ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-28 21:11:55    
ຄວາມຖາມ​ຂ່າວຂອງ​ມາ​ກາວ--ລາຍການ​ພິ​ເສດ​ສະ​ຫຼອງ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 5 ປີ

cri Author: lm

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ. ວັນ​ທີ 20 ທັນວາປີ​ນີ້​ແມ່ນ​ວັນ​ລະ​ລຶກມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ 5 ປີ. ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຂໍ​ເຊີນ​ທ່ານ​​ມ່ວນ​ຊື່ນ​ນຳ​ກັນ​ກັບປະຊາຊົນ​ຈີນ​ໃນ​ໂອກາດ​ສະຫຼອງມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​​ຄົບຮອບ 5 ປີໃນ​ທ່າມກາງ​ສຽງ​ເພງ. ກ່ອນ​ອື່ນ​ເຊີນ​ຟັງ​ເພງ "ຄວາມຖາມ​ຂ່າວຂອງ​ມາ​ກາວ" ຂັບຮ້ອງ​ໂດຍ​ນາງຊຸນ​ເຟິງໝິງ ນັກ​ຮ້ອງ​ມາ​ກາວ.

ມາ​ກາວຕັ້ງຢູ່​ຝັ່ງ​ຕາ​ເວັນ​ຕົກ​ປາກ​ແມ່ນ້ຳຈູຈຽງ​ແຂ​ວງກວາງ​ຕຸ້ງທາງ​ພາກ​ໃຕ້​ຈີນ, ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນມາ​ແຕ່​ບູຮານ​ນະ​ການ​​. ​ເມື່ອ​ປີ 1553 ພວກ​ລ່າ​ເມືອງ​ຂຶ້ນປອກຕຸຍ​ການ​ໄດ້​ຍຶດຄອງ​ມາ​ກາວ. ຫຼັງຈາກ​ນັ້ນ ດິນ​​ແດນ 7 ຕອນ​ຂອງ​ຈີນຄື ຮົງ​ກົງ​​ແລະ​ໄຕ້​ຫວັນ​ເປັນຕົ້ນ​ໄດ້ຖືກ​ພວກ​ລ່າ​ເມືອງ​ຂຶ້ນຂອງ​ປະ​ເທດ​ຕ່າງໆຕັດ​ແຍກ​ເອົາ. ​ເມື່ອ​ປີ 1925, ທ່ານ​ເວີນ​ອິຕໍ ນັກ​ກະວີ​ທີ່​ມີ​ຊື່ສຽງຂອງ​ຈີນຮູ້ສຶກ​ຄັ່ງ​ແຄ້ນ​ຍ້ອນ​ດິນ​ແດນ 7 ຕອນ​ນີ້​ຂອງ​ປະ​ເທດ​ຊາດ​ສູນ​ເສຍ​ໄປ, ​ແລ້ວ​ໄດ້​ແຕ່ງ​ກອນ​ປະມວນ​ໜຶ່ງ, ​ໃຫ້ຊື່ວ່າ "​ຊີ​ຈືຈື່​ເກີ່" ​ແປ​ວ່າ "ລູກ​ທັງເຈັດ​". "ມາ​ກາວ" ​ແມ່ນກອນ​ບົດ​ທຳ​ອິດ​ໃນ​ປະມວນ​ກອນດັ່ງກ່າວ. ​ຫຼັງຈາກ​ນັ້ນ 70 ກວ່າ​ປີ ຄື​ປີ 1999, ກໍ​ຄື​ປີມາ​ກາວ​ໃກ້​ຈະ​ກັບ​ຄືນ​ສູ່​ຊວງ​​ເອິກ​ ​ມາຕຸພູມ, ທ່ານ​ລີ​ຫາຍ​ອິງ ນັກ​ແຕ່ງ​ນົດ​​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​ແຕ່ງ​ນົດ​ເພງ​ໃສ່​ກອນ​ຂອງ​ທ່ານ​ເວີນ​ອິຕໍບົດນີ້, ​ໄດ້​ສະ​ແດງ​ເຖິງຄວາມ​ປາຖະໜາເລິກ​ເຊິ່ງຂອງລູກຫຼານປະຊາຊາດ​ຈີນຫຼາຍ​ເສັ່ນ​ຄົນທີ່​ຫວັງ​ຢ່າງ​ແຮງ​ກ້າ​ໃຫ້​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ. ຕໍ່​ໄປ​ເຊີນ​ຟັງ​ເພງ "ຊີ​ຈືຈື່​ເກີ່" ​ແປ​ວ່າ "​ລູກທັງ​ເຈັດ-ມາ​ກາວ".

​ເນື້ອ​ເພງ​ມີ​ຢູ່​ວ່າ, ​ເຈົ້າຮູ້​ບໍ່ ມາ​ກາວ​ບໍ່​ແມ່ນ​ນາມສະກຸນ​ແທ້​ຂອງ​ຂ້ອຍ ​​ແມ່​ເອີຍ ລູກ​ໜີ​ຈາກ​ອ້ອມ​ກອດ​ຂອ​ງແມ່ດົນ​ໂພດ​ແລ້ວ, ​ແຕ່​ສິ່ງ​ທີ່​ພວກ​ມັນ​ປຸ້ນ​ເອົາ​ໄປ​ນັ້ນ ​ແມ່ນ​ຮ່າງກາຍ​ຂອງ​ລູກ. ​ແມ່​ໄດ້​ຮັກສາ​ດວງ​ໃຈ​ຂອງ​ລູກ​ໄວ້​ຄື​ເກົ່າ. ​ແມ່​ເອີຍ ລູກ​ຝັນ​ຫາ​ແມ່ 300 ປີ​ບໍ່​ເຄີຍ​ລືມ​ແມ່​ຈັກ​ເທື່ອ. ຂໍ​ໃຫ້​ແມ່​ເອີ້ນ​ຊື່​ນ້ອຍ​ຂອງ​ລູກ​ເດີ--ອ້າວ​ເໝີ​ນ, ​ແມ່​ເອີຍ ລູກ​ຢາກ​ກັບ​ມາ, ​ແມ່​ເອີຍ.

ວັນ​ທີ 20 ທັນວາ​ປີ 1999, ​ແມ່ນ​ມື້​ສຳຄັນ​​ໃນ​ປະຫວັດ​ຂອງ​ປະຊາ​ຊາດ​ຈີນ, ມາ​ກາວ​ທີ່​ໄດ້​ຜ່ານ​ການ​ແປ​ປ່ຽນ​ຂອງ​ໂລກ​ມາຍາວ​ນານ​ໄດ້​ກັບ​ຄືນ​ສູ່​ຊວງ​ເອິກ​ຂອງມາຕຸພູມ, ​ແລະ​ເລີ່​ມ​ແຕ່​ນັ້ນມາ ມາ​ກາວ​ໄດ້​ເຂົ້າສູ່​ສັກກະຫຼາດ​ໃໝ່​ທີ່​ມີ​ສອງ​ລະ​ບອບ​ໃນປະ​ເທດ​ດຽວ​ ພັດ​ທະ​ນາ​ຢ່າງຈະ​ເລີ​ນຮຸ່ງ​ເຮືອງ​. ​​ແຕ່​ກັບ​ຄືນ​ສູ່​ປະ​ເທດ​ຊາດ 5 ປີ​ມາ​ນີ້, ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ໄດ້​ປະ​ຕິ​ບັດ​ທິດ​ທາງ "ປະ​ເທດ​ດຽວ​ສອງ​ລະບອບ" "ຊາວ​ມາ​ກາວ​ປົກຄອງ​ມາ​ກາວ" "ປົກຄອງ​ຕົນ​ເອງໃນ​ລະດັບ​ສູງ", ​ແລະມີ​ສະຖານະ​ພາບ​ອັນ​ດີງາມ​ຄື​ການ​ເມືອງ​ມີ​ສະຖຽນ​ລະ​ພາບ ​ເສດຖະກິດ​ພັດທະນາ ສັງຄົມ​​ສະຫງົບ, ດ້ານ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ໝາກຜົນ​ທີ່​ປະຈັກ​ຕາ​ຊາວ​ໂລກ. ​ເພງ "ອ້າວ​ເໝີ​ນ​ເຫີ​ໜີ​ຈ້າ​ຍອິສີ" ​ແປ​ວ່າ "ມາ​ກາວ​ຢູ່​ຮ່ວມ​​ກັບ​ເຈົ້າ" ​ໄດ້​ສະ​ແດງ​ເຖິງ​ອາລົມ​ຈິດອັນ​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ສຸກ​ແລະ​ຄວາມ​ພາກ​ພູມ​ໃຈ​ຂອງ​ພີ່ ນ້ອງ​ຮ່ວມ​ຊາດ​ມາ​ກາວທີ່​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຊາດ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ "ມາ​ກາວ​ຢູ່​ຮ່ວມ​​ກັບ​ເຈົ້າ" ຂັບ​ຮ້ອງ​ໂດຍ​ທ່ານ​ຫວງ​ເວີຍ​ລິນ ນັກ​ຮ້ອງ​ມາ​ກາວ.

​​ໃນ​ຂະນະ​ທີ່​ເບີກບານ​ມ່ວນ​ຊື່ນນັ້ນ, ປະຊາຊົນ​ຈີນ​ຍິ່ງ​ຈະ​ບໍ່​ລືມ​ປີ 1999 ທີ່​ມີ​ຄວາມ​ໝາຍ​ອັນ​ພິ​ເສດ. ຕໍ່​ໄປ​ເຊີນ​ຟັງ​ເພງ "ລຽນ​ສິ 1999" ​ແປ​ວ່າ "ບໍ່​ລືມປີ 1999", ສຳ​ນຶກຮູ້​ຄວາມ​ເບີກບານ​​ໃຈ​ຂອງ​ປະຊາຊົນ​ຈີນ​ເມື່ອປີ 1999.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ "ບໍ່​ລືມປີ 1999", ຂັບ​ຮ້ອງ​ໂດຍ​ທ່ານ​ຫວງ​ເວີຍ​ລິນ ນັກ​ຮ້ອງ​ມາ​ກາວ. ​ແມ່ນ​ແທ້, ປີ 1999 ແມ່ນ​ປີ​ທີ່​ບໍ່ທຳ​ມະ​ດາ, ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ປະຈັກ​ຕາ​ຊາວ​ໂລກ, ມາ​ກາວ​ທີ່​​ຜ່ານ​ຟ້າ​ຝົນ​ລົມ​ແດງໄດ້​ກັບ​ຄືນ​ສູ່​ຊວງ​ເອິກ​ມາຕຸພູມ​ໃນ​ທີ່​ສຸດ, ຄວາມ​​ໄຝ່ຝັນ​ແລະ​ຄວາມ​ປາ​ຖະໜາ​ໃນຫຼາຍປີ​ຂອງ​ລູກຫຼານ​ປະ​ຊາ​ຊາດ​ຈີນ​ໄດ້​ປະກົດ​ຜົນ​ເປັນ​ຈິງ, ສະນັ້ນ ​ເມື່ອຫວນ​ຄືນ​ປີ 1999, ກໍ​​ຕ້ອງ​ຄຶດ​ເຖິງ​ຄວາມລະ​ອິດ​ລະ​ອ້ຽວ​ ​ຍາວ​ນານ​ຂອງ​ມາ​ກາວ, ຕໍ່​ໄປ​ເຊີນ​ຟັງ​ເພງ "ອ້າວ​ເໝີ​ນອິ" ​ແປ​ວ່າ "ລົມຝົນ​ມາ​ກາວ". ​ເພງ​ນີ້​ໄດ້​ບັນຍາຍ​ປະຫວັດ​ອັນ​ລະ​ອິດ​ລະ​ອ້ຽວ​ຫຼາຍຮ້ອຍ​ປີຂອງ​ມາ​ກາວ, ​ແລະ​ຄວາມ​ດີ​ອົກ​ດີ​ໃຈ​​ເມື່ອ​​ໄດ້ກັບ​ຄືນສູ່​ມະຫາ​ຄອບຄົວ​ປະ​ເທດ​ຊາດ​ແລ້ວ.

​ແມ່ນ​ແທ້, ບ້ານ​ແມ່ນ​ທ່າ​ກ່ຳ​ປັ່ນ​ທີ່​ສະຫງົບ​ງຽບ, ທີ່​ຈິງ​ແລ້ວ ບໍ່ພຽງ​ແຕ່​ມາ​ກາວ, ​ເວົ້າ​ສຳ​ລັບ​ທຸກໆ​ຄົນ ​ໂດຍ​ສະ​ເພາະ​ແມ່ນຜູ່​ທີ່​ຈາກ​ບ້ານ​ເກີດ​ໄປ​ຍາວ​ນານ, ບ້ານ​ຈຶ່ງ​ເປັນ​ໜ້າ​ຖະ​ໜຸ​ຖະ​ໜອມທີ່​ສຸດ​ແລະ​ສຳຄັນ​ກວ່າ​ໝູ່! ສູ່​ມື້​ນີ້​ ​ຮົງ​ກົງ​ແລະ​ມາ​ກາວ​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ແລ້ວ, ຄົນ​ທັງຫຼາຍຍິ່ງ​ຄຶດ​ເຖິງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຢາກໃຫ້​​ເຂົາ​ເຈົ້າ​ກໍ​ກັບ​ເມືອ​ບ້ານ​ໂດຍ​ໄວ, ຫວັງ​ຢ່າງ​ແຮງ​ກ້າ​ຢ່າ​ກໃຫ້​ປະ​ເທດ​ຊາດ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ. ໃຫ້​ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ​ນີ້ແມ່ນ​ຄວາມມຸ່ງ​ມາດ​ປາຖະໜາ​ດຮ່ວມ​ກັນ​ຂອງ​ຊາວ​ຈີນ​ທຸກ​ຖ້ວນ​ໜ້າ. ​ມ້ວນທ້າຍ​ລາຍການ​ພາກ​ນີ້, ພວກ​ເຮົາ​ຂໍ​ອວຍພອນ​ໃຫ້​ມະຫາ​ຄອບ​ຄົວ​ປະ​ຊາ​ຊາດ​ຈີນ​ຈົ່ງ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ. ​ຕໍ່​ໄປເຊີນ​ຟັງ​ເພງ "ຈຸ​ຝູຈຸ​ໂກ" ​ແປ​ວ່າ "ອວຍ​ພອນ​ປະ​ເທດ​ຊາດ".

"ຂໍ​ອວຍພອນ​ປະ​ເທດ​ຊາດ, ປະ​ເທດ​ຊາດ​ທີ່​ສວຍ​ງາມ​ມັ່ງ​ມູນ, ລູກຫຼານບັນດາເຜົ່າ​, ຍົກ​ຈອກ​ຄຳ, ອວຍພອນ​ເຈົ້າຈົ່ງ​ຈະ​ເລີ​ນຮຸ່ງ​ເລືອ​ງ"

ທ່ານ​ຜູ່​ຟັງທີ່​ໂຄລົບ, ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ, ສະບາຍດີ.