ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 22:46:22    
ນັກ​ທ່ອງ​ທ່ຽວ​ຝ່າຍ​ຕາ​ເວັນ​ຕົກ​ເສຍ​ຊີວິດ​ແລະ​ບາດ​​ເຈັບ​​ຫນັກ​ຫນ່ວງ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ

cri Author: zl
CRI ລາຍ​ງານ​ວ່າ,ນັບ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ 29 ທັນ​ວາ,ຈຳ​ນວນ​ຜູ່​​ເສຍ​ຊີວິດ​​ຢູ່ພາກ​ພື້ນ​ອາຊີ​ໃຕ້​ແລະ​ອາຊີ​ອາຄະ​ເນ​ຍ້ອນ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະ​ຫມຸດ​ອິນ​ເດຍ​ໄດ້​ລື່ນ​ກາຍ 8 ຫມື່ນ​ຄົນ​ແລ້ວ,​ ຜູ່​​ເສຍ​ຊີວິດ​ນັ້ນ,​ນອກ​ຈາກ​ຄົນ​ທ້ອງ​ຖິ່ນ​ແລ້ວ,ຍັງ​ມີ​ຊາວ​ຕ່າງ​ປະ​ເທດ​ຈຳນວນ​​ຫຼວງ​ຫຼາຍ​ທີ່​ມາ​ທ່ອງ​ທ່ຽວ,​ດຽວ​ນີ້,​ໄດ້​ຮູ້​ຄັກ​ແນ່​ແລ້ວ​ວ່າ,​ໃນ​ໄພ​ພິບັດ​ບັ້ນ​ນີ້​,ຊາວ​ຕ່າງ​ປະ​ເທດ​ທີ່​ເສຍ​ຊີວິດ​ຫຼື​ຫາຍ​ສາບ​ສູນມີ​ຮອດ​ຫຼາຍ​ພັນ​ຄົນ​ແລ້ວ.​ໃນ​ນັ້ນ​ມີ​ຈຳນວນ​ບໍ່​ຫນ້ອຍ​ແມ່ນ​ຜູ້​ມາ​ທ່ອງ​ທ່ຽວ​.

ຕາມ​ສະ​ຖິຕິ​ຂອງ​ປະ​ເທດ​ກ່ຽວ​ຂ້ອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ເຫຼົ່າ​ນີ້ສ່ວນ​ຫຼາຍ​ປະສົບ​ເຄາະ​ຮ້າຍ​ຫຼື​ຫາຍ​ສາບ​ສູນຢູ່ 3 ປະ​ເທດຄື​ໄທ ​ມານ​ດາຍ​ແລະ​ສີ​ລັງກາ,​ໃນ​ນັ້ນ,​ຜູ້​ເສຍ​ຊີວິດ​ແລະ​ຫາຍ​ສາບ​ສູນ​ຫຼາຍ​ກວ່າ​ໝູ່​ແມ່ນ​ຢູ່​ໄທ,​ຕາມ​ຂໍ້ມູນ​ຕົວ​ເລກ​ທີ່​ສູນ​ປ້ອງ​ກັນ​ໄພ​ພິບັດ​ຂອງ​ກະ​ຊວງ​ມະຫາ​ດ​ໄທ​ຂອງ​ໄທ​ປະ​ກາດ​ໃນ​ວັນ​ທີ 29 ທັນວາ​,ສະ​ແດງ​ໃຫ້​ເຫັນ​ວ່າ,​ຄື້ນທະ​ເລ​ຊູ​ນາ​ມີ​ໄດ້​ເຮັດ​ໃຫ້​​ໄທ​ມີ​ຜູ້​ເສຍ​ຊີວິດ 1800 ຄົນ​​ແລ້ວ,​ໃນ​ນັ້ນ,​ລວມ​ທັງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 473 ຄົນ,​ໃນ​ຜູ້ປະ​ສົບ​ເຄາະ​ຮ້າຍ​ເຫຼົ່າ​ນີ້,​ບາງ​ຄົນ​ຍັງ​ບໍ່​ຮູ້ສັນ​ຊາດ​ແລະ​ຖານະ​.

ຕາມ​ສະຖິຕິ,​ນັກ​ທ​່ອງ​ທ່ຽວ​ທີ່​​ເສຍ​ຊີວິດ ​ບາດ​ເຈັບ​ແລະ​ຫາຍ​ສາບ​ສູນ​ໄປ​ນັ້ນ,ມາ​ຈາກ 30 ກວ່າ​ປະ​ເທດ​ແລະ​​ເຂດ​ແຄວ້ນ​ເຊັ່ນ:​ອາ​ເມ​ລິ​ກາ ອັງ​ກິດ ອົສ​ຕຼາລີ ​ເຢຍລະ​ມັນ ຊູ​​ແອັດ ດານ​ມາກ ​ນອກ​ແວ ນູ​ແວ​ເຊ​ລັງ​ແລະ​ກາ​ນາ​ດາ​ເປັນ​ຕົ້ນ,​ສ່ວນ​ຫຼາຍ​ມາ​ຈາກ​ຊູ​ແອັດ,​ນອກ​ແວ​ແລະ​ເຢຍ​ລະ​ມັນ​,​ໃນ​ນັ້ນ,ຊູ​ແອັດ​ຫນັກ​ກວ່າ​ຫມູ່, ​ວັນ​ທີ 29,ກະ​ຊວງ​ການ​ຕ່າງປະ​ເທດ​ຊູ​ແອັດ​ຢືນ​ຢັນ​ວ່າ,​ປະຈຸ​ບັນ​ນີ້,ມີ​ຄົນ​ຊູ​ແອັດ 1500 ຄົນ​ຫາຍ​ສາບ​ສູນ​ຢູ່​ໄທ,ທ່ານ​ເພຮ​໌​ຊົງ ນາ​ຍົກ​ລັດ​ຖະມົນ​ຕີຊູ​ແອັດ​ໄດ້​ປະ​ກາດ​ຖື​ວັນ​ທີ 1 ມັງ​ກອນ ປີ 2005 ​ເປັນ​ວັນ​ໄວ້​ທຸກ​ໃນ​ທົ່ວ​ປະ​ເທດ.ຮອບ​ມື້ນັ້ນ,​ທົ່ວ​ປະ​ເທດ​ຊູ​ແອັດ​ລົດ​ທຸງ​ລົງ​ເຄີ່ງ​ເສົາ​,ໄວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້ປະ​ສົບ​ເຄາະ​ຮ້າຍ​ໃນ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລຊູ​ນາ​ມີ​ມະ​ຫາ​ສະຫມຸດ​ອິນ​ເດຍ.

ວັນ​ທີ 29 ທັນ​ວາ,​ທ່ານ​​ສະ​ໂລ​ເດີ ນາ​ຍົກ​ລັດຖະ​ມົນຕີ​ເຢຍລະ​ມັນ​ໄດ້​ປະກາດ​ວ່າ,ປະຈຸ​ບັນ​ນີ້,​ໄດ້​ຮູ້​ແຈ້ງ​ແລ້ວ​ວ່າ,ຢ່າງ​ຫນ້ອຍ​ມີ​ຊາວ​ເຢຍ​ລະ​ມັນ 26 ຄົນທີ່​ມາ​ທ່ອງ​ທ່ຽວ​ເສຍ​ຊີວິດ​​ໃນ​ຄື້ນທະ​ເລ​ຊູ​ນາ​ມີ​,​ນັກ​ທ່ອງ​ທ່ຽວ​​ຂອງ​ເຢຍລະ​ມັນ​ອີກ 1000 ກວ່າ​ຄົນ​ຫາຍ​ສາບ​ສູນ​,ນອກ​ນີ້,​ນອກ​ແວ​ກໍ​ມີ​ນັກ​ທ່ອງ​ທ່ຽວ​ໄທ 7-800 ຄົນ​ຫາຍ​ສາບ​ສູນ​,​ນັກ​ທ່ອງ​ທ່ຽວ​ນູ​ແວນ​ຊີ​ລັງ​ທີ່​ຫາຍ​ສາບ​ສູນ​ຢູ່​ໄທມີ 300 ກວ່າ​ຄົນ,ວັນ​ທີ 29 ທັນ​ວາ,ກະ​ຊວງ​ການ​ຕ່າງປະ​ເທດ​ຝຣັ່ງ​ກໍ​ຢືນຢັນ​ວ່າ,​ມີ​ຄົນ​ຝຣັ່ງ 20 ຄົນ​ທີ່​ມາ​ທ່ອງ​ທ່ຽວ​ໄດ້​ເສຍ​ຊີວິດ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະ​ຫມຸດ​ອິນ​ເດຍ,ຍັງ​ມີ​ຊາວ​ຝຣັ່ງ​ອີກ 90 ຄົນ​ຫາຍ​ສາບ​ສູນ​.

​ເນື່ອງ​ຈາກ​ໃນ​ເວລາ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ​,ພໍດີ​​ແມ່ນ​ບຸນ​ໂນ​ແອນ​,ຊາວ​ຝ່າຍ​ຕາ​ເວັນ​ຕົກ​ບໍ່​ຫນ້ອຍ​ໄດ້​ເລືອກ​ມາ​ພັກ​ຜ່ອນ​ຢູ່​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ທີ່​ອາ​ກາດ​ອົບ​ອຸ່ນ,​ໄທ ມານ​ດາຍ​ແລະ​ປະ​ເທດ​ອື່ນໆ​ທີ່​ມີ​ທິວ​ທັດ​ແຄມ​ທະ​ເລ​ສວຍ​ງາມ ສິ່ງ​ກໍ່ສ້າງ​ການ​ທ່ອງ​ທ່ຽວ​ຄົບ​ຖ້ວນ​ສົມ​ບູນ​ແລະ​ການ​ບໍລິ​ການ​ກໍ​ດີ​ນັ້ນ,ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ນັກ​ທ່ອງ​ທ່ຽວ​ຂອງ​ຝ່າຍ​ຕາ​ເວັນ​ຕົກ,ສະ​ນັ້ນ,​ແຕ່​ທ້າຍ​ປີ​​ເກົ່າ​ຮອດ​ຕົ້ນ​ປີ​ລຸນ​ທຸກ​ປີ,ຢູ່​ໄທ​ແລະ​ມານ​ດາຍ​ລ້ວນ​ແຕ່​ແມ່ນ​ລະດູ​ການທີ່​ມີ​ຄົນ​ມາ​ທ່ອງ​ທ່ຽວ​ຫຼາຍ,​ເມື່ອ​ຮອດ​ລະດູ​ນີ້,​ນັກ​ທ່ອງ​ທ່ຽວ​ຝ່າຍ​ຕາ​ເວັນ​ຕົກ​ພາກັນ​ມາ​ທ່ຽວ​ຢ່າງ​ຫຼວງ​ຫຼາຍ,​ໃນ​ນັ້ນຜູ້​ມາ​ທ່ອງ​ທ່ຽວ​ໄທ​ຫຼາຍ​ກວ່າ​ຫມູ່,​​ໃນ​ມື້​ເກີດ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​,ອາ​ກາດ​ປອດ​ໂປ່​ງ,ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ​ພວມ​ຫຼິ້ນ​ຢູ່​ຫາດ​ຊາຍ​ແຄມ​ທະ​ເລ​ຫຼື​ພວມ​ດຳ​ນ້ຳຢູ່​ແລ້ວ​ຖືກ​ຄື້ນ​ທະ​ເລ​ອັນ​ຮ້າຍ​ແຮງ​ມ້ວນ​ໄປ.

ວັນ​ທີ 26 ທັນ​ວາ,​ພາຍ​ຫລັງ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ແລ້ວ,​ລັດ​ຖະ​ບານ​ຫຼາຍ​ປະ​ເທດ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພົນລະ​​ເມືອງປະ​ເທດ​ຕົນ,ສະ​ຖານ​ທູດ 20 ກວ່າ​ປະ​ເທດ​ປະຈຳ​ໄທ​ໄດ້​ຂີ່​ຍົນ​ພິ​ເສດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ​ບິນ​ໄປ​ເກາະ​ພູ​ເກັດ,​ຊ່ອຍ​ຝ່າຍ​ໄທ​ເຮັດ​ວຽກ​ກູ້​ໄພ,ຊ່ອຍ​ເຫຼືອ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ກັບ​ຄືນ​ປະ​ເທດ,ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບໍ່​ຫນ້ອຍ​ຍັງ​ເຕືອນ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ຕົນຢ່າ​ໄປ​ ທ່ຽວເຂດ​ເກີດ​ໄພ​ຫນັກ​ຫນ່ວງ.

ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ກ່າວ​ວ່າ,​ສັງ​ເກດ​​ເບິ່ງ​ການ​ຄືບ​ຫ້ນາ​ຂອງ​ການ​ຊອກ​ຫາ​ຄົນ​ເຫັນ​ວ່າ,ຜູ້​ຫາຍ​ສາບ​ສູນ​ອາດ​ຫາ​ຄືນ​ມາ​ໄດ້​ຍາກ​ແລ້ວ​,ສະ​ນັ້ນ,ຈຳ​ນວນ​ຜູ່​​ເສຍ​ຊີວິດ​ຍັງ​ຈະ​​ເພີ່ມ​ຂຶ້ນ​ຕໍ່​ໄປ.