ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 20:46:26    
ຢູ່​ແຖບ​ກາຊາ ທະຫານ​ອິສຣາ​ແອນ​ໄດ້​ຍິງ​ສະມາຊິກ​ອົງການ​ຮາ​ມັສຕາຍ 3 ຄົນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 30 ທັນວາ ຢູ່​ທີ່​ກາຊາ ​ໂຄສົກ​ອົງການ​ຮາ​ມັສ​ເວົ້າວ່າ,ຕອນ​ກາງຄືນ​ວັນ​ທີ 29 ທັນວາ ຢູ່​ແຖບ​ກາຊາ ສະມາຊິກ​ຝ່າ​ຍການ​ທະຫານ 3 ຄົນ​ສັງກັດ​ອົງການ​ດັ່ງກ່າວ​ໄດ້​ຖືກ​ກອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ຍິງ​ຕາຍ,ອີກ​ຄົນ​ໜຶ່ງ​ບາດ​ເຈັບ​ໜັກ.

ນອກ​ນີ້ ບຸກຄົນ​ຂອງ​ຝ່າຍ​ໂຮງໝໍ​ປາ​ເລັສຕີນ​ເວົ້າວ່າ,​ໃນ​ມື້​ດຽວ​ກັນ ລູກປືນ​ໃຫຍ່​ຂອງທະຫານ​ອິສຣາ​ແອນ​ຍັງ​ໄດ້​ຍິງ​ປືນ​ໃຫຍ່​​ໄປ​ໃສ່​ພາກ​ຕາ​ເວັນ​ຕົກ​ຂອງ​ສູນ​ອົບ​ພະຍົບຄານ​ຢູນິສແຖບ​ກາຊາ,​ຊາວ​ປາ​ເລັສຕີນ 2 ຄົນຖືກ​ຍິງ​ຕາຍ.

ບຸກຄົນ​ຝ່າຍ​ທະຫານ​ອິສຣາ​ແອນ​ກ່າວ​ວ່າ,​ຈຸດ​ປະສົງ​ຂອງ​ກອງ​ທະຫານ​ອິສຣາ​ແອນ​ທີ່​ເຂົ້າ​ໄປສູນ​ອົບ​ພະຍົບຄານ​ຢູນິສ​ແມ່ນ​ຂັດຂວາງ​ຜູ້​ປະກອບ​ອາວຸດ​ຂອງ​ປາ​ເລັສຕີນ​ຍິງ​ລອກ​ແກັດ​ແລະ​ປືນ​ໃຫຍ່​ໄປ​ໃສ່​ເປົ້າໝາຍ​ຈຸດ​ຕັ້ງຖິ່ນ​ຖານ​ຂອງ​ອິສຣາ​ແອນ​ແຫ່ງ​ໜຶ່ງ​ຢູ່​​ແຖບ​ກາຊາ,​ແລະ​ກ່າວ​ວ່າ,​ເຂດ​ດັ່ງກ່າວ​ແມ່ນ​ເຂດ​ທີ່​ໝັ້ນຂອງ​ອົງການ​ຮາ​ມັສ.