ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-28 17:53:23    
ລັດຖະບານ​ອິດສະ​ລາ​ແອນ​ຈະ​ພິຈາລະນາ​ອະນຸມັດ​ແຜນການ​ດຳ​ເນີນ​ງານ​ຝ່າຍ​ດຽວ​ໃນ​ເດືອນ​ໜ້າ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ທັນວາ ​ໃນ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ການ​ຕ່າງປະ​ເທດ​ແລະການ​ປ້ອງ​ກັນ​ຂອງ​ລັດຖະສະພາ,ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລາ​ແອນ​ກ່າວ​ວ່າ,ລັດຖະບານ​ອິດສະ​ລາ​ແອນ​ຈະ​ພິຈາລະນາ​ອະນຸມັດ​ແຜນການ​ດຳ​​ເນີນ​ງານ​ຝ່າ​ຍດຽວ​ທີ່​ອິດສະ​ລາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ແລະ​ເຂດ​ສ່ວນ​ໜຶ່ງ​ຢູ່ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ໃນ​​ເດືອນ​ໜ້າ.

ຂ່າວ​ແຈ້ງວ່າ,​ໃນ​ກອງ​ປະຊຸມ​ເທື່ອ​ນີ້ ທ່ານ​ຊາ​ລົງ​ກ່າວ​ວ່າ,ທ່ານ​ຫວັງ​ໃຫ້​ລັດຖະບານ​ອະນຸມັດ​ແຜນການ​ດຳ​ເນີນ​ງານ​ຝ່າຍ​ດຽວ​​ໃນ​ໄລຍະ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນ​ກຸມພາ​ປີໜ້າ,​ແຕ່​ແຜນການ​ຖອນ​ໜີ​ຍັງ​ຈະ​ເລີ່​ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ແຕ່​ເດືອນ​ມິ​ຖຸນາ​ຮອດ​ເດືອນ​ກໍລະກົດ​ປີ 2005.