ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-27 19:50:37    
ປະຊາ​ຄົມ​ໂລກພາກັນ​ຊ່ອຍ​ເຫືຼອ​ເຂດ​ປະສົບ​ໄພ

cri
ຕາມ​ຂ່າວcri: ​ນັບ​ມາ​ຮອດ​ວັນ​ທີ 27 ທັນວາ,ແຜ່ນດິນ​ໄຫວ​ແຮງ​ແລະ​ທະ​ເລ​ເດືອດ​ຍ້ອນ​ແຜ່ນ​ດິນ​ໄຫ​ວ​ໄດ້​ພາ​ໃຫ້​ຫນຶ່ງ​ຫມື່ນ​ກວ່າ​ຄົນ​ເສ​ຍຊີວິດ​ແລະ​ການ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ທີ່​ເຫືຼອຄັນນະນາ.ພາຍຫລັງ​ເກີດ​ໄພ​ແລ້ວ,ນອກຈາກ​ລັດຖະບານ​ຂອງ​ປະ​ເທດ​ທີ່​ປະສົບ​ໄພ​ດຳ​ເນີນ​ການ​ກອບ​ກູ້​ຢ່າງ​ວ່ວງ​ໄວ​ແລ້ວ,ຫລາຍໆ​ປະ​ເທດ​ແລະ​ອົງການ​ຈັດຕັ້ງສາ​ກົນ​ກໍ່​ພາກັນ​ຊ່ອຍ​ເຫືຼອ​ເຂດ​ປະສົບ​ໄພ​ຢ່າງ​ໄວວາ.

ວັນ​ທີ 26 ທັນວາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫລ​ງການ​ວ່າ,ທ່ານ​ຮູ້ສຶກ​​ໂສກເສົ້າທີ່​ສຸດທີ່​ແຜ່ນດິນ​ໄຫວ​ແລະ​ທະ​ເລ​ເດືອດ​ໄດ້​ພາ​ໃຫ້​ເສຍ​ຫາຍ​ດ້ານຊີວິດ​ແລະ​ຊັບ​ສິນ​ອັນ​ມະຫາສານ,​ແລະ​ເຫັນ​ໃຈ​ແລະ​ຖາມ​ຂ່າວ​ນຳ​ລັດຖະບານ​​ແລະ​ປະຊາຊົນ​ຂອງ​ປະ​ເທດ​ທີ່​ປະສົບ​ໄພ.ມື້ດຽວ​ກັນ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກໍ່​ໄດ້​ຝາກ​ໂທລະ​ເລກ​ໄປ​ຍັງ​ປະມຸກ​ລັດ​ຂອງ​ປະ​ເທດ​ທີ່​ປະສົບ​ໄພ,ຕາງຫນ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງຄວາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ເທດ​ເຫົ່ຼານີ້​ທີ່​ປະສົບ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຢ່າງ​ຫນັກຫນ່ວງ,​ແລະ​ໄວ້ອາ​ໄລ​ຢ່າງ​ເສົ້າສະຫລົດ​ໃຈ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ.

ສົມ​ເດັດ​ເອ​ເລັກ​ຊາ​ເບ​ດ ລາ​ຊີ​ນີອັງກິດ ທ່ານ​ຊີ​ລັກ ປະທານາທິບໍດີ​ຝຣັ່ງ ທ່ານ​ປູ​ຕິນ ປະທານາທິບໍດີ​ລັດ​ເຊຍ​ແລະ​ສົມ​ເດັດ​ເບ​ຢາຕິຼກສ ລາ​ຊີ​ນີ​ໂຮ​ນລັງກໍ່​ພາກັນ​ສະ​ແດງ​ຄວາມ​ເຫັນ​​ໃຈ​ຕໍ່​ປະ​ເທດ​ທີ່​ປະສົບ​ໄພ.

​ໃນ​ຂະນະ​ດຽວ​ກັນ,ປະຊາ​ຄົມ​ໂລກ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກອບ​ກູ້​ຢ່າງ​ວ່ອງ​ໄວ.ປະຈຸ​ບັນ,ສະຫະ​ປະຊາ​ຊາດ​ໄດ້​ແຕ່​ງຫນ່ວຍ​ງານ​ປະ​ເມີນ​ໄພ​ແລະ​ປະສານ​ງານ​ກອບ​ກູ້​ໄປ​ເຂດ​ປະສົບ​ໄພ​ແລ້ວ.ຫ້ອງການ​ປະສານ​ງານ​ວຽກ​ງານ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ພະນັກງານ​ສະຫະ​ປະຊາ​ຊາດ​ໄດ້​ເລີ່​ມ​ເບີກ​ເງິນ​ສົງ​ເຄາະ​ດ່ວນ​ໃຫ້​ປະຊາ​ຊົນ​ຜູ້​ປະສົບ​ໄພ​ຂອງ​ສີ​ລັງກາ​​ແລ້ວ.

ສະພາກາ​ແດງ​​ແລະ​ສະຫະພັນ​ສາກົນ​ຊີກ​ວົງ​ເດືອນ​ແດງ​ທີ່​ສຳນັກງານ​ໃຫຍ່​ຕັ້ງຢູ່​ເຊີ​ແນວ​ໄດ້​ເບີກ​ເງິນ 8 ​ແສນ 7 ຫມື່ນ​ໂດ​ລາ​ສະຫະລັດ​ຈາກ​ກອງ​ທຶນ​ກູ້​ໄພ​ຂອງ​ເຂົາ​ໃຫ້​ສະຫະ​ປະຊາ​ຊາດ​ແລ້ວ.

ໃນ​ນາມ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງກັບປະ​ເທດ​ທີ່​ປະສົບ​ໄພ,ລັດຖະບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​ນຳ​ສະພາບ​ຂອງ​ເຂດ​ປະສົບ​ໄພ​ຢ່າງ​ໃກ້ຊິດ.ຕອນ​ຄ່ຳວັນ​ທີ 26 ທັນວາ,ກະຊວງ​ການ​ຄ້າ​ຈີນປະກາດ​ວ່າ,ລັດຖະບານ​ຈີນ​ຕົກລົງ​ສະຫນອງ​ການ​ຊ່ອຍ​ເຫືຼອດ່ວນ​ແບບ​ມະນຸດສະທຳ​ແກ່ 5 ປະ​ເທດ​ເຊັ່ນ ອິນ​ເດຍ ອິນ​ໂດ​ເນ​ເຊຍ ສີ​ລັງກາ ມານ​ດາຍ​ແລະ​ໄທ.ປະຈຸ​ບັນ,ກະຊວງ​ການ​ຄ້າ​ຈີນ​ໄດ້​ເລີ່​ມປະຕິບັດ​ກົນ​ໄກ​ກອບ​ກູ້​ດ​ດ່ວນ​ແລ້ວ,​ເພື່ອ​ມອບ​ການ​ຊ່ອຍ​ເຫືຼອດ່ວນໃຫ້​ປະ​ເທດ​ທີ່​ປະສົບ​ໄພຢ່າງ​ວ່ອງ​ໄວ.ຍີ່ປຸ່ນ​ທີ່​ມີ​ບົດຮຽນ​ຫລາຍ​ໃນ​ດ້ານຮັບ​ມື​ກັບ​ແຜ່ນດິນ​ໄຫວ​ແລະ​ທະ​ເລ​ເດືອດ​ກໍ່​ໄດ້​ແຕ່າງ​ກອງ​ປິ່ນປົວ​ທີ່​ປະກອບ​ດ້ວຍ​ປະ​ມານ 20 ຄົນ​ກອງ​ຫນຶ່ງ​ໄປ​ສີ​ລັງກາ​ຕາມ​ຄຳ​ຮ້ອງ​ຂໍ.ນອກ​ນີ້,ຍີ່ປຸ່ນ​ຍັງ​ກຽມ​ແຕ່ງ​ກອງ​ກອບ​ກູ້​ເພີ່ມ​ໄປ​ອິນ​ໂດ​ເນ​ເຊຍ ​​ໄທ​ແລະ​ສີ​ລັງກາ,​ແລະ​ມອບ​ຜ້າ​ເຕັນ ພົມ​ແລະ​ຈັກ​ຜະລິດ​ໄຟຟ້າ​ແລະ​ວັດຖຸ​ຊ່ອຍ​ເຫືຼອດ່ວນ​ອື່ນໆ​ໃຫ້.ຫນ່ວຍ​ປິ່ນປົວ​ຂອງ​ອິດ​ສະລະ​ແອນກໍ່​ໄດ້​ເດີນທາງ​ໄປ​ເຖິງສີ​ລັງກາ​ແລ້ວ.ວັນ​ທີ 26 ທັນວາ,ລັດຖະບານ​ໂກ​​ແວັດ​ກ່າວ​ວ່າ,ຈະ​​ໃຫ້​ທຶນ​ຊ່ອຍ​ເຫືຼອ​ແກ່​ປະ​ເທດ​ທີ່​ປະສົບ​ໄພ.

​ໃນ​ຂະນະ​ດຽວ​ກັນ,ສະຫະພາບ​ເອີ​ລົບ​ແລະ​ປະ​ເທດ​ເອີ​ລົບ​ຈຳ​ນວນ​ຫນຶ່ງ​ກໍ່​ໄດ້​ໃຫ້ການ​ຊອ່ຍ​ເຫືຼອ.ວັນ​ທີ 26 ທັນວາ,ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ຕົກລົງ​ວ່າ,ສະຫະພາບ​ເອີ​ລົບ​ຈະ​ໃຫ້ການ​ຊ່ອຍ​ເຫືຼອດ່ວນ​ງວດ​ທຳອິດ​ 4 ລ້ານ​ໂດ​ລາ​ສະຫະລັດແກ່​ປະ​ເທດ​ທີ່​ປະສົບ​ໄພ.ປະກາດ​ແຈ້ງ​ຂ່າວ​ທີ່​ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ປະກາດ​ນັ້ນຂຽນ​ວ່າ,ຕາບ​ໃດ​ຄວາມ​ຕ້ອງການ​ຂອງ​ເຂດ​ປະສົບ​ໄພ​ຢູ່​ອາຊີ​ໄດ້​ຖືກ​ຢືນຢັນ​ແລ້ວ,ສະຫະພາບ​ເອີ​ລົບ​ອາດ​ຈະ​ໃຫ້​ການ​ຊ່ອຍ​ເຫືຼອຍິ່ງ​ຫລາຍ​ກວ່າ​ເກົ່າ​ແກ່​ເຂດ​ປະສົບ​ໄພ.ພ້ອມ​ກັນນັ້ນ,ສະຫະພາບ​ເອີ​ລົບ​ພວມ​ຕິດຕ​ຕໍ່​ພົວພັນ​ກັບ​ຄູ່​ຮ່ວມ​ມື​ເຊັ່ນ​ລວມທັງ​ຄະນະ​ກຳມະການ​ສາກົນ​ສະພາກາ​ແດງ ສະຫະພັນ​ສາກົນ​ຊີກ​ວົງ​ເດືອນ​ແດງ​ເປັນຕົ້ນ,ຮັບປະ​ກັບ​ໃຫ້ການ​ຊ່ອຍ​ເຫືຼອຂອງ​ສະຫະ​ພາບ​ເອີ​ລົບ​ສາມາດ​ເອົາ​ໃຫ້​ເຂດ​ປະສົບ​ໄພ​ຢ່າງ​ວ່ອງ​ໄວ​ໄດ້.ນອກ​ນີ້,​ຫລາຍໆ​ປະ​ເທດ​ເອີ​ລົບ​ເຊັ່ນເຢຍລະ​ມັນ ອີ​ຕາ​ລີ ​ແບນ​ຊິກ ຝຣັ່ງ ອັງກິດ ຊູ​​ແອັດ ​ໂອດຼິດ​ແລະ​ເກັຼກ​ເປັນຕົ້ນກໍ່​ອອກ​ເງິນ​ອອກກຳລັງ​ຄົນ,​ບໍ່ພ​ຽງ​ແຕ່​ໄດ້​ແຕ່າງ​ຫນ່ວນ​ປິ່ນປົວ​ໄປ​ເຂດ​ປະສົບ​ເທົ່າ​ນັ້ນ,ຍັງ​ໄດ້​ຫ້າງ​ຫາ​ວັດຖຸ​ທີ່​ຕ້ອງການ​ດ່ວນ​ເຊັ່ນ​ຜ້າ​ເຕັນ ພົມ​ແລະ​ຢຸກຢາ​ເປັນຕົ້ນ.ມື້​ດຽວ​ກັນ,ກະຊວງ​ສະພາບ​ສຸກ​ເສີນ​ຂອງ​ລັດ​ເຊຍ​ປະກາດ​ວ່າ,ລັດ​ເຊຍ​ຈະ​ແຕ່ງ​ຍົນ​ຂົນ​ສົ່ງ​ອິນ-76 ສອງ​ລຳ​​ເພື່ອ​ສະຫນອງ​ວັດຖຸ​ທີ່​ຕ້ອງການ​ດ່ວນ​ໃຫ້​ປະ​ເທດ​ທີ່​ປະສົບ​ໄພ,ພະນັກງານ​ກອບ​ກູ້​ຂອງ​ລັດ​ເຊຍ​ກໍ່​ຈະ​ໄປ​ເຂ​ດປະສົບ​ໄພ​ນຳ​ກັນ​ກັບ​ຍົນ​ລຳ​ດຽວກັນ.