ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-27 16:43:32    
ແຜ່ນດິນ​ໄຫວ​ແລະ​ທະ​ເລ​ເດືອດ​ຟອງ​ຢ່າງ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ພາກ​ພື້ນ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢາງ​ຫຼວງ​ຫຼາຍ(ສຽງ)

cri Author: mengmeng

ຕາມ​ຂ່າວCRI, ​ເວລາ​ປະມານ8​ໂມງ​ເຊົ້າ​ວັນ​ທີ26​ທັນວາ​ເວລາ​ທ້ອງ​ຖິ່ນ, ​ເຂດ​ທະ​ເລ​ເກາະ​ຊູ​ມັດຕຼາພາກ​ເໜືອ​ອິນ​​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ຂັ້ນ8ລິກ​ເທີ​ຂຶ້ນ​ໄປ, ​ແລະ​ພາ​ໃຫ້​ເກີດ​ທະ​ເລ​ເດືອດ​ຟອງ​ຢ່າງ​ຮຸນ​ແຮງ, ​ໄດ້​ກະທົບກະ​ເທືອນ​ເຖິງ​ຫຼາຍ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້. ນັບ​ມາ​ຮອດ​ເວລາ​ທີ່​ນັກ​ຂ່າວ​ອອກ​ຂ່າວ, ​ແຜ່ນດິນ​ໄຫວ​ແລະ​ທະ​ເລ​ເດືອດ​ຟອງ​ໄດ້​ເຮັດ​ໃຫ້​ພາກ​ພື້ນ​ນີ້​ຕາຍ​ໝື່ນ​ກວ່າ​ຄົນ.

ຕາມ​ໄດ້​ຊາບ, ​ໃຈກາງ​ແຜ່ນດິນ​ໄຫວ​ເທື່ອ​ນີ້​​ຢູ່​ພື້ນ​ທະ​ເລ​ທີ່​ໄກ​ຈາກ​​ແຂວງ​ອາ​ເຈ​ເທິງ​ເກາະ​ຊູ​ມັດຕຼາ​ໄປ​ທາງ​ທິດຕາ​ເວັນ​ຕົກສ​ຽງ​ໃຕ້260​ກິ​ໂລ​ແມັດ. ຜົນ​ການ​ຢັ່ງ​ແທກ​ຂອງ​ຈີນ, ອາ​ເມ​ລິ​ກາ​ແລະ​ຝຣັ່ງຕ່າງ​ແມ່ນ​ແຜ່ນດິນ​ໄຫວ​ຂັ້ນ8,7ລິກ​ເທີ, ຂັ້ນ8,9ລິກ​ເທີ​ແລະ​ຂັ້ນ8,5ລີ​ກ​ເທີ. ຕາໜ່າງສຳ​ຫຼວດຢັ່ງ​​ແທກ​ທໍລະນີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ​ແຜ່ນດິນ​ໄຫວ​ຂອງ​ອິນ​ໂດ​ເນ​ເຊຍ​ຄັ້ງ​ນີ້​ແມ່ນ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ​ກວ່າ​ໝູ່​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແຕ່​ປີ1964​ເປັນ​ຕົ້ນ​ມາ.

ຢູ່​ອິນ​ໂດ​ເນ​ເຊຍ, ​ແຜ່ນດິນ​ໄຫວ​ແລະ​ທະ​ເລ​ເດືອດ​ຟອງ​ໄດ້​ເຣັດ​ໃຫ້4400​ກວ່າ​ຄົນ​ເສຍ​ຊີວິດ. ພາຍຫຼັງ​ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​​ໂດ​ເນ​ເຊຍ​ທີ່​ພວມ​ກວດກາ​ນຢູ່​ແຂວງບາ​ບູອາ​ແຫ່ງ​ອິນ​​ໂດ​ເນ​​ເຊຍ​ຮູ້​ຂ່າວ​ກ່ຽວ​ກັບ​ແຜ່ນດິນ​ໄຫວ​ແລ້ວ, ​ໄດ້​ຊີ້​​ແຈງໃຫ້​ພະ​ແນ​ກທີ່​ກ່ຽວຂ້ອງ​ຂອງ​ລັດຖະບານທຳ​ປະຕິກິລິຍາສຸກ​ເສີນ​ໃນ​ທັນທີ. ທ່ານ​ຊູຊີ​ໂລ​ກ່າວ​ວ່າ, ຈະ​ໄປ​ເຂດ​ປະສົບ​ໄພ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ຜູ້​ປະສົບ​ໄພ.

​ເມື່ອ​ສັງ​ເກດ​ຈາກ​ສະພາບ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເກາະ​ຊູ​ມັດຕຼາ​ແລ້ວ​ເຫັນ​ວ່າ, ຜົນ​ຮ້າຍ​ໂດຍ​ກົງ​ຈາກ​ແຜ່ນດິນ​ໄຫວ​ນັ້ນ​​ບໍ່​ໜັກໜ່ວງ​ປານ​ໃດ, ​ແຕ່​ທະ​ເລ​ເດືອດ​ຟອງ​ທີ່​ເນື່ອງ​ຈາກ​ແຜ່ນດິນ​ໄຫວ​ນັ້ນ​ໄດ້​ກະ​ໜ່ຳ​ເຖິງ​ປະ​ເທດ​ອື່ນໆ​ທີ່​ຢູ່​ແຄມ​ມະຫາ​ສະມຸດ​ອິນ​ເດຍ, ​ໄດ້​ສ້າງ​ຜົນ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ.

​ໃນ​ລະ​ເທ​ເດືອດ​ຟອງ​ຄັ້ງ​ນີ້, ອິນ​ເດຍ​ແລະ​ສີ​ລັງກາ​ທີ່​ອາຊີ​ໃຕ້​ນັ້ນ​ມີ​ສະພາບ​ປະສົບ​ໄພ​ໜັກ​ໜ່ວງ​ກວ່າ​ໝູ່. ປະຈຸ​ບັນ, ທະ​ເລ​ເດືອດ​ຟອງ​ທີ່​ເນື່ອງ​ຈາກ​ແຜ່ນດິນ​ໄຫວ​ນັ້ນ​ໄດ້​ເຣັດ​ໃຫ້​ອິນ​ເດຍມີ2​ພັນ​ກວ່າ​ຄົນ​ເສຍ​ຊີວິດ. ທ່າ​ນຊິງ ນາຍົກລັດຖະມົນຕີອິນ​ເດຍ​ໄດ້​ແຕ່ງ​ລັດຖະມົນຕີ​ກະຊວງນ້ຳມັນ​ເຊື້ອ​ໄຟ​ແລະ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ໄປ​ເຂດ​ປະສົບ​ໄພ, ຮັບຜິດ​ຊອບ​ວຽກ​ງານ​ກອບ​ກູ້​ຊ່ອຍ​ເຫຼືອ. ​ເຂດ​ກວ້າງ​ໃຫຍ່​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ໃຕ້​ຂອງ​ສີ​ລັງກາ​ຖືກ​ນ້ຳ​ຖ້ວມ, ທະ​ເລ​ເດືອດ​ຟອງ​ໄດ້​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວ​ມີ4500​ກວ່າ​ຄົນ​ເສ​ຍຊີວິດ. ລັດຖະບານ​ສີ​ລັງກາ​ໄດ້​ປະກາດ​ທົ່ວ​ປະ​ເທດ​ເຂົ້າ​ສູ່​ສະພາວະ​ສຸ​ກ​ເສີນ, ກອງ​ທະຫານ​ງວດ​ໃຫຍ່​ຂອງ​ປະ​ເທ​ດດັ່ງກ່າວ​ກໍ່​ໄດ້​ໄປ​ຊ່ອຍ​ກອບ​ກູ້​ຢູ່​ເຂດ​ປະສົບ​ໄພ.

ນອກ​ນີ້, ​ແຜ່ນດິນ​ໄຫວ​ຍັງ​ໄດ້​ເຮັດ​ໃຫ້​​ເຂດທະ​ເລ​ທີ່​ມໍ່​ເກາະ​ພູ​ເກັດ​ເຊິ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ພາກ​ໃຕ້​ຂອງ​ໄທ​ເກີດ​ທະ​ເລ​ເດືອດ​ຟອງ, ຟອງ​ທະ​ເລ​ທີ່​​ຮ້າຍ​ແຮງ​ໄດ້ມ້ວນເອົາ ນັກທ່ອງທ່ຽວທີ່ພວມທ່ຽວຊົມຢູ່ເທິງເກາະເປັນຈຳນວນ ຫຼວງຫຼາຍ,

ໂຮງ​ແຮມ​ຫຼາຍ​ຫຼັງ​​ເທິງ​ເກາະ​ກໍ່​​ເລີ່​ມຍົກຍ້າຍ​ຄົນ. ປະຈຸ​ບັນ, ທະ​ເລ​ເດືອດ​ຟອງ​ໄດ້​ເຮັດ​ໃຫ້ຫຼາຍ​ຈັງ​ຫວັດ​ທີ່​ພາກ​ໃຕ້​ຂອງ​ໄທ​ມີ310​ກວ່າ​ຄົນ​​ເສຍ​ຊີວິດ, ຫຼາຍ​ຮ້ອຍ​ກວ່າ​ຄົນ​ບາດ​ເຈັບ. ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຜູ້​ປະສົບ​ໄພ​ຖອນ​ອອກ​ຈາກ​ເຂດ​ທີ່​ຖືກ​ທະ​ເລ​ເດືອດ​ຟອງ​ຫຼອນ​ໂຈມ​ຕີ​ທີ່​ພາກ​ໃຕ້​ຂອງ​ໄທ.

ຢູ່​ມາ​ເລ​ເຊຍ, ທະ​ເລ​ເດືອດ​ຟອງ​ທີ່​ເນື່ອງ​ຈາກ​ແຜ່ນດິນ​ໄຫວ​​ໄດ້​ພາ​ໃຫ້42​ຄົນ​ເສຍ​ຊີວິດ. ທະ​ເລ​ເດືອດ​ຟອງ​ຍັງ​ເຮັດ​ໃຫ້​ເຂດ​ສອງ​ສ່ວນ​ສາມ​ຂອງ​ມາ​ເລ​ນະຄອນຫຼວງ​ມານ​ດາຍຖືກ​ນ້ຳ​ຖ້ວມ, ​ເຮັດ​ໃຫ້15ຄົນ​ເສຍ​ຊີວິດ.

ພາຍຫຼັງ​ປະ​ເທ​ດດັ່ງກ່າວ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ທະ​ເລ​​ເດືອດ​ຟອງ​ແລ້ວ, ປະຊາ​ຄົມ​ໂລກ​ໄດ້​ທະຍອຍ​ກັນ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ຄວາມ​ເຫັນ​ໃຈ​ຕໍ່​ປະ​ເທດ​ປະສົບ​ໄພ, ປະ​ເທດ​ແລ​ະອົງການ​ຈັດ​ຕັ້ງ​ສາກົນ​ບໍ່​ໜ້ອຍ​ຍັງ​ກ່າວ​ວ່າ​ຈະ​ໃຫ້ການ​ຊ່ອຍ​​ເຫຼືອ​ແກ່​ເຂດ​ປະສົບ​ໄພ. ວັນ​ທີ26​ທັນວາ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຝາກ​ໂທລະ​ເລກ​ໄປຍັງ​ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ: ອິນ​ໂດ​ເນ​ເຊຍ, ອິນ​ເດຍ​ແລະ​ສີ​ລັງກາ​ເປັນ​ຕົ້ນ, ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​​ໃຈ​ຕໍ່​ປະ​ເທດ​ດັ່ງກ່າວ​ທີ່​ທະ​ເລ​ເດືອດ​ຟອງ​ເຮັ​ດ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງຫຼວງ​ຫຼາຍ​ແລະ​ປະສົບ​ຜົນ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ. ຕອນ​ຄ່ຳ​ວັນ​ທີ26​ທັນວາ, ກະຊວງ​ການ​ຄ້າ​ຈີນ​ປະກາດ​ວ່າ, ລັດຖະບານ​ຈີນ​ຕົກລົງ​ໃຫ້ການ​ຊ່ອຍ​​ເຫຼືອ​​ໂດຍ​ດ່ວນດ້ານ​ມະນຸດສະທຳ​ແກ່5​ປະ​ເທດ​ເຊັ່ນ​ອິນ​ເດຍ​ເປັນ​ຕົ້ນ. ວັນ​ທີ26​ທັນວາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ສະຫະ​ປະຊາ​ຊາດ​ໄດ້​ກຽມ​​ພ້ອມ​ຢູ່​ທຸກ​ເວລາ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະສົບ​ໄພ. ຄະນະ​ກຳມະການ​ສະຫະພາ​ບ​ເອີ​ລົບ​ຕົກລົງ​ໃຫ້ການ​ຊ່ອຍ​​ເຫຼືອ​ດ່ວນ​ງວດ​ທຳ​ອິດ​ທີ່​ມີ​ມູນ​ຄ່າ3​ລ້ານ​​ເອີ​ໂລ​ແກ່​ປະ​ເທດ​ປະສົບ​ໄພ. ນອກ​ນີ້, ວັນ​ທີ26​ທັນວາ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ, ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ​ແລະ​ທ່ານ​ປູ​ຕິນ ປະທານາ ທິບໍດີ​ລັດ​ເຊຍ​ໄດ້​ອອກ​ຖະ​ແຫຼງການຫຼື​ຝາກ​ໂທລະ​ເລກ​ໄປ​ຍັງ​ຜູ້ນຳ​ປະ​ເທດ​ປະສົບ​ໄພ, ສະ​ແດ​ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ສະພາບ​ປະສົບ​ໄພ​ຂອງ​ປະ​ເທດ​ເຫຼົ່າ​ນີ້. ນອກ​ນີ້, ​ປະ​​ເທ​ດຕ່າງໆ​ເຊັ່ນ: ​ເຢຍລະ​ມັນ, ຍີ່​ປຸ່ນ, ​ໂກ​ແວັດ​ແລະ​ເກຼັກ​ເປັນ​ຕົ້ນ​ກໍ່​ກ່າວ​ວ່າ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ປະ​ເທດ​ປະສົບ​ໄພ.