ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-29 15:51:19    
ຄວາມ​ເປັນ​ມາ​ຂອງ​ຂະຫນົບທຳນຽມ​ຈີນ

cri

ແຕ່​ບູຮານ​ນະ​ການ​ມາ​ນີ້,ອາລະຍະ​ທຳ​ຂອງ​ຈີນ​ກໍ່​ຖືກ​ເອິ້ນ​ເປັນ​ອາລະຍະ​ທຳ​ຂະຫນົບທຳນຽມ​ແລະ​ດົນຕີ,ຂະຫນົບທຳນຽມ​​ແມ່ນ​ປັດ​ໄຈ​ອັນ​ສະ​ເຫມີ​ຕົ້ນສະ​ເຫມີ​ປາຍ​ໃນ​ປະຫວັດອາລະຍະ​ທຳ​ຫລາຍ​ພັນ​ປີ​ຂອງ​ຈີນ,​ແລະ​ກໍ່​ແມ່ນ​ເອກະລັກ​ຕົ້ນຕໍ​ທີ່​ອາ ລະຍະ​ທຳ​ຈີນ​ຕ່າງ​ກັບ​ອາລະຍະ​ທຳ​ບູຮານ​ອື່ນໆ. ຂະຫນົບທຳນຽມ​ຈີນ​ມີ​ຄວາມ​ເປັນ​ມາ​ແນວ​ໃດ?ປະຫວັດ​ຄວາມ​ເປັນ​ມາ​ຂອງ​ຂະຫນົບ ທຳນຽມດົນ​ນານ​ປານ​ໃດ?​


ຢູ່​ຈີນ​ສະ​ໄຫມບູຮານ,ນັກ​ການ​ເມືອງ​ແລະ​ນັກ​ແນວ​ຄິດ​ທຸກ​ສະ​ໄຫມ​ລ້ວ​ນ​ແຕ່​ເຄົາລົບ​ນັບຖື​ຂະຫນົບທຳນຽມ​ແລະ​ພາລະ​ບົດບາດ​ຂອງ​ມັນ​ທີ່​ສຸດ​,​​ໃນ​ສະ​ໄຫມ​ລາຊະວົງ​ໂຈ່​ວ​ເມື່ອ​ສະຕະວັດ​ທີ 11 ກ່ອນ​ຄິດຕະສັງ​ເກດ,ນັກ​ການ​ເມືອງກໍ່​ເຫັນ​ວ່າ, ຂະຫນົບ​ທຳນຽມ​ແມ່ນ​ພາກສ່ວນ​ປະກອບ​ຕົ້ນຕໍ​ຂອງ​ໂຄງ​ປະກອບ​ແຫ່ງ​ລັດ.ທ່ານ​ຂົງຈຶ້​ແມ່ນນັກ​ແນວ​ຄິດ​ທີ່​ມີ​ຊື່​ສຽງ​ກວ່າ​ຫມູ່​ໃນ​ປະຫວັດສາດ​ຈີນ​ແມ່ນ​ໄດ້ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ລິ​ເລີ່​ມ"ການ​ປົກຄອງ​ດ້ວຍ​ຂະຫນົບທຳ​ນຽມ"ຕະຫຼອດຊີວິດຂອງ​ທ່ານ,ມີ​ເຈດ​ຈຳນົງ​ວ່າ"ສ້າງຕັ້ງປະ​ເທດ​ດ້ວຍ​ຂະຫນົບ​ທຳນຽມ".​ໃນ​ຍຸກ​ສະ​ໄຫມ​ລາຊະວົງ​ສັກດິນາ​ຂອງ​ຈີນ 2 ພັນ​ກວ່າ​ປີຫລັງ​ທ່ານ​ຂົງຈຶ້ ນັກ​ການ​ເມືອງ​ທັງຫລາຍ​ໄດ້​ສືບ​ທອດ​ແລະ​ເສີມ​ຂະ​ຫຍາ​ຍມູນ​ເຊື້ອ​ຂອງ​ທ່ານ​ຂົງຈຶ້​ແລະ​ສຳນັກ​ຂົງຈຶ້,ອອກ​ແຮງ​ຊຸກ​ຍູ້​ບົດບາດ​ພິ​ເສດຂອງ"ຂະຫນົບ ທຳນຽມ"​ໃນ​ການ​ປົກຄອລັດ,​ແລະ​ຖື​ເປັນ​ໄມ້​ຫລາວັດ​ແທກ​ວັດທະນະທຳ​ພື້ນຖານ​ທີ່​ຈຳ​ແນ​ກວັດທະນະທຳ​ຈີນ​ກັບ​ວັດທະນະທຳ​ອື່ນໆ.


ໃນຖານເປັນ​ປະກົດການ​ທີ່​ຈີນ​ມີ​ໂດຍ​ຈຳ​ເພາະ,​ ຂະຫນົບທຳນຽມ​ຂອງ​ຈີນ​ບູຮານ​ແມ່ນລະບົບ​ແຫ່ງ​ລະບອບ​ແລະ​ວັດທະນະ​ທຳ​ທີ່​ມີ​ອົງ​ປະກອບ​ອັນຄົບ​ຖ້ວນ,ລະບົບ​ດັ່ງກ່າວ​ລວມທັງ​ມີ​ຫຼາຍເນື້ອ​ໃນເຊັ່ນ​ການ​ເມືອງ ກົ​ດຫມາຍ ສາສະຫນາ ຈະລິຍະທຳແລະລະບອບສັງຄົມເປັນຕົ້ນ.ຂະຫນົບທຳນຽມ​ຫລື​ລະບົບ​ຂະຫນົບທຳນຽມ​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ນຳ​ພິ​ທີ​ການ​ດ້ານ​ນະມັດສະການ ສະມາຄົມ ພິທີ​ເຊັ່ນ​ໄຫວ້​ ພິທີ​ຝັງ​ສົບ ການ​ເຄື່ອນ​ທັບ ພິທີ​ແຕ່ງດອງ​ພິທີ​ປົງ​ສົບເປັນຕົ້ນທີ່​ຜູ້​ປົກຄອງ​ລາຊະວົງສ້າງ​ຂຶ້ນ​ຕາມຄວາມ​ຕ້ອງການ​ຕົວ​ຈິງ​ດ້ານ​ການ​ເມືອງ ພິທີ​ເຊັ່ນ​ໄຫວ້ ພິທີ​ປູກຝັງ​ແລະ​ເສິກ​ສົງຄາມ​ເປັນຕົ້ນ​ໃນຄາວ​ນັ້ນ.


ຂະຫນົບທຳນຽມມີພາລະ​ບົດບາດ​ທາງ​ສັງຄົມກຳນົດ​ຖານະ ກຽດຕິຍົດ​ແລະ​ຊົນ​ຊົ້ນວັນນະ,ສະນັ້ນ,ຂຸນ​ນາງ​ທີ່​ຢູ່​ໃນ​ຊົນ​ຊັ້ນວັນນະ​ຕ່າງ​ກັນ​ປະຕິບັດ​ຂະຫນົບທຳນຽມກໍ ຕ່າງ​ກັນ,​ໃນ​ເວລາ​ຈັດ​ພິທີການ​ຊະນິດ​ຕ່າງໆ,ຜູ້​ເຂົ້າຮ່ວມ​ທຸກ​ຄົນ​ລ້ວນ​ແຕ່​ຕ້ອງອີງ​ຕາມ​ຊົນ​ຊັ້ນວັນນະ​ຂອງ​ຕົນ,​ແລະ​ນຳ​ໃຊ້​ເຄື່ອງ​ຈັດ​ພິທີການ​ຫລື​ຂະຫນົບທຳນຽມ​ທີ່​ຊົນ​ຊັ້ນວັນນະ​ຂອງ​ຕົນ​ໃຊ້​ໄດ້.


ຍ້ອນ​ເວລາ​ດົນ​ໂພດ,ບວກ​ກັບ​ເອກະສານ​ມີ​ຫນ້ອຍ,ສະນັ້ນ,ສະພາບ​ອັນ​ຄຶກຄຶ້ນ ທີ່ຊົນ​ຊັ້ນຂຸນ​ນາງສະ​ໄ​ຫມປະ​ຖົມບູຮານ​ຈັດ​ພິທີການ​ນັ້ນມີ​ແຕ່​ອາ​ໄສ​ຂໍ້​ມູນ​ບູຮານນະ ຄະດີ​ພາກສະຫນາມ​ແ​ຫ່ງຮ່ອງຮອຍ​ວັດທະນະທຳ​ບູຮານຢູ່​ແຫ່ງ​ຕ່າງໆ​ແຕ່​ສະຕະວັດ​ທີ 20 ມາ​ນີ້​ມາສະ​ແດງ​ໃຫ້​ເຫັນ​ເຄົ້າ​ໂຄງ​ແລະ​ໂສມ​ຫນ້າ​ໂດຍ​ສັງ​ເຂ​ບຂອງ​ມັນ.


ເມື່ອສັງ​ເກດ​ຈາກ​ຂໍ້ມູນ​ບູຮານ​ນະຄະດີ​ພາກ​ສະຫນາມ​ຢູ່​ແຫ່ງ​ຕ່າງໆ​ແລ້ວ​ເຫັນ​ວ່າ,​ໃນ​ວັດທະ​ນະ​ທຳ​ຍຸກ​ຫີນ​​ໃຫ​ມ່​ພຸ້ນ,ຂະຫນົບທຳນຽມ​ຫລື​ລະບອບ​ຂະຫນົ​ບທຳນຽມ​ຂອງ​ຈີນກໍ່​ໄດ້​ອອກ​ຫນໍ່​ຈໍ່​ແຫນງ​ແລ້ວ.​ໃນ​ວັດທະນະທຳລຽງ​ຈູ​ຢູ່​ເຂດ​ສາມຫລ່ຽມ​ແມ່ນ້ຳ​ຢາງ​ເຊ​ຍ່າມ​ໃຕ້ທີ່​ຫ່າງ​ຈາກ​ປະຈຸ​ບັນ 5 ພັນ​ປີນັ້ນ,ລະບອບ​ຂະຫນົບທຳນຽມ​ກໍ່​ໄດ້​ເປັນ​ລະບົບ​ເປັນ​ແບບ​ສະບັບ​ແລະ​ເປັນ​ລະບອບ.ກ່ອນ​ອື່ນ,ສະພາບ​ຫມູ່​ບ້ານ​ແລະ​ຂະຫນາດ​ຂອງວັດທະນະທຳ​ລຽງ​ຈູ​ໄດ້​ສ່ອງ​ແສງ​ໃຫ້​​ເຫັນ​ວ່າ,ສັງຄົມ​ໃນ​ຄາວ​ນັ້ນ​ໄດ້​ສ້າງ​ເປັນ​ລະບົບ​ຊົນ​ຊັ້ນສັງຄົມ​ແບບ​ທາດ​ປິ​ລາ​ມິດ​ທີ່​ແບ່ງ​ຊົນຊັ້ນວັນນະ​ຢ່າງ​ຈະ​ແຈ້ງ​ແລ້ວ; ຖັດມາ, ອີງ​ຕາມ​ບົດ​ລາຍ​ງານກ່ຽວ​ກັບ​ການ​ຂຸດ​ຄົ້ນບູຮານນະ​ຄະດີ​ພາກ​ສະຫນາມ,ຂຸມ​ຝັງ​ສັບ​ຂອງ​ວັດທະນະທຳ​ລຽງ​ຈູມີ​ຂຸມ​ໃຫຍ່ ຂຸມຂະຫນາດກາງ ຂຸມ​ຂະຫນາ​ງກາງ​ສຳຮອງ​ແລະ​ຂຸມ​ຂະຫນາດ​ນ້ອຍ,ລະຫວ່າງຂຸມ​ຝັງ​ສົບ​ປະ​ເພດ​ຕ່າງໆ,ບໍ່​ວ່າຈະ​ແມ່ນ​ຂະຫນາດແລະ​ລະບອບ​ຂຸມ​ຝັງ​ສົບ​ຫລື​ວ່າ​ປະ​ເພດ​ແລະ​ຄຸນ​ນະພາ​ບຂອງ​ສິ່ງ​ທີ່​ຝັງ​ນຳ​ກັນ​ລ້ວນ​ແຕ່​ມີຄວາມ​ແຕກ​ຕ່າງກັນ​ຢ່າງ​ຈະ​ແຈ້ງ​ແລະ​ແຕກ​ຕ່າ​ງກັນ​ຫລາຍ​ທີ່​ສຸດ,​ໃນ​ຂຸມ​ຝັງ​ສົບ​ປະ​ເພດ​ຕ່າງໆ,​ເຄື່ອງ​ໃຊ້​ໃນ​​ທຳ​ພິທີການ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງຖານະ​ທາງ ສັງຄົມຂອງ​ເຈົ້າຂອງ​ຂຸມ​ຝັງ​ສົບກ່ອນ​ຍັງ​ມີ​ຊີວິດ​ຢູ່ຈະ​ຫລາຍ​ຫລື​ຫນ້ອຍນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ສັງຄົມ​ໃນຄາວ​ນັ້ນ​ແມ່ນສັງຄົມ​ທີ່​​ແບ່ງ​ຊົນ​ຊັ້ນວັນນະ​ຢ່າງ​ເຂັ້ມງວດ,ລະຫວ່າງ​ສະມາຊິກ​ຂອງ​ຊົນ​ຊັ້ນຕ່າງໆ​ໃນ​ສັງຄົມ​​ໄດ້​ແບ່ງ​ກຽດຕິຍົດ​ແລະ​ຄວາມ​​ເຫຼື່ືອມ​ລ້ຳຕ່ຳ​ສູງ​ຕ່າງ​ກັນ,ນີ້​ແມ່ນ​ປະກົດ​ການ​ສຳຄັນ​ແຫ່ງ​ການ​ຊົງ​ຕົວ​ຢູ່​ຂອງ​ຂະຫນົບທຳນຽມ​ແລະ​ລະບົບ​ຂະຫນົບທຳ​ນຽມ.


ເມື່ອສັງ​ເກດ​ເບິ່ງ​ຈາກ​ປະຫວັດສາດ​ແລ້ວ​ເຫັນ​ວ່າ,ລະບົບ​ຂະຫນົ​ບທຳນຽມ​ບູຮານ​ຂອງ​ສະ​ໄຫມວັດທະນະທຳ​ລຽງ​ຈູບໍ່ພ​ຽງ​ແຕ່ບໍ່​ໄດ້​ເສື່ອ​ມ​ໂຊມ​ແລະ​ສູນຫາຍ​ພ້ອມ​ກັນ​ກັບ​ວັດທະນະທຳ​ລຽງ​ຈູ​ເທົ່າ​ນັ້ນ,ຫາກ​ຍັງ​ຖືກ​ລາຊະວົງ​ລຸນ​ຫລັງ​ສືບ​ທອດ​ຮອບດ້ານ​,ກາຍ​ເປັນ​ເນື້ອ​ໃນ​ທີ່​ມີ​ສີສັນ​ພິ​ເສດ​ກວ່າ​ຫມູ່​ຂອງ​ອາລະຍະ​ທຳ​ຈີນ​ບູຮານ.ຂະຫນົບທຳ ນຽມບູຮານ​ເຫົ່ຼານີ້​ຂະຫຍາຍຕົວ​ຕື່ມ​ອີກ,ກາຍ​ເປັນ​ລະບົບ​ວັດທະນະທຳ​ການ​ເມືອງ​ທີ່​ສັບສົນ​ແລະ​ຄົບ​ຖ້ວນ​ບໍລິບູນ,ມີຈິດ​ໃຈ​ວັດທະນະທຳ​ຂອງ​ຂະຫນົບທຳນຽມ,​ແລະ​ທັງມີພາລະ​ບົດບາດ​ທາງ​ສັງຄົມ​ຂອງ​ລະບອບ​ຂະຫນົບທຳນຽມ,​ເຊິ່ງກໍ່​ຄື​ຜ່ານ​ຈາກ​ການ​ກຳນົດ​ຢ່າງ​ລະອຽດ​ຕໍ່​ຫໍ​ວັງ ພາຊະນະ ​ອາພອນເຄື່ອງ​​ເອ້ຂອງ​ຊົນ​ຊັ້ນຂຸນ​ນາງ​ທີ່​ມີ​ຊັ້ນວັນນະ​ຕ່າງ​ກັນ​ມາສະ​ແດງ​ໃຫ້​ເຫັນ​ຫລັກການ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ຊົນ​ຊັ້ນວັນນະ​ແຫ່ງ​ຄວາມ​ສະຫນິມ​ສະຫນົມ ຄວາມ​ຫ່າງ​ເຫີ​ນ ມີກຽດ​ສັກ​ສີຫລື​​ເຫຼື່ອມລ້ຳ​ຕ່ຳ​ສູງ. ນອກນີ້,​ໃນ​ລະບອບ​ຂະຫນົບທຳນຽມ​ຍັງ​ລວມທັງ​ເຄື່ອງ​ໃຊ້​ອັນ​ລະອຽດ​ຈຳນວນ​ຫນຶ່ງ,ຕົວຢ່າງ​ຄືຕາປະທັບຍົກທີ່ເປັນສັນຍະລັກແຫ່ງອຳນາດຂອງເຈົ້າຊີວິດເປັນຕົ້ນ, ຈໍ່ຕົວ​ເປັນ​ວັດທະນະທຳ​ຍົກ​ທີ່​ມີ​ເອກະລັກ​ຂອງ​ຈີນ.​ໃນ​ຫົວທີ,ຂະຫນົບທຳນຽມ​ແລະ​ລະບອບ​ຂະຫນົບທຳນຽມ​ແມ່ນ​ຜູ້​ປົກຄອງ​ໃນ​ສະ​ໄຫ​ມບູຮານ​ຂອງ​ຈີນ​ເປັນ​ຜູ້​ກຳນົດ​ແລະ​ປະກາດ​ໃຊ້,ຜ່ານ​ຈາກ​ການ​ສັບ​ຊ້ອນ​ແລະ​ເຜີຍ​ແຜ່​ຂອງ​ສຳນັກ​ຢູ, ພາຍຫລັງ​ມາ​ໄດ້ຖືກ​ຝ່າຍ​ທາງ​ການ​ທຸກ​ສະ​ໄຫມ​ໃຊ້​ເປັນ​ຫຼັກ​ມາດຖານດ້ານ​ການ​ເມືອງ​ແລະ​ດ້ານ​ຈະລິ​ຍະ​ທຳ,​ໄດ້​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງທີ່​ສຸດ​ຕໍ່​ການຈໍ່​ຕົວ​ເປັນ​ວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ.