ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 16:25:19    
ກິນ​ໝີ່​ຫໍ່​ແນວ​ໃດ​ຈຶ່ງ​ມີ​ສຸຂະ​ພາບ​ແຂງ​ແຮງ

cri Author: zl
ປະຈຸ​ບັນ, ໝີ່​ຫໍ່​ໄດ້ມີ​ຢູ່​ທົ່ວ​ໂລກ​ແລ້ວ,​ໄດ້​ກາຍ​ເປັນ​ອາ​ຫານ​ທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.​ເວົ້າ​ສຳ​ລັບ​ຄົນ​ໃນ​ຍຸກ​​ປະຈຸ​ບັນທີ່​ຂຸ້ນ​ນຳ​ວຽກ​ແລ້ວ,​ການ​ກິນ​ໝີ່​ຫໍ່​ອາດ​ຈະ​ແມ່ນ​ເລື່ອງ​ທີ່​ຫຼີກ​ເວັ້ນ​ໄດ້​ຍາກ.

ຕາມ​ເລົ່າ​ລື​ກັນ​ວ່າ,​ ຜູ້​ທີ່​ເຮັດ​ໝີ່​ຫໍ່​ກ່ອນ​ໝູ່​ແມ່ນ​ພໍ່ຄົວ​ຢູ່​ເຮືອນ​ຜູ້​ວ່າ​ການ​ກິ່ງ​ແຂວງ​ຢາງ​ໂຈ​ວທີ່​ມີ​ນາມສະ​ກົນ​ອີ່​ຂອງ​ປະ​ເທດ​ຈີນ.ພໍ່​ຄົວ​ຜູ້​ນີ້​​ເອົາ​ໄຂ່​ໄກ່​ປົນ​ໃສ່​ແປ້ງ,​ເຮັດ​ເປັນ​​ແຜ່ນ​ບາງໆ,​ແລ້ວ​ຊອຍ​ເປັນ​ເສັ້ນ​,ຕົ້ມ​ໃຫ້​ສຸກ,​ແລ້ວ​​ເອົາ​ລົງ​ຈືນ​ໃສ່ນ້ຳ​ມັນ​ໃນ​ທັນທີ​ແລະ​ຕາກ​ແຫ້ງ.​ໝີ່​ແບບ​ນີ້ ຖ້າ​ວ່າ​​ແຊ່ໃສ່​ນ້ຳ​ຮ້ອນ ກໍ​ຈະ​ອ່ອນ ຈະ​​ກິນ​ເວລາ​ໃດ​ກໍ​ໄດ້,​ມັນ​ສະ​ດວກ​ທີ່​ສຸດ.

ການ​ປະ​ກົດ​ມີ​ໝີ່​ຫໍ່,​ໄດ້​ເຮັດ​ໃຫ້​ເກີດມີ​ກະ​ແສ​ຮ້ອນ​ໃນ​ຂະ​ແໜງ​ການ​ອາ​ຫານ​ການ​ກິນ,​ມັນ​ສອດ​ຄ່ອງ​ກັບ​ຈັງ​ຫວະ​ໄວ​​ແຫ່ງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຍຸກ​ປະຈຸ​ບັນ,ທັງ​ປະ​ຢັດ​ເວ​ລາ,ສະ​ນັ້ນ,​ໝີ່​ຫໍ່ໄດ້​ປະ​ກອບ​ສ່ວນ​ທີ່​ປະ​ໝາດ​ບໍ່​ໄດ້.​ການ​ກິນ​ໝີ່​ຫໍ່ ຕ້ອງ​ເອົາ​ໃຈ​ໃສ່​ນຳ​ການ​ມີ​ຜົນ​ດີ​ຕໍ່ສຸ​ຂະ​ພາບ,​ເພາະ​ວ່າ,​ເຖິງ​ວ່າ​​​ຂະ​ແໜງ​ການ​ອາ​ຫານ​ການ​ກິນ​ໄດ້​ມີ​ຄວາມ​ກ້າວ​ໜ້າ, ໝີ່​ຫໍ່ກໍ​ນັບ​ມື້​ນັບ​ແຊບ​ຂຶ້ນ​ກໍ​ຕາມ,​ແຕ່​ຍັງ​ເຮັດ​ໃຫ້​ຄົນ​ເຮົາ​ຮູ້​ສຶກ​ວ່າ,​ມັນ​ບໍ່​ສອດ​ຄ່ອງ​ກັບ​ຫຼັກ​ການ​ສຸຂະ​ພາບ,​ແຕ່​ຄັນ​ປຸງ​ແຕ່ງ​​ແລ້ວ,​​ແລະ​ໃສ່​ເຄື່ອງ​ປຸງ​ແຕ່ງ​ອີກ,ກໍ​ຈະ​ມີ​ຜົນດີ​ຕໍ່​ສຸຂະ​ພາບ​ໄດ້.

ຕໍ່​ໄປ ​ແມ່ນ​ວິທີ​ກິນ​ໝີ່​ຫໍ່:

1, ​ດີ​ທີ່​ສຸດ​ແມ່ນ​ຕົ້ມ,​ແລ້ວ​ໃສ່​ຊີ້ນ​ໃສ່​ຜັກ​ທີ່​ຕົນ​ມັກ,​ເພື່ອ​ເພີ່ມ​ຕື່ມ​ວິຕາ​ມີນ,​ໂປຼຕີນ​ແລະ​​ໃຍ​​ອາ​ຫານ​ເປັນ​ຕົ້ນ.​ນອກ​ນີ້,ກໍ​ສາມາດ​ໃສ່​ເຄື່ອງ​ປຸງ​ແຕ່ງ​​ຈຳນວນ​ໜຶ່ງ​ຕາມ​ໃຈ​ມັກ,ສຸດ​ທ້າຍ​ໃສ່​ໄຂ​ໄກ່​ໜ່ວຍ​ໜຶ່ງ,​ທາດ​ບຳລຸງ​ກໍ​ພຽງພໍ​ສົມບູນ​ແລ້ວ.​

​2, ໃນ​ເວລາ​ກິນ​ໝີ່​ຫໍ່,ດີ​ທີ່​ສຸດ​ແມ່ນ​ຖອກ​ນ້ຳ​ແຊ່​ໝີ່​ເທື່ອ​ທຳ​ອິດ​ຖິ້ມ,​ແລ້ວ​ໃສ່​ນ້ຳ​ຟົດ​ຫຼື​ແກງ​ອື່ນ; ດີ​ທີ່​ສຸດ​ຢ່າ​ໃສ່​ເຄື່ອງ​ປຸງ​ໝົດ,​ເອົາ​ແຕ່​ເຄິ່ງ​ໜຶ່ງ​ກໍ​ພໍ​ແລ້ວ,​ແລ້ວ​​ໃສ່​ເຄື່ອງ​ປຸງ​ອື່ນໆ​ທີ່​ມີ​ຜົນ​ດີ​ຕໍ່​ຮ່າງ​ກາຍ​,​ເຮັດ​ແນວ​ນີ້​ບໍ່​ພຽງ​ແຕ່​ມີ​ລົດ​ແຊບ​ນົວ​,ທັງ​​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​​ການ​ທີ່​ມີ​ຜົນ​ບໍ່​ດີ​ຕໍ່​ສຸຂະ​ພາບ.

3, ການ​ກິນ​ໝີ່​ຫໍ​່​ທຸກ​ມື້​ໄດ້​ບໍ່?ນັກ​ໂພ​ສະນາ​ການ​ບອກ​ພວກ​ເຮົາ​ວ່າ,​ເວົ້າ​ໃນດ້ານ​ໂພ​ສະນາ​ການ​ແລ້ວ,​ບໍ່​ຄວນ​ກິນ​ໝີ່​ຫໍ່​ເລື້ອຍໆ,​ເພາະ​ວ່າໝີ່​ຫໍ່​ມີຜົນ​ຮ້າຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ສຸຂະ​ພາບ.ຄັນ​ຊັ້ນ,ຈະ​ກິນ​ໝີ່​ຫໍ່​ແນວ​ໃດ ຈຶ່ງ​ມີ​ສຸຂະ​ພາບ​ແຂງ​ແຮງ​ໄດ້?ທຳ​ມະ​ດາ​ແລ້ວ,​ອາທິດ​ໜຶ່ງ​,ຜູ້​ໃຫຍ່​ກິນ​ໝີ່​ຫໍ່​ສອງ​ສາມ​ຫໍ່​ບໍ່​ເປັນ​ຫຍັງ​ດອກ,​ແຕ່​ກິນ​ໝີ່​ຫໍ່​ແມ່ນ​ຍ້ອນ​ບໍ່​ມີ​ເວລາ​ແຕ່ງ​ອາ​ຫານ, ຢ່າງ​ຫຼາຍ​ມື້ໜຶ່ງ​ກິນ​ຫໍ່​ໜຶ່ງ​ໄດ້,​ແຕ່​ບໍ່​ຄວນ​ກິນ​ທຸກ​ມື້​,​ໂດຍ​ສະ​ເພາະ​ແມ່ນ ບໍ່​ຄວນ​ກິນໝີ່​ຫໍ່​ແທນ​ເຂົ້າ​ເຊົ້າ.

4, ຜູ້​ທີ່​ກິນໝີ່​ຫໍ່​ເລື້ອຍໆ​ນັ້ນ,​ໃນຍາ​ມ​ທຳ​ມະ​ດາ​,ມື້​ໜຶ່ງ​ຕ້ອງ​ກິນໄຂ່​ໄກ່​ໜ່ວຍ​ໜຶ່ງ​ຫຼື​ສອງ​ໜ່ວຍ,ຫຼື​ກິນ​ຂະ​ໜົມ​ເຄັກ 2 ຫາ​ 4 ກ້ອນ,​ໝາກ​ໄມ້​ສົດ​ເຊັ່ນ ໝາກ​ໂປມ,​ໝາກ​ຈອງ,​ໝາກ​ເຫຼ່ນ​ແລະ​ໝາກ​ແຕງ​ເປັນ​ຕົ້ນ 1 ຫາ 4 ໜ່ວຍ,​ໂຊ​​ໂກ​ລາ​ສອງ​ແຜ່ນ,​ນົມ​ງົວ​ໜຶ່ງ​ຈອກ​ຫຼື​ຊີ້ນ​ງົວ​ແຫ້ງ,ຊີ້ນ​ໝູ​ແຫ້ງ 100 ກຼາມ.​ການ​ເຮັດ​ແນວ​ນີ້​ຈຶ່ງ​ສາມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ທາດ​ບຳລຸງ​ຂອງ​ຮ່າງກາຍຄົນ​ເຮົາ​ໄດ້.