ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 15:46:48    
ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ມະຫາ​ສະມຸດ​ອິນ​ເດຍ​ໄດ້​ສະ​ແດງຢ່າງ​ພົ້ນ​ເດັ່ນ​ໃຫ້​ເຫັນ​ຂໍ້ຂາດ​ຕົກ​ບົກ​ຜ່ອງ5​ຂໍ້ໃນ​ການ​ປ້ອງ​ກັນ​ໄພ​ແລະ​ກູ້​ໄພ​ຂອງ​ມວນ​ມະນຸດ

cri Author: mengmeng
ຕາມ​ຂ່າວCRI, ນັບ​ມາ​ຮອດ​ຕອນ​ຄ່ຳ​ວັນ​ທີ30​ທັນວາ, ​ແຜ່ນດິນ​ໄຫວ​ແຮງ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນ​ໃນ​​ເຂດ​ທະ​ເລ​ມະຫາ​ສະມຸດ​ອິນ​ເດຍ​ໄດ້​ເຮັດ​ໃຫ້1​ແສນ1​ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ​ແລ້ວ, ຈຳນວນ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຍັງ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມອີກ. ຄຽງ​ຄູ່​ກັບ​ວຽກ​ງານ​ກູ້​ໄພ​​ໄດ້​ລົງ​ສູ່​ລ່ວງ​ເລິກ, ຄົນ​ທັງຫຼາຍ​ກໍ່​ໄດ້ຕໍ່​ຜົນ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​​ເນື່ອງ​ຈາກ​ໄພພິບັດ​ບັ້ນນີ້. ອາດ​ເວົ້າ​ໄດ້​ວ່າ, ຄື້ນທະ​ເລ​ຊູ​ນາ​ມີ​ບັ້ນ​ນີ້​ໄດ້​ສະ​ແດງ​ຢ່າງ​ພົ້ນ​ເດັ່ນໃຫ້​ເຫັນ​​ຂໍ້​ຂາດ​ຕົກ​ບົກ​ຜ່ອງ5​ຂໍ້ໃນ​ການ​ປ້ອງ​ກັນ​​ໄພ​ແລະ​ກູ້​ໄພ​ຂອງ​ມວນ​ມະນຸດ​.

ກ່ອນ​ອື່ນ, ຂາດ​ກົນ​ໄກ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ບັງ​ເກີດ​ຜົນ. ປະຈຸ​ບັນ, ​ເຖິງ​ວ່າມ​ວນມະນຸດ​ຍັງ​ບໍ່​ສາມາດ​ຄວບ​ຄຸມ​ບໍ່​ໃຫ້​ເກີດ​ໄພ​ທຳ​ມະ​ຊາດ​ຕ່າງໆ​ເຊັ່ນ: ​ແຜ່ນດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ເປັນ​ຕົ້ນ, ​ແຕ່​ສາມາດ​ຜ່ານ​ຈາກ​ມາດ​ຕະການ​ເຕືອນ​ໄພ​ເປັນ​ຕົ້ນ​ຫຼຸດ​ຄວາມ​ເສຍ​ຫາຍ​​ໃຫ້​ໜ້ອຍ​ລົງ​ໄດ້. ພາຍຫຼັງ​ອາລັສກາ​ແຫ່ງອາ​ເມ​ລິ​ກາ​ເກີດ​ແຜ່ນດິນ​ໄຫວ​ແຮງ​ເຖິງ​ຂັ້ນ9,2​ລິກ​ເທີ​ແລະ​ພາ​ໃຫ້​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ​​ເມື່ອປີ1964​ແລ້ວ, ລະບົບ​ຕິດຕາມຄື້ນ​ທະ​ເລ​ແລະ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ແຄມ​ມະຫາ​ສະມຸດ​ປາຊີ​ຟິກກໍ່​​ໄດ້ສ້າງ​ຂຶ້ນ​ແລ້ວ. ​ແຕ່​ວ່າ, ລະບົບ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​ມະຫາ​ສະມຸດ​ອິນ​ເດຍ​ພັດ​ບໍ່​ໄດ້​ສ້າງ​ຂຶ້ນ​​​ເທື່ອ, ພາ​ໃຫ້​​ໂສກ​ນາດຕະກຳ​ເນື່ອງ​ຈາກ​ຄື້ນທະ​ເລ​ຊູ​ນາ​ມີ​ບັ້ນນີ້​ເກີດ​ຂຶ້ນ​ອີກຫຼັງ​ຈາກນັ້ນ40​ປີ.

ສອງ, ຂາດ​ກົນ​ໄກ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນຢ່າງ​​ເປັນ​ເອກະ​ພາບ​ກັນ​ແລະ​ປະສານ​ງານ​ກັນຫຼັງ​ປະສົບ​ໄພ. ພາຍຫຼັງ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ​ບັ້ນ​ນີ້​ແລ້ວ, ​ເຖິງ​ວ່າ​ລະດັບ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ປະສົບ​ໄພ​ອ່າວ​ຕ່ຳ​ແດ່​​ໂດຍ​ທົ່ວ​ໄປ, ພື້ນຖານ​ໂຄງ​ລ່າງ​ອ່ອນ​ແອ, ບໍ່​ສາມາດ​ໃຊ້​ມາດ​ຕະການ​ກູ້​ໄພ​ທີ່​ແຂງ​ແຮງ. ​ແຕ່​ຖ້າ​ມີ​ກົນ​ໄກ​ຮັບ​ມື​ສະພາບ​ສຸກ​ເສີນ​ທີ່​ສະ​ດວກ​ແລະ​​ເປັນລະບຽບ​ແລ້ວ, ພາຍຫຼັງ​ເກີດ​ໄພ​ແລ້ວ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສາມາດ​ຈັດ​ວາງ​ການ​ຍົກຍ້າຍ, ກອບ​ກູ້​ແລະ​ແຈກ​ຢາຍ​ວັດ​ສະດຸ​ຢ່າງ​ວ່ອງ​ໄວ​, ​ແລະ​​ແລ​ກປ່ຽນ​ແລະ​ແຈ້ງ​ຂ່າວ​ໃຫ້​ກັນຊາ​ບ​ແລ້ວ, ກໍ​ສາມາດ​ຫຼຸດຄວາມ​ເສຍ​ຫາຍ​​ໃຫ້​ໜ້ອຍ​ລົງ​ໃນ​ລະດັບ​ໃດ​ໜຶ່ງ.

ສາມ, ມີ​ສະຕິ​ຄວາມ​ປອ​ດ​ໄພ​ອ່ອນ​ແອ, ຂາດ​ການ​ຄາດ​ຄະ​ເນ​ຕໍ່​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ຂອງ​ໄພ​ພິບັດ. ຕາມ​ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ, ຜູ້​ຊ່ຽວຊານ​ອຸຕຸນິຍົມ​ໄທ​ໄດ້​ຮັບ​ຮູ້​ສະພາບ​ທີ່​ກ່ຽວຂ້ອງ​ໃນ​ເວລາ​ເກີ​ດ​ແຜ່ນດິນ​ໄຫວ, ​ແຕ່​ພັດ​ບໍ່​ໄດ້​ຄິດ​ເຖິງ​ຜົນ​ຮ້າຍ​ເປັນ​ໄພພິບັດແຜ່ນ​ອິນ​ໄຫວ​ອາດ​ຈະ​ນຳ​ມາໃຫ້​. ຈົນ​ມີ​ຂ່າວ​ລາຍ​ງານ​ວ່າ, ຜູ້​ຊ່ຽນ​ຊານ​ອຸຕຸນິຍົມ​ເປັນ​ຫ່ວງ​ວ່າ​ຄັນປະກາດ​ການ​ເຕືອນ​ໄພ​ຄື້ນທະ​ເລ​ຊູ​ນາ​ມີ​​ແລ້ວອາດ​ຈະ​ກະທົບ​ກະ​ເທືອ​ນ​ເຖິງ​ລາຍ​ຮັບ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ແລ້ວ​ຈິ່ງ​ປິດອຳ​ໄວ້​ບໍ່​ໄດ້​ລາຍ​ງານ, ມີ​ແຕ່​ຄອງ​ຄອຍ​ວ່າຈົ່ງ​​ໂຊກ​ດີ​ແລ້ວ​ຫຼີກ​ເວັ້ນການ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ.

ສີ່, ​​ແມ່ນເອົາ​ໃຈ​ໃສ່​​ນຳແຕ່​ປະສິດທິ​ຜົນ​ທາງ​ເສດຖະກິດ​ໄລຍະ​ສັ້ນ, ບໍ່​ເອົາ​ຫົວຊາ​ນຳ​ການ​ທຳລາຍ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ຄວາມ​ໄວ​ການ​ກະ​ໜ່ຳ​ແຜ່ນດິນ​​

ໃຫຍ່ຂອງ​ຄື້ນທະ​ເລ​ຊູ​ນາ​ມີ​ບັ້ນ​ນີ້​ໄວ​ຫຼາຍ, ຈົນ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ​ແລ້ວ​ບໍ່​ຮູ໊ຈະທຳ​ປະຕິກິລິຍາ​​ແນວໃດ. ສ່ວນ​ຜູ້​ຊ່ຽວຊານ​ອະນຸລັກ​ສິ່ງ​ແວດລ້ອມ​ຈຳນວນ​ໜຶ່ງ​ຊີ້​ອອກ​ວ່າ, ທີ່​ຈິງ​ແລ້ວ, ຢູ່​ແຄມ​ທະ​ເລ​ຂອງ​ຫຼາຍປະ​ເທດ​ປະສົບ​ໄພ​, ​ແຕ່​ກ່ອນ​ມີ​ປ່​າ​ໄມ້​ແດງ​ເຊິ່ງ​ເປັນສິ່ງ​ກຳ​ບັງທຳ​ມະ​ຊາດ​ທີ່​ສາມາດ​ຫຼຸດ​ຄວາມ​ໄວ​ແລະຄວາມ​ແຮງ​ຂອງ​ຄື້ນທະ​ເລ​ຊູ​ນາ​ມີ, ​ແຕ່​ຍ້ອນ​ວ່າມ​ວນມະນຸດ​ມີ​ແຕ່​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​​ໃນ​ໄລຍະ​ນັ້ນ, ປ່າ​ໄມ້​ແດງ​ຖືກ​ທຳລາຍ​ຢ່າງ​ມີ​ລັກສະນະ​ລ້າງຜານ. ພ້ອມ​ກັນ​ນັ້ນ, ການ​ສ້າງ​ສິ່ງ​ກໍ່ສ້າງ​ລື້​ນ​ເລີງທ່ອງ​ທ່ຽວ​ຢູ່ແຄມ​ທະ​ເລ​ຢ່າງ​ຫຼວງ​ຫຼາຍນັ້ນ, ກໍ​ເປັນຄວາມ​ອັນຕະລາຍ​ທີ່​​ແຝງ​ຢູ່​ໃນ​ເມື່ອເກີດ​ຄື້ນທະ​ເລ​ຊູ​ນາ​ມີ​ຈິ່ງພາ​ໃຫ້​ມີ​ຄົນຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ​ແລະ​ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງ​ໜັກໜ່ວງ.

ຫ້າ​ແມ່ນຫຼີກ​ລຽງ​ໜ້າ​ທີ່​ຮັບຜິດຊອບ​ແລະ​ພັນທະ, ຖື​ເອົາບັນຫາ​ທີ່​ມວນ​ມະນຸດ​ພ້ອມ​ກັນ​ປະ​ເຊີນ. ​ໄພ​ທຳ​ມະ​ຊາດ​ອາດ​ຈ​ເກີດ​ຂຶ້ນ​ຢູ່​ທຸກ​​ເວລາ, ​ປະ​ເທດ​​ໃດ​ກໍ່ອາດ​ຈະ​ປະ​ເຊີນ, ສະ​ນັ້ນ, ການ​ປ້ອງ​ກັນ​ໄພ​ແລະ​ຕ້ານ​ໄພ​ແມ່ນ​ການ​ທ້າ​ທາຍ​ທີ່​ມວນ​ມະນຸດ​ພ້ອມ​ກັນ​ປະ​ເຊີນ. ບັນດາ​ປະ​ເທດ​ໃນ​ໂລກ​ມີ​ແຕ່​ເກາະ​ແຂນ​ກັນ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ, ຈິ່ງ​ຈະ​ສາມາດ​​ເຮັດ​ໃຫ້​ການ​ຂົ່ມ​ຂູ່​ຂອງ​ໄພພິບັດ​ທີ່​ມີ​ຕໍ່​ມວນ​ມະນຸດ​ຫຼຸດ​ເຖິງ​ລະດັບ​ຕ່ຳ​ສຸດ​ໄດ້. ​ແຕ່​ວ່າ, ​ໃນ​ໄລຍະ​ຕົ້ນ​ທີ່​ເກີດ​ໄພພິບັດ​ບັ້ນ​ນີ້, ປະ​ເທດ​ຈຳນວນ​ໜຶ່ງ​ທີ່​ບໍ່​ໄດ້ປະສົບ​ໄພ​​ໂດຍ​ກົງພັດ​ບໍ່​ໄດ້​ຮັບ​ຮູ້​ຄວາມ​ຮ້າຍ​ແຮງ​ຂອງ​ໄພ​ບັ້ນນີ້. ພາຍຫຼັງ​ໄດ້​ຮັບ​ຮູ້​ສະພາບ​ປະສົບ​ໄພ​ແລ້ວ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ຍັງ​ສືບ​ຕໍ່​ຜັກ​ຜ່ອນ​ຢູ່, ​ແລ້ວ​ຖືກ​ມວນ​ຊົນ​ປະ​ເທດ​ຕົນ​ຕິຕຽນ​ຢ່າງ​ຮຸນ​ແຮງ. ການ​ຊ່ອຍ​ເຫຼືອ​ກູ້​ໄພ​ງວດ​ທຳ​ອິດ​ຂອງ​ປະ​ເທດ​ພັດທະນາ​ຈຳນວນ​ໜຶ່ງ​ບໍ່ຫຼາຍປານ​ໃດ​ກໍ່​ພາ​ໃຫ້​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດຕິຕຽນ​.

ສິ່ງ​ທີ່​​ເປັນ​ໜ້າ​ດີໃຈ​ນັ້ນ​​ແມ່ນ, ປະຈຸ​ບັນ, ປະຊາ​ຄົມ​ໂລກ​ໄດ້​ຮັບຮູ້ຄວາມ​ໂຫດຮ້າຍ​ຂອງ​ໄພພິບັດ​ບັ້ນ​ນີ້​ແລ້ວ, ​ແລະ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​​ໄພ​ແລະ​ກູ້​ໄພ​ບັ້ນ​ນີ້​​ແບບບໍ່​ເຄີຍ​ມີ​ມາ​ກ່ອນ. ​ແຕ່​ວ່າ, ມີ​ແຕ່​ເຂົ້າ​ຮ່ວມ​ການ​ຕ້ານ​ໄພ​ແລະ​ກູ້​ໄພ​ໃນ​ສະ​ເພາະ​ໜ້າ​ນີ້​ແມ່ນ​ບໍ່ພໍ​ເທື່ອ, ​ການ​ທີ່​ຈະເຮັດ​​ແນວ​ໃດ​ສະຫຼຸບ​ບົດຮຽນ​ແລະ​ຫຼີກ​ເວັ້ນບໍ່​ໃຫ້​​ໂສກ​ນາດ​ຕະກຳ​ແບບ​ນີ້​ເກີດ​ຂຶ້ນ​ອີກ​ຈິ່ງ​ແມ່ນ​ບັນຫາ​ທີ່​ມວນ​ມະນຸດ​ຄວນ​ພິຈາລະນາ​ແລະ​ໃຊ້​ມາດ​ຕະການ​ຮັບ​ມື.