ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-25 18:21:14    
ແບກ​ແດດເກີດເຫດ​ການ​ລະ​ເບີດ​,​ຢ່າງ​ໜ້ອຍ​ມີ​12​ຄົນ​​ເສຍ​ຊີ​ວິດ,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄປ​ຢາມ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ກ່ອນ​ບຸນ​ໂນ​ແອນ

cri Author: q
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ24​ທັນວາ,ຢູ່​ພາກ​ຕາ​ເວັນ​ຕົກ​ແບກ​​ແດດ ນະຄອນຫຼວງ​ອີ​ຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ,ຢ່າງ​ໜ້ອຍ​ມີ12​ຄົນ​ເສຍ​ຊີວິດ,19ຄົນ​ບາດ​​ເຈັບ.ຕອນ​​ເຊົ້າ​ມື້​ດຽວ​ກັນ,ທ່ານ​ລາມສ໌ຟີ​ວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ໄປ​ຢາມ​ນາຍ​ແລະພົນທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ.

ຕອນ​ຄ່ຳ​ວັນ​ທີ24​ທັນວາ,ຢູ່​ຄຸ້ມ​ໄທ​ເມືອງ​ມໍ່​ສະຖານທູດ​ລີ​ບີ​ທີ່​ຕັ້ງ​ຢູ່​ເຂດມານ​ຊຸນພາກ​ຕາ​ເວັນ​ຕົກ​ແບກ​ແດດ ,ລົດ​ຖັງ​ນ້ຳມັນ​ຄັນ​ໜຶ່ງ​ໄດ້​ລະ​ເບີດ​ຂຶ້ນ​ຢ່າງ​ກະທັນຫັນ,​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ເປັນ​ຈຳນວນ​ຫຼວງ​ຫຼາຍ,​ໃນ​ນັ້ນ​ມີ​ແມ່ຍິງ​ແລະ​ເດັດ​ນ້ອຍ​ຫຼາຍ​ຄົນ.ຝ່າຍ​ຕຳຫຼວດ​ທ້ອງ​ຖິ່ນ​ກ່າວ​ວ່າ,​ເຫດການ​ລະ​ເບີດ​ລາຍ​ນີ້​ອາດ​ຈະ​ແມ່ນ​ເຫດການ​ລະ​ເບີດ​ສະຫຼະ​ຊີບ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ24​ທັນວາ,ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​​ເດີນທາງ​ໄປ​ຮອດ​ອີຣັກ​ເພື່ອຢາມ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່ອນບຸນ​ໂນ​ແອນ.​ທ່ານ​ລາມສ໌ຟີ​ວ​ແມ່ນ​​ເດີນທາງ​ໄປ​ຮອດ​ອີຣັກພາຍຫຼັງ​ຖານ​ທັບ​ອາ​ເມ​ລິ​ກາ​ປະຈຳ​ໂມ​ຊຸນ​ຖືກ​ຫຼອນ​ໂຈມ​ຕີ​ໃນ​ວັນ​ທີ20ທັນວາ,​ເຮັດ​ໃຫ້22​ຄົນ​ເສຍ​ຊີວິດ.​ໃນ​ເວລາ​ຢາມ​ທະຫານ,ທ່ານ​ຮັບຮູ້​ວ່າ​ສະຖານະ​ການ​ຄວາມ​ປອດ​ໄພຂອງ​ອີຣັກ​ໃນ​ປະຈຸ​ບັນ​ແມ່ນ​ຂ້ຽວຂາດ​ຫຼາຍ.