ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 10:45:04    
ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກປະ​ເຊີນ​ກັບ​ການ​ທົດ​ສອບ​ອັນ​ຂ້ຽວຂາດ

cri
ຕາມ​ຂ່າວcri:​ເນື່ອງ​ໃນ​ເວລາ​ຫ່າງ​ຈາກ​ວັນ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ບໍ່​ຮອດ 5 ອາທິດ,ສະຖານະ​ການ​ອີຣັກຍັງ​ຄົງ​ເຮັດ​ໃຫ້​ຄົນ​ວິຕົກ​ກັງວົນ.

ຕາມ​ສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ,​ແຕ່​ຕອນ​ຄ່ຳ​ວັນ​ທີ 26 ຮອດ​ວັນ​ທີ 28 ທັນວາ,ການ​ຫລອນ​ໂຈມ​ຕີ​ທີ່​ແນ​ໃສ່​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ ກອງ​ປ້ອງ​ກັນຊາ​ດ​ແລະ​ຕຳຫລວດ​ອີຣັກທີ່​ເກີດ​ຂຶ້ນ​ຢູ່​ແຫ່ງ​ຕ່າງ​ໆອີຣັກຢ່າງ​ຫນ້ອຍ​ໄດ້​ເຮັດ​ໃຫ້ 74 ຄົນ​ເສຍ​ຊີວິດ,ຫລາຍ​ຮ້ອຍ​ຄົນ​ບາດ​ເຈັບ.​ໃນ​ນັ້ນ,ພຽງ​ແຕ່​ວັນ​ທີ 28 ມື້​ດຽວ​ກໍ່​ມີ 42 ຄົນ​ເສຍ​ຊີວິດ​ເປັນ​ຢ່າງ​ຫນ້ອຍ,​ໃນ​ນັ້ນສ່ວນ​ຫລາຍ​ແມ່ນ​ຕຳຫລວດ​ແລະ​ສະມາຊິກກອງ​ປ້ອງ​ກັນຊາ​ດອີຣັກ.

ຕອນ​ເຊົ້າວັນ​ທີ 27 ທັນວາ,ສຳນັກງານ​ຢູ່​ແບກ​ແດດ​ຂອງ​ທ່ານ​ຮາກິມ ຜູ້ນຳ​ຄະນະ​ກຳມະການ​ສູງ​ສຸດ​ການ​ປະຕິວັດ​ອິສລາມ​ອີຣັກ ພັກ​ການ​ເມືອງ​ຕົ້ນຕໍ​ນິກາຍ​ຊີ​ອິດ​ອີ​ຣັກຖືກ​ຫລອນ​ໂຈມ​ຕີ​ດ້ວຍລູກ​ລະ​ເບີດ​ລົດຍົນ​ແບບ​ຂ້າ​ໂຕ​ຕາຍ,ທ່ານ​ຮາ​ກິມ​ເອງ​ບໍ່​ໄດ້​ຮັບ​ບາດ​ເຈັບ,​ແຕ່​ມີ 13 ຄົນ​​ເສ​ຍຊີວິດລວມທັງ​ຜູ້​ປ້ອງ​ກັນ,ປະມານ 50 ຄົນ​ບາດ​ເຈັບ.​ທ່ານ​ຮາ​ກິມ​ໄດ້​ເປັນ​ທີ​ຫນຶ່ງໃນ​ບັນຊີລາຍ​ຊື່ຜູ້​ສະ​ຫມັກ​ຮັບ​ເລືອກ​ຕັ້ງ 228 ຄົນ​ທີ່​ສະຫະພັນ​ສາມັກຄີ​ອີຣັກ​ເຊິ່ງ​​ແມ່ນ​ສະຫະພັນ​ແຂ່ງຂັນ​ເລືອກ​ຕັ້ງຂອງ​ນິກາຍ​ຊີ​ອິດສະ​ເຫ​ນີອອກ​ມາ,​ແມ່ນ​ຜູ້ນຳ​ສາສະຫນາ​ທີ່​ມີ​ຫວັງ​ຫລາຍ​ກວ່າ​ຫມູ່​ທີ່​ຜ່ານ​ການ​ເລືອກ​ຕັ້ງ​ເຂົ້າສູ່​ອົງການ​ອຳນາດ​ໃນ​ອະນາຄົດ​ຂອງ​ອີຣັກ.ນິກາຍ​ຊີ​ອິດ​ຂອງ​ອີຣັກທີ່​ກວມ​ປະຊາກອນ​ອີຣັກ 60%ຂຶ້ນ​ໄປ​ຫວັງ​ຜ່ານ​ການ​ເລືອກ​ຕັ້ງ,ປ່ຽນ​ທ່າ​ແຮງ​ດ້ານ​ປະຊາກອນ​ເປັນ​ທ່າ​ແຮງ​ດ້ານ​ອຳນາດ,ສະນັ້ນ,ນິກາຍ​ຊີ​ອິດ​ຈິ່ງ​ສະຫນັບສະຫນູນ​​ໃຫ້ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ຕາ​ມ​ເວລາ​ກຳນົດ​ຕະຫລອດ​ມາ.ກໍ​ແມ່ນ​ຍ້ອນ​ເຫດ​ນີ້,ຜູ້ນຳ​ນິກາຍ​ຊີ​ອິດ​ໄດ້​ກາຍ​ເປັນ​ເປົ້າຫມາຍ​ລອບ​ຄາດ​ຕະກຳ​ຂອງ​ຜູ້​ຄັດຄ້ານ​ການ​ເລືອກ​ຕັ້ງ.

ກົງກັນຂ້າມ​ກັບ​ທ່າ​ທີ​ຕັ້ງຫນ້າ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຂອງ​ນິກາຍ​ຊີ​ອິດ,ພັກ​ການ​ເມືອງ​ຈຳນວນ​ຫນຶ່ງ​ຂອງນິກາຍ​ຊຸນ​ນິດຂອງ​ອີຣັກທີ່​ກວມ​ປະຊາກອນ​ອີຣັກປະມານ 1 ສ່ວນ 5 ພັດ​ຍຶດຫມັ້ນຮຽກຮ້ອງ​ໃຫ້​ເລື່ອນ​ເວລາ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ,ຕະຫລອດ​ຮອດ​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກດີ​ຂຶ້ນ​ແລະ​ກອງ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອີຣັກ​ແລ້ວ​ຈິ່ງ​ຈັດ​ຂຶ້ນ.ພັກ​ການ​ເມືອງ​ເຫົ່ຼານີ້​ເຫັນ​ວ່າ,ການ​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໃຕ້​ກໍລະນີ​ມີ​ກອງ​ທະຫານ​ອາ​ເມ​ລິ​ກາ​ຈຳນວນ​ຫລວງ​ຫລາຍ​ປະຈຳ​ຢູ່​ນັ້ນ​ແມ່ນ​ບໍ່​ອາດ​ຈະຍຸດຕິ​ທຳ​ໄດ້.ວັນ​ທີ 27 ທັນວາ, ພັກອິສລາມ ພັກ​ການ​ເມືອງ​ທີ່​ໃຫຍ່​ກວ່າ​ຫມູ່​ຂອງ​ມຸສລິ​ມນິກາຍ​ຊຸນ​ນີດປະກາດ​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງທົ່ວ​ໄປ.​ກ່ອນຫນ້າ​ນີ້,ພັກ​ດັ່ງກ່າວ​ເຄີຍ​ໄດ້​ຍື່ນ​ບັນຊີ​ລາຍ​ຊື່​ຜູ້ສະຫມັກ​ຮັບ​ເລຶ​ອກຕັ້ງ 275 ຄົນ​ໃຫ້​ຄະນະ​ກຳມະການ​ການ​ເລືອກ​ຕັ້ງສູນ​ກາງ​ອີຣັກ.ພັກ​ດັ່ງກ່າວ​ກ່າວ​ວ່າ,ຄວາມ​ປອດ​ໄພບໍ່​ມີ​ການ​ຮັບປະກັນ ຜູ້​ມີ​ສິດ​ເລືອກ​ຕັ້ງບໍ່​ມີ​ສິດ​ຮູ້​ອັນ​ພຽງພໍ​ຈົນກະທັ້ງບໍ່​ສາມາດ​ໄດ້​ຮັບ​ຕາລາງ​ຈົດ​ທະບຽນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນຕົ້ນ​ແມ່ນ​ສາ​ເຫດ​ທີ່​ພັກ​ດັ່ງກ່າວ​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງທົ່ວ​​ໄປ.

ບົດ​ບັນທຶກ​ຊ່ອຍ​ຈຳ​ຂອງ​ເຈົ້າຫນ້າ​ທີ່​ສະຫະ​ປະຊາ​ຊາດ​ທີ່​ຊ່ອຍ​ການ​ເລືອກ​ຕັ້ງອີຣັກ ທີ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 27 ທັນວາ​ໄດ້​ລະບຸ​ຄວາມ​ຫຍຸ້ງ​ຍາກ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກປະ​ເຊີນ​ໃນສະ​ເພາະ​ຫນ້າ​ນີ້,​ໃນ​ນັ້ນລວມທັງ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງທີ່​ຈົດ​ທະບຽນ​ຕ່ຳ​ກວ່າ​ທີ່​ຄາດ​ໄວ້​ ສູນ​ປ່ອນ​ບັດ​ອາດ​ຈະ​ຖືກ​ຫລອນ​ໂຈມ​ຕີ,ສາງ​ໄວ້​ບັດ​ເລືອກ​ຕັ້ງຂອງ​ແຂວງ​ຈຳນວນ​ຫນຶ່ງ​ຂາດ​ອຸປະກອນ​ປ້ອງ​ກັນ​ການ​ຫລອນ​ໂຈມ​ຕີ​ເປັນຕົ້ນ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ບັນຫາ​ຄວາມ​ປອດ​ໄພ​ຍັງ​ຄົງ​ແມ່ນ​ອຸ​ປະ​ສັກ​ຕົ້ນຕໍ​ທີ່​ກະທົບກະ​ເທືອ​ນ​ເຖິງ​ການ​ຈັດການເລືອກ​ຕັ້ງທົ່ວ​ໄປ​ຕາມ​ເວລາ​ກຳນົດ.​ເຖິງ​ວ່າ​ກອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ປະຈຳ​ອີຣັກອ້າງ​ວ່າ​ມີ 1 ​ແສນ 5 ຫມື່ນ​ຄົນ​ກໍ່ຕາມ,​ແຕ່​ພາຍຫລັງ​ຖານ​ທັບ​ອາ​ເມ​ລິ​ກາ​ປະຈຳ​ໂມ​ຊູນ​ຖືກ​ຫລອນ​ໂຈມ​ຕີ ພາ​ໃຫ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ​ແລ້ວ,ກອງ​ທະຫານ​ອາ​ເມ​ລິ​ກາ​ຂຸ້ນ​ນຳ​ການ​ເພີ່ມ​ທະວີ​ການ​ປ້​ອງກັນ​ຄວາ​ມປອດ​ໄພ​ຂອງ​ຕົນ,ບໍ່​ມີ​ກຳ​ລັງ​ພົນ​ຍິ່ງ​ຫລາຍ​ມາ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເລືອກ​ຕັ້ງ.ນອກ​ນນີ້,ບຸກຄົນ​ວົງ​ການ​ການ​ເມືອງ​ຈຳນວນ​ຫນຶ່ງ​ຂອງ​ອີຣັກກໍ່​ຄັດຄ້ານ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ປ້ອງ​ກັນ​ສູນ​ປ່ອນ​ບັດ,​ເປັນ​ຫ່ວງ​ວ່າ,ການ​ກະທຳ​ດັ່ງກ່າວ​ຈະ​ທຳລາຍ​ພາບ​ພົດ​ປະຊາທິປະ​ໄຕ​ຂອງ​ການ​ເລືອກ​ຕັ້ງ. ຫລາຍ​ໆ​ຄົນ​ເປັນ​ຫ່ວງ​ວ່າ,ຖ້າ​ສະຖານະ​ການ​ຄວາມ​ປອດ​ໄພ​ໃນ​ເວລາ​ເລືອກ​ຕັ້ງບໍ່​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ,​ເຖິງ​ວ່າ​ຂືນຈັດການ​ເລືອກ​ຕັ້ງ,ຫລາຍໆ​ຄົນ​ກໍ່​ບໍ່​ກ້າ​ສ່ຽງ​ໄປ​ປ່ອນ​ບັດ,ບວກ​ກັບ​ພັກ​ການ​ເມືອງ​ນິກາຍ​ຊຸນ​ນີ​​ດຂວ້ຳ​ບາດ,ອັດຕາ​ປ່ອນ​ບັດ​ອາດ​ຈະ​ຖືກ​ກະທົບກະ​ເທືອ​ນ,​ແລ້ວ​ກະທົບ​ກະ​ເທືອ​ນ​ເຖິງ​ຄວາມ​ສັກສິດ​ແລະ​ຄວາມ​ຫນ້າ​ເຊື່ອ​ຖື​ຂອງ​ການ​ເລືອກ​ຕັ້ງ.ຈາກ​ນີ້​ເຫັນ​ໄດ້​ວ່າ,ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອີຣັກຍັງ​ຄົງ​ປະ​ເຊີນ​ກັບ​ການ​ທົດ​ສອບ​ອັນ​ຂ້ຽວຂາດ​ນານາປະການ.