ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 17:13:16    
ແຜ່ນດິນ​ໄຫວ​ແຮງ​ມີ​ຜົນ​ກະທົບ​ບໍ່ຫຼາຍ​ຕໍ່​ອະນາຄົດ​ເສດຖະກິດ​ອິນ​ໂດ​ເນ​ເຊຍ

cri Author: mengmeng
ແຜ່ນດິນ​ໄຫວ​​ແລະ​ຄື້ນທະ​ເລ​ຊູນາມີ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ມໍ່​ອິນ​ໂດ​ເນ​ເຊຍ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ເຮັດ​ໃຫ້​ຄົນ​ຕາຍ​ແລະ​ບາດ​ເຈັບ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ແລະ​ມີ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ. ​ແຕ່​ວ່າ, ບຸກຄົນ​ວິ​ເຄາະ​ເຫັນ​ວ່າ, ​ໄພພິບັດ​ທີ່​ມີໜ້ອຍ​ໃນ​ປະ​ຫວັດ​ສາດ​​ກະ​ໜ່ຳ​ເສດຖະກິດ​ກວມ​ລວມຂອງ​ອິນ​ໂດ​ເນ​ເຊຍບໍ່ຫຼາຍປານໃດ, ພຽງ​ແຕ່​ຈະ​ມີ​ຜົນ​ກະທົບ​ທາງ​ລົບ​ຕໍ່​ການທ່ອງທ່ຽວ​ທ້ອງ​ຖິ່ນ​ແລະ​ການ​ເຄື່ອນ​ໄຫວ​ການ​ຄ້າ​ໃນ​ໄລຍະ​ສັ້ນ. ປີ2005, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ຍັງ​ຄົງ​ຈະ​ຮັກສາ​ທ່ວງທ່າ​ເຕີບ​ໂຕ​ຢ່າງ​ດີງາມ.

ຕະຫຼາດ​ຫຸ້ນ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ການ​ປະຕິກິລິຍາ​ອ່າວ​ສະ​ດຸ້ງ​ໄວ​ຕໍ່​ໄພພິບັດ​ບັ້ນ​ນີ້. ​ເຖິງ​ວ່າ​ເປັນ​ແນວ​ນີ້​ກໍ​ຕາມ, ​ໃນເວລາເລີກຕະຫຼາດຂອງມື້ທຳ​ອິດ​ຫຼັງ​ໄພພິບັດ​ໃນ​ວັນ​ທີ27​ທັນວາ​ແລ້ວ, ຕົວເລກດັດ​ສະ​ນີສັງ​ລວມຕະຫຼາດ​ຫຸ້ນ​ຢາກາກຕາ​ເຊິ່ງ​ເປັນ​ຕະຫຼາດ​ຫຸ້ນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ອິນໂດເນເຊຍໄດ້​ບັນລຸ997,518ຈຸດ, ຍັງສູງກວ່າ​ມື້ກ່ອນ​​ເກີດ​ແຜ່ນດິນ​ໄຫວ​ແຮງ, ຈຳນວນ​ຊື້​ຂາຍ​ກໍ່​ຫຼາຍ​ຂຶ້ນ. ວັນ​ທີ28ທັນວາ, ຕົວເລກດັດ​ສະ​ນີໃນ​ເວ​ລາ​ເລີກຕະຫຼາດ​ໄດ້​ສືບ​ຕໍ່​ຖີບສູງຂຶ້ນ, ​ແລະ​ໄດ້​ບຸກທະລຸ​ພັນຈຸດເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີ​ມາ​ນີ້. ຜູ້ຊ່ຽວຊານວິ​ເຄາະ​ເຫັນ​ວ່າ, ພາຍຫຼັງ​ເກີດ​ໄພພິບັດ​ແລ້ວ, ຕະຫຼາດຫຸ້ນ​ຂອງ​ອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ຕົກ​ຕ່ຳ​ລົງ​ພັດ​ຖີບສູງ​ຂຶ້ນ, ​ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ນັກ​ລົງທຶນ​ຍັງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ຈະສືບ​ຕໍ່​ດີ​ຂຶ້ນ​ແລະ​ວິ​ສາ​ຫະກິດ​ມີ​ຄວາມ​ສາມາດ​ສ້າງ​ຜົນ​ກຳ​ໄລ​ຫຼາຍ​ກວ່າ​ເກົ່າ.

​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຕົວເລກດັດ​ສະ​ນີສັງ​ລວມລາຄາ​ຫຸ້ນ​​ໃນ​ຕະຫຼາດ​ຫຸ້ນ​ຢາ​ກາກ​ຕາ​ໄດ້​ຢູ່​ໃນ​ລະຫວ່າງ600​ນັດ​ຫາ800​ຈຸດ​ໂດຍ​ພື້ນຖານ, ​ມີ​ແຕ່​ຮອດ​ສະຖານ​ະການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ໃນ​ເດືອນ​ກັນຍາ​ປີ​ນີ້​ກະຈ່າງ​ແຈ້ງ​ແລ້ວ, ຈິ່ງ​ໄດ້​ຖີບ​ສູງ​ຂຶ້ນ. ຕົ້ນ​ເດືອນ​ທັນວາ​ປີ​ນີ້, ຕະຫຼາດ​ຫຸ້ນ​ໄດ້​ຫຍັບ​ມໍ່​ກັບ​ພັນ​ຈຸດ, ​ແລະ​ໄດ້​ບຸກທະລຸ​ໃນ​ວັນ​ທີ28​ທັນວາ, ທັງ​ນີ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ນັກ​ລົງທຶນ​ມີ​ຄວາມ​ກະຕືລື​ລົ້ນ​ຕໍ່​ຕະຫຼາດ​ຫຸ້ນ​ອິນ​ໂດ​ເນ​ເຊຍ.

ທີ່​ຈິງ​ແລ້ວ, ​ແຕ່​ປີ​ນີ້​ມາ, ການ​ພັດທະນາ​ເສດຖະກິດ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເຂົ້າ​ສູ່​ສະພາບ​ການ​ທີ່​ດີ​ສົມຄວນ​ເປັນ​ກ້າວໆ. ປະຈຸ​ບັນ, ການ​ບໍລິ​ໂພ​ກສ່ວນ​ບຸກຄົນ​ຂອງ​ປະ​ເທດນີ້​ໄດ້​ກວມGDPປະມານ65%, ຈໍ່​ຕົວ​ຂຶ້ນ​ເປັນ​ກຳລັງ​ຊຸກດັນ​ຕົ້ນຕໍ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ. ​ມວນ​ຊົນ​ທະຍອຍ​ກັນ​ຊື້​ສິນ​ຄ້າ​ຕ່າງໆ​ເຊັ່ນ: ລົດຍົນ​ສ່ວນ​ຕົວ, ​ເຄື່ອງ​ໄຟຟ້າ, ລົດຈັກ​ແລະ​ໂທລະສັບ​ມື​ຖື​ເປັນ​ຕົ້ນ. ແຕ່ກ່ອນການ​ລົງທຶນ​ບໍ່​ຫຼາຍປານ​ໃດ​​ໄດ້ແຕ່ມາຮອດ​ໄຕ​ມາດ​ທີ​ສາມ​ປີ​ນີ້ໄດ້ເພີ່ມຫຼາຍຂຶ້ນ. ຕາມຕົວ​ເລກ​ທາງ​ການ, ການ​ລົງທຶນ​ຂອງອິນໂດເນເຊຍໃນ​ໄຕ​ມາດ​ທີ​ສາມ​ ​ໄດ້​ເພີ່ມ​ຂຶ້ນ13%, ບາດກ້າວ​ລົງທຶນ​ໄດ້​ໄວຂຶ້ນ. ​ໃນ8​ເດືອນ​ຕົ້ນ​ປີ​ນີ້, ການ​ນຳ​ເຂົ້າ​ຕົ້ນ​ທຶນ​ທີ່ເປັນ​ສິນຄ້າ​ໄດ້​ເພີ່ມ​ຂຶ້ນ33%, ນີ້​ແມ່ນ​ວີ​​ແວວ​ສະແດງໃຫ້ເຫັນການ​ລົງທຶນໄດ້​ເພີ່ມ​ຂຶ້ນ. ນອກຈາກ​ຂະ​ແໜງ​ການ​ບໍ່​ແຮ່​ແລ້ວ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການລົງທຶນຂອງຂ​ະ​ແໜງ​ການ​ຕົ້ນຕໍ​ອື່ນໆ​ຂອງ​ປະ​ເທດນີ້ກໍ່​ໄດ້​ເພີ່ມ​ຂຶ້ນເຊັ່ນດຽວກັນ.

​ເມື່ອ​ສັງ​ເກດ​ຈາກ​ຕົວເລກດັດ​ສະ​ນີຈຳນວນ​ໜຶ່ງ​ເຫັນ​ໄດ້​ວ່າ, ​ໄຕ​ມາດ​ທີ​ສາມ​ປີ​ນີ້, ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໄດ້​ເພີ່ມ​ຂຶ້ນ5%ຂຶ້ນ​ໄປ, ​ໄດ້​ລື່ນ​ກາຍ​ການຄາດຄະເນ​ລ່ວງ​ໜ້າ​ຂອງ​ນັກ​ເສດຖະສາດຢ່າງ​ຫຼວງ​ຫຼາຍ. ນອກ​ນີ້, ​ອັດຕາເງິນຕາ​ຂອງ​ປະ​ເທດ​ນີ້​ໄດ້​ແລກປ່ຽນກັບ​ໂດ​ລາ​

ສະຫະລັດຢູ່ໃນສະພາບໝັ້ນທ່ຽງໂດຍຖື້ນຖານ; ໄພເງິນ​ເຟີ້​ໃນ​ອາທິດ​ທີ​ໜຶ່ງ​ຂອງ​ເດືອນ​ທັນວາ​ໄດ້​​ຢູ່​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ​ຄື7%; ອັດຕາ​ຫວ່າງ​ງານ​ຂອງ​ປີ​ນີ້​ກໍ່​ໄດ້​ຕ່ຳ​ກວ່າ​ປີ​ກາຍ. ​ເນື່ອງ​ຈາກ​ປັ​ດ​ໄຈ​ດັ່ງກ່າວ, ທະນາ​ຄານ​ໂລກ​ແລະ​ທະນາຄານ​ພັດທະນາ​ອາຊີ​ລ້ວນ​ແຕ່​ໄດ້​ປັບການ​ຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ສູງ​ກວ່າ​ເກົ່າ​ໜ້ອຍ​ໜຶ່ງ. ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ​ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ​ນີ້​ຈະ​ບັນລຸ4,9%, ປີໜ້າ​ຍັງ​ຈະ​ໄວ​ກວ່າ​ນີ້ອີກ.

​ໃນ​ເວລາ​ຂຶ້ນດຳລົງ​ຕຳ​ແໜ່​ງ​ໃນ​ເດືອນ​ຕຸລາ​ປີ​ນີ້, ​ທ່ານ​ຊູຊີ​ໂລ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍກ່າວ​ວ່າ​ຈະ​ປົວ​ແປງ​ສະພາບ​ການ​ລົງທຶນ​ຂອງ​ປະ​ເທດ​ຕົນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ​ເລັ່ງລັດ​ການພັ​ດທະນາ​ເສດຖະກິດ, ຫຼຸດ​ອັດຕາ​ຫວ່າງ​ງານ​ໃຫ້​ໜ້ອຍ​ລົງ, ພະຍາຍາມເຮັດໃຫ້​ຈັງຫວະ​ເຕີບ​ໂຕ​ເສດຖະກິດ​ໃຫ້​ບັນລຸ7%​, ສ້າງ​ສະພາບ​ສະຫງ່າ​ງາມ​ທີ່​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ພັດທະນາ​ຢ່າງ​ວ່ອງ​ໄວ​ຄື​ສະຕະວັດ​ທີ່​ແລ້ວ. ຫວ່າງ​ມໍ່ໆ​ນີ້, ລັດຖະມົນຕີ​ກະຊວງ​ການ​ເງິນ​ອິນ​ໂດ​ເນ​ເຊຍ​ຍິ່ງ​ເຫັນ​ໄປ​ໃນ​​ແງ່​ດີ​ວ່າ, ຈັງຫວະ​​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ໃນ​ປີໜ້າ​ຈະ​ມີ​ຫວັງ​ບັນລຸ5,4%.