ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-28 16:52:50    
ອາຫານ​ການ​ກິນ​ອັນ​ເຫມາະ​ສົມ,ຫັດກາຍ​ບໍລິຫານ​ພໍ​ດ້າມ​ພໍດີ

cri

ນະ​ທີ່​ນີ້,ພວກ​ເຮົາ​ໄດ້​ເຊີນ​ທ່ານ​ສາດສະດາຈານ​ຮົງ​ຊ້າ​ວກວງ ຜູ່​ຊ່ຽວຊານ​ແພດສາດ​ປົວພະຍາດ​ເລືອດ​ດັນ​ສູງ,ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ແລະ​ພະຍາດ​ຜູ່​ເຖົ້າ,ມາ​ແນະ ນຳ​ຄວາມ​ຮູ້​ກ່ຽວ​ກັບ​ສຸກຂະພາບ,​ໄດ້​ກ່າວ​ເຖິງ​ຄຳ​ຖະ​ແຫຼ​ງການ​ວິກຕໍ​ເລຍ​ຂອງ​ອົງການ​ອະນາ​ໄມ​ໂລກ​ກ່ຽວ​ກັບ​ສຸກຂະພາບທີ່​ມີ​ຢູ່ 4 ຄຳ​ຄື:ອາຫານ​ການ​ກິນ​ອັນ​ເຫມາະ​ສົມ,ຫັດກາຍ​ບໍລິຫານ​ພໍ​ດ້າມ​ພໍດີ,ບໍ່​ສູບຢາ ຈຳກັດ​ເຫຼົ້າ,ມີ​ຈິດ​ໃຈ​ສະຫງົບ​ທຸ່ນ​ທ່ຽງ,ທ່ານ​ຮົງຊ້າ​ວກວງ ​ໄດ້​ອະທິບາຍ​ຫລັກ​ອາຫານ​ການ​ກິນ​ອັນ​ເຫມາະ​ສົມ​ໃນ​ຊີວິດ​ປະຈຳ​ວັນ,​ເຊ່ິງ​ເພ່ີນ​ໄດ້​ຂ້ອນ​ເປັນຄວາມ​ຈື່​ງ່າຍໆ​ວ່າ 1 2 3 4 5 ​ແລະ​ສີ​ແດງ ສີ​ເຫຼືອງ ສີຂຽວ ສີຂາວ​ແລະ​ສີດຳ,ນະ​ທີ່​ນີ້,ທ່ານ​ຈະ​ອະທິບາຍ​ຄຳ​ທີ່​ວ່າກາ​ນຫັດກາຍ​ພໍ​ດ້າມ​ພໍດີ.

ຄຳ​ວ່າກາ​ນຫັດກາຍ​ພໍ​ຄ້າມ​ພໍດີ,​ເພ່ີນ​ໄດ້​ວາງ​ໄວ້​ໃນ​ຄຳ​ທີ​ສອງ​ແຫ່ງ​ການ​ຮັກສາ​ສຸກຂະພາບ,ກໍ​ພໍ​ເຫັນ​ໄດ້​ວ່າ​ມັນ​ມີ​ຄວາມ​ສຳຄັນ​ທີ່​ສຸດ,ຕັ້ງ​ແຕ່ 2500 ປີ​ກ່ອນ​ພຸ້ນ,  ທ່ານ​ຮີ​ປຼັອກຄຼາຕິ​ສ ​ແພດ​ຜູ້​ມີ​ຊື່​ສຽງ​ຂອງ​ເກຼັກບູຮານ,ບິດາ​ແຫ່ງ​ແພດສາດ​ກໍ​ເຄີຍ​ເວົ້າ​ວ່າ,​ແສງ​ແດດ,ອາກາດ ນ້ຳ​ແລະ​ກິລາ,​ແມ່ນ​ບໍ່​ເກີດ​ແຫ່ງ​ຊີວິດ​ແລະ​ສຸກຂະພາບ,​ເປັນ​ຫຍັງ​ກິລາ​ຈ່ຶງ​ສຳຄັນ​ປານ​ນັ້ນ?ທ່ານ​ສາດສະດາຈານ​ຮົງ​ເວົ້າ​ວ່າ ຫຼິ້ນ​ກິລາ​ມີ​ຜົນ​ດີ​ໃນ 4 ດ້ານ​,ຫນ່ຶງ​ຮູບ​ຮ່າງ​ດີ,​ໄຂມັນ​ຫນ້ອຍ,ກ້າມ​ເນື້ອ​ແຫນ້ນ ສອງ​,ມີ​ກຳລັງວັງຊາ
ອາລົມ​ດີ ຈິດ​ໃຈ​ເບີກບານ,ສາມ,ບໍ່​ເປັນ​ພະຍາດ​ກະ​ດູກ​ຜ່ອຍ,ບໍ່​ຂາດ​ທາດ​ການເຊຍ​ມ໌​,​ເມື່ອ​ເຖົ້າ​ແລ້ວ​ກໍ​ບໍ່​ເຕ້ຍ​ລົງ,ສ່ີ ມີ​ຜົນດີ​ຕໍ່​ການ​ປົວພະຍາດ​ເບົາຫວານ,​ໂລກ​ຫົວ​ໃຈແລະ​ໂລກ​ເຊີ້​ຊ້າ​ຂອງ​ຜູ່​ເຖົ້າ.

ມີ​ແຕ່​ຫຼິ້ນ​ກິລາ,ຈ່ຶງ​ສາມາດ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຄື​:ຫົວ​ໃຈ​ແລະ​ປອດ ​ແລະ​ລະບົບ​ສາຍ​ເລືອດ​ຫມູນວຽນ,ລະບົບ​ຍ່ອຍ​ອາຫານ ລະບົບ​ຂັບ​ຍ່ອຍ​ເປັນ​ຕົ້ນ​ຈ່ຶງ​ໄດ້ຮັບການ​ຝຶກ​ຝົນ​ຢ່າງ​ເຕັມທີ່,ມີ​ແຕ່​ຫຼິ້ນ​ກິລາ​ຫັດກາຍ​ທໍ່​ນັ້ນ,ຈ່ຶງ​ສາມາດ​ເຮັດ​ໃຫ້​ລະບົບ​ເສັ້ນປະສາດ​ສະ​ດຸ້ງ​ໄວ,ລະບົບ​ກ້າມ​ເນື້ອ​ແລະ​ກະດູກ​ແຂງ​ແຮງ,ມີ​ແຕ່​ຫັດກາຍ​ທໍ່​ນັ້ນຈ່ຶງ​ສາມາດ​ເຮັດ​ໃຫ້​ສະມັດ​ທະ​ພາບ​ຕ່າງໆ​ນາໆ​ພາຍ​ໃນ​ຮ່າງກາຍ​ເສີມ​ຂະຫຍາຍ​ໄດ້​ຢ່າງ​ເຕັມທີ່.ຄົນ​ຜູ່​ຫນ່ຶງ,​ເມື່ອ​ມີ​ກຳລັງວັງຊາ​ເຕັມ​ໂຕ,ຈ່ຶງ​ຮູ້​ຮັກ​ຫອມ​ຊີວິດ,ມີ​ຄວາມ​ຫມັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ອະນາຄົດ.

ຄັນຊັ້ນ,ກິລາ​ແນວ​ໃດ​ດີກ​ວ່າ​ຫມູ່? ຄວນ​ເວົ້າ​ວ່າ,ກິລາ​ຊະນິດ​ໃດ​ກໍ​ດີ​ຫມົດ,​ເຊ່ັນ​ປີນ​ພູ ປີນ​ຂັ້ນ​ໄດ ລອຍ​ນ້ຳ ຂ່ີ​ລົດ ​ເຕັ້ນ​ລຳ​ແລະ​ອື່ນໆ,​ແຕ່​ວ່າ,​ເມື່ອ​ປີ 1992,ອົງການ​ອະນາ​ໄມ​ໂລກ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ,ກິລາ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ແມ່ນ​ຍ່າງ,​ໂດຍສະເພາະມີ​ຜົນ​ດີ​ເດ່ັນ​ສຳລັບ ຜູ່​ເຖົ້າ​ແລະ​ຄົນ​ໄວ​ກາງ,ຜົນ​ຂອງ​ມັນ​ຍັງ​ດີກ​ວ່າ​ບານ​ໂກ​ຟ​ແລະ​ໂບລີງ ​ເປັນ​ຫຍັງ​ຈ່ຶງ​ວ່າ​ຈ່ັງ​ຊັ້ນ?

ທ່ານ​ສາດສະດາຈານ​ແນະນຳ​ວ່າ,ມີ 2 ມູນ​ເຫດ,ຄື​ຫນ່ຶງ,ມະນຸດ​ແມ່ນ​ວິວັດ​ພັດທະນາ​ມາ​ຈາກ​ມະນຸດ​ທະນີ ຈາກ​ຍ່າງ 4 ຂາຮອດ​ການ​ລຸກ​ຢືນ​ຂຶ້ນ,ຜ່ານ​ເວລາ 1 ລ້ານ​ປີ​ເຕັມໆ​,ຈ່ຶງ​ລຸກ​ຢືນ​ຍ່າງ​ໄດ້,ສະ​ນັ້ນ,​ເວົ້າ​ໃນ​ດ້ານ​ອົງ​ປະກອບ​ຂອງ​ຮ່າງກາຍ​ຄົນ​ແລ້ວ,ສະມັດ​ທະ​ພາບ​ທາງ​ສະລີ​ລະ​ສາດ ສະພາບ​ຫົ​ວ​ໃຈ​ແລະ​ປອດ ກະດູກ​ແລະ​ກ້າມ​ເນື້ອ​ແມ່ນ​ເຫມາະ​ທີ່​ສຸດ​ສຳລັບ​ຍ່າງ,ຍົກ​ຕົວຢ່າງ,​ໂລກ​ສາຍ​ເລືອດ​ແດງ​ດ້ານ​ແມ່ນ​ປ່ຽນ​ແປງ​ໄດ້,ການ​ຍ່າງ​ກໍ​ແມ່ນ​ວິທີ​ທີ່​ໄດ້ຜົນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ສາຍ​ເລືອດ​ແດງ​ອ່ອນ​ນຸ່ມ​,ທະ​ແນມ​ແຕ່​ຍຶດຫມັ້ນ​ຍ່າງ​ປີຫນ່ຶງ​ຂຶ້ນ​ໄປ,ກໍ​ໄດ້ຜົນ,ຫັດ​ຍ່າງ​ເລື້ອຍໆ,ມີ​ຜົນ​ດີ​ຕໍ່​ກນ​ລົດ​ຄວາ​ນ​ດັນ​ເລືອດ ລົດ​ໂກ​ເລັສ​ເຕລອນ​ແລະ​ລົດ​ຄວາມ​ອ້ວນ.

ສອງແມ່ນ,ກິລາ​ມີ 3 ຫລັກການ,ຫນ່ຶງ​ແມ່ນ​ຍຶດຫມັ້ນ​ສະ​ເຫມີ ຍຶດຫມັ້ນ​ຫມາຍ​ເຖິງ​ຫຼິ້ນ​ກິລາ​ເລື້ອຍໆ​ຢ່າງ​ມີ​ກົດ​ເກນ,ສອງ​ແມ່ນ​ເປັນ​ລະບຽບ​ຄື:ຄ່ອຍ​ຫຼິ້ນ​ຄ່ອຍ​ໄປ​ເພ່ີມ​ຂຶ້ນ​ເທື່ອ​ລະ​ກ້າວ.ສາມ​ແມ່ນ​ຕ້ອງ​ເຫມາະ​ສົມ,ສະ​ນັ້ນ,ຈ່ຶງ​ວ່າ,ການ​ຍ່າງ​ແມ່ນ​ກິລາ​ທີ່ີດີກ​ວ່າ​ເພ່ີນ,ກິລາ​ແນວ​ອື່ນ​ຕ້ອງ​ຖືກ​ເງື່ອນ​ໄຂ​ຕ່າງໆ​ຜູກ​ມັດ,​ເຊ່ັນ:ອາກາດ ຄວາມ​ຊຸ້ມ ສະຖານ​ທີ່​ເງື່ອນ​ໄຂ​ເສດຖະກິດ​ແລະ​ອື່ນໆ,​ແຕ່​ການ​ຍ່າງ​ຫຼື​ປິນຂັ້ນ​ໄດ​ສູ່​ມື້​ນີ້​ແມ່ນ​ວິທີ​ທຳ​ມະ​ຊາດ​ທີ່​ງ່າຍ​ທີ່​ສຸດ,ບໍ່​ຈຳກັດ​ເວລາ​ແລະ​ສະຖານ​ທີ່, 4 ລະດູ​ໃນ​ປີ​ຫນຶ່ງ,  ຍ່າງ​ໄດ້​ທຸກ​ເວລາ,ສາມາດ​ຍຶດຫມັ້ນ​ໄດ້​ເປັນ​ປະຈຳ,ຢ່າງ​ມີ​ຈັງ​ຫວະ​ແລະ​ຮັກສາ​ໃຫ້​ພໍ​ດ້າມ​ພໍດີ​ໄດ້​.ການ​ຫຼິ້ນ​ກິລາ​ຢ່າງ​ດຸ​ເດືອດ​ເປັນ​ບາງ​ເທື່ອ,ບໍ່​ສາມາດ​ຮັກສາ​ຜົນ​ຂອງ​ການ​ຫຼິ້ນ​ກິລາ​ຕໍ່​ຮ່າງກາຍ,​ແຕ່​ຍ່າງ​ແ​ມ່ນ​ໄດ້ຜົນ​ດີກ​ວ່າ​ເພ່ິນ,​ແມ່ນ​ກິລາ​ທີ່ີ​ດີກ​ວ່າ​ຫມູ່,ນອກ​ນີ້,ຖ້າ​ແລ່ນ​ຊ້າ​ກໍ​ດີ​ຄື​ກັນ.

ຄັນ​ຊັ້ນ,ການ​ຍ່າງ​ຕ້ອງ​ໃຫ້​ໄດ້​ເຖິງ​ລະດັບ​ໃດ​ຈ່ຶງ​ໄດ້ຜົນ?ທ່ານ​ສາດ​ສະດາຈານ​ຮົງ​ຊ້າ​ວກວງ​ເວົ້າ​ວ່າ,​ໃຫ້​ຈື່ງ​ເອົ​າສາມ​ຕົວ​ເລກ,ຄື 3 5 7.3 ຫມາຍ​ເຖິງ 3 ກິ​ໂລ​ແມັດ,​ແຕ່​ລະ​ມື້​ໃຫ້​ຍ່າງ​ໄວ 3 ກິ​ໂລ​​ແມັດ​ຂຶ້ນ​ໄປ,​ໃຊ້​ເວລາ​ເຄ່ິງຊົ່ວ​ໂມງ, 5 ຫມາຍ​ເຖິງ​ອາທິດ​ຫນ່ຶງ​ຫຼິ້ນ​ກິລາ 5 ​ເທື່ອ​ຂຶ້ນ​ໄປ,ຫນ້ອຍ​ທີ່​ສຸດ​ກໍ​ຕ້ອງ​ຫຼິ້ນ 4 ​ເທື່ອ,ຖ້າ​ຫຼິ້ນ 5 ​ເທື່ອ ຫຼື 6—7 ​ເທື່ອ​ກໍ​ແຮງ​ດີ,​ໃຫ້​ກາຍ​ເປັນ​ກົດ​ເກນ. 7 ຫມາຍ​ເຖິງ​ການ​ຫຼິ້ນ​ກິລາ​ໃຫ້​ເຖິງ​ລະດັບ​ປານ​ກາງ,ຄື:​ໃຈ​ເຕັ້ນ​ບວກ​ໃສ່​ອາຍຸ​ໃຫ້​ໄດ້​ເຖິງ 170 ຕົວຢ່າງ:​ຜູ່​ອາຍຸ 60 ,​ເມື່ອ​ຍ່າງ​ແລ້ວ​ໃຈ​ເຕັ້ນ​ຕ້ອງ​ໃຫ້​ໄດ້ 110 ​ເທື່ອ.​ແຕ່​ຕົວ​ເລກ​ນີ້,​ແມ່ນ​ຕົວ​ເລກ​ສະ​ເລ່ຍສຳລັບ​ຜູ່​ທ​ີສຸກຂະພາບ​ປົກກະຕິ,ຜູ່​ເປັນ​ໂລກ​ຫົວ​ໃຈ​ເຕັ້ນ​ຊ້າ​ກວ່າ​ນີ້​ແມ່ນ​ປົກກະຕິ,ຫວ່າງ​ມໍ່ໆ​ນີ້,ມີ​ການ​ທົດ​ລອງ​ເທື່ອ​ຫນ່ຶງ​ຄື:ມີ​ຜູ່​ເຖົ້າ 2 ຈຸ  ຈຸ​ ຫນ່ຶງ​ຍ່າງ​ມື້​ລະ 4.2 ກິ​ໂລ​ແມັດ,ອັດຕາ​ຕາຍ​ແລະ​ອັດຕາ​ເປັນ​ໂລກ​ຫົວ​ໃຈ​ຄ່ຳ​ກວ່າ​ຈຸ ບໍ່​ຍ່າງ 60%.ນີ້​ກໍ​ແມ່ນ​ຜົນ​ປະ​​ໂຫຍ​ດຂອງ​ການ​ຍ່າງ

ທະ​ແນມ​ແຕ່​ຫັດກາຍ​ຕາມ​ວິທີ 3 5 7 ທີ່​ກ່າວ​ມາ​ຄື:ຍ່າງ​ມື້​ລະ 3 ກິ​ໂລ​ແມັດ ອາທິດ​ລະ 5 ​ເທື່ອ,​ເວລາ​ຍ່າງ​ໃຈ​ເຕັ້ນ​ບວກ​ກັບ​ອາຍຸ​ໄດ້ 170 ,ທ່ານ​ກໍ​ຈະ​ປອດ​ໄພ,ທັງ​ແຂງ​ແຮງ.​ແຕ່​ກິລາ​ມີ 3 ຊະນິດ,ຫນ່ຶງ​ແມ່ນ​ກິລາ​ຂັ້ນ​ເບົາ​​ແມ່ນ​ເພື່ອ​ຫັດກາຍ​ໃຫ້​ແຂງ​ແຮງ,​ໃຫ້​ເປັນ​ພະຍາດ​ຫນ້ອຍ​ລົງ,ສອງ​ແມ່ນ​ກິລາ​ເຝິກ​ຫັດ​ສະມັດ​ທະ​ພາບ,ຄື​ຫັດ​ກ້າມ​ເນື້ອ​ໃຫ້​ເນື້ອ​ແຫນ້ນ,ປະ​ເພດ​ທີ​ສາມ​ແມ່ນ​ກິລາ​ແມ່ນ​ແຂ່ງຂັນ,ຫລັກ​ຊະນະ​ອາຊີບ,​ເຊ່ິງ​ເປັນ​ກິລາ​ທີ່​ຂ້ອນ​ຂ້າງ​ດຸ​ເດືອດ,ກິລາ​ທີ່​ພວກ​ເຮົາ​ເວົ້າ​ນັ້ນ​ແມ່ນ​ກິລາ​ທີ່​ພໍ​ດ້າມ​ພໍດີ,ປານ​ກາງ,​ເຮັດ​ໃຫ້​ເປັນ​ພະຍາດ​ຫ​ນ້ອຍ​ລົງ,​ເພື່ອ​ບັນລຸ​ຈຸດປະສົງ​ໃຫ້​ຮ່າງກາຍ​ແຂງ​ແຮງ.
ນອກຈາກ​ຍ່າງ​ແລ້ວ,ສາດສະດາຈານ​ຮົງ​ຍັງ​ສະ​ເຫ​ນີ​ໃຫ້​ຄົນ​ທັງຫຼາຍ​ຫຼິ້ນ​ກິລາ​ຊະນິດ​ນ່ຶງ​ຄື:ມວຍ​ລາຍ​ໄທ​ຈີ້​​ເຊ່ິງ​ເປັນກິລາ​ດີ​ທີ່​ສຸດ​ທີ່​ຊາວ​ໂລກ​ຮັບ​ຮູ້​ນຳ​ກັນ,​ເມື່ອ​ໄດ້​ຄົ້ນຄວ້າ​ທາງ​ດ້ານວິທະຍາສາດ​ແລ້ວ,​ເຫັນ​ວ່າ,ມວຍ​ລາຍ​ໄທ​ຈີ້​ເຫມາະ​ສຳລັບຄົນ​ໄວ​ກາງ​ແລະ​ໄວ​ຊະລາ​ເປັນ​ພິ​ເສດ.​ເພາະວ່າ,​ເມື່ອ​ໄດ້​ຫັດ​ມວຍ​ໄທ​ຈີ້​ແລ້ວ,ລະບົບ​ເສັ້ນປະສາດ,ສະມັດ​ຕະພາບ​ກົມກຽວ,ສະມັດ​ຕະພາບ​ດັດສົມ,ພ້ອມ​ທັງ​ກ້າມ​ເນື້ອ​ແລະ​ກະດູກ​ດີ​ຂຶ້ນ​ຢ່າງ​ເດ່ັນ​ຊັດ,ຜູ່​ທີ່​ເຄີຍ​ຫັດກາຍ​ໄທ​ຈີ້ ບໍ່​ລົ້ມ​ງ່າຍ,​ເຖິງ​ຈະ​ລົ້ມ​ບາດ​ຫນ່ຶງ​ກໍ່​ບໍ່​ເປັນ​ຫຍັງ,ຜູ່​ເຖົ້າ​ທ່ົວ​ໄປ​ຖ້າ​ລົ້ມ​ກໍ​ມັກ​ກະດູກ​ຫັກ​ໂລດ,ອາ​ເມ​ລິ​ກາ​ເຄີຍ​ຄົ້ນຄວ້າ​ໂດຍ​ສະ​ເພາະ​ແລ້ວ​ປະກົດ​ເຫັນ​ວ່າ,ຜູ່​ທີ່​ຫັດ​ມວຍ​ໄທ​ຈີ້​ລົ້ມ​ດູກ​ຫັກຫນ້ອຍ​ກວ່າ​ຜູ່​ທີ່​ບໍ່​ຫັດ​ມວນ​ນີ້ເຄ່ິງຫນ່ຶງ.

ມວຍ​ລາຍ​ໄທ​ຈີ້​ສາມາດ​ເຮັດ​ໃຫ້​ລະບົບ​ປະສາດ ກະດູກ​ແລະ​ກ້າມ​ເນື້ອ​ຂອງ​ຄົນ​ຫນຸ່ມ​ຂຶ້ນ 3 ປີ ຮອດ 10 ປີ,ຫັນ​ມັງ​ມີ​ກຳລັງວັງຊາ​ພຽງພໍ​,ທ່າ​ທາງ​ກໍ​ຄ່ອງ​ແຄ້ວ.ການ​ຄົ້ນຄວ້າ​ຂອງ​ຈີນ​ຢັ້ງຢືນ​ວ່າ,ຜູ່​ຫັດ​ມວຍ​ໄທ​ຈີ້​ຫນ້ອຍ​ທີ່​ສຸດ​ທີ່​ຈະ​ເປັນ​ພະຍາດ​ກະດູກຜ່ອຍ,ທັງ​ມີ​ບົດ​ບາດ​ສຳຄັນ​ຕໍ່​ການ​ເຮັດ​ໃຫ້​ເລ​ືອດດັນ​ຕ່ຳ​ລົງ​ຄວບ​ຄຸມ​ເລືອດ​ດັນ​ໃຫ້​ເປັນ​ປົກກະຕິ.