ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 11:09:32    
ທ່ານ​ຖາງ​ເຈຍ​ສວນ​ວາງ​ເຈດ​ຈຳນົງ 4 ຂໍ້​ຂອງ​ຈີນ​ທີ່​ມີ​ຕໍ່​ບັນຫາ​ຕາ​ເວັນ​ອອກ​ກາງ​ໃນ​ສະ​ເພາະ​ຫນ້​ານີ້

cri
ຕາມ​ຂ່າວcri: ວັນ​ທີ 29 ທັນວາ,ຢູ່​ເຢລູຊາ​ເລັມ,ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າ​ວວ່າ,​ໃນ​ເວລາ​ພົບ​ປະ​ຜູ້ນຳ​ປ​າ​ເລັສຕິນ​ແລະ​ອິດ​ສະລະ​ແອນ,ທ່ານ​ຕ່າງ​ໄດ້​ບັນ​ລະ​ຍາຍ​ຄວາມ​ເຫັນ​ແລະ​ເຈດ​ຈຳນົງ 4 ຂໍ້ຂອງ​ຝ່າຍ​ຈີນ​ທີ່​ມີ​ຕໍ່​ບັນຫາ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໃຫ້​ສອງ​ຝ່າຍ​ຊາບ

ທ່ານ​ຖາງ​ເຈຍ​ສວນ​ແມ່ນກ່າວ​ຄວາມ​ເວົ້າຄວາມ​ນີ້ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳ ພາດ​ຂອງ​ນັກ​ຂ່າວ​ຈີນ​ກ່ອນ​ສິ້ນສຸດ​ການ​ຢ້ຽມຢາມ​ປາ​ເລັສຕິນ​ແລະ​ອິດ​ສະລະ​ແອນ. ທ່ານ​ຊີ້​ອອກ​ວ່າ,​ເຈດ​ຈຳນົງ 4 ຂໍ້​ດັ່ງກ່າວ​​ແມ່ນ: ຫນຶ່ງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ; ສອງ, ຟື້ນ​ຟູ​ການ​ປະຕິບັດ​ແຜນການ"​ແຜນ​ທີ່​ເສັ້ນທາງ​"ຄືນ​ໃຫມ່,ສ້າງຕັ້ງປະ​ເທດ​ປາ​ເລັສຕິນທີ່​ເປັນ​ເອກະລາດ; ສາມ,ຕັ້ງຫນ້າ​ສະ​ແຫວ​ງຫາ​ການ​ບັນລຸ​ສັນຕິພາບ​ຮອບດ້ານ​ຖາວອນ​ຢູ່​ຕາ​ເວັນ​ອອກ​ກາງ,ການ​ເຈລະຈາ​ລະຫວ່າງ​ຊີ​ເລຍກັບ​ອິດ​ສະລະ​ແອນ​ແລະ​ລະຫວ່າງ​ລີ​ບັງ​ກັບ​ອິດ​ສະລະ​ແອນ​ແມ່ນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງຄວນ​ຟື້ນ​ຟູ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້; ສີ່,ປະຊາ​ຄົມ​ໂລກ​ຄວນ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊຸກ​ຍູ້​ສັນຕິພາບ.ຈີນ​ສະຫນັບ​ສະຫນູນ​ໃຫ້​ສະຫະ​ປະຊາ​ຊາດ​ໂດ​ຍສະ​ເພາະ​​ແມ່ນ​ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ​ເສີ​ມຂະຫຍາຍ​ບົດບາດ​ຫລາຍ​ກວ່າ​ເກົ່າ.