ໃນສະເພາະຫນ້ານີ້,ຊົນເຜົ່າຮານີມີປະຊາກອນລວມ 1 ລ້ານ 5 ຫມື່ນຄົນ,ຕົ້ນຕໍແມ່ນຢາຍກັນຢູ່ລະຫວ່າງແມ່ນ້ຳຢວນຈຽງກັບແມ່ນ້ຳລ້າງຊ້າງທາງພາກໃຕ້ຂອງແຂວງຢຸນນານ,ໃນນັ້ນ,ກິ່ງແຂວງຮົງເຮີເຜົ່າຮານີເຜົ່າອີປົກຄອງຕົນເອງແມ່ນເຂດທີ່ມີປະຊາກອນເຜົ່າຮານີຫຼາຍກວ່າຫມູ່,ນອກນີ້,ໃນບາງເມືອງຂອງກິ່ງແຂວງຊືມາວກິ່ງແຂວງສິບສອງພັນນາແລະກິ່ງແຂວງຢິຊີກໍມີເຜົ່າຮານີຕັ້ງພູມລຳເນົາຢູ່ແລະຢາຍກັນຢູ່.
ກ່ອນສ້າງຕັ້ງປະເທດຈີນໃຫມ່ເມື່ອປີ 1949,ເຜົ່າຮານີກໍມີພາສາຂອງຕົນເອງ,ແຕ່ບໍ່ມີຫນັງສືຂອງຕົນ,ມີບາງທ້ອງຖ່ິນເຄີຍບັນທຶກເລຶ່ອງລາວດ້ວຍການຄວັດໄມ້ແລະຂອດເຊືອກ,ເມື່ອປີ 1957,ໂດຍມີລັດຖະບານຈີນໃຫມ່ຊ່ອຍເຫຼືອ,ຫນັງສືເຜົ່າຮານີທີ່ເອົາຫນັງສືລາຕີນເປັນພື້ນຖານເລີ່ມເຜີແຜ່ທົດລອງໃຊ້.
ຟ້ອນລຳທຳເພງເກັ່ງແມ່ນສີສັນພິເສດອັນຫນຶ່ງຂອງເຜົ່າສ່ວນຫນ້ອຍຂອງປະເທດຈີນ,ເຜົ່າຮານີກໍຄືກັນ,ການຟ້ອນຂອງເຜົ່າຮານີທີ່ມີຜົນກັນຢູ່ເຂດສິບສອງພັນນາ, ທ່າຟ້ອນອ່ອນຊ້ອຣສວຍງາມ,ຈັງຫວະໄວ,ບັນຍາກາດຟົດຟື້ນ,ມີສີສັນພິເສດປະຈຳຊົນເຜົ່າອັນເຂັ້ມຂຸ້ນ.
ເວົ້າທົ່ວໄປແລ້ວ,ເຜົ່າຮານີແມ່ນມັກໃຊ້ຜ້າພື້ນເມືອງສີຂຽວແກ່ທີ່ຍ້ອມແລະຕ່ຳເອງນັ້ນມາຕັດສົ້ງເສື້ອ,ຜູ່ຊາຍສ່ວນຫຼາຍແມ່ນນຸ່ງເສື້ອຂຸ້ຍເຮັ່ງແລະສົ້ງຂາຂາວ,ໃຊ້ຜ້າດຳຫຼືຜ້າຂາວຄຽນຫົວ,ແມ່ຍິງສ່ວນຫຼາຍແມ່ນນຸ່ງເສື້ອບໍ່ມີຄໍເຮື້ອແລະສົ້ງຍາວຢູ່ເທິງບ່າ,ບ່ອນຂຸ້ຍເຮັ່ງຂອງເສື້ອ,ຄໍເສື້ອແລະຕີນສົ້ງກໍຫຍິບສີຕ່າງໆໃສ່,ແມ່ຍິງຢູ່ເຂດສິບສອງພັນນາແລະແມ່ນ້ຳລ້ານຊ້າງນຸ່ງສິ້ນເຂີນ,ເອົາຜ້າຄຽນຂາ,ຢູ່ຫນ້າເອິກຕິດເຕັມໄປແຕ່ເຄື່ອງເອ້ທີ່ເຮັດດ້ວຍເງິນ,ໃສ່ຫມວກຮູບກົມມີຕຸ້ມທີ່ຝອກດ້ວຍນ້ຳເງິນ,ເວົ້າທົ່ວໄປແລ້ວ,ແມ່ຍິງສ່ວນຫຼາຍມັກໃສ່ຕຸ້ມຫູຫຼືຕ້າງຫູ,ມີຫຼາຍທ້ອງຖິ່ນໃສ່ປອກຄໍແລະປອກແຂນທີ່ເຮັດດ້ວຍເງິນ,ຄົນທັງຫຼາຍສັງເກດແຕ່ການນຸ່ງຖືແລະເຄື່ອງປະດັບຫົວຂອງຜູ່ຍິງກໍ່ຮູ້ວ່າແຕ່ງງານແລ້ວຫຼືບໍ່.
ຍ້ອນເຜ່ົາຮານີສ່ວນຫຼາຍແມ່ນຢູ່ຈ້າຍພູ,ສະນັ້ນເຂົາເຈົ້າຕັ້ງຫມູ່ບ້ານຢູ່ຕາມສາຍພູ,ເວົ້າທົ່ວໄປແລ້ວ,ບ້ານຫນຶ່ງແມ່ນສິບກວ່າຄອບຄົວ,ບ້ານໃຫຍ່ກໍມີສາມຮ້ອຍສີ່ຮ້ອຍຄອບຄົວ,ຢູ່ເຂດຮຸ້ງເຣີແລະເຂດອວນຢາງເປັນຕົ້ນເຮືອນຢູ່ຂອງເຜົ່າຮານີສ່ວນຫຼາຍກໍແມ່ນຝາດິນແລະຫຼັງຄາມຸງຫຍ້າ,ແບ່ງເປັນສາມຊັ້ນຄືຊັ້ນເທິງ ຊັ້ນກາງແລະຊັ້ນລຸ່ມ,ຊັ້ນລຸ່ມຂັງສັດລ້ຽງ,ຊັ້ນກາງແມ່ນຄົນຢູ່ແລະໄວ້ເຂົ້າ,ຊັ້ນເທິງໄວ້ເຄື່ອງເບັດຕະເລັກຄືຫມາກໄມ້ແລະຜັກຫມີ່ເປັນຕົ້ນ,ເຮືອນຢູ່ຂອງເຂດສິບສອງພັນນາແມ່ນຕຶກກໍດ້ວຍໄມ້ແລະໄມ້ໄຜ່,ເຮັດກອຍເຮື້ອນຢູ່ຂ້າງຕຶກແມ່ນມີເອກະລັກພິເສດ.
ຫມູ່ບ້ານຂອງເຜົ່າຮານີສ່ວນຫຼາຍກໍແມ່ນແຈກຢາຍກັນຢູ່ຕາມເຂດພູດອຍທີ່ສູງກວ່າລະດັບນ້ຳທະເລ 1 ພັນ ຫາ 2 ພັນ 500 ແມັດ,ປະຊາຊົນເຜົ່າຮານີທີ່ດຸຫມັ່ນມີສະຕິປັນຍາໄດ້ສະຫຼຸບບົດຮຽນໃນການສັບຊ່າວນາຂັ້ນໄດຢ່າງຄົບຊຸດ,ຢູ່ຕາມສອງຝັ່ງແມ່ນ້ຳຢວນຈຽງ,ແມ່ນນາຂັ້ນໄດເປັນຊັ້ນໆ,ບາງບ່ອນມີຫຼາຍຮ້ອຍຊັ້ນແຕ່ຮ່ອມພູຂຶ້ນໄປຮອດຈອມພູ,ເຫມືອນດັ່ງຂັ້ນໄດທີ່ມີສີສັນເນັ່ງຮອດຂອບຟ້າ,ສະຫງ່າຜ່າເຜີຍທີ່ສຸດ,ຊາວເຜົ່າຮານີສາມາດເຮັດນາຂັ້ນໄດຕາມພູມສັນຖານແລະທາດດິນທີ່ແຕກຕ່າງກັນແລະຍັງຊ່າງນຳໃຊ້ເງື່ອນໄຂທຳມະຊາດທີ່ວ່າພູພຽງສູງໃດ,ນ້ຳພຽງສູງນັ້ນ,ເປັ່ງເອົານ້ຳຫ້ວຍຮ່ອງຄອງບຶງທີ່ໄຫຼບໍ່ຂາດຕະຫຼອດປີນັ້ນ,ເຂົ້ານາຂັ້ນໄດໂດຍຜ່ານຄອງນ້ຳຂອງພູຢູ່ຂ້າງຫັ້ນ,ນາຂັ້ນໄດທີ່ສະຫງ່າຜ່າເຜີຍນັ້ນ,ເຮັດໃຫ້ສອງຝັ່ງແມ່ນ້ຳຢວນຈຽງໄດ້ກາຍເປັນແຫຼ່ງທ່ອງທ່ຽວໃຫມ່ແລ້ວ.
ປະເພນີຂອງເຜົ່າຮານີແມ່ນເດືອນສິບແລະເດືອນຫົກຕາມຈັນທະຄະຕິ,ເດືອນສິບແມ່ນມື້ບຸນສຳຄັນກວ່າຫມູ່ຂອງຊາວເຜົ່າຮານີ,ພວກເຂົາເຈົ້າແມ່ນເອົາເດືອນຕຸລາຈັນທະຄະຕິໃນທຸກປີເປັນມື້ຂຶ້ນປີໃຫມ່,ໃນໄລຍະມື້ບຸນ,ທຸກໆຄອບຄົວກໍພາກັນຕ່ຳເຂົ້າຫນຽວເຮັດເຂົ້າຕົ້ມເຂົ້າຫນົມ,ຕົ້ມເຫຼົ້າໄຫແລະຂ້າຫມູຂ້າໄກ່.
ປະເພນີທີ່ມີສີສັນພິເສດກວ່າຫມູ່ໃນເດືອນສິບກໍແມ່ນງານກິນລ້ຽງຢູ່ກາງຖະຫນົນ,ມັນເອົາບ້ານເປັນຫົວຫນ່ວຍ,ຜັດປ່ຽນກັນກິນເຫຼົ້າ,ຕອນແລງໃນແຕ່ລະມື້,ຈັດງານລ້ຽງຢູ່ຕາມຖະຫນົນໃນບ້ານຍາວຫຼາຍແມັດ,ຄົນທັງຫຼາຍແຕ່ງອາຫານແຊບຫຼາຍໆເຍືອງ,ວາງລຽນໄວ້ຢູ່ເທິງໂຕະ,ຖ້າອາຫານໃນໂຕະໃດໄດ້ຮັບຄວາມນິຍົມຊົມຊອບ,ແຂກມາກິນຫຼາຍ,ກໍຢັ້ງຢືນວ່າສີມືແຕ່ງອາຫານຂອງຜູ່ນັ້ນເກັ່ງ,ແຂກມາກິນບໍ່ຂາດກໍສະແດງໃຫ້ເຫັນວ່າ,ເຈົ້າຂອງມີຫມູ່ຫຼາຍ,ຕາເວັນຄ່ອຍໆລັບຈາກຂອບຟ້າທິດຕາເວັນຕົກ,ຄົນທັງຫຼາຍກໍມາໂຮມກັນຢູ່ເດີ່ນບ້ານອີກ,ຈູດກອງໄຟຂຶ້ນບັນເລງກະຈັບປີ່,ເປົ່າແຄນ,ໂດຍມີເຄື່ອງເສບຄືຄ້ອງກອງເປັນຕົ້ນບັນເລງສະຫຼັບນັ້ນ,ຊາວຫນຸມຍິງຊາຍກໍຟ້ອນແອນຟ້ອນແອນໄປຕາມຈັງຫວະດົນຕີ,ຖ້າຫາກມີແຂກມາ ເຈົ້າຂອງກໍຕ້ອງເຊີນພວກເຂົາຈົ້າມາຟ້ອນນຳກັນກັບຄົນຫມົດບ້ານ,ຍາມກາງຄືນໃນເດືອນສິບ,ຊາວເຜົ່າຮານີກໍ່ແມ່ນຢູ່ໃນບັນຍາກາດແຫ່ງຄວາມມ່ວນຊື່ນ.
ບຸນປະເພນີຂອງຊາວເຜົ່າຮານີກໍ່ຍັງມີບຸນເດືອນຫົກຈັນທະຄະຕິ,ພາສາເຜົ່າຮານີເອີ້ນບຸນເດືອນຫົກວ່າຄູຈາຈາ,ຄວາມຫມາຍແປວ່າຜ່ານມື້ຜ່ານເວັນອັນລຳລາກຍາກເຂັນອຶດຢາກປາກຫມອງ,ຂັ້ນໄລ່ຜີມານ,ຮັບປະກັນໃຫ້ຄົນແລະສັດລ້ຽງຢູ່ເຢັນ ເປັນສຸກແລະເກັບກ່ຽວອຸດົມສົມບູນ
ໃນເວລາເຮັດບຸນນັ້ນ,ຊາວເຜົ່າຮານີຈະຈັດການເຄື່ອນໄຫວຕ່າງໆຄືຟ້ອນລຳທຳເພງ,ຫຼິ້ນໂອ້ນຊາແລະມວຍປ້ຳເປັນຕົ້ນ.
ເຂດທີ່ຊາວເຜົ່າຮານີຕັ້ງພູມລຳເນົາຢູ່ນັ້ນ,ເງື່ອນໄຂທຳມະຊາດດີ,ມີແຮ່ຈ່ານໃຕ້ດິນຫຼາຍຊະນິດຄື:ກົ່ວ,ທອງ,ເຫຼັກແລະນິກແກນເປັນຕົ້ນ.ເມືອງກົ່ວທີ່ມີຊື່ສຽງໃນທົ່ວປະເທດຈີນກໍແມ່ນເມືອງເກີຈິ້ວ ເມືອງເອກຂອງກິ່ງແຂວງຫົງເຫີ່ເຜົ່າຮານີເຜົ່າປົກຄອງຕົນເອງ.
ໃນ 10 ກວ່າປີມານີ້,ວິສາຫະກິດຊົນນະບົດຂອງເມືອງເກີຈິ້ວເມືອງກົ່ວໄດ້ພັດທະນາດ້ວຍຄວາມໄວທີ່ສະເລຍໃນແຕ່ລະປີເພີ່ມຂຶ້ນ 13%,ໄດ້ທ້ອນໂຮມເງິນທຶນຫຼາຍບໍ່ຢອກໃຫ້ແກ່ການພັດທະນາເສດຖະກິດຂອງຊົນເຜົ່າ,ໂດຍມີອົງການປົກຄອງທຸກຂັ້ນຊ່ອຍເຫຼືອ,ຫມູ່ບ້ານພູດອຍຂອງຊົນເຜົ່າຮານີເມືອງຢວນຢາງໄດ້ສ້າງໂຮງງານປຸງແຕ່ງກະປອງຫມາກໄມ້ທີ່ມີລະດັບກ້າວຫນ້າຂອງໂລກໃນທ້າຍຊຸມປີ 80 ຜະລິດ ຕະພັນໄດ້ສົ່ງໄປຂາຍຢູ່ 20 ກວ່າເມືອງໃຫຍ່ເມືອງຜ້ານກາງຂອງຈີນ,ບາງຊະນິດຍັງສົ່ງໄປຂາຍຮອດປະເທດເອີລົບແລະອາເມລິກາອີກ.
ເມື່ອ 10 ກວ່າປີກ່ອນ,ຢູ່ຕາມສອງຝັ່ງແມ່ນ້ຳຫົງເຫີບໍ່ມີພໍ່ຄ້າຊາວຂາຍຂອງຊາວເຜົ່າຮານີຈັກຄົນ,ພາຍຫລັງດຳເນີນການປະຕິຮູບແລະໄຂປະຕູຕໍ່ພາຍນອກແລ້ວ,ຊາວເຜົ່າຮານີໄດ້ເດີນໄປສູ່ໂລກນອກ,ທຳມາຄ້າຂາຍ,ໃນຖັນແຖວຄ້າຂາຍຂອງຊົນເຜົ່າຮານີນັ້ນ,ກໍມີແມ່ຍິງບໍ່ຫນ້ອຍ,ເມື່ອຕົ້ນຊຸມປີ 80 ,ມີແມ່ຍິງເຜົ່າຮານີ 8 ຄົນເລີ່ມຂາຍເຄື່ອງນຸ່ງຂອງຖືແລະໄດ້ຮັບປະສິດທິຜົນເສດຖະກິດເປັນຢ່າງດີ,ຕໍ່ມາ,ພວກເຂົາເຈົ້າກໍ່ຍັງໃຊ້ສະຫມອງປ່ຽນແປງປະເພນີຂອງເຄື່ອງນຸ່ງເຜົ່າຮານີທີ່ເອົາຜ້າພື້ນເມືອງທີ່ຍ້ອມແລະຕ່ຳເອງນັ້ນມາຕັດຫຍິບເຄື່ອງນຸ່ງເຜົ່າຮານີ,ເຮັດໃຫ້ເຄື່ອງນຸ່ງເຜົ່າຮານີປ່ຽນຈາກສີດຳຊະນິດດຽວມາເປັນຫຼາຍສີ,ພ້ອມກັນນັ້ນ,ຍັງຮັກສາສີສັນພິເສດເດີມຂອງຊົນເຜົ່າໄວ້,ສະນັ້ນຈຶ່ງໄດ້ຄວາມນິຍົມຊົມຊອບຫຼາຍຈາກາຊາວເຜົ່າຮານີ,ພວກເຂົາເຈົ້າຍັງຊັກຊວນແມ່ຍິງຫຼາຍໆຄົນໃນບ້ານຕົນແລະທ້ອງຖິ່ນຕົນເດີນອອກຈາກບ້ານພູດອຍ,ເຂົ້າຮ່ວມການແກ່ງແຍ່ງໃນຕະຫຼາດ.
ໃນຊູ່ມື້ນີ້,ຊາວເຜົ່າຮານີບໍ່ພຽງແຕ່ທຳການຄ້າຂາຍໄປຮອດເມືອງຄຸນມິງເມືອງເອກຂອງແຂວງຢຸນນານທໍ່ນັ້ນ,ຈົນກະທັ້ງໄປຮອດບາງເມືອງໃຫຍ່ຄືປັກກິ່ງ ຊຽງໄຮແລະກວາງໂຈວເປັນຕົ້ນອີກດ້ວຍ.
|