ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 15:25:06    
ແຜ່ນດິນ​ໄຫວ​​ແຮງ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ແມ່ນ​ຈໍ່​ຕົວ​ຂຶ້ນ​ເປັນ​ແນວ​ໃດ?

cri

ວັນ​ທີ 26 ທັນວາ,ຢູ່​ເຂດ​ທະ​ເລ​ມໍ່ເກາະ​ຊູ​ມັດຕຼາອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແ​ຜ່ນດິນ​ໄຫວ​​ແຮງ​ທີ່​ສຸດ​ໃນຮອບ 40 ປີ​ມາ​ນີ້ແລະ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ​ຍ້ອນ​ແຜ່ນດິນ​ໄຫວ,​​ເຮັ​ດ​ໃຫ້8 ຫມື່ນ​ຄົນ​ເສ​ຍຊີວິດ​ເປັນ​ຢ່າງ​ຫນ້ອຍ,ສະ​ນັ້ນ,​ໄພພິບັດ​ເທື່ອ​ນີ້​​ແມ່ນ​ຈໍ່​ຕົວ​ຂຶ້ນ​ເປັນ​ແນວ​ໃດ?


 ຜູ່​ຊ່ຽວຊານ​ເຊື່ອ​ວ່າ,​ແມ່ນ​ແຜ່ນທໍລະ​ນີຢູ່​​ພື້ນ​ທະ​ເລນ​ອກ​ເລິກ 6 ​ໄມຂອງ​ເກາະ​ຊູ​ມັດຕຼາອິນ​ໂດ​ເນ​ເຊຍ​ໄດ້​ເຈື່ອນ​ຢ່າງ​ຮຸນ​ແຮ​ງ,​ແມ່ນ​ມູນ​ເຫດ​ຕົ້ນຕໍ​ທີ່ພາ​ໃຫ້​ເກີດ​ຄື້ນທະ​ເລ​ຂູ​ນາ​ມີ​ໃນ​ວັນ​ທີ 26 ທັນ​ວາ,​ແຜ່ນທໍລະນີ​​ທີ່​ແຫຍ້​ກັນ​ໄດ້​ເກີດ​ການ​ເຈື່ອນ​ຢ່າງ​ຮຸນ​ແຮງ,ນີ້​​ເຮັດ​ໃຫ້​​ພື້ນ​ທະ​ເລເກີດ​ມີ​ບ່ອນ​ພົ້ນ​ອອກ​ຕອນ​ຫນຶ່ງ​ທີ່​ສູງ​ເຖິງ 10 ຫຼາ​ແລະ​ຍາວ​ເຖິງ​ຫຼາຍ​ຮ້ອຍ​ໄມ​.ນີ້​ກໍ​ເຫມືອນ​ດັ່ງ​ໄດ້​ພາຍ​ໄມ້​ພາຍ​ອັນ​​ບັກໃຫຍ່​ຢູ່​ພື້ນ​ທະ​ເລ,ນ້ຳ​ທະ​ເລ​ຫຼາຍຕື້​ໂຕນ​ໄດ້​​ໄຫຼ​ໄປມາ​ຢ່າງ​ຮ້າຍ​ແຮງ.​ແຜ່ນດິນ​ໄຫວເກີດ​ຂຶ້ນ​ຢູ່​ບ່ອນ​ຕໍ່​ລະຫວ່າງ​​ແຜ່ນທໍລະນີ​ມະຫາ​ສະຫມຸດ​ອິນ​ໂດຍ​ກັບ​ແຜ່ນ​ທໍລະນີ​ມະຫາ​ສະຫມຸດ​ອາຊີ​ເອີ​ລົບ.ການ​ເຈື່ອນຂອງ​ແຜ່ນ​ທໍລະນີ​​ບໍ່​ໄດ້​ເກີດ​ຂຶ້ນ​ຢ່າງ​ຫມັ້ນ​ທ່ຽງ.ມັນ​​ກໍ​ເຫມືອນ​ດັ່ງດຶງສາຍ​ທີ່​ມີ​ຄວາມ​ຫົດ​ຍືດ,​ເມື່ອ​​ແຜ່ນ​ທໍລະນີ​ທົນ​ບໍ່​ໄຫວ​ຕໍ່​ກຳ​ລັງ​ຫນີບ​ແລ້ວ,​ແຜ່ນ​ທໍລະນີ​ກໍ​ຫັກ​ແຕກ

ພະລັງງານ​ຂອງ​​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່ອິນ​ໂດ​ເນ​ເຊຍ​ທໍ່​ກັບ​ຂະຫນາດ​ແຮງຂອງ​ລູກ​ລະ​ເບີດ​ປະລະມານູ 1 ລ້ານ​ຫນ່ວຍ​ທີ່​ຖິ້ມ​ລະ​ເບີດ​ໃສ່ຣີ​ໂລ​ຊີ​ມາ​ຂອງ​ຍີ່​ປຸ່ນ.ການ​ສະ​ເທືອນຂອງແຜ່ນດິນ​ໄຫວ​ເທື່ອ​ນີ້​​ແມ່ນຮຸນ​ແຮງທີ່​ສຸດ​ຈົນ​ເຮັດ​ໃຫ້ການ​ຫມູນ​ຮອບ​ຕົນ​ເອງຂອງ​ຫນ່ວຍ​ໂລກ​ກໍ່ຖືກ​ກະ​ກົບ​ກະ​ເທືອ​ນ,ຄວາມ​ໄວຂອງຄື້ນທະ​ເລ​ຊູ​ນາ​ມີທີ່​ເກີດ​ຂື້ນ​ຍ້ອນ​​ແຜ່ນດິນ​ໄຫວໄດ້​ບັນລຸ​ເຖິງ 500 ​ໄມ​ຕໍ່​ຊົ່ວ​ໂມງ,ມນ​ໃຊ້​ເວລາ 2 ຊົ່ວ​ໂມງ​ປາຍ​ຈຶ່ງ​ໄປ​ຮອດ​ສີ​ລັງກາ,​ເຮັ​ດ​ໃຫ້​ສີ​ລັງກາ​ມີຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງຫຼວງ​ຫຼາຍ​ພາຍ​ມາກ.ພາຍຫຼັງ​ມາ,ຄື້ນທະ​ເລຊູ​ນາ​ມີ​ໄດ້​ກະ​ຫນ່ຳ​ອິນ​ເດຍ​ແລະ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ອາ​ຟຼິກາ.


 ຜູ່​ຊ່ຽວຊານ​ກ່າວ​ວ່າ,​ແຜ່ນດິນ​ໄຫວທີ່ພາ​ໃຫ້​ເກີດ​ຂຶ້ນ​ຄື້ນທະ​ເລ​ຊູ​ນາ​ມີຢູ່​ອາຊີ​ແມ່ນ​ແຮງ​ທີ່​ສຸດ​,​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ປ່ຽນ​ແປງ​ອານາ​ເຂດ​ອາຊີຈົນ​ເທົ່າ​ໃດໆ.​ຕາມ​​ເບົ້າ​ແບບ​ແຜ່ນດິນ​ໄຫວ,​ເກາະ​ດອນ​ນ້ອຍ​ຈຳນວນ​ຫນຶ່ງ​ທີ່ຢູພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ເກາະ​ຊູ​ມັດຕຼາອາດ​ຈະ​ຍ້າຍ​ໄປ​ສູ່​ທິດຕາ​ເວັນ​ຕົກ​ສຽງ​​ເຫນືອ 20 ​ແມັດ.ນີ້​ແມ່ນ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ.ນອກ​ນີ້,ສົ້ນຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​​ເກາະ​ຊູ​ມັດຕຼາອາດ​ຈະ​ຍ້າຍ​ໄປ​ສູ່​ທິດຕາ​ເວັນຕົກ​ສຽ​ງ​​ໃຕ້ 36 ​ແມັດ.ພ້ອມ​ກັນ​ນັ້ນ,ພະລັງງານ​ທີ່​ປ່ອຍ​ຕົວ​ຍ້ອນ​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ຫນ່ວຍ​ໂລກ​ເກີດ​ການ​ສະ​ເທືອ​ນຕາມ​ແກນ​ຂອງ​ຫນ່ວຍ​ໂລກ.


ຕາມ​ສະຖິຕິ​ບໍ່​ຄົວ​ຖ້ວນ,​ແຜ່ນດິນ​​ໄຫວແຮງ​ແລະ​ຄື້ນທະ​ເລ​ຊູ​ນາ​ມີທີ່​ເກີດ​ຂຶ້ນ​ຢູ່​ມະຫາ​ສະຫມຸດ​ອິນ​ເດຍ​ໄດ້​ເຮັດ​ໃຫ້ 8 ຫມື່ນ​ກວ່າ​ຄົນ​ເສຍ​ຊີວິດ,ນີ້​ອາດ​ຈະ​​ເປັນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີທີ່​ມີ​ຈຳນວນ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ​ກວ່າ​ຫມູ່​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ​​ໃນ 200 ກວ່າ​ປີ​ມາ​ນີ້.ຍ້ອນ​ມະຫາ​ສະຫມຸດອິນ​ເດຍ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີຫນ້ອຍ​ທີ່​ສຸດ,ສະ​ນັ້ນ,​​ໃນເຂດ​ປະສົບ​​ໄພ​ບໍ່​ມີ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີຄື​ເຂດ​ມະຫາ​ສະຫມຸດ​ປາຊີຟິກ,ສະ​ນັ້ນ​ຈຶ່ງ​ເກີດມີ​ຄວາມ​ເສຍ​ຫາຍ​ຫຼາຍປານ​ນີ້.ພວກ​ນັກວິທະ ຍາ ສາດ​ຊີ້​ອອກ​ວ່າ,ກ່ອນ​ຫນ້າ​ນີ້,ຖ້າວ່າ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້ຈຳນວນ​ຫນຶ່ງ​ເຂົ້າ​ຮ່ວມ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີສາກົນ​,ຈຳນວນ​ຜູ່​ເສຍ​ຊີວິດ​ອາດ​ຈະ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.ຍ້ອນ​ປະ​ເທດ​ທີ່ປະສົບ​ໄພ​ຢ່າງ​ຫນັກຫນ່ວງ​ເທື່ອ​ນີ້​ລ້ວນ​ແຕ່​ແມ່ນ​ປະ​ເທດ​ພວມ​ພັດທະນາ,ປະ​ເທດ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ບໍ່​ມີ​ເງິນ​ທຶນ​ພຽງພໍ​ເພື່ອສ້າງ​ລະບົບ​ເຕືອນ​ໄພ,ສະ​ນັ້ນ,ປະຊາ​ຄົມ​ໂລກ​ຄວນ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,​ເພື່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ແລະ​ຫຼຸດ​ໄພ.ສາມາດ​ເວົ້າ​ໄດ້​ວ່າ,ຖ້າ​ໄດ້​ຮັບ​ຄຳ​ເຕືອນ​ໄພ​ຂອງ​ລະບົບ​ເຕືອນ​ໄພຄື້ນທະ​ເລ​ນາ​ມີ​ນີສາກົນ​ກ່ອນ​​ແລ້ວ,ປະ​ເທດ​ທີ່​ກ່ຽວຂ້ອງ​ແມ່ນ​ມີ​ເວລາ​ອ່າວ​ພຽງພໍ​ເພື່ອ​ໃຊ້​ມາດ​ຕະການ​ດ່ວນ​ມາ​ຫຼຸດ​ຄວາມ​ເສຍ​ຫາຍ​ໃຫ້​ຫນ້ອຍ​ລົງ.


ພວກ​ເຮົາ​ຫວັງ​ວ່າ​ໃນ​ພາຍ​ຫນ້າບໍ່​ດົນ​ນີ້,ບັນດາ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ເຂົ້າ​ຮ່ວມ​ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີສາກົນ​ໄດ້,​ຖ້າ​ເຮັດ​ແນວ​ນີ້ ພວກ​ເຮົາ​ກໍ່​ສາມາດ​ຫຼຸດ​ຈຳນວນ​ຄົນ​ຕາຍ​ແລະ​ບາດ​ເຈັບ​ໃຫ້​ຫນ້ອຍ​ລົງ,​ເຮັດ​ໃຫ້ຄົນ​ທັງຫຼາຍ​ໃນ​​ໂລກ​ສາມາດ​ຫຼີກ​ໄພຕາມ​ຄວາມ​ສາມາດຢ່າງ​ທັນ​ການ,​ແລະ​ດຳ​ລົງຊີວິດ​ຢູ່​ບ້ານ​ເກີດ​ອັນ​ສວຍ​ງາມ​ຂອງ​ພວກ​ເຮົາ​