ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 15:35:42    
ເພື່ອນ​ມິດ​ທັງຫລາຍ​ທີ່​ມັກ​ອອກກຳລັງ​ກາຍຄວນ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ຫຍັງ​ຫລັງ​ອອກກຳລັງ​ກາຍ

cri

ຄຽງ​ຄູ່​ກັບ​ຊີວິດ​ຍຸກ​ປະຈຸ​ບັນ​ໄດ້​ມີ​ຄວາມ​ກ້າວຫນ້າ,ຫລາຍໆ​ຄົນ​ຜ່ານ​ຈາກ​ການ​ອອກກຳລັງ​ກາຍ​​ເພື່ອ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຕົນ​ຢູ່​ໃນ​ສະພາບ​ປົກກະຕິດີ​.​ແຕ່​ຍັງ​ມີຄົນ​ສ່ວນ​ຫນ້ອຍ​ທີ່​ມັກ​ອອກກຳລັງ​ກາຍ​ພັດ​ບໍ່​​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ການ​ອອກກຳລັງ​ກາຍ,ສາ​ເຫດ​ຂອງ​ມັນຕົ້ນຕໍ​​ແມ່ນ​ຍ້ອນ​ຄົນ​ເຫົ່ຼານີ້​ບໍ່​ໄດ້​ພັກຜ່ອນ​ຢ່ອນ​ໃຈ​ຢ່າງ​ບັງ​ເກີດ​ຜົນ​ຕາມ​ຫລັກ​ວິທະຍາສາດ​ຫລັງ​ອອກກຳລັງ​ກາຍ.


ຫລັງ​ອອກກຳລັງ​ກາຍ​ແລ້ວ,ກ່ອນ​ອື່ນບໍ່​ຄວນ​ກິນ​ເຂົ້າ​ໃນ​ທັນທີ.​ໃນ​ເວລາ​ອອກກຳລັງ​ກາຍ,​ເສັ້ນປະສາດ​ກາງ​ຢູ່​ໃນ​ສະພາບ​ຕື່ນ​ເຕັ້ນຢ່າງ​ສູງ.​ໃຕ້​ຜົນ​ສະທ້ອນ​ຂອງ​ມັນ,ລະບົບ​ເສັ້ນປະສາດ​ສຳຜັດ​ສຳຮອງ​ຂອງ​ຕັບ​ໄຕ​ໄສ້​ພຸງ​ໄດ້​ເພີ່ມ​ທະວີ​ການ​ລະງັບ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ຍ່ອຍ​ອາຫານ.ພ້ອມ​ກັນນັ້ນ,​ໃນ​ເວລາ​ອອກກຳລັງ​ກາຍ,​ເລືອດ​ໃນ​ທົ່ວ​ຮ່າງກາຍ​ໄດ້​ສະຫນອງ​ຄວາມ​ຕ້ອງການ​ຂອງ​ອະ​ໄວ​ຍະ​ວະ​ອອກກຳລັງ​ກາຍ​ຢ່າງ​ຂ້ອນ​ຂ້າງ​ໂຮມ​ສູນ,ສ່ວນ​ການ​ສະຫນອງ​ເລືອດ​ໃຫ້​ອະ​ໄວ​ຍະ​ວະ​ຕ່າງໆ​ໃນ​ທ້ອງນັ້ນພັດ​ຫນ້ອຍ​ລົງ​ໂດຍ​ທຽບ​ຖານ.ປັດ​ໄຈ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ການ​ເຄື່ອນ​ເຫນັງ​ຂອງ​ກະ​ເພາະ​ອາຫານ​ແລະ​ລຳ​ໄສ້​ອ່ອນ​ລົງ,ການ​ຂັບ​ຍ່ອຍຂອງ​ຕ່ອມ​ຍ່ອຍ​ອາຫານ​​ຊະນິດ​ຕ່າງໆ​ກໍ່​ຫລຸດ​ຫນ້ອຍ​ລົງ​ຢ່າງ​ຫລວງຫລາຍ.ຖ້າ​ພັກ​ກິນ​ເຂົ້າ​ໂລດ,ກໍ່​ຈະ​ເພີ່ມ​ພາລະ​ໃຫ້​ແກ່​ອະ​ໄວ​ຍະ​ວະ​ຍ່ອຍ​ອາຫານ, ພາ​ໃຫ້ສັບພະ​ຄຸນສັບ​ສົນ,ຈົນ​ກະທັ້ງພາ​ໃຫ້​ເປັນ​ພະຍາດ​ຕ່າງໆ​ໄດ້.


ຫລັງ​ອອກກຳລັງ​ກາຍແລ້ວ​ກໍ່​ຕ້ອງ​ລະວັງ​ຢ່າ​ນັ່ງພັກຜ່ອນ.ຫລັງ​ອອກກຳລັງ​ກາຍ ຖ້າ​ນັ່ງ​ພັກຜ່ອນ​ໃນ​ທັນທີ,ຈະ​ກີດຂວາງ​ການ​ໄຫລຄືນ​ຂອງ​ເລືອດ​ໃນ​ຂາ.ກະທົບກະເທືອ​ນ​ເຖິງ​ການ​ໄຫວ​ວຽນ​ຂອງ​ເລືອດ,​ເຮັດ​ໃຫ້ຮ່າງກາຍ​ອິດ​ເມື່ອຍ​ຫນັກ​ເຂົ້າ.ຮ້າຍ​ແຮງ​ກວ່າ​ນັ້ນຈະ​ພາ​ໃຫ້​ມີ​ອາການສະຫຼົບ​ໄປ.ສະນັ້ນ,ຫລັງ​ອອກກຳລັງ​ກາຍ​ທຸກ​ຄັ້ງຄວນ​ປັບປຸງ​ຈັງຫວະ​ຫາຍ​ໃຈ,ຍ່າງ​​ແກວ່ງ​ແຂນ,​ແລະທຳ​ການ​ເຄື່ອນ​ໄຫວ​ພັກຜ່ອນ​ຢ່ອນ​ໃຈ​ບາງ​ຢ່າງ,ຊຸກຍູ້​ໃຫ້​ເລືອດ​ໃນ​ແຂນ​ຂາ​ໄຫລ​ຄືນ​ສູ່​ຫມາກ​ຫົວ​ໃຈ,​ເພື່ອ​ເພີ່ມ​ອັອກຊີ​ແຊນ,​ເລັ່ງການຟື້ນ​ປູກຳລັງ​ກາຍ​ໃຫ້​ໄວ​ເຂົ້າ​ແລະ​ຫາຍ​ເມື່ອຍ.


ສາມ,ການ​ອອກກຳລັງ​ກາຍ​ມັກ​ເຮັດ​ໃຫ້​ຄົນ​ເຮົາ​ເຫື່ອ​ໄຫລ​ໄຄ​ຍ້ອຍ,ຄຽງ​ຄູ່​ກັບ​ການ ສິ້ນ​ເປືອງ​ນ້ຳ​ເປັນ​ຈຳນວນ​ຫລວງ​ຫລາຍ,ຫລັງ​ອອກກຳລັງ​ກາຍ​​ແລ້ວ​ມັກ​ຮູ້ສຶກ​ຄໍ​ແຫ້ງ ຢາ​ກກິນ​ນ້ຳ​ຫລາຍ,​ໃນ​ເວລາ​ນີ້​ຕ້ອງລະວັງ​ຢ່າ​ຟ້າວ​ກິນ​ຂອງ​ເຢັນ​ໃນ​ທັນທີ.ນີ້​ແມ່ນ​ຍ້ອນ​ວ່າ,​ໃນ​ເວລາ​ນັ້ນ,ລະບົບ​ຍ່ອຍ​ອາຫານ​ຂອງ​ຄົນ​ເຮົາ​ຍັງ​ຢູ່​ໃນ​ສະພາບ​ລະງັບ,ມີ​ສັບພະ​ຄຸນ​ອ່ອນ.ຖ້າ​ກິນ​ຂອງ​ເຢັນ​ເປັນ​ຈຳນວນ​ຫລວງຫລາຍ​ເພື່ອ​ສະບາຍ​ແລະແກ້​ຄໍ​ແຫ້ງ,ມັກ​ພາ​ໃຫ້​ກະ​ເພາະ​ອາຫານ​ແລະ​ລຳ​ໄສ້​ບິດ,​ເຈັບທ້ອງ ທ້ອງ​ຊຸ,​ແລະ​ພາ​​ໃຫ້​ເປັນ​ພະຍາດ​ກະ​ເພາະ​ອາຫານ​ແລະ​ລຳ​ໄສ້.