ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-24 20:39:13    
ຄວາມ​ຊິນ​ເຄີຍ 6 ຢ່າງ​ໃນ​ຊີວິດ​ປະຈຳ​ວັນ​ທີ່​ເຮັດ​ໃຫ້​ຄົນ​ຕຸ້ຍ​ຂຶ້ນ.

cri

ຄວາມ​ຊິນ​ເຄີຍ 6 ຢ່າງ​ທີ່​ພາ​ໃຫ້​ຄົນ​ຕຸ້ຍ​ງ່າຍ​ນັ້ນ,ກ່ອນ​ອື່ນ​ກໍ່​ແມ່ນ​ຕື່ນ​ເຊົ້າ​ມາ​ແຕ່​ລະ​ມື້,ທ່ານ​ມີ​ແຕ່​ກິນ​ກາ​ເຟຈອກ​ຫນຶ່ງ​ຕາງ​ອາຫານ​ເຊົ້າ​ແລ້ວ,ກໍ່​ກໍ່​ຟ້າວ​ໄປ​ເຮັດ​ການ,ອາຫານ​ທ່ຽງ,​ເພື່ອ​ປະ​ຢັດ​ເວລາ,ທ່ານ​ມັກ​ໄປ​ກິນ​ຢູ່​ຮ້ານ​ອາຫານ​ໄວ​ຍ້ອນ​ຫິວ,ທ່ານ​ຈຶ່ງ​ໂມ່ມ​ເອົາ​ໂນ່ມ​ເອົາ,ຄ່ຳ​ມາ,ຍ້ອນອິດ​ເມື່ອຍມາ​ຫມົດ​ມື້​ແລ້ວ,​ເມື່ອກຽມ​ກັບ​ເມືອ​ຮອດບ້ານ,ກໍ່​ມັກ​ກິນ​ອາຫານ​ແຊບໆ​ຄາບ​ຫນຶ່ງ​​ເພື່ອ​ຊົດ​ເຊີຍ,​ແລ້​ວນັ່ງ​ເບິ່ງລາຍການ​ໂທລະພາບ​ເພື່ອ​ລໍຖ້າ​ການ​ສິ້ນ​ສຸດ​ຂອງ​ມື້ຫນຶ່ງ.


ວິທີ​ດຳລົງ​ຊີວິດ​ແບບ​ນີ້​ແມ່ນ​ທົ່ວ​ໄປ​ທີ່​ສຸດ,​ແຕ່​ທ່ານ​ຮູ້​ບໍ່​ວ່າ ທັງ​ຫມົດ​ເຫຼົ່າ​ນີ້​ຢ່າງ​ຫນ້ອຍ​ມີ​ຄວາມ​ຊິນ​ເຄີຍ 6 ຢ່າງທີ່​ເຮັດ​ໃຫ້​ຄົນ​ອ້ວນ​ງ່າຍ,ຖ້າ​ຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ​ຄື​ກັບ​ທີ່​ກ່າວ​ມາ​ເຖິງ​ນີ້,ຖ້າ​ທ່ານ​ເປັນ​ຄົນ​ອ້ວນ​ກໍ່​ບໍ່​ແມ່ນ​ເລື່ອງ​ປະຫຼາດ​ຫຍັງ​ເລີຍ.


ຄວາມ​ຊິນ​ເຄີຍ​ແນວ​ໃດ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ອ້ວນ​ງ່າຍ?


ຫນຶ່ງ:ກິນ​ລ້ຽງ​ເລື້ອຍໆ,ຄົນ​ສ່ວນ​ຫຼາຍ​ຍ້ອນ​ຫຼາຍ​ມູນ​ເຫດ​ຈຶ່ງຕ້ອງ​ກິນ​ລ້ຽງ​ເລື້ອຍໆ​ໄປ,ງານ​ແຕ່ງດອງ​ຫຼື​ຫມູ່​ລ້ຽງ,​ໃນ​ງານ​ລ້ຽງ,ຖ້າ​ບໍ່​ກິນ​ຈົນ​ເຕັມ​ອິມ,ຄື​ວ່າ​ເສຍດາຍ,​ແຕ່​ທ່ານ​ຮູ້​ບໍ່​ວ່າ,ຜູ່​ຊ່ຽວຊານ​ເຫັນ​ວ່າການ​ກິນ​ອີ່ມ​ຫຼາຍ​ອາດ​ຈະ​ແມ່ນ​ມູນ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ຄົນ​ອ້ວນ​ພີ,​ໃນ​ໄລຍະ​ດຽວ​ກັນ,ກິນ​ຫຼາຍ​ທໍ່​ໃດ​ຕ້ອງ​ຍ່ອຍ​ອາຫານ​ຫຼາຍ​ທໍ່​ນັ້ນ,​ແຕ່​ອາຫານ​ທີ່​ຖືກຍ່ອຍ​ນັ້ນ​ແມ່ນ​ມີ​ຈຳກັດ.ອາຫານ​ທີ່​ບໍ່​ຍ່ອຍ​ອາດ​ຈະ​ຂັບ​ຖ່າຍ​ອອກ​ໄປ,ຫຼື​ກາຍ​ເປັນ​ໄຂມັນ​ສະ​ສົມ​ຢູ່​ໃນ​ຮ່າງກາຍ.


ວິທີ​ທີ່​ນິຍົມ​ທີ່​ສຸດ​ໃນ​ປະຈຸ​ບັນ​ກໍ່​ແມ່ນ​ກິນ​ອາຫານ​ມື້​ລະ 5 6 ​ເທື່ອ,ຄື​ກິນ​ຫຼາຍ​ເທື່ອ​ແຕ່​ກິນ​ຫນ້ອຍ,​ເຮັດ​ແນວ​ນີ້​ທີ່​ຈິງ​ແລ້ວ​ຍິ່ງ​ມີ​ເຫດຜົນ​ກວ່າ,ກິນ​ຫຼາຍ​ຄາບ,ສາມາດ​ເຮັດ​ໃຫ້ກາ​ໂລ​ລີ​ໃນ​ຮ່າງກາຍ​ສິ້ນ​ເປືອງ​ຫຼາຍ​ກວ່າ​ປົກກະຕິ 10% ,ສະ​ນັ້ນ,ມີ​ຄວາມ​ຊິນ​ເຄີຍ​ກິນ​ອາຫານ​ແບບ​ນີ້,ຈະ​ລົດ​ຄວາມ​ອ້ວນ​ໄດ້​ງ່າຍ​ກວ່າ.


ສອງ:​ໃຫ້​ຕົນ​ເອງ​ອົດ​ອາຫານ,ຢູ່​ຈີນ​ມີ​ການ​ເວົ້າ​ກັນ​ວ່າ:ກິນ​ຄາບຫນຶ່ງ,ກຸ້ມ​ສາມ​ຄາບ,ກໍ່​ຫມາຍ​ຄວາມ​ວ່າ,ກິນຫຼາຍໆ​ຄາບຫນຶ່ງ​ຫຼັງ​ຈາກ​ນັ້ນ​ກໍ​ອົດ​ໄວ້​ຄາບ​ຫນຶ່ງ​ຫຼື​ຫຼາຍ​ຄາບ,​ເປັນ​ຫຍັງ​ອົດ​ອາຫາ​ນຄາບຈຶ່ງ​ກາຍ​ເປັນ​ເລື່ອງ​ບໍ່​ດີ,ຂ້າພະ​ເຈົ້າ​ອະທິບາຍ​ສູ່​ຟັງ,ສົມມຸດ​ວ່າ,ຄົນ​ຜູ່​ຫນຶ່ງ​ຖືກ​ຂັງ​ຢູ່​ໃນ​ຄຸກ,ຍາມ​ໃດ​ນາຍ​ທຳ​ມະ​ໂລງ​ຄິດ​ຮອດ​ຈຶ່ງ​ຄ່ອຍ​ສົ່ງ​ອາຫານ​ມາ​ໃຫ້​ເຂົາ​ກິນ,ສະ​ນັ້ນ,​ໃນ​ເວລາ​ມີ​ອາຫານ​ເຂົາ​ຈຶ່ງ​ກິນ​ຫຼາຍໆ​ກິນ​ເພື່ອ​ໄວ້,ສະ​ສົມ​ເອົາ​ໄວ້,​ເພາະ​ເຂົາ​ບໍ່​ຮູ້​ວ່າ​ອີກ​ດົນ​ປານ​ໃດ​ຈຶ່ງ​ມີ​ຂອງ​ກິນ​ອີກ.​ເຫດຜົນ​ດຽວ​ກັນ,ຖ້າ​ເຮົາ​ກິນ​ຫຼາຍໆ​ຄາບ​ຫນຶ່ງ,​ແລ້ວ​ອົດ​ຄາບ​ຫນຶ່ງ,ຮ່າງກາຍ​ກໍ່​ຈະ​ມີ​ຄວາມ​ຊິນ​ເຄີຍ​ສະ​ສົມ​ອາຫານ,ສະ​ສົມ​ໄຂມັນ​ຈຶ່ງ​ພາ​ໃຫ້​ເຮົາ​ມັກ​ອ້ວນ​ພີ​ໂດຍ​ກົງ.


ສາມ:ນ້ຳຕານ​ແລະ​ກາ​ເຟອິນ,ກິນ​ອາຫານ​ທີ່​ວານ​ຫຼາຍ,ຈະ​ພາ​ໃຫ້​ທາດ​ຫວານ​ໃນ​ເລືອດ​ສູງ​ຂຶ້ນ,ທັງ​ນີ້​ຈະ​ມີ​ແອັງ​ສຸລິນ​​ໃນ​ຮ່າງກາຍ​ຫຼາຍ​ໂພດ,ສ່ວນ​ແອັງ​ສຸລິນ​ມັນມີ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​ຂັບ​ຖ່າຍ​ໃນ​ຮ່າງກາຍ,ຜົນ​ສະທ້ອນ​ທາງ​ລົບ​ດັ່ງກ່າວ​ເຮັດ​ໃຫ້​ມີ​ໄຂມັນ​ຍິ່ງ​ຫຼາຍ​ສະ​ສົມ​ຢູ່​ໃນ​ຮ່າງກາຍ,ຢາກ​ໃຫ້​ມັນ​ໄຫມ້ຖິ້ມ​ກໍ​ຍາກ​ຫຼາຍ.


ຜົນ​ສະທ້ອນ​ຂອງ​ກາ​ເຟອິນ​ຕໍ່​ຮ່າງກາຍ​ກໍ​ຄື​ກັນ​ກັບ​ນ້ຳຕານ,ກໍ​ຈະ​ເຮັດ​ໃຫ້​ທາດ​ຫວານ​ໃນ​ເລືອດ​ສູງ​ຂຶ້ນ,​ໄຂມັນ​ຈະ​ໄຫມ້​ຊ້າ​ລົງ,ສະ​ນັ້ນ,ຖ້າ​ເຮົາ​ຢາກ​ລົດ​ຄວາມ​ອ້ວນ​ແທ້​ກໍ​ຢ່າ​ເຂົ້າ​ໃກ້​ຈະ​ດີກ​ວ່າ.


ສີ່:ການ​ບໍ່​ກິນ​ອາຫານ​ເຊົ້າ​ກໍ​ມັກ​ພາ​ໃຫ້​ຄົນ​ອ້ວນ,ອາຫານ​ເຊົ້າ​ເວົ້າ​ສຳລັບ​ພວກ​ເຮົາ​ແລ້ວ​ແມ່ນ​ສຳຄັນ​ທີ່​ສຸດ,ມັນ​ແມ່ນ​ເລື່ອງ​ຊຸກຍູ້​ທີ່​ຂັບ​ຖ່າຍ​ອັນ​ເກົ່າ​ຮັບ​ເອົາ​ສິ່ງ​ໃຫມ່ກ​ໃນ 8 ຊົ່ວ​ໂມງ​ຫຼັງ​ຈາກ​ກິນ​ອາຫານ​ເຊົ້າ,​ໄຂມັນ​ຢູ່​ໃນ​ຮ່າງກາຍ​ຈະ​ໄຫມ້​ຖິ້ມ​ໄວ​ເຂົ້າ,ຖ້າ​ບໍ່​ກິນ​ອາຫານ​ຄາບ​ທຳ​ອິດ,ການ​ຂັບ​ຖ່າຍ​ໃນ​ຫມົດ​ກໍ​ຈະ​ຖືກ​ທຳລາຍ,ຜົນ​ຮ້າຍ​ຢ້ອນຫຼັງ​ຂອງ​ມັນ​ຄິດ​ເບິ່ງ​ກໍ່​ຮູ້​​ໂພດ.


;ຫ້າ:ກິນ​ໄວ​ໂພດ​ກໍ​ຈະ​ພາ​ໃຫ້​ອ້ວນ,ທ່ານ​ອາດ​ຈະ​ຮູ້​ວ່າ,ການ​ກິນ​ອີ່ມ​ຫຼື​ບໍ່​​ແມ່ນ​ກະ​ເພາະ​ລຳ​ໄສ້​ສົ່ງ​ສັນຍານ​ໃຫ້​ເຮົາ​ຮູ້,​ແຕ່​ຫາກ​ແມ່ນ​ສະຫມອງ​ສົ່ງ​ສັນຍານ​ບອກ​ວ່າ,ອາຫານ​ພຽວພໍ​​ແລ້ວ,​ແຕ່​ການ​ຕິດ​ຕໍ່​ພົວພັນ​ລະ​ຫວ່າງ​ສະຫມອງ​ກັບ​ຮ່າງກາຍ​ຕ້ອງ​ໃຊ້​ເວລາ 20 ນາທີ ຊື່​ງຫມາຍ​ຄວາມ​ວ່າ​ຫຼັງ​ຈາກ​ກິນ​ອີ່ມ 20 ນາທີ​ແລ້ວ,​ເຮົາ​ຈຶ່ງ​ຮູ້ສຶກ​ແຮ່ງ,ກິນ​ໄວ​ກໍ່​ແຮ່ງ​ກິນ​ຫຼາຍ,​ເພາະວ່າ​ເຮົາ​ບໍ່​ໄດ້​ຈົ່ງ​ເວລາ​ໃຫ້​ສະຫມອງ​ບອກ​ເຮົາ​ວ່າ​ກິນ​ອີ່ມ​ແລ້ວ,ສະ​ນັ້ນ,ກະ​ນອາຫານ​ຄວນຫຍ້ຳ​ຄອຍ​ກິນ.


ຫົກ:ກິນ​ນ້ຳ​ຫນ້ອຍ,ຂັບ​ຖ່າຍ​ອັນ​ເກົ່າ​ຮັບ​ເອົາ​ສິ່ງ​ໃຫມ່​ມີ​ນ້ຳ​ໄຂມັນ​ ຈຶ່ງ​ໄຫມ້​ໄດ​ເ,ສະ​ນັ້ນ,ຖ້າ​ກິນ​ນ້ຳ​ບໍ່ພໍ,ກໍ່​ຈະ​ເຮັດ​ໃຫ້​ຄົນ​ມັກ​ອ້ວນ​ຄື​ກັນ,ພາຍ​ໃຕ້​ສະພາບ​ປົກກະຕິ,​ແຕ່ລະຄົນ​ມື້ຫນຶ່ງ​ຢ່າງ​ຫນ້ອຍ​ຕ້ອງ​ກິນ​ນ້ຳ 8 ຈອກ.


ທີ່​ຈິງ​ແລ້ວ,ການ​ລົດ​ຄວາມ​ອ້ວນ​ບໍ່​ຢູນຳ​ວ່າ,​ເຈົ້າກິນ​ອາຫານ​ຫຼາຍ​ຫຼື​ຫນ້ອຍ,​ແຕ່​ຢຸ່ນຳ​ວ່າ​ກິນ​ອາຫານ​ແນວ​ໃດ,ຖ້າ​ມີ​ຄວາມ​ຊິນ​ເຄີຍ​ທີ່​ດີ,ບໍ່​ຕ້ອງ​ອົດ​ອາຫານ​ຢ່າງ​ທໍລະມານ,ຫຼື​ເສຍ​ເງິນ​ຫຼວງ​ຫຼາຍ​ໄປ​ຊື້​ຢາ​ລົດ​ຄວາມ​ອ້ວນ.