ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 17:41:41    
ໃຜ​ມາ​ນຳ​ພາ​ການ​ເຄື່ອນ​ໄຫວ​ກອບ​ກູ້​ພາຍ​ຫລັງ​ປະ​ສົບ​ໄພ

cri

CRI ລາຍ​ງານ​ວ່າ,ຢູ່ເຂດທະ​ເລ​ມໍ່​ເກາະ​ຊູ​ມັດຕຼາແຫ່ງອິນ​ໂດ​ນີ​ເຊຍ​ເກີດ​ແຜ່ນດິນ​ໄຫວແຮງ​ແລະ​ຄື້ນທະ​ເລ​ຊູ​ນາມີ,​ໄດ້​ເປັນໄພພິບັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃຫ້​ແກ່ປະ​ເທດ​​ໃນ​ອາຊີ​ອາຄະ​ເນ ອາຊີ​ໃຕ້​ຕະ​ຫຼອດ​ຮອດ​ປະ​ເທດ​ອາ​ຟຼລິ​ກາ​ຕາ​ເວັນ​ອອກ​ຢູ່ ​ແຄມ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ ມີ​ 1 ​ແສນ 2 ຫມື່ນ​ກວ່າ​ຄົ​ນປະສົບ​ເຄາະ​ຮ້າຍຢ່າງ​ບໍ່ເປັນຈັ່ງບຸນ,ປະຊາກອນທີ່​ປະສົບ​ໄພ​ໄດ້​ບັນລຸ​​ເຖິງ 5 ລ້ານ​ຄົນ,ຄວາມ​ເສຍ​ຫາຍ​ດ້ານຊັບ​ສິນ​ໄດ້​ລື່ນ​ກາຍ 13 ຕື້​ໂດ​ລາ​ສະຫະລັດ,ໂດຍປະ​ເຊີນ​ຫນ້າ​ກັບ​ໄພພິບັດ​ບັ້ນ​ນີ້,ການ​ເຄື່ອນ​ໄຫວ​ກອບ​ກູ້​ສາກົນ​ທີ່​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ແລະ​ສັບສົນ​ກວ່າ​ຫມູ່​ໃນ​ປະຫວັດສາດ​ໄດ້​ເລ່ີມຈັດຂຶ້ນ.ການ​ປະສານງານການ​ເຄື່ອນ​ໄຫວ​ກອບ​ກູ້​ສາກົນກໍ​ປະສົບ​ການ​ທ້າ​ທາຍ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​.

ໂດຍປະ​ເຊີນ​ຫນ້າ​ໄພພິບັດ​ຢ່າງ​ກະທັນ​ຫັນ,ປະ​ເທດ​ທີ່​ປະສົບ​ໄພ​ພາ​ກັນ​ໃຊ້​ມາດ​ຕະການ​ດຳ​ເນີນການ​ກອບ​ກູ້,​ແຕ່​ວ່າ​ປະ​ເທດ​ພວມ​ພັດທະນາ​ທີ່ປະສົບ​ໄພເຫຼົ່ານີ້ທັງ​ບໍ່ມີກຳລັງ​ການ​ເງິນ​ພຽງພໍ,ທັງຂາດ​ບົດຮຽນ​ແລະ​ພາຫະນະ​ອັນ​ຈຳ​ເປັນໃນການຕ້ານໄພ,ສະ​ນັ້ນ,ຈິ່ງແບກຫາບ​ຫນ້າ​ທີ່​ອັນ​ຫນັກຫນາ​ໃນ​ດ້ານ​ຊຳລະ​​ຊາກ​ສົບ ກອບ​ກູ້​ຜູ່​ບາດ​ເຈັບ ຈັດ​ວາງ​ຜູ່​ປະສົບ​ໄພ ປ້ອງ​ກັນ​ບໍ່ໃຫ້ເກີດພະຍາດ​,​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່​ເປັນ​ຕົ້ນ,ດອກ​ເຕີ ​ເດ​ວີດ ນາ​ບາໂລ ຜູ່​ຊ່ຽວຊານ​ຊັ້ນສູງ​ຂອງ​ອົງການ​ອະນາ​ໄມ​ໂລກ​ຕັກ​ເຕືອນ​ວ່າ,ນອກຈາກ​ເຄື່ອງ​ປະກອບ​ປິ່ນປົວກອບ​ກູ້​ທີ່​ໃຊ້​ໃນ​ການ​ ​ກູ້​ໄພແລະ​ນ້ຳ​ດື່ມ​ຂົນ​ສົ່ງ​ໄປຮອດ​ຢ່າງ​ວ່ອງ​ໄວ​ເທົ່ານັ້ນ,ຖ້າ​ບໍ່​ດັ່ງ​ນັ້ນ,ເມື່ອ​ໃດ​ພະຍາດ​ລະບາດ,ຜົນ​ຮ້າຍຢ້ອນ​ຫລັງ​ອາດ​ຈະ​ຍິ່ງເປັນຕາຢ້ານ​ຈຳນວນ​ຜູ່​ຕາຍ​ຍັງຈະຫຼາຍກວ່າໃນ​ປະຈຸ​ບັນ​ຊ້ຳ

​ແຕ່​ວ່າ,ການດຳ​ເນີນ​ການ​ເຄື່ອນ​ໄຫວ​ກອບ​ກູ້​ຢ່າງ​ຂະຫນາດ​ໃຫຍ່​ພ້ອມ​ກັນ​ແມ່ນ​ບັນຫາຍາກຂວາງຫນ້າຢູ່​ປະຊາ​ຄົມ​ໂລກ,ພາຍຫລັງ​ເກີດ​ໄພພິບັດ​ແລ້ວ,​ໄດ້​ມີ 30 ກວ່າ​ປ​ະ​ເທດ​ແລະ​ອົງການ​ສາກົນ​ຈຳນວນ​ຫນຶ່ງ​ຈົນຮອດສ່ວນ​ບຸກຄົນຫຼືວ່າຍໍລິຈາກ​ເງິນ ຫຼື​ວ່າສະຫນອງ​ວັດ​ສະດຸ ຫຼື​ວ່າແຕ່ງ​ຫນ່ວຍ​ກອບ​ກູ້​ເຂົ້າ​ຮ່ວມ​ຖັນ​ແຖວ​ກູ້​ໄພ,ຈະ​ເຮັດແນວໃດປະ​ເມີນ​ລະດັບ​ປະສົບໄພ​ແລະ​ການ​ຊ່ອຍ​ເຫຼືອ​ທີ່​ເຂດ​ປະສົບໄພ​ຕ້ອງການ,ຈະ​ຊັບຊ້ອນ​ຍົນ​ທີ່​ຂົນ​ສົ່ງ​ວັດ​ສະດຸກ​ອບກູ້​ໄພ​ຫຼາຍ​ຮ້ອຍ​ລຳ​ທີ່​ບັນດາ​ປະ​ເ​ທດ​ແຕ່ງ​ອອກ​ແລະ​ຮັບປະກັນ​ວັດ​ສະ​ດຸ​ກູ້​ໄພ​ເຫຼົ່າ​ນີ້​ແຈກ​ຢາຍ​ເຖິງ​ໃນ​ມື​ຂອງ​ຜູ່​ປະສົບ​ ໄພຢ່າງ​ວ່ອງ​ໄວ​ແລະ​ມີ​ປະສິດທິ​ຜົນ​,ປະ​ເທດ​ທີ່​ຮັບການ​ຊ່ອຍ​ເຫຼືອ​ອາດ​ຈະ​ຄຳ​ນິງ​ບໍ່​ເຖິງ,ສະ​ນັ້ນ,ຈິ່ງ​ຕ້ອງ​ການ​ປະຊາ​ຄົມ​ໂລກ​ປະ​ສານ​ງານ​ການ​ເຄື່ອນ​ໄຫວ​ກອບ​ກູ້.

ຄົນ​ທັງຫຼາຍ​ສົນ​ໃຈ​ວ່າສະຫະ​ປະຊາ​ຊາດ​ເຊິ່ງ​ເປັນ​ອົງການ​ສາກົນ​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ​ຕ້ອງແບກ​ຫາບ​ຫນ້າ​ທີ່​ອັນ​ຫນັກ​ຫນາ​ໂດຍ​ປັດ​ເຂ່ຍ​ບໍ່​ໄດ້,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ໂທລະສັບລົມ​ກັບ​ຜູ່​ນຳ​ຂອງ​ປະ​ເທ​ດທີ່​ປະສົບ​ໄພ​ທັງ​ຫມົດ​ໄດ້​ຊອກ​ຮູ້​ຄວາມ​ຕ້ອງ​ການ​ຊ່ອຍ​ເຫຼືອ​ຂອງ​ບັນ​ດາ​ປະ​ເທດ,​ທ່ານ​ຍັງ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ຜູ່​ນຳ​ປະ​ເທດບໍລິຈາກ​ຕົ້ນ​ຕໍ​ໄດ້​ຊອກ​ຮູ້​ການ​ຄືບ​ຫນ້າ​ຂອງ​ວຽກ​ງານ​ກູ້​ໄພ,​ ວັນ​ທີ 30 ທັນວາທ່ານ​ອານ​ນານ​ເວົ້າ​ວ່າ,ສະຫະ​ປະຊາ​ຊາດ​ແມ່ນ​ກຳລັງ​ຫນູນ​ຫລັງ​ຢ່າງ​ເຂັ້ມແຂງຂອງ​ປະ​ເທດ​ປະສົບ​ໄພ,ທ່ານ​ຍັງ​ຊີ້​ອອກ​ວ່າ,ສິ່ງ​ທີ່​ຕ້ອງການ​ທີ່ສຸດໃນ​ປະຈຸ​ບັນ​ນີ້​ແມ່ນ​ປະຊາ​ຄົມໂລກ​ປະສານງານ​ເປັນ​ເອກະສັນ​ກັນ​ດຳ​ເນີນ​ວຽກ​ງານ​ຕ້ານ​ໄພ,ນີ້​ແມ່ນ​ປະຖົມ​ປັດ​ໃຈ​ທີ່​ພາວຽກ​ງານ​ຕ້ານ​ໄພ​ໄດ້​ຮັບ​ຜົນສຳ​ເລັດ,ວັນ​ທີ 28 ທັນວາ,ທ່ານ​ເອກແລນຮອງ​ເລຂາທິການ​ໃຫຍ່ສະຫະປະຊາຊາດທີ່​ຮັບຜິດ​ຊອບ​ວຽກ​ງານ​ຊ່ອຍກອບ​ກູ້​ມະນຸດສະທຳ​​ໄດ້​ຮຽກຮ້ອງບັນດາ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ປະ​ເ​ທດພັດທະນາຈົ່ງ​ສະຫນອງການ​ຊ່ອຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້​ປະ​ເທດ​ປະສົບ​ໄພ,ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ ​ກູ້​ໄພ​ແລະ​ສ້າງສາຄືນໃຫມ່ສະຫະ​ປະຊາ​ຊາດ​ໄດ້​ແຕ່ງ 4 ຫນ່ວຍ​​ງານປະສານ​ງານປະ​​ເມີນ​ແລະ​​ກູ້​ໄພເພື່ອ​ຊ່ອຍ​ເຫຼືອ​ປະ​ເທດ​ອາຊີ​ທີ່​ປະສົບ​ໄພ​ຫນັກ​ຫນ່ວງ​ດຳ​ເນີນ​ວຽກ​ງານກູ້ໄພ.

ຄື​ດັ່ງ​ທ່ານ​ກົດຟຼີ ຜູ່​ຊ່ຽວຊານ​ຊ່ອຍ​ເຫຼືອ​ມະນຸດສະທຳ​ເວົ້າ​ວ່າ,​ໃນ​ການ​ເຄື່ອນ​ໄຫວ​ຊ່ອຍ​ເຫຼືອ​ສາກົນ​ເທື່ອ​ນີ້,ສະຫະ​ປະຊາ​ຊາດໄດ້ເປັນຕົວສະແດງສຳຄັນ,ຄົນ​ທັງຫຼາຍ​ສົນ​ໃຈ​ວ່າ​ປະ​ເທດຈຳນວນຫນຶ່ງໄດ້ສະ​ເຫ​ນີໃຫ້​ສ້າງ​ສະຫະພັນ​ຊ່ອຍ​ເຫຼືອ​ເຊິ່ງແມ່ນອາ​ເມ​ລິ​ກາ ຍີ່​ປຸ່ນ​ອົສຕຼາລີ​ແລະ​ອິນ​ເດຍ​ເປັນ​ແກນ​ກາງ,ພວກ​ເຮົາ​ເຫັນ​ວ່າ,ການ​ເຄື່ອນ​ໄຫວ​ຊ່ອຍ​ກອບກູ້ສາກົນ​ຄວນ​ໃຫ້​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍບົດບາດ
ນຳ​ພາ,ປະ​ເທດ​ພັດທະນາ​ຄວນ​ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຂອງ​ສະຫະ​ປະຊາ​ຊາດ,ເປັນເຈົ້າການຈັດການ​ເຄື່ອນ​ໄຫວ​ກອບ​ກູ້ຂອງຕົນເຂົ້າ​ໃນ​ໂຄງ​ຮ່າງ​ຂອງ​ສະຫະ​ປະຊາ​ຊາດ,ຫາກ​ບໍ່​ແມ່ນ​ຢາກຫຼີກຫຼົບ​ສະຫະ​ປະຊາ​ຊາດ,ມີ​​ແຕ່​ເຮັດແນວ​ນີ້,ຄວາມ​ພະຍາຍາມ​​ກູ້​ໄພ​ຂອງ​ປະຊາ​ຄົມ​ໂລກ​ຈິ່ງ​ຈະ​​ຂະຫຍາຍ​ໄປ​ຕາມທິດ​ທາງ​ທີ່​ວ່ອງ​ໄວ ມີປະສິດທິຜົນ​ສູງ​ແລະ​ເປັນລະ​ບຽບໄດ້.