ​ ​ເອກະລາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ອີຣັກ. ທ່ານ​ກ່າວ​ເນັ້ນ​ວ່າ, ຈີ​ນ​ເອົາ​ໃຈ​ໃສ່ນຳ​ການ​ຂະ​ຫຍາຍ​ການ​ພົວພັນ​ກັບ​ອີຣັກ, ຍິນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ໄມ​ຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ​ບົນ​ພື້ນຖານ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ​ ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ຈີ​ບາຣີ​ໄດ້​ແຈ້ງ​ສະພາບ​ພາຍ​ໃນ​ປະ​ເທດ​ອີຣັກ​ໃຫ້​ທ່ານ​ລີ​ຈ້າວ​ຊິງ​ຊາບ. ທ່ານ​ກ່າວ​ວ່າ, ຝ່າຍ​ອີຣັກຊົມ​ເຊີຍ​ຝ່າຍ​ຈີນ​ທີ່​ເຫັນ​ອົກ​ເຫັນ​ໃຈ​ແລະ​ສະໜັບສະໜູນ​ອີຣັກ​ໃນ​​ໄລຍະ​ຂ້າມ​ຜ່ານ​ທາງ​ການ​ເມືອງ, ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້ທຳ​ຄວາມ​ພະຍາຍາມ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເພື່ອ​ແກ້​ໄຂ​ບັນ​ຫາອີຣັກ. ທ່ານ​ກ່າວ​ລື້​ມວ່າ​ອີຣັກຍຶດໝັ້ນນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ.