ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 10:57:05    
ປະຊາ​ຄົມ​ໂລກ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊ່ອຍ​ເຫືຼອ​ເຂດ​ປະສົບ​ໄພ​​ແຜ່ນດິນ​ໄຫວ​ແລະ​ຄຶ້ນ​ທະ​ເລ​ຊູ​ນາ​ມີ

cri
ຕາມ​ຂ່າວcri: ​ແຜ່​ນດິນ​ໄຫວ​​ແຮງ​ແລະ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ມະຫາ​ສະຫມຸດ​ອິນ​ເດຍ​ໃນ​ວັນ​ທີ 26 ທັນວາ​ໄດ້​​ເຮັດ​ໃຫ້​ປະ​ເທດ​ສ່ວນ​ຫນຶ່ງ​ຂອງ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫລວງຫລາຍ​ແລະ​ຊັບ​ສິນ​ເສຍ​ຫາຍ​ອັນ​ມະຫາສານ,ພາ​ໃຫ້​ທົ່ວ​​ໂລກ​ເອົາ​ໃຈ​ໃສ່​ໂດຍ​ທົ່ວ​ໄປ, ປະຊາ​ຄົມ​ໂລກພາກັນ​ສະຫນອງ​ການ​ຊ່ອຍ​ເຫືຼອກູ້​ໄພ​ດ່ວນ​ໃຫ້​ແກ່​ເຂດ​ປະສົບ​ໄພ.​ເນື່ອງ​ຈາກ​ລະດັບ​ຮາ​ຍ​ແຮງ​ຂອງ​ໄພພິບັດ​ເທື່ອ​ນີ້​ແລະ​ຈຳນວນຜູ້​ປະສົບ​ເຄາະ​ຮ້າຍ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ,ປະຊາ​ຄົມ​ໂລກ​ພວມ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊ່ອຍ​ເຫືຼອ​ເຂດ​ປະສົບ​ໄພ.

ວັນ​ທີ 28 ທັນ​ວາ,ຢູ່ເຊີແນວ,ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮຽກ​ໄຂ​ກອງ​ປະຊຸມ​ປະສານ​ງານ​ການ​ຊ່ອຍ​ເຫືຼອປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແລະ​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ,ທ່ານ​ນາງ​ສະຕີ​ເວນ​ສ ຮອງຜູ້​ປະສານ​ງານການ​ຊ່ອຍ​ເຫືຼອດ່ວນ​ຂອງ​ສະຫະ​ປະຊາ​ຊາດ​ເວົ້າວ່າ,​ພາຍ​ໃນ​ສອງ​ສາມ​ມື້​ຂ້າງ​ຫນ້າ,ສະຫະ​ປະຊາ​ຊາດ​ຈະ​ປະກາດ​ຄຳຮຽກຮ້ອງດ່ວນ​ຕໍ່​ປະຊາ​ຄົມ​ໂລກ​ໃຫ້​ບໍລິຈາກ​ທຶນ​ຊ່ອຍ​ເຫືຼອທີ່​ອາດ​ຈະ​ສູງ​ຮອດ 1 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ,​ເພື່ອ​ຊ່ອຍ​ປະ​ເທດ​ທີ່​ປະສົບ​ໄພ​ດຳ​ເນີນ​ວຽກ​ງານ​ກອບ​ກູ້​ຊ່ອຍ​ເຫືຼອ​ໂດຍ​​ໄວ.ປະຈຸ​ບັນ,ອີງ​ຕາມ​ສະຖິຕິ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ,ຍອດ​ມູນ​ຄ່າ​ບໍລິຈາກ​ຊ່ອຍ​ເຫືຼອ ປະ​ເທດທີ່​ປະສົບ​ໄພ​ໄດ້​ລື່ນກາຍ 81 ລ້ານ​ໂດ​ລາ​ສະຫະລັດ​ແລ້ວ.ຕາມ​ທະນາຄານ​ໂລກ​ຄາດ​ຄະ​ເນ​ໃນ​ເບື້ອງຕົ້ນ​ໃນ​ຫວ່າງ​ແລ້ວ​ນີ້,ປະ​ເທດ​ທີ່​ປະສົບ​ໄພ​ຕ້ອງການ​ການ​ຊ່ອຍ​ເຫືຼອປະມານ 5 ຕື້​ໂດ​ລາ​ສະຫະລັດ.

​ໃນ​ຫລາຍ​ມື້​ມາ​ນີ້,ຫລາຍປະ​ເທດພັດທະນາ​ຕົ້ນຕໍ​ໄດ້​ເພີ່ມ​ຈຳນວນ​ເງິນ​ຊ່ອຍ​ເຫືຼອ.ຖັດຈາກ​ລັດຖະບານ​ອາເມລິກາປະກາດ​ໃຫ້ການ​ຊ່ອຍ​ເຫືຼອຕ່າງໆ​ເປັນ​ມູນ​ຄ່າ 15 ລ້ານ​ໂດ​ລາ​ສະຫະລັດ​ກ່ອນ​ຫນ້າ​ນີ້​ແລ້ວ,ວັນ​ທີ 28 ທັນວາ,ຖະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ອີກ​ວ່າ,ອາ​ເມ​ລິ​ກາ​ຈະ​​ເພີ່ມ​ການ​ຊ່ອຍ​ເຫືຼອ 20 ລ້ານ​ໂດ​ລາ​ສະຫະລັດ​ແກ່​ປະ​ເທດ​ເຫົ່ຼານີ້.

ວັນ​ທີ 29 ທັນວາ,ລັດຖະບານ​ອົດສຕຼາລີ​ປະກາດ​ວ່າ,ຈະ​ໃຫ້ການ​ຊ່ອຍ​ເຫືຼອກູ້​ໄພ 25 ລ້ານ​ໂດ​ລາ​ອົດສຕຼາລີ​ເທົ່າ​ກັບ​ປະມານ 19 ລ້ານ 2 ​ແສນ 5 ຫມື່ນ​ໂດ​ລາ​ສະຫະລັດ​ແກ່​ປະ​ເທດ​ທີ່​ປະສົບ​ໄພ.

ວັນ​ທີ 29 ທັນວາ,ທ່ານ​ສະ​​ໂລ​ເດີ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ປະກາດ​ວ່າ, ລັດຖະບານ​ເຢຍລະ​ມັນຈະ​ເພີ່ມ​ການ​ຊ່ອຍ​ເຫືຼອດ່ວນ​ແກ່​ປະ​ເທດ​ທີ່​ປະສົບ​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ຂອງ​ອາຊີ​ຈາກ 2 ລ້ານ​ເອີ​​ໂລ​ທີ່​ປະກາດ​ກ່ອນ​ຫນ້າ​ນີ້​ຂຶ້ນ​ເປັນ 20 ລ້ານ​ເອີ​​ໂລ​ເທົ່າກັບ​ປະມານ 27 ລ້ານ​ໂດ​ລາ​ສະຫະລັດ.

ສ່ວນລັດຖະບານ​ຍີ່ປຸ່ນກໍ່​ໄດ້​ໃຫ້​ຄຳ​ຫມັ້ນສັນຍາວ່າ​ຈະ​ໃຫ້ກາ​ນຊ່ອຍ​ເຫືຼອກູ້​ໄພ​ດ່ວນ​ເປັນ​ມູນ​ຄ່າ 30 ລ້ານ​ໂດ​ລາ​ສະຫະລັດ​ໃນນັ້ນມີ​ເຄື່ອງກິນ ຢຸກຢາ​ແລະ​ຕູບ​ຜ້າ​ເຕັນ​ເປັນຕົ້ນ​ແກ່​ເຂດ​ປະສົບ​ໄພ.

ວັນ​ທີ 29 ທັນວາ,ລັດຖະບານ​ຝຣັ່ງ​ແລະ​ອັງກິດ​ຕ່າງ​ປະກາດ​ວ່າ,ຈະ​ໃຫ້ການ​ຊ່ອຍ​ເຫືຼອ 15 ລ້ານ​ເອີ​ໂລ​ເທົ່າ​ກັບ​ປະມານ 20 ລ້ານ​ໂດ​ລາ​ສະຫະລັດ​ແລະ 21 ລ້ານ 3 ​ແສນ​ເອີ​ໂລ​ເທົ່າກັບ​ປະມານ 29 ລ້ານ​ໂດ​ລາ​ສະຫະລັດ​ແກ່​ປະ​ເທດ​ທີ່​ປະສົບ​ໄພ​ຄຶ້ນ​ທະ​ເລ​ຊູ​ນາ​ມີ​ຂອງ​ອາຊີ.

ນອກ​ນີ້,ຖັດຈາກ​ໄດ້​ໃຫ້ການ​ຊ່ອຍ​ເຫືຼອດ່ວນ 3 ລ້ານ​ເອີ​​ໂລ,ວັນ​ທີ 28 ທັນວາ,ສະຫະພາບ​ເອີ​ລົບ​ໄດ້​ປະກາດ​ອີກ​ວ່າ,​ໃນຕໍ່​ໄປ​ຂ້າງ​ຫນ້າ,ມູນ​ຄ່າ​ຊ່ອຍ​ເຫືຼອ ຈະ​ເພີ່ມ​ຂຶ້ນ​ຮອດ 50 ລ້ານ​ເອີ​ລົບ.

ໃນ​ຖານ​ເປັນ​ປະ​ເທດພວມ​ພັດທະນາ,ລັດຖະບານ​ຈີນ​ກໍ່​ຕົກລົງ​ໃຫ້​ການ​ຊ່ອຍ​ເຫືຼອ​ແກ່​ປະ​ເທດ​ທີ່​ປະສົບ​ໄພ​ຢ່າງ​ສຸດ​ຄວາມ​ສາມາດ​ຂອງ​ຕົນ,ວັດຖຸ​ເປັນ​ມູນ​ຄ່າ 21 ລ້ານ 6 ​ແສນ​ຢວນຈະ​ຂົນ​ສົ່ງທາງ​ອາກາດ​ໄປ​ຮອດ​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ດ່ວນ. ວັນທີ່ 29 ທັນວາ,ວັດຖຸ​ຊ່ອຍ​ເຫືຼອ 100 ​ໂຕນ​ທີ່​ຈີນ​ຊ່ອຍ​ເຫືຼອສີ​ລັງການັ້ນ​ໄດ້​ຂົນ​ສົ່ງ​ໄປ​ຮອດ​​ໂກ​ລົມ​ໂບ​ແລ້ວ,ຈຳ​ນວນ​ເງິນ 3 ​ແສນ​ໂດ​ລາ​ສະຫະລັດ​ທີ່​ຈີນ​ຊ່ອຍ​ເຫືຼອ​ໄທ​ກໍ່​ໄດ້​ມອບ​ໃຫ້​ຝ່າຍ​ໄທ​ແລ້ວ.ຕອນ​ຄ່ຳ​ວັນ​ທີ 29 ທັນວາ,ລັດຖະບານ​ຈີນ​ຍັງ​ຕົກລົງ​ເພີ່ມ​ການ​ຊ່ອຍ​ເຫືຼອ​ດ່ວນ​ແກ່​ປະ​ເທດ​ທີ່​ປະສົບ​ໄພ​ຢ່າງ​ຫລວງຫລາຍ.

ແຕ່​ວັນ​ທີ 27 ມາ​ນີ້,ວັດຖຸ​ຊ່ອຍ​ເຫືຼອສ່ວນ​ຫນຶ່ງ​ຂອງ​ສາກົນ​ໄດ້​ທະຍອຍ​ກັນ​ຂົນ​ສົ່ງ​ໄປ​ຮອດ​ເຂດ​ປະສົບ​ໄພ.ຜູ້​ປະສານ​ງານ​ວຽກ​ງານ​ກອບ​ກູ້​ຊ່ອຍ​ເຫືຼອດ່ວນ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ,ພາຍ​ໃນ 48 ຊົ່ວ​ໂມງ​ຂ້າງ​ຫນ້າ,ຈະ​ມີ​ຍົນ​ຂົນ​ສົ່ງ​ວັດຖຸ​ກອບ​ກູ້​ຊ່ອຍ​ເຫືຼອ​ຫລາຍ​ຮ້ອຍ​ລຳ​ຂອງ 24 ປະ​ເທດ​ບິນ​ໄປ​ສູ່​​ເຂດ​ປະສົບ​ໄພ​ແຫ່ງ​ຕ່າງໆ.ມູນ​ນິທິ​ຢູນີ​ເຊັບ​ສະຫະ​ປະຊາ​ຊາດ ອົງການ​​ແພດ​ໄຮ້​ພົມ​ແດນ ສຳນັກງານ​ຂ້າ​ຫລວງ​ຊັ້ນສູງ ສະຫະ​ປະຊາຊາດ​ກ່ຽວ​ກັບ​ວຽກ​ງານ​ຊາວ​ອົບ​ພະຍົບ ສຳນັກ​ການ​ແຜນການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ ສະພາກາ​ແດງ​ສາກົນແລະ​ສະຫະພັນ​ສາກົນ​ຊີກ​ວົງ​ເດືອນ​ແດງ​ແລະ​ອົງການ​ອື່ນໆ​ລ້ວນ​ແຕ່​ໄດ້​ແຕ່ງ​ຜູ້​ກອບ​ກູ້​ຊ່ອຍ​ເຫືຼອ​ແລະ​ຂົນ​ສົ່ງ​ວັດຖຸ​ກອບກູ້​ຊ່ອຍ​ເຫືຼອທີ່​ກ່ຽວຂ້ອງ​ໄປ​ໃຫ້​ເຂດ​ປະ​ສົບ​ໄພ.ປະຊາ​ຄົມ​ໂລກ ບັນດາອົງການ​ຈັດຕັ້ງສາກົນ​ແລະ​ອົງ​ກາ​ນກອບ​ກູ້​ຊ່ອຍ​ເຫືຼອ​ສາກົນ​ພວມ​ພ້ອມ​ກັນ​ກັບປະ​ເທດ​ທີ່​ປະສົບ​ໄພ,ຮ່ວມ​ກັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກອບ​ກູ້​ຊ່ອຍ​ເຫືຼອ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ຂະຫຍາດ​ໃຫຍ່.