ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 18:07:57    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ແລະ​ກອງ​ປະ​ກອບ​ອາ​ວຸດ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ຍິງ​ສູ້​ກັນ​ຢ່າງ​ດຸ​ເດືອດ​ຢູ່​​ໂມ​ຊຸນ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ທັນວາ,ຢູ່​ໂມ​ຊຸນ ​ເມືອງ​ພາກ​ເໜືອ​ຂອງ​ອີຣັກ,ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກັບ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາໄດ້​ຍິງ​ສູ້​ກັນ​ຢ່າງ​ດຸ​ເດືອດ​,​ຍິງ​ສະ​ມາ​ຊິກ​ກອງ​ປະ​ກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຕາຍ​ປະ​ມານ​25​ຄົນ,​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ກໍ​ມີ​ທະຫານ15​ຄົນ​ບາດ​ເຈັບ.

ຕາມ​ຜູ້​ເຫັນ​ກັບ​ຕາ​ເວົ້າ​ວ່າ,​ໃນ​ມື້​ດຽວ​ກັນ,ຢູ່​ໂມ​ຊຸນ,ມີ​ຄົນ​ໄດ້​ຈູດ​ລົດຖັງ​ນ້ຳມັນ​ຄັນ​ໜຶ່ງ​ລະ​ເບີດຢູ່​ນອກ​ເຮືອນ​ຫຼັງ​ໜຶ່ງທີ່​ກອງ​ທະຫານ​ອາ​ເມ​ລິ​ກາ​ຍຶດຄອງ.ກອງ​ລາດ​ຕະ​ເວນ​ຂອງ​ອາ​ເມ​ລິ​ກາທີ່​ຂ້ຽວ​ມາ​ໜູນຊ່ອຍ​ໄດ້ຖືກ​ຫຼອນ​ໂຈມ​ຕີ​ດ້ວຍ​ລົດ​ຍົນ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ລາຍ​ທີ​ສອງ.ຕໍ່ຈາກ​ນັ້ນ,ມີ​ຜູ້​ປະ​ກອບອາວຸດ​ຕ້ານ​ອາ​ເມ​ລິ​ກາ​ປະມານ50​ຄົນ​ໄດ້​ຫຼອນ​ໂຈມ​ຕີ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ດ້ວຍ​ປືນ​ກົນ​ມື,ປືນ​ຄົກ​ແລະ​ລອກ​ແກັດ.ກອງ​ທະ​ຫານ​ອາ​ເມ​ລິ​ກາ​​ໄດ້​ຢອນ​ເອົາ​ກຳລັງ​ອາກາດ​ມາ​ໜູນໃນ​ທັນທີ,ຍິງ​ຜູ້​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຕາຍ​ປະ​ມານ​25ຄົນ,​ນອກ​ນີ້,ມີ​ທະຫານ​ອາ​ເມ​ລິ​ກາ15​ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ.

ກອງທະຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ,ກຽມ​ຈະ​ສົ່ງ​ທະຫານ​ໄປ​ເພີ່ມ​ຢູ່​ໂມ​ຊຸນ​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອີຣັກທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ30ມັງກອນປີໜ້າ.ກ່ອນ​ໜ້າ​ນີ້,ກອງ​ທະ​ຫານ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ທະຫານ5​ພັນ​ຄົນ​ໄປ​ເພີ່ມ​ຢູ່​ແບກ​ແດດ​ແລ້ວ.