ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 20:08:47    
ຄວາມ​ອິດ​ເມື່ອຍ​ຕ່າງ​ກັນ ​ແບບ​ວິທີ​ພັກຜ່ອນ​ກໍ່​ຕ່າງ​ກັນ

cri

ໃນ​ເວລາ​ຄົນ​ເຮົາ​ອິດ​ເມື່ອຍ,ມັກ​ມີ​ຄວາມ​ຮູ້ສຶກ​ເມື່ອຍ​ຫຼາຍ​ຢ່າງ​ຫຼາຍ​ແນວ,ຍ້ອນ​ວ່າ​ມູນ​ເຫດ​ທີ່​ພາ​ໃຫ້​ເມື່ອຍ​ບໍ​ຄື​ກັນ,ສະ​ນັ້ນ ວິທີ​ແກ້​ເມື່ອຍ​ກໍ່​ບໍ່​ຄື​ກັນ,ຖ້າ​ບໍ່​ດັ້ງ​ນັ້ນ​ບໍ່​ພຽງ​ແຕ່​ບໍ່​ໄດ້ຜົນ​ເທົ່າ​ນັ້ນ,ຍັງ​ອາດ​ຈະ​ເຮັດ​ໃຫ້​ເມື່ອຍ​ຫນັກ​ເຂົ້າ.


\ເມື່ອຍ​ຍ້ອນ​ອອກກຳລັງ​ກາຍ:ສ່ວນ​ຫຼາຍ​ມີ​ອາການ​ແຂນ​ຂາອ່ອນ​ແຮງ,ປວດ​ກ້າມ​ເນື້ອ,​ແຕ່​ຈິດ​ໃຈ​ຍັງ​ຊື່ນ​ຢູ່,ສາ​ເຫດ​ທີ່​ພາ​ໃຫ້​ອິດ​ເມື່ອຍ​ທາງ​ກຳລັງ​ກາຍ​ແມ່ນ​ສິ່ງ​ປ່ຽນ​ຖ່າຍ​ອັ່ງ​ອໍ​ໃນ​ເລືອດ​ຫຼາຍ​ເກີນ​ໄປ,​ເຮັດ​ໃຫ້​ກ້າມ​ເນື້ອ​ບໍ່​ສາມາດ​ເຄື່ອນ​ເຫນັງ​ຢ່າງ​ໄດ້ຜົນ​ຕໍ່​ໄປ,​ເມື່ອ​ສັນຍານ​ຖືກ​ສົ່ງ​ໄປ​ຮອດ​ປະສາດ​ກາງ,ຄົນ​ເຮົາ​ກໍ່​ຈະ​ຮູ້ສຶກ​ອິດ​ເມື່ອຍ.


ວິທີ​ແກ້​ເມື່ອຍ​ທາງ​ແຮງ​ກາຍ​ທີ່​ດີ​ທີ່​ສຸດ​ແມ່ນ​ນອນ,ກ່ອນ​ນອນ​ໃຫ້ອາບ​ນ້ຳ​ຮ້ອນ​ຫຼື​ເອົາ​ນ້ຳ​ຮ້ອນ​ແຊ່​ຕີນ,​ເຮັດ​ແນວ​ນີ້​ຈະ​ນອນ​ຫຼັບ​ງ່າຍ.


ເມື່ອຍຍ້ອນ​ໃຊ້ສະຫຼອງ​ຫຼາຍ:ຍ້ອນ​ໃຊ້​ສະຫມອງ​ເປັນ​ເວລາ​ດົນ​ນານ​ຈຶ່ງ​ພາ​ໃຫ້​ເລືອດ​ແລະ​ອອກ​ຊີ​ແຊນ​ໄປ​ຫໍ່ຼລ້ຽງ​ສະຫມອງ​ບໍ່​ພຽງພໍ,​ແລ້ວ​ເຮັດ​ໃຫ້ສະຫມອງ​ເມື່ອຍ,ສ່ວນ​ຫຼາຍ​ມີ​ອາການ​ວິນ​ຫົວ ບໍ່​ຢາກກິນ​ຫຍັງ,ຄວາມ​ຈຳ​ເສື່ອ​ມ​ ​ໃຈ​ບໍ່​ຕ້ອມ​ເປັນ​ຕົ້ນ.


ວິທີ​ແກ້ຄວາມ​ອິດ​ເມື່ອຍ​ທາງ​ສະຫມອງ​ທີ່​ດີກ​ວ່າ​ຫມູ່​ແມ່ນ​ໃຫ້​ຫຼິ້ນ​ກິລາ​ບາງ​ຢ່າງ,ຕົວຢ່າງ​ຄື​ຫຼິ້ນ​ບານ ຫັດກາຍ​ຍະ​ກຳ ຍ່າງ​ຫຼິ້ນ​ເປັນ​ຕົ້ນ,​ແຕ່​ບໍ່​ຄວນ​ດຸ​ເດືອດ​ເກີນ​ໄປ,​ແລະ​ຢ່າ​ຫຼິ້ນ​ດົນ​ໂພດ,​ໃນ​ເວລາ​ຫຼິ້ນ​ສະຫມອງ​ໄດ້​ຮັບ​ການ​ພັກຜ່ອນ​ຈຶ່ງ​ພາ​ໃຫ້​ເຊົາ​ເມື່ອຍ.


ຖ້າ​ເມື່ອຍ​ທາງ​ຈິດ​ໃຈ​ແມ່ນ​ຍ້ອນ​ຈິດ​ໃຈ​ຖືກ​ສິ່ງ​ຫຍໍ້​ທໍ້​ກະຕຸກ​ແລ້ວ​ພາ​ໃຫ້​ເກີດ​ມີ​ຈິດ​ໃຈ​ຫຍໍ້​ທໍ້​ບາງ​ຢ່າງ,ສ່ວນ​ຫຼາຍ​ຈະ​ມີ​ອາການ​ວິຕົກ​ກັງວົນ​ແລະ​ອຸກ​ໃຈ​ເປັນ​ຕົ້ນ.


ຕໍ່​ອາການ​ເມື່ອຍ​ທາງ​ຈິດ​ໃຈ​ຈະ​ອາ​ໄສ​ແຕ່​ການ​ນອນ​ພັກຜ່ອນ​ແຕ່​ຢ່າງ​ດຽວ​ແມ່ນ​ແກ້​ໄຂ​ບໍ່​ໄດ້,ຄວນ​ລະບາຍ​ອາລົມ​ອຸກ​ອັ່ງ​ໃນ​​ໃຈ​ຢ່າງ​ທັນ​ການ,ເຊັ່ນ​ໄປ​ລົມ​ກັບ​ເພື່ອນທີ່​ຮູ້​ໃຈ​ກັນ​ຫຼື​ເຂົ້າຮ່ວມ​ການ​ເຄື່ອນ​ໄຫ​ວວັດທະນະທຳ​ຫຼື​ກິລາ​ແລະ​ການ​ລື້​ນ​ເລີງທີ່​ມີ​ຜົນ​ດີ​ຕໍ່​ຮ່າງກາຍ​ບາງ​ຢ່າງ​ກໍ່​ໄດ້,ພ້ອມ​ກັນ​ນັ້ນ,ຄວນ​ເຮັດ​ໃຫ້​ຈິດ​ໃຈ​ປອດ​ໄສ,​ເພີ່ມ​ຄຸນສົມບັດ​ສຶກສາ,ສັບ​ຊ້ອນ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ຢູ່​ໃນ​ສະພາບ​ທີ່​ດີ,​ເຮັດ​​ໃຈກວ້າງ,​ເພື່ອ​ຫຼຸດຜ່ອນ​ຫຼື​ລົບ​ລ້າງ​ສາ​ເຫດ​ທີ່​ພາ​ໃຫ້​ອິດ​ເມື່ອຍ​ທາງ​ຈິດ​ໃຈ