ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-26 17:55:18    
ທ່ານ​ອັບບາສ​ກ່າວ​ປາ​ຖະ​ກະ​ຖາ​​ເທື່ອ​ທຳ​ອິດ​ເພື່ອ​ແຂ່ງ​ຂັນ​ເລືອກ​ຕັ້ງ​ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ

cri Author: q
ຕາມ​ຂ່າວCRI,ວັນ​ທີ25​ທັນວາ,ຢູ່​ລາມາ​ລາ, ທ່ານ​ອັບ​ບາສ ປະທານ​ຄະນະ​ບໍລິຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ເລັສຕິນ​ໄດ້​ກ່າວ​ປາຖະ​ກະຖາ​ແຂ່ງຂັນ​ເລືອກ​ຕັ້ງ​​ເທື່ອ​ທຳ​ອິດ,​ເລີ່​ມເຂົ້າ​ຮ່ວມ​ການ​ແຂ່ງ​ແຂນ​​ເລືອກ​ຕັ້ງ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ຢ່າງ​ເປັນ​ທາງ​ການ.

ໃນ​ນາມ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຂະ​ບວນການ​ປົດ​ປ່ອຍຊາດ​ປາ​ເລັສ​ຕິນ​(ອານ​ຟາ​ຕາ),ວັນ​ທີ25​ທັນວາ,ທ່ານອັບ​ບາສ​ໄດ້​ປະກາດ​ໂຄງການ​ບໍລິຫານ​ຂອງ​ຕົນ,​ຮຽກ​ຮ້ອງ​ໃຫ້​ອິດ​ສະ​ລະ​ແອນ​ປ່ອຍ​ຕົວ​ຊາວ​ປາ​ເລັສຕິນທີ່​ຖືກ​ກັກ​ຂັງ,ຖອນທະຫານ​ອອກ​ຈາກ​ດິນ​ແດນ​ປາ​ເລັສ​ຕິນ​ຢ່າງ​ຮອບ​ດ້ານ.ທ່ານ​ກ່າວ​ເນັ້ນ​ວ່າ,ທ່ານ​ຈະ​ທຳ​ຄວາມ​ພະຍາຍາມ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ເພື່ອ​ບັນ​ລຸ​ການ​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສຕິນ,ຮັບປະກັນ​ສິດ​ກັບ​ຄືນ​ປະ​ເທດ​ຊາດ​ຂອງ​ຊາວ​ອົບ​ພະ​ຍົບ​ປາ​ເລັສ​ຕິນ.​ທ່ານ​ອັບບາສຍັງ​ກ່າວ​ວ່າ,ທ່ານ​ຍິນ​ດີ​ຈັດການ​ເຈລະ​ຈາ​ສັນ​ຕິ​ພາບ​ກັບ​ອິດ​ສະ​ລະ​ແອນ.

ວັນ​ທີ25​ທັນວາ,ຝ່າຍ​ທາງ​ການ​ປາ​ເລັສຕິນ​ແຈ້ງ​ຂ່າວ​ວ່າ, ​ໃນ​ວັນ​ທີ26​ທັນວາ, ​ສອງ​ຝ່າຍ​ປາ​ເລັສ​ຕິນ​ແລະອິດ​ສະລະ​ແອນ​ຈະ​ເຊັນ​ສັນຍາ​ຫຼາຍສະບັບ,​ເພື່ອ​ຊຸກ​ຍູ້​ໃຫ້ການ​ເລືອກ​ຕັ້ງ​ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ດຳ​ເນີນ​ໄປ​ຢາງ​ສະ​ດວກ​ຢູ່​ຝັ່ງຕາເວັນຕົກ​ແມ່​ນ້ຳ​ຈໍ​ແດນ,​ແຖບ​ກາ​ຊາ​ແລະ​ເຢລູຊາ​ແລມຕາ​ເວັນ​ອອກ.