ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-28 19:19:41    
ປະຊາ​ຄົມ​ໂລກ​ຄວນ​ພ້ອມ​ກັນ​ສຸມ​ກຳລັງ​ເຂົ້າ​​ໃນ​ວຽກ​ງານ​ເຕືອນ​ໄພ(ສຽງ)

cri

ນັບ​ມາ​ຮອດ​ປະຈຸ​ບັນ,ຈຳນວນ​ຜູ່​ເສຍ​ຊີວິດ​ຍ້ອນ​ເກີດ​ແຜ່ນ​ດິນ​ໄຫວ​ແຮງ​ທີ່​ສຸດ​ໃນ 40 ​ມາ​ນີ້​ແລະ​ທະ​ເລ​ເດືອດ​ຍ້ອນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນຢູ່​ເຂດ​ທະ​ເລ​ມໍ່​ເກາະ​ຊູ​ມັດຕຼາຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ລື່ນກາຍ 2 ຫມື່ນ 4 ພັນ​ຄົນ,ສຸພາສິດເວົ້າ​ວ່າ,ກັນ​ດີກ​ວ່າ​ແກ້,ນັກວິທະຍາສາດ​ຊີ້​ອອກ​ວ່າ,ຖ້າ​ວ່າ​ກ່ອນ​ຫນ້າ​ນີ້,ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້ຈຳນວນ​ຫນຶ່ງ​​ໄດ້​ເຂົ້າ​ຮ່ວມລະບົບ​ເຕືອນ​ໄພ​ທະ​ເລ​ເດືອດ​ສາກົນ​,ຈຳນວນ​ຜູ່​ເສຍ​ຊີວິດ​ອາດ​ຈະ​ຫຼຸດ​ລົງຫຼວງຫຼາຍ,ຍ້ອນ​ປະ​ເທດ​ທີ່​​ປະສົບ​ໄພ​ຢ່າງ​ຫນັກຫນ່ວງ​​ເທື່ອ​ນີ້ລ້ວນ​ແຕ່​ແມ່ນ​ປະ​ເທດ​ພວມ​ພັດທະນາ,ພວກ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ມີ​ເງິນ​ພຽງພໍ​​ເພື່ອສ້າງລະບົບ​​ເຕືອນ​ໄພ​,ສະ​ນັ້ນ,ປະຊາ​ຄົມ​ໂລກ​ຄວນ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,​ເພີ່ມທະວີ​ວຽກ​ງານ​ປ້ອງ​ກັນ​​ແລະ​ຫຼຸດ​ໄພ.


ລະບົບ​​ເຕືອນ​ໄພ​ທະ​ເລ​ເດືອດ​ສາກົນ​​ໄດ້​ເລີ່​ມດຳ​​ເນີນ​ເມື່ອ​ປີ 1965,ປີ 1964,ຢູ່​ເຂດ​ທະ​ເລ​ແຖບ​ອາ​ລັສກາ​​ເຄີຍເກີດ​ແຜ່ນດິນ​ໄຫວ​ແຮງ​ເຖິງ​ຂັ້ນ 9,2 ລິກ​ເທີ,ທະ​ເລ​ເດືອດ​ແຮງ​ທີ່​ເກີດ​ຂຶ້ນ​ຍ້ອນ​​ແຜ່ນດິນ​ໄຫວ​ໄດ້​ກະ​ຫນ່ຳ​​ເຂດອາ​ລັດ​ສະກາ​ສ່ວນ​​ໃຫຍ່​ທີ່​ສຸດ.ຫຼັງ​ຈາກ​ເກີດ​ທະ​ເລ​ເດືອດ​ແລ້ວ,ກົມ​ທະ​ເລ​ແລະອະວະ ກາດແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້​ເລີ່​ມດຳ​ເນີນ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ລະບົບ​ເຕືອນ​ໄພ​ທະ​ເລ​ເດືອດ​ສາກົນ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ເທື່ອ​ລະ​ກ້າວ.ຕໍ່​ມາ,ບາງປະ​ເທດ​ອາ​ເມ​ລິ​ກາ​ເຫນືອ ອາຊີ​ແລະ​ອາ​ເມ​ລິ​ກາ​ໃຕ້​ທີ່ຢູ່​ແຖບ​ແຜ່ນດິນ​ໄຫວ​ມະຫາ​ສະຫມຸດ​ປາຊີ​ຟິກ​ແລະ​ປະ​ເທດ​​ເກາະ​ດອນ​ຈຳນວນ​ຫນຶ່ງ​ທີ່ຢູ່​ມະຫາ​ສະຫມຸດ​ປາຊີ​ຟິກ​ໄດ້​ເຂົ້າ​ຮ່ວມ​ລະບົບ​ດັ່ງກ່າວ​ຢ່າງ​​ເປັນ​ລຳດັບ.ຕາມ​ຊາບ​ວ່າ,ລະບົບ​ເຕືອນ​ໄພ​ທະ​ເລ​ເດືອດ​ສາກົນ​ສາມາດປະກາດຄຳ​ເຕືອນ​ໄພ​ກ່ຽວ​ກັບ​ການກະ​ຫນ່ຳ​ຂອງ​ທະ​ເລດ​ເດືອດ​ທີ່​ມີ​ລັກສະນະ​ທຳລາຍ​ຕໍ່​ປະ​ເທດ​ທີ່​ກ່ຽວຂ້ອງພາຍ​ໃນ​ເວລາ 3 ຮອດ 14 ຊົ່ວ​ໂມງ​ກ່ອນ​ເກີດ​ທະ​ເລ​ເດືອດ.ສາມາດ​ເວົ້າ​ໄດ້​ວ່າ,ຖ້າ​ໄດ້​ຮັບ​ຄຳ​ເຕືອນ​ໄພຂອງ​ລະບົບ​ເຕືອນ​ໄພ​ທະ​ເລ​​ເດືອດ​ສາກົນກ່ອນ​ເວລາ​ກຳນົດ​,ປະ​ເທ​ດທີ່​ກ່ຽວຂ້ອງ​​ແມ່ນມີ​ເວລາ​ອ່າວພຽງພໍ​​ເພື່ອໃຊ້​ມາດ​ຕະການ​ດ່ວນ​ມາ​ຫຼຸດ​ຄວາມ​ເສຍ​ຫາຍ​ໃຫ້​ຫນ້ອຍ​ລົງ.​ແຕ່​​ສິ່ງ​ທີ່ເສຍດາຍ​ແມ່ນ,ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​​ເຊິ່ງ ລວມທັງ​ອິນ​ເດຍ​ແລະ​ສີ​ລັງກາ​ລ້ວນ​ແຕ່​ບໍ່​ໄດ້​ເຂົ້າ​ຮ່ວມ​ລະບົບ​ດັ່ງກ່າວ.


ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ບໍ່​ໄດ້​ເຂົ້າ​ຮ່ວມ​ລະບົບ​ເຕືອນ​ໄພ​ທະ​​ເລເດືອດສາກົນ​ແລະ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ສ້າງສາ​ທີ່​ກ່ຽວຂ້ອງ,ດ້ານ​ຫນຶ່ງ​ແມ່ນ​ຍ້ອນ​ອັດຕາ​ເກີດ​ທະ​ເລ​ເດືອດ​ຢູ່​ມະຫາ​ສະຫມຸດ​ອິນ​ເດຍບໍ່​ສູງ​ປານ​ໃດ,ບໍ່​ໄດ້​ເຮັ​ດ​ໃຫ້​ປະ​ເທດທີ່​ກ່ຽວ​ຂ້ອງ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ,ສິ່ງ​ທີ່​ຍິ່ງສຳຄັນນັ້ນແມ່ນ​ຖ້າປະ​ເທ​ດ​ເຫຼົ່າ​ນີ້ສ້າງສາ​ໃນ​ດ້ານ​ການ​ເຕືອນ​ໄພ​ທະ​ເລ​ເດືອດ,ກໍ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ ຂາດ​ທຶນ​ຮວມເປັນ​ຕົ້ນ,​ເຈົ້າ​ຫນ້າ​ທີ່​ຜູ່​ຫນຶ່ງ​ຂອງ​​ກົມ​ອຸ​ຕຸ​ນິຍົມ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ຍ້ອນ​ບໍ່ສາມາດ​ເສຍ​ຄ່າ​ໃຊ້​ຈ່າຍ​ແພງຫຼາຍ​ທີ່​ຕ້ອງການ​ໃນ​ການ​ສ້າງລະ​ບົບ​ເຕືອນ​ໄພ​ທະ​ເລ​ເດືອດ,ອິນ​ໂດ​ເນ​ເຊຍ​ບໍ່​ມີ​ສິ່ງ​ກໍ່ສ້າງ​ອັນ​ບັງ​ເກີດ​ຜົນ​​ໃດໆມາ​ພະຍາກອນ,​ເຈົ້າ​ຫນ້າ​ທີ່​​ພະ​ແນ​ກ​ແຜ່ນດິນ​ໄຫວ​ຂອງ​ໄທ​​ກ່າວ​ວ່າ,​ໄທ​ບໍ່ສາມາດ ປະກາດຄຳ​ເຕືອນ​ໄພ​ທະ​ເລ​ເດືອດ​ຢ່າງ​ທັນ​ການ,ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ​ໄທ​ບໍ່​ມີ​ເຄື່ອງ​ປະກອບ​ດາວ​ທຽມ​ແລະ​ເຄື່ອງຢັ່ງ​ແທກຟອງ​ທະ​ເລ​ຈາກ​ທາງ​ໄກທີ່ ແພງຫຼາຍ​ແລະ​ອື່ນໆ.


ບົດ​ລາຍ​ງານປະຈຳ​ປີ​ສະບັບ​ຫນຶ່ງ​ທີ່ບໍລິສັດ​ປະກັນ​​ໄພ​ມູ​ນິກຂອງ​ເຢຍລະ​ມັນ​ເຊິ່ງ​​ແມ່ນ​ບໍລິສັດ​ປະພັນ​ໄພ​ວິຊາການ​ທີ່ໃຫຍ່​ກວ່າ​ຫມູ່​ໃນ​ໂລກປະກາດນັ້ນ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ 2003,​ຢູ່​ທົ່ວ​ໂລກ​ລວມມີ 5 ຫມື່ນ​ກວ່າ​ຄົນ​ເສຍ​ຊິວິດຍ້ອນ​ເກີດ​ໄພ​ທຳ​ມະ​ຊາດຕ່າງໆ​ເຊັ່ນ:​ແຜ່ນດິນ​ໄຫວ ນ້ຳ​ຖ້ວມ​ແລະ​ຫິມະ​ຕົກ​ແຮງ​ເປັນ​ຕົ້ນ,​ໃນນັ້ນ​ສ່ວນ​ຫຼາຍ​ທີ່​ສຸດ​ໄດ້​ເກີດ​ຂຶ້ນ​ໃນ​ປະ​ເທດ​ພວມ​ພັດທະນາ.


ໃນ​ຊູ່​ມື້​ນີ້,​ການ​ເຮັດ​ແນວ​ໃດ​ສະຫນອງ​ການ​ບໍລິການ​ເຕືອນ​ໄພດ້ານວິຊາ​ການ ບັງ​ເກີດ​ຜົນ​ແລະ​​ໃນ​ທຸກ​ສະພາບ​ອາກາດ​ໃຫ້​ແກ່​ບັນດາ​ປະ​ເທດ​ໃນ​ໂລກ​ໂດຍ​ສະ​ເພາະ​ແມ່ນປະ​ເທດ​ພວມພັດທະນາ​ທີ່​ພື້ນຖານ​ເສດຖະກິດ​ອ່ອນ​ແອນັ້ນ​ແມ່ນ​ບັນຫາ​​ທີ່​ມີ​ລັກສະນະທົ່ວ​ໂລກ​ທີ່​ຕ້ອງ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ.​ກ່ຽວກັບ​ເລື່ອງ​ນີ້,ໃນ​ມະຕິ​ທີ່​ກ່ຽວຂ້ອງ,ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ລຶ້ມ​ຊ້ຳແລ້ວ​ຊ້ຳ​ອີກວ່າ,ຄວນ​ໂອນ​ເຕັກນິກ​ກ່ຽວ​ກັບການ​ເຕືອນ​ໄພ​ແກ່​ປະ​ເທດ​ພວມ​ພັດທະນາ​ພາຍ​ໃຕ້​ການ​ນັ່ງ​ເປັນປະທານ​ຂອງ​ສະຫະ​ປະຊາຊາດ,ພ້ອມ​ກັນ​ນັ້ນ,ສະຫະ​ປະຊາ​ຊາດ​ຍັງ​ຮຽກຮ້ອງ​​ໃຫ້​ບັນດາ​ປະ​ເທດ​ໃນ​ໂລກອອກແຮງ​ຮ່ວມມືກັນ, ດຳ​ເນີນ​ການຮ່ວມ​ມື​ກັນ​ລະຫວ່າງ​ຊາດ​ໃນ​ຂົງ​ເຂດ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດຢ່າງຕັ້ງຫນ້າ​,​ແລະ​ຖື​ການ​ແບ່ງງານ​ຢ່າງ​ບັງ​ເກີດ​ຜົນ​ເປັນພື້ນຖານ, ວາງ​ກົນ​ໄກຮັບ​ມື​ດ່ວນ​ດ້ານ​ໄພ​ທຳ​ມະ​ຊາດ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ຢ່າງ​​ແຂງແຮງ​