ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-29 16:25:21    
ຄື້ນທະ​ເລ​ຊູນາມີກະ​ໜ່ຳ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ຂະ​ແໜງ​ການ​ປະກັນ​ໄພ

cri Author: mengmeng
ຕາມ​ຂ່າວCRI, ​ແຜ່ນດິນ​ໄຫວ​ແຮງ​ແລະ​ຄື້ນທະເລຊູນາມີທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ມໍ່​ເກາະ​ຊູ​ມັດຕຼາອິນ​ໂດ​ເນ​​ເຊຍ​​ໃນ​ວັນ​ທີ 26​ທັນວາ​ໄດ້​ກະ​ໜ່ຳຂະ​ແໜງ​ການທ່ອງທ່ຽວ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ຂອງ​ອາຊີ​ອາ​ຄະ​ເນ​ແລະ​ອາຊີ​ໃຕ້​ຢ່າງ​ໜັກໜ່ວງ​ອີກ​ເທື່ອ​ໜຶ່ງ. ພ້ອມ​ກັນ​ນັ້ນ, ຂະ​ແໜງ​ການທ່ອງທ່ຽວ​ແລະ​ຂະ​ແໜງ​ການ​ປະກັນ​ໄພ​ຂອງ​ໂລກ​ກໍ່​ຖືກ​ກະທົບ​ກະ​ເທືອນ​ໃນ​ລະດັບ​ຕ່າງ​ກັນ. ​ແຕ່​ຄົນ​ທັງຫຼາຍ​ເຫັນ​ວ່າ, ​ໄພພິບັດ​ບັ້ນ​ນີ້​ມີ​ຜົນ​ກະທົບ​ຈຳກັດ​ຕໍ່​ເສດຖະກິດ​ໂລກ.

​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູນາມີ​ເທື່ອ​ນີ້​ພວມ​ຢູ່​ໃນ​ໄລຍະ​ມີ​ແຂກທ່ອງ​ທ່ຽວ​ຫຼາຍຄື​ບຸນ​ໂນ​​ແອນ​ແລະ​ບຸນປີ​ໃໝ່ສາກົນ, ນັກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ພວມ​ຜັກ​ຜ່ອນ​ຢ່ອນ​ອາ​ລົມ​ຢູ່​ປະ​ເທດ​ຈຳນວນ​ໜຶ່ງ​ຂອງ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້, ​ໄດ້​ຕາກ​ອາກາດ​ຢູ່​ຫາດຊາຍ​ຝັ່ງ​ທະ​ເລ. ພາຍຫຼັງ​ເກີດ​ໄພພິບັດ​ແລ້ວ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່ຕື່ນ​ຕົກ​ໃຈ​ນັບ​ເປັນ​ໝື່ນ​ຄົນ​ທະຍອຍ​ກັນ​ຢຸດຕິ​ການ​ຜັກ​ຜ່ອນ​ຢູ່​ແດນ​ສະຫວັນ​ການທ່ອງທ່ຽວ​ທີ່​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ແລ້ວ, ຂີ່​ຍົນ​ໜີ​ອອກ​ຈາກ​ທ້ອງ​ຖິ່ນ​ນັ້ນ​ໂດຍ​ໄວ.

ຂະ​ແໜງການທ່ອງທ່ຽວ​ຂອງ​ໄທ​ເປັນ​ຂະ​ແໜງ​ການ​ເສົາ​ຄ້ຳ​ຂອງ​ເສດຖະກິດ​ແຫ່ງ​ຊາດ​ຕະຫຼອດ​ມາ, ຄິດ​ສະ​ເລ່ຍ​ແລ້ວ​ແຕ່ລະ​ປີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ12​ລ້ານ​ກວ່າ​ຄົນ. ພາຍຫຼັງ​​ເກີດວິ​ກິດ​ການ​ການ​ເງິນ​ອາຊີ​​ເມື່ອ​ປີ1997​ແລ້ວ, ຂະ​ແໜງ​ການທ່ອງທ່ຽວ​ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​​ເຂົ້າ​ໃນການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ​ໄທ. ​ແຜ່ນດິນ​ໄຫວ​ແລະຄື້ນ​ທະ​ເລ​ຊູນາມີ​ທີ່​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ​ໄດ້​ເປັນ​ເງົາ​ມືດ​ແກ່​ໄທ, ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ພາກ​ໃຕ້​ຂອງ​ໄທ. ຕາມ​ຂ່າວ​ແຈ້ງວ່າ, ຟອງ​ທະ​ເລ​ມະຫຶມາໄດ້​ທຳລາຍ​ສິ່ງ​ກໍ່ສ້າງ​ທ່ອງ​ທ່ຽວ​ແລະ​ໂຮງ​ແຮມ​ຂອງ​ທ້ອງ​ຖິ່ນ​ຢ່າງ​ຫຼວງ​ຫຼາຍ, ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຢ່າງ​ໜ້ອຍ700​ກວ່າ​ຄົນ​ເສຍ​ຊີວິດ. ຕາມ​ຫົວໜ້າ​ກົມ​ທ່ອງ​ທ່ຽວ​ໄທ​ຄາດ​ຄະ​ເນວ່າ, ​​ໃນ​ໄລຍະ​ໜຶ່ງ​ຕໍ່​ໄປ, ອາດ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ1ລ້ານ2​ແສນ​ຄົນ​ຍົກ​ເລີກ​ແຜນການ​ທ່ອງ​ທ່ຽວ​ຢູ່​ໄທ​ຂອງ​ພວກ​ເຂົາ​ເຈົ້າ, ລາຍ​ຮັບ​ການທ່ອງທ່ຽວ​ອາດ​ຈະ​ຫຼຸດ​ລົງ7​50​ລ້ານ​ໂດ​ລາ​ສະຫະລັດ. ການ​ສ້າງສາ​ຄື​ນ​ໃໝ່​ຂອງ​ເຂດ​ປະສົບ​ໄພ​​ແລະ​ເຮັດ​ໃຫ້ຂະ​ແໜງ​ການທ່ອງທ່ຽວ​ຟື້ນ​ຕົວຢ່າງ​ສົມບູນນັ້ນ​ຢ່າງ​ໜ້ອຍ​ຕ້ອງ​ໃຊ້​ເວລາ2​ປີ.

ພ້ອມ​ກັນ​ນັ້ນ, ຜູ້​ຊ່ຽວຊານ​ທັງຫຼາຍຊີ້​ອອກ​ວ່າ, ​ໃນ​ໄລຍະ​ໜຶ່ງ​ຕໍ່​ໄປ​ພາຍ​ໜ້າ, ການ​ປະສົບ​ໄພ​ຂອງຂະ​ແໜງ​ການທ່ອງທ່ຽວ​ຂອງ​ປະ​ເທດ​ຈະ​ປະ​ເຊີນ​ກັບ​ບັນຫາ​ອຸປະສັກ​ທາງ​ຈິດ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ. ​ເຖິງ​ວ່າ​ແຜ່ນດິນ​ໄຫວ​ແຮງ​ແລະຄື້ນ​ທະ​ເລຊູນາມີແຮງ​ປານ​ນີ້ຮ້ອຍ​ປີ​ຈິ່ງຈະ​ພົບ​ເທື່ອ​ໜຶ່ງ, ​ແຕ່​ກຳລັງ​ທຳລາຍ​ທີ່​ຮຸນ​ແຮງ​ຂອງ​ມັນ​ຜ່ານຈາກ​ສື່​ມວນ​ຊົນ​ຕ່າງໆ​ໂຄສະນາ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ແລ້ວ, ​ໄດ້​ສ້າງ​ຄວາມ​ຊົງ​ຈຳ​ທີ່ລືມ​ຍາກ​ໃຫ້ແກ່​ຄົນ​ທັງຫຼາຍ. ນອກ​ນີ້, ​ເມື່ອ​ທຽບ​ກັບ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ແລ້ວ, ການ​ສ້າງ​ຕັ້ງ​ແລະ​ປັບປຸງ​ລະບົບ​ເຕືອນ​ໄພ​ທຳ​ມະ​ຊາດ​ໃຫ້​ສົມບູນ​ຂຶ້ນ​ແມ່ນ​ຍິ່ງ​ສຳຄັນ​ກວ່າ, ມີ​ແຕ່​ເຮັດ​ແນວ​ນີ້​ຈິ່ງຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບັນດາ​ປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່. ນີ້​ແມ່ນ​ວຽກ​ງານ​ທີ່​ຍາວ​ນານ​ກວ່າ​.

​ແຕ່​ວ່າ, ບຸກຄົນ​ວິ​ເຄາະ​ບໍ່​ໜ້ອຍ​​ເຫັນ​ວ່າ, ​ເວົ້າ​ລວມ​ແລ້ວ, ​ໄພພິບັດ​ບັ້ນ​ນີ້​ບໍ່ຫ່ອນ​ຈະ​ກະ​ໜ່ຳ​ເສດຖະກິດ​ຂອງ​ພາກ​ພື້ນ​ນີ້​ໜັກໜ່ວງ​ປານ​ໃດ. ຕົ້ນຕໍ​ແມ່ນ​ຍ້ອນ​ວ່າ​ສູນ​ອຸດສາຫະກຳ​ແລະ​ສິ່ງ​ກໍ່ສ້າງ​ທ່າ​ກ່ຳ​ປັ່ນ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ລ້ວນ​ແຕ່​ບໍ່​ຖືກ​​ໄດ້ທຳລາຍ, ຄວາມ​ເສຍ​ຫາຍ​ຍ້ອນ​ໄພພິບັດ​ສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ຂະ​ແໜງ​ການທ່ອງທ່ຽວ​ເທົ່າ​ນັ້ນ. ​ໃຕ້​ການ​ຊ່ອຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກ, ປະ​ເທດ​ເຫຼົ່າ​ນີ້​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ຄວາມ​ເສຍ​ຫາຍ​ຈາກໄພພິບັດຢ່າງ​ສົມບູນ, ​ເສດຖະກິດ​ຂອງ​ປະ​ເທດກໍ່​ຄວນ​​ໄດ້​ຮັບ​ການ​ຟື້ນ​ຕົວ​​ຢ່າງ​ວ່ອງ​ໄວ.

ນອກ​ຈາກ​ຂະ​ແໜງ​ການທ່ອງທ່ຽວ​ໃນ​ທ້ອງ​ຖິ່ນ​ແລ້ວ, ​ໄພພິບັດ​ບັ້ນ​ນີ້​ມີ​ຜົນ​ກະທົບ​ຕໍ່​ເສດຖະກິດ​ທົ່ວ​ໂລ​ກນັ້ນ​ຕົ້ນຕໍ​ກ່ຽວພັນ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກັບການ​ທ່ອງ​ທ່ຽວ​ແລະ​ຂະ​ແໜງ​ການ​ປະກັນ​ໄພ​ທົ່ວ​ໂລກ.

ສິ່ງ​ທີ່​ຄວນເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ແມ່ນ​ຂະ​ແໜງ​ການ​ປະກັນໄພ​ໂລກ. ​ເວົ້າ​ສຳລັບ​ຂະ​ແໜງ​ການ​ປະກັນ​ໄພ​ຂອງ​ໂລກ​ແລ້ວ, ຄື້ນທະ​ເລ​ຊູນາມີ​ເທື່ອ​ນີ້​​ໄດ້ນຳ​ເອົາ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ຂະ​ແໜງ​ການ​ປະກັນ​ໄພ​​​ເຮັດ​ໃຫ້​ຂະ​ແໜງ​ການ​ດັ່ງກ່າວ​ຍິ່ງ​ລຳບາກ​ກວ່າ​ເກົ່າ, ​ເພາະວ່າ​​ແຕ່​ຕົ້ນ​ປີ​ນີ້​ມາ​ຮອດ​ປະຈຸ​ບັນ, ຂະ​ແໜງ​ການ​ປະກັນ​ໄພ​ທົ່ວ​ໂລກ​ໄດ້​​ເສຍຄ່າ​ຊົດ​ເຊີຍ​42​ຕື້​ໂດ​ລາ​ສະຫະລັດແກ່​ໄພ​ທຳ​ມະ​ຊາດ​ຫຼາຍ​ເທື່ອ, ​ໃນ​ນັ້ນ, ຄ່າ​ຊົດ​ເຊີຍ​ຕໍ່​ໄພ​ພາຍຸ​ທີ່​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ພົບ​ພໍ້​ນັ້ນ​ໄດ້​ບັນລຸ27​ຕື້​​ໂດ​ລາ​ສະຫະລັດ. ​ແຕ່​ວ່າ, ໜັງສືພິມ​ຫຼາຍ​ສະບັບ​ຂອງ​ເອີ​ລົບ​ເຫັນ​ວ່າ, ​ແຜ່ນດິນ​ໄຫວ​ແລະຄື້ນ​ທະ​ເລຊູນາມີ​ຂອງ​ອາຊີ​ເທື່ອ​ນີ້​ເຖິງ​ວ່າ​ໄດ້​ກະ​ໜ່ຳ​ເນື້ອ​ທີ່​ຢ່າງ​ກວ້າງ​ຂວາງ​​ແລະ​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ເປັນ​ຈຳນວນ​ຫຼວງ​ຫຼາຍກໍ​ຕາມ, ​ແຕ່​ຍ້ອນ​ວ່າ​ໄພພິບັດ​ບໍ່​ໄດ້​ທຳລາຍ​ຂົງ​ເຂດ​ເສດຖະກິດ​ສຳຄັນ​ຂອງ​ໂລກ, ສະ​ນັ້ນ, ບໍ່ຫ່ອນ​ຈະ​ມີ​ຜົນ​ກະທົບ​ໜັກໜ່ວງ​ປານ​ໃດ​ຕໍ່​ເສດຖະກິດ​ໂລກ.