ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-29 16:47:48    
ກອງ​ທະ​ຫານ​ອາ​ເມ​ລິ​ກາ​​ໄດ້​ສົ່ງ​ທະ​ຫານ​5​ພັນ​ຄົນ​ໄປ​​ເພີ່ມ​ຢູ່​ແບກ​ແດດເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກ

cri Author: q
ຕາມ​ຂ່າວCRI,ວັນ​ທີ28​ທັນວາ,ກອງ​ທະຫານອາ​ເມ​ລິ​ກາ​ປະຈຳ​ ອີຣັກຢືນຢັນ​ວ່າ,​ເພື່ອ​ປ້ອງ​ກັນ​ສະຖານະ​ການ​ຮັກສາ​ຄວາມ​ສະຫງົບ​ຂອງ​ນະຄອນຫຼວງ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ອີຣັກ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້ສົ່ງທະຫານ5​ພັນ​ຄົນ​ໄປ​​ເພີ່ມ​ຢູ່ແບກ​ແດດ​​.ຍອດ​ຈະ​ນວນ​ທະຫານ​ມີ​ເຖິງ34​ພັນ​ຄົນ.

ນອກ​ນີ້,ຂ່າວ​ແຈ້ງວ່າ,​ໃນ​ມື້​ດຽວ​ກັນ,ທ່ານ​ພໍ​ແວວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ເຖິງ​ວ່າ​ກອງ​ປະກອ​ບອາວຸດ​ຫົວ​ຈັດ​ຂອງ​ອີຣັກບໍ່ຫ່ອນ​ຈະຢຸດຕິການ​ເຄື່ອນ​ໄຫວ​ກຳລັງຮຸນ​ແຮງ​ພາຍ​ໃນ​ດິນ​ແດນອີຣັກກໍ​ຕາມ,​ແຕ່​ການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ເຫຼົ່າ​ນີ້​ບໍ່ຫ່ອນ​ຈະ​ຂີດ​ຂວາງ​ການ​ເລື​ອກຕັ້ງທົ່ວ​ໄປ​ຂອງ​ອີຣັກ​ເຊິ່ງຈະຈັດ​ຂຶ້ນ​ຕາມ​ເວລາ​ກຳນົດ.ທ່ານ​ຍັງ​ກ່າວ​ວ່າ,ອາ​ເມ​ລິ​ກາ​ພວມ​ເລັ່ງລັດອົບຮົມ​ກອງ​ທະຫານ​ຮັກສາຄວາມ​ປອດ​ໄພ​ອີຣັກ,​ເພື່ອ​ເ​ຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ສາມາດ​ພ້ອມກັນ​ກັບ​ກອງ​ທະຫານ​ອ​າ​ເມ​ລິກາ​ປະຈຳ​ອີຣັກຮັບ​ປະກັນ​ຄວາມ​ປອດ​ໄພ​ຂອງສະຖານ​ທີ່​ປ່ອນ​ບັດ​​ແ​ຫ່ງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.