ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-29 16:11:45    
ວຽກ​ງານ​ປົກ​ປ້ອງ​ລິກ​ຂະ​ສິດ​ຂອງ​ຈີນ​ໄດ້​ມີ​ການ​ຄືບ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri

ປີ 2004 ຈະ​ຜ່ານ​ໄປ​ແລ້ວ,​ໃນ​ຫນຶ່ງ​ປີ​ມາ​ນີ້,ຈີນ​ໄດ້​​ອອກ​ແຮງ​ປາບ​ການ​ກະທຳ​ລ່ວງລະ​​ເມີດລິກ​ຂະ​ສິດ​ແລະ​ລັກ​ລອກ​ແບບ​ຕ່າງໆ,ຕັ້ງຫນ້າ​ສ້າງ​ບັນຍາກາດ​ສັງຄົມ​ທີ່​ສະຫນັບສະຫນູນ​ຂອງ​ແທ້,ສືບ​ຕໍ່​ບູລະນະ​ລະບອບ​​ກົດຫມາຍ​ວ່າ​ດ້ວຍ​ສິດປະພັນ​ໃຫ້​ສົມບູນ​ຂຶ້ນ,ວຽກ​ງານ​ປົກປ້ອງລິ​ກຂະ​ສິດ​ໄດ້​ຮັບຫມາກຜົນ​ແລ້ວ.


ທ່ານ​ວາງ​ຈີ້​ຊຽງ ຫົວຫນ້າ​​ພະ​ແນ​ກຄຸ້ມ​ຄອງ​ລິ​ກຂະ​ສິດ​ຂອງ​ກົມລິ​ກຂະ​ສິດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​​ໃສ່​ໃນ​ລະດັບ​ສູງ​ນຳ​ວຽກ​ງານ​ປົກປ້ອງ​ສິດ​ຊັບ​ສິນ​ທາງປັນຍາ,ຈັດ​ການ​ປາບ​ການລ່ວງ​ລະ​ເມີດ​ລິ​ກຂະ​ສິດ​ແລະ​ລັກ​ລອກ​ແບບ​​ເຂົ້າ​ໃນ​ວຽກ​ງານ​ຈຸດ​ຫນັກ​​ແນ​ໃສ່​ປັບປຸງ​ແລະ​ເຮັດ​ໃຫ້​ລະບຽບ​ເສດຖະກິດຕະຫຼາດ​ເປັນ​ແບບ​ສະບັບ,​ປາບ​ການ​ກະທຳ​ລ່ວງ​ລະ​ເມີດ​ລິ​ກຂະ​ສິດ​ແລະ​ລັກ​ລອກ​ແບບ​ໃນ​ຂົງ​ເຂດ​ຈໍລະ​ຈອນ​ຢ່າງ​​ເດັດດ່ຽວ,​ໃນ​ຂະນະ​ທີ່​ພາກສ່ວນ​ບໍລິຫານ​ລິ​ກຂະ​ສິດ​ທຸກ​ຂັ້ນ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ຕະຫຼາດ,​ເພີ່ມ​ຄວາມ​ແຮງ​​​ໃນ​ການ​ປາບ​​ການລ່ວງ​ລະ​ເມີດ​ລິກ​ຂະ​ສິດ​ແລະ​ລັກ​ລອກ​ແບບ​ໃນ​ຂອດ​ການ​ຜະລິດ​ແລະ​ນຳ​ໃຊ້,ປາບ​ການ​ກະທຳ​ລ່ວງ​ລະ​ເມີດ​ລິ​ກຂະ​ສິດ​ແລະ​ລັກ​ລອກ​ແບບ​ຈາກ​ດ້ານ​ດ້ານກົກ​ຮາກ

ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ການ​ພັດທະນາ​ຂະ​ແຫນງ​ການ​​ເຄືອ​ຂ່າ​ຍຂໍ້​ມູນ​ຂ່າວສານ​ຂອງ​ໂລກ​ຢ່າງ​ຟົດ​ຟື້ນ,ການ​ເຄື່ອນ​ໄຫວ​ລ່ວງ​ລະ​ເມີດ​ລິ​ກຂະ​ສິດ​ແລະ​ລັກ​ລອກ​ແບບ​ທາງ​ອິນ​ເຕີ​ເນັດ​ກໍ​ໄດ້​ປະກົດ​ອອກ​ມາຢ່າງ​ຫຼວງ​ຫຼາຍ,ບັນຫາ​ປົກ​ປ້ອງ​ສິດປະພັນ​ຂອງ​​ເຄືອຂ່າຍ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ທີ່​ບັນດາ​ປະ​ເທດ​​ໃນ​ໂລກສົນ​ໃຈ​ນຳ​.ຕາມ​ໄດ້​ຊາບ​,ຈີນ​ໄດ້​ຈັດການ​ປົກ​ປ້ອງ​ສິດ​ເຜີຍ​​ແຜ່​ເຄືອ​ຂ່າຍຂໍ້​ມູນ​ຂ່າວສານ​​ເຂົ້າ​ໃນ​ແຜນການ​ນິຕິ​ບັນຍັດ​ປີ 2005,ກ່ອນ​ຫນ້າ​ນີ້,​ເພື່ອ​ປົກ​ປ້ອງ​ສິດ​ຊອບ​ກົດຫມາຍ​ຂອງ​ບຸກຄົນ​ຢ່າງ​ບັງ​ເກີດ​ຜົນ,ປາບ​ການ​ກະທຳ​ລ່ວງ​ລະ​ເມີດ​ລິກ​ຂະ​ສິດ​ແລະ​ລັກ​ລອກ​ແບບ​ຕ່າງໆ​ທາງ​ອິນ​ເຕີ​ເນັດ,ກົມ​ລິ​ກຂະ​ສິດ​ແຫ່ງ​ຊາດ​ຈີນ​ແລະ​ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານຈີນ​ໄດ້​ຮ່ວມ​ກັນວາງ​ວິທີ​ປົກ​ປ້ອງທາງ​ບໍລິຫານກ່ຽວ​ກັບ​ສິດ​ເຜີຍ​ແຜ່​ສິດ​ເຄືອ​ຂ່າ​ຍຂໍ້​ມູນ​ຂ່າວສານສະບັບ​ຮ່າງ,​ແລະ​ໄດ້​ຈັດ​ງານ​ຟັງ​ຄຳ​ຢືນຢັນ​ໃນ​ຫວ່າງ​ມໍ່ໆ​ນີ້,ຂໍຄວາມ​ເຫັນ​ນຳວົງ​ການ​ຕ່າງໆ​ໃນ​ສັງຄົມຢ່າງ​ກວ້າງ​ຂວາງ​.

ທ່ານນາງ​ຈັ່ງ​ພິງ ຜູ່​ຊ່ຽວຊານ​ສວິ​ທະ​ຍາ​ຄານທຳ​ມະ​ສາດຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ໄດ້​ເຂົ້າ​ຮ່ວມ​ງານ​ຟັງ​ຄຳ​ຢືນຢັນ,ນາງ​ເຫັນ​ວ່າ,​ໂດຍ​ປະ​ເຊີນ​ກັບ​ການ​ທ້າ​ທ້າຍ​ດ້ານ​ເຕັກນິກ​ໃຫມ່,ການ​ວາ​ງອອກ​ແບບ​ວິທີ​ປົກ​ປ້ອງ​ທາງ​ບໍລິຫານ​ສະບັບ​ນີ້​ແມ່ນທັນ​ການ​ທີ່​ສຸດ,ນາງ​ເວົ້າ​ວ່າ ຄວາມ​ຫມາຍ​ຕົວ​ຈິງ​ແມ່ນ​ສຳຄັນ​ທີ່​ສຸດ,​ແລະ​ກໍ່​ແມ່ນ​ຄວາມຕ້ອງກາ​ນຢ່າງ​ຮີບ​ດ່ວນ,ປະຈຸ​ບັນ,ຢູ່​ອິນ​ເຕີ​ເນັດ​ຕ້ອງການການ​ຄຸ້ມຄອງ​ແບບ​ສະບັບທີ່​ສຸດ,ຍ້ອນ​ວ່າບັນດາ​ປະ​ເທດ​ໃນໂລກບໍ່​ມີ​ເບົ້າ​ແບບທີ່​ເປັນ​ເອກະ​ພາບ​ກັນ ຄັກ​ແນ່​ຫຼື​ສຸກ​ງອມຢ່າງ​ຫນຶ່ງ​,​ເພາະມັນ​ແມ່ນ​ເລື່ອງ​​ໃຫມ່​.


ປີ​ນີ້,ຈີນ​ຍັງ​​ໄດ້ຕັ້ງຫນ້າ​ຈັດການຮ່ວມ​ມື​ກັນ​ລະຫວ່າງ​ຊາດ​ໃນ​ດ້ານປົກ​ປ້ອງ​ລິ​ກຂະ​ສິດ.​​ເລີ່​ມ​ແຕ່​ຕົ້ນ​ປີ​ນີ້,ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ຕັ້ງ​ຄະນະ​​ໄປ​ທັດສະນະ​ສຶກສາ​ຢູ່​ສະຫະພາບ​ເອີ​ລົບ​ 4 ​ເທື່ອ​​ຕາມໆ​ກັນ,ສະຫະພາບ​ເອີ​ລົບ​ໄດ້​ແຕ່ງ​ຜູ່​ຊ່ຽວຊານ 5 ງວດ​​ເພື່ອອົບຮົມ​ແລະ​ຊີ້​ນຳ​ຢູ່​ກັບບ່ອນ​ກັຂອງຈີນ.ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກປ່ຽນ​ໃນ​ດ້ານ​ກົດຫມາຍລິ​ກຂະ​ສິດ ການ​ປະຕິບັດກົດຫມາຍ​ແລະ​ເພີ່ມ​ທະວີ​ສະຕິ​ສາທາລະນະ​ຊົນ​ເປັນ​ຕົ້ນ.ທ່ານ​ໂພນ ​ແວນ​ໂດລຽນ ລັດຖະມົນຕີ​ກະຊວງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ສຳນັກງານ​ໃຫຍ່​ການ​ຄ້າ​ສະຫະພາບ​ເອີ​ລົບ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​ຫວັງ​ໃຫ້​​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນໃນ​ຂົງ​ເຂດ​ການ​ປະຕິບັດ​ກົດຫມາຍລິ​ກຂະ​ສິດ​​ເປັນ​ຕົ້ນ.ທ່ານ​ເວົ້າ​ວ່າ,ຈີນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ​ໃນ​ດ້ານ​ສິດ​ຊັບ​ສິນ​ທາງປັນຍາ,​ເພາະວ່າ​ຈີນ​ໄດ້​ຮູ້​ສຶກວ່າສິດ​ຊັບ​ສິນ​ທາງ​ປັນຍາ​ແມ່ນ​ສຳຄັນ​ທີ່​ສູດ​ຕໍ່​ການ​ພັດທະນາ​ຂອງ​ຈີນ,ພວກ​ຂ້າພະ​ເຈົ້າ​ຈະ​ຮ່ວມ​ມື​ກັບ​ອົງການ​ຕ່າງໆທີ່​ກ່ຽວຂ້ອງ​ກັບສິດ​ຊັບ​ສິນ​ທາງ​ປັນຍາ​ຂອງຈີນ​ຢ່າງ​ແຫນ້ນ​ແຟ້ນ,​​ເຮັດ​ໃຫ້ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີ​ນກ້າວ​ໄປ​ຫນ້າ​ຕາມ​ທິດ​​ຕັ້ງຫນ້າ​ກວ່າ​ເກົ່າ.


ໃຕ້​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງຄົມ,ຢູ່​ຈີນ,ການ​ລ່ວງ​ລະ​ເມີດ​ລິ​ກຂະ​ສິດ​ແລະ​ລັກ​ລອກ​ແບບ​ໄດ້ຕົກ​ຢູ່​ໃນ​ບັນຍາກາດ ສັງຄົມ​ທີ່​​ໃຜໆ​ກໍ່​ຕ້ອງ​ໂຈມ​ຕີ,​ໃນ​ເວລາ​ນາງ​ກວນ​ໄອ​ຄັ່ງ ຊາວ​ປັກ​ກິ່ງ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​,ນາງ​ເວົ້າວ່າ, ປະຈຸ​ບັນ,ຢູ່​ຖະຫນົນ​ຫົນທາງ,ຜູ່​ຂາຍ​ສິນຄ້າ​ລັກ​ລອກ​ແບບ​ຫນ້ອຍ​ແລ້ວ,ຮູ້ສຶກ​ວ່າ​ຄວາມ​ແຮງ​ໃນ​ການ​ໂຈມ​ຕີ​ການ​ລັກ​ລອກ​ແບບ​ຢູ່​ອ້ອມ​ແອ້ມໄດ້​ເພີ່ມ​ຂຶ້ນ,ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ຄວນໄປ​​ເບິ່ງ​ຮູບ​ເງົາ​ຢູ່​ໂຮງ​ສາຍຮູບ​ເງົາ,ການ​ໄປຊື້CD ​ລັກ​ລອກ​ແບບ​ເຫ​ມື​ອນດັ່ງ​ເປັນ​ຜູ່​ຂີ້ລັກ


ປີ​ນີ້,ຈີນ​​ໄດ້​ຮັບຜົນສຳ​ເລັດ​ໃນ​ດ້ານ​ປົກ​ປ້ອງ​ລິ​ກຂະ​ສິດ​,ການສ້າງ​ລະບົບ​ປົກ​ປ້ອງ​ລິກ​ຂະ​ສິດ​ອັນ​ສົມບູນ​ຊຸດ​ຫນຶ່ງ​ບໍ່​ແມ່ນ​ເລື່ອງ​ທີ່​ເຮັດ​ສຳ​ເລັດ​ໄດ້​ໃນ​ມື້ຫນຶ່ງ​ຍາມ​ດຽວ,​ແຕ່​ວ່າ​ລັດຖະບານ​ຈີນ​ພວມ​ພະຍາຍາມ​ໄປຕາມ​ທາງ​ດັ່ງກ່າວ,ຕາມ​ຊາບ​ວ່າ,ປີຫນ້າ,ການ​ປາບ​ການລ່ວງ​ລະ​ເມີດ​ລິກ​ຂະ​ສິດ​ແລະ​ລັກ​ລອກ​ແບບ​ຍັງ​ຄົງ​ແມ່ນ​ວຽກ​ງານ​ຈຸດ​ຫນັກ​ໂດຍ​ຈຳ​ເພາະ​ຂອງ​ລັດຖະບານ​ຈີນ​ໃນ​ການ​ປັບປຸງ​ແລະ​ເຮັດ​​ໃຫ້​ລະບຽບ​ເສດຖະກິດ​ຕະຫຼາດ​ເປັນ​ແບບ​ສະບັບ,ກົມ​ລິ​ກຂະ​ສິດ​ແຫ່ງ​ຊາດ​ຈີນ​ໄດ້​ວາງແຜນການ​ວຽກ​ງານ​ອັນ​ລະອຽດ.