ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-27 21:47:20    
ຊີ​ເລຍ​ກ່າວ​ວ່າ​ບໍ່ຫ່ອນ​ປ່ຽນ​ແປງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ປະຕິບັດ​ໃນ​ປະຈຸ​ບັນ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 26 ທັນວາ​ນີ້ ທ່ານ​ມາ​ເຮີ​ດີ ດາ​ເຮີ​ລາ​ລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າ​ວຊີ​ເລຍ​ກ່າວ​ວ່າ, ຊີ​ເລຍ​ບໍ່ຫ່ອນ​ປ່ຽນ​ແປງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ປະ​ຕິບັດ​ໃນ​ປະຈຸ​ບັນ​ຍ້ອນ​ຖືກ​ກົດໜີບຢ່າງ​ຮຸນ​ແຮງຈາກ​ຝ່າຍ​ອາ​ເມ​ລິ​ກາ.

ທ່ານ​ດາ​ເຮີ​ລາ​ລາ​ກ່າວ​​ເນັ້ນວ່າ, ຊີ​ເລຍ​ບໍ່​ຮັບ​​ເຫັນ​ດີອັນ​ທີ່​ວ່າ "​ສັນຕິພາບ"ທີ່​ວົງ​ການ​ພາຍ​ນອກ​ຂຶນ​ເຕັງ​ໃຫ້,ກອງ​ທະຫານ​ອິສລາ​ແອນ​ຕ້ອງ​ຖອຍ​ຄືນ​ໄປ​ຫາ​ຊາຍ​ແດນ​ກ່ອນ​ປີ 1967. ພ້ອມ​ກັນນັ້ນ ທ່ານ​​ໄດ້​ຕິຕຽນ​ອາ​ເມ​ລິ​ກາ​ໃຊ້ຫຼັກໝັ້ນ​ເຂົ້າຂ້າງ​ອິສລາ​ແອນ​ໂດຍ​ຕະຫຼອດ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງຝ່າຍ​ອິສລາ​ແອນ​ໂດຍ​ສະຫຼະຜົນ​ປະ​ໂຫຍ​ດຂອງຝ່າຍອາ​ລັບ.

​ໃນ​ບັນຫາ​ອີຣັກ, ທ່ານ​ດາ​ເຮີ​ລາ​ລາ​ເດັດດ່ຽວ​ປະຕິ​ເສດ​ຂ່າວທີ່​ວ່າ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຊີ​ເລຍ​ພົບ​ປະ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ຂອງ​ຊີ​ເລຍ​ຢູ່​ເມືອງ​ຟາ​ລູຈາ. ທ່ານ​ຍັງ​ກ່າວ​ວ່າ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ວາງ "ຫຼັກການ​ພື້ນຖານ" ​ເພື່ອ​ອະທິປະ​ໄຕ​ສົມບູນ​ຂອງ​ອີຣັກແລະ​ປົກປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະຄວາມເປັນ​ເອກະພາບ​ຂອງ​ອີຣັກ.