ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 22:40:49    
ໜ້າ​ທີ່​​ຮີບ​ດ່ວນ​ຂອງ​ປະຊາ​ຄົມ​ໂລກ​ໃນ​ສະ​ເພາະ​ໜ້າ​ນີ້​ແມ່ນການ​ປ້ອງກັນ​ພະຍາດ​ລະບາດ​ຫລັງ​ໄພພິບັດ

cri Author: MO
ຕາມ​ຂ່າວCRI: ຢູ່​​ເຂດ​ທະ​ເລມໍ່​ເກາະ​ຊູ​ມັດຕຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ແຮງ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ, ​ໄດ້​ເຮັດ​ໃຫ້​ພາກ​ພື້ນມະຫາ​ສະໝຸດ​ອິນ​ເດຍປະສົບ​ໄພພິບັດ​ທຳ​ມະ​ຊາດ​ອັນ​ຮ້າຍ​ແຮງ​ທີ່​ສຸດໃນ​ຫລາຍ​ສິບ​ປີ​ມາ​ນີ້. ຕາມ​ໄພພິບັດ​ທຳ​ມະ​ຊາດທຸກ​ເທື່ອ​ທີ່​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ, ​ຫລັງຈາກ​ເກີດໄພພິບັດ​ແລ້ວ​ມັກ​ມີ​ພະຍາດ​ລະບາດ​ເກີດ​ຂຶ້ນ, ສະນັ້ນ, ​​ເວົ້າສຳລັບປະຊາ​ຄົມ​ໂລກ​ແລ້ວ, ໜ້າ​ທີ່​​ຮີບ​ດ່ວນໃນສະ​ເພາະ​ໜ້າ​ນີ້ກໍ​ແມ່ນ​​ເຮັດແນວ​ໃດປ້ອງ​ກັນ​ພະ​ຍາດ​ລະບາດ​​ຫລັງ​ໄພພິບັດ, ຖ້າ​ບໍ່​ດັ່ງນັ້ນ, ຄວາມ​ອັນຕະລາຍ​ຂອງ​ພະຍາດ​ລະບາດ​​ອາດ​ຈະຮ້າຍ​ແຮງ​ກວ່າ​ໄພພິບັດອີກ​ຊ້ຳ.

ພະຍາດ​ຕິດ​ແປດ​ທີ່​ລະບາດ​ຫລັງ​ຈາກ​ໄພ​ນ້ຳ​ຖ້ວມ, ຄວາມ​ຮ້າຍ​ແຮງ​ຂອງ​ມັນ​ບໍ່​ດ້ອຍ​ກວ່າ​ໄພ​ທຳ​ມະ​ຊາດ​ເດັດຂາດ. ​ເພາະວ່າ, ຄົນ​ເຮົາ​ຂາດ​ນ້ຳ​ກິນ ນ້ຳ​ໃຊ້​ບໍ່​ໄດ້​, ສ່ວນ​ໃນ​ເວລາ​ເກີດ​ໄພ​ນ້ຳ​ຖ້ວມ​ນັ້ນ, ​ໃນ​ແຫຼ່ງນ້ຳ​ຈະມີ​ເຊື້ອ​ໂຣກຊະນິດ​ຕ່າງໆ​ມາ​ຈາກ​ນາສວນ ຄອກ​ສັດ ຫລື​ດິນ​ຕົມ, ອາຈົມ​ແລະ​ປັດສາວະຂອງ​ຄົນ​ແລະ​ສັດ, ຖ້າ​ຄົນ​ກິນ​​ຫລື​ໃຊ້​ນ້ຳ​ທີ່​ແປດເປື້ອນ​ແນວ​ນີ້​ແລ້ວ, ກໍ​ຈະ​ຕິດ​ແປດ​ພະຍາດ. ພະຍາດ​​ປະ​ເພດນີ້ບາງ​ຢ່າງ​ຍັງ​ມີ​ໄລຍະ​ຝັກ​ຕົວ​ຂອງ​ພະຍາດ​, ຕາບ​ໃດ​ພະຍາດເກີດ​ຂຶ້ນ​ແລ້ວ, ​ແມ່ນ​​ຄວບ​ຄຸມ​ໄວ້​ຍາກທີ່​ສຸດ. ຕາມ​ບົດຮຽນ​ປະຫວັດສາດ, ພະຍາດລະບາດ​ດັ່ງກ່າວ​ບາງທີ​ຍັງ​ກາຍ​ເປັນ​ມູນ​ເຫດ​ທີ່​ພາ​ໃຫ້​ສັງຄົມ​ປັ່ນ​ປ່ວນ, ​ເຮັດ​ໃຫ້​ສັງຄົມ​ບໍ່​ສະຫງົບ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ເນັ້ນຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ, ຕ້ອງ​ເອົາ​ໃຈ​ໃສ່​​ໃນ​ທັນທີ​ຕໍ່​ບັນຫາຂາດ​ເຂີດອາຫານ​ຂາດ​ເຂີດ ສະພາບອະນາ​ໄມແລະ​ນ້ຳສະອາດ​ເປັນຕົ້ນ, ຮັບປະກັນ​ບໍ່​ໃຫ້​ເກີດ​ພະຍາດ​ຕິດ​ແປດ​ຢູ່​ເຂດ​ປະສົບ​ໄພ. ທ່ານ​​ເດ​ວິດ ນາ​ບາ​ໂລ ຜູ້ອຳນວຍການ​ບໍລິຫານ​ງານ​ຂອງອົງການ​ອະນາ​ໄມ​ໂລກ​ທີ່​ຮັບຜິດຊອບ​ວຽກ​ງານ​ພັດທະນາ​ແບບ​ຍືນ​ຍົງ​ແລະອະນາ​ໄມ​ສິ່ງ​ແວດ​ລ້ອມ​ໄດ້​ເຕືອນ​ວ່າ, ຢູ່​ເຂດ​ເກີດ​ຄື້ນທະ​ເລ​ຊູ​ນາ​ມີ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​​ເຂດ​ຫຼົບ​ໄພ​ທີ່​ມີ​ຜູ້​ປະສົບ​ໄພ​ໜາ​ແໜ້ນ, ຍ້ອນ​ຂາດ​ນ້ຳ​ແລະສິ່ງແວດ​ລ້ອມ​ການ​ກິດ​ການ​ຢູ່​ຂີ້​ຮ້າຍ, ອາດ​ຈະມີພະຍາດຖອກທ້ອງ​, ​ໄຂ້ຍຸງ, ​ໄຂ້​ເດັງ​ກ໌ ​ແລະ​ພະຍາດລະບົບ​ຫາຍ​ໃຈ​ອື່ນໆ, ຖ້າ​ມີພະຍາດ​ຕິດ​ແປດ​ເກີດ​ຂຶ້ນ​ຈະ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດຍິ່ງ​ຫລາຍ​ກວ່າ​ເກົ່າ.

ປະຈຸ​ບັນ, ການ​ປ້ອງ​ກັນ​ພະຍາດ​ຕິດ​ແປດລະບາດ​ໄດ້​ປະ​ເຊີນ​ຄວາມ​ຫຍຸ້ງຍາກ​ຫລາຍ. ກ່ອນ​ອື່ນ​ແມ່ນ​ບັນຫາ​​ທຶນ. ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອດ້ານວັດຖຸ​ແລະ​ເງິນ​ຄຳ​ຢ່າງຫລວງຫລາຍ​ແກ່​ເຂດປະສົບ​ໄພ​ກໍ​ຕາມ, ​ແຕ່​ປະຈຸ​ບັນ, ຢ່າງ​ໜ້ອຍ​ຍັງ​ຕ້ອງການອີກ 40 ລ້ານ​ໂດ​ລາ​ສະຫະລັດ​ຈຶ່ງ​ສາມາດຮັບປະກັນ​ສະໜອງ​ເຄື່ອງ​ໃຊ້​ປະຈຳ​ວັນ​ໃຫ້​ປະຊາຊົນ​ເຂດ​ປະສົບ​ໄພ​. ຖັດມາ​ແມ່ນ​ບັນຫາ​ຄົມມະນາຄົມ. ຄື້ນທະ​ເລ​ຊູ​ນາ​ມີ​ໄດ້​​ທຳ​ລາຍ​​ຄົມມະນາຄົມ​ທາງບົກ​ໃນ​ເຂດ​ປະສົບ​ໄພ​ຢ່າງ​ໜັກໜ່ວງ, ອັນ​ໄດ້​ຜູກ​ມັດ​ວຽກ​ງານ​ກອບ​ກູ້​ແລະ​​ຂົນ​ສົ່ງຫລາຍ​ທີ່​ສຸດ. ອົງການ​ອະນາ​ໄມ​ໂລກ​ກ່າວ​ເນັ້ນວ່າ, ​ຄວນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ນຳ​ແຂວງ​ອາ​ເຊ​ຢູ່​ເກາະ​ຊູ​ມັດຕຼາທີ່​ໃກ້​ກັບ​ແຫຼ່ງ​ແຜ່ນດິນ​ໄຫວ​ກວ່າ​ໝູ່. ​​ໃນແຂວງ​ດັ່ງກ່າວ​, ບໍ່​ພຽງ​ແຕ່ມີ​ຜູ້​ຕາຍ​ແລະ​ບາດ​ເຈັບ​ຫລາຍ​ທີ່​ສຸດທໍ່​ນັ້ນ, ​ໃນ​ຫລາຍ​ປີ​ມາ​ນີ້, ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດກໍ​ເກີດ​ຂຶ້ນ​ເລື້ອຍໆ, ​ເງື່ອນ​ໄຂ​ອະນາ​ໄມ​ຂີ້ຮ້າຍ​​ທີ່​ສຸດ, ສະນັ້ນ, ຈຶ່ງອັນ​ຕະລາຍທີ່​ສຸດ​ທີ່​ຈະເກີດ​​ພະຍາດ​ລະບາດ. ປະຈຸ​ບັນ, ຄົມມະນາຄົມ​ທາງ​ບົກ​ທີ່​ຈາກ​ແຂວງ​ອື່ນໆ​​ໄປ​ຫາ​ແຂວງ​ອາ​ເຊ​ເທິງ​ເກາະ​ຊູ​ມັດຕຼາ​ໄດ້​ຕົກ​ຢູ່​ໃນ​ສະພາບ​ເປັນ​ເປ້ຍ​ແລ້ວ. ສາມ, ​ໃນ​ດ້ານ​ການ​ຮ່ວມ​ມື​ຂອງ​ປະຊາ​ຄົມ​ໂລກ​ກໍ​ມີ​ບັນຫາ​ຈຳນວນ​ໜຶ່ງ. ​ການ​ກອບ​ກູ້​ຊ່ອຍ​ເຫຼືອຂອງສາກົນ​ພາຍ​ໃນ​ຂອບ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ການສະໜັບສະໜູນຈາກ​ປະຊາ​ຄົມ​ໂລກ​ສ່ວນ​ຫລາຍ, ​ແຕ່​ກໍ​ມີ​ປະ​ເທດ​ສ່ວນ​ໜ້ອຍ​ທີ່​ສຸດ​ຍ້ອນ​ຄຳນຶງເຖິງ​ຜົນ​ປະ​ໂຫຍ​ດຂອງປະ​ເທດ​ຕົນ, ​ເຈດ​ຕະນາບໍ່​ເອົາຫົວຊານຳ​ສະຫະ​ປະຊາ​ຊາດ, ສະ​ແຫວ​ງສິດ​ນຳພາ, ນີ້​ກໍຍ່ອມ​ຈະ​ນຳ​ເອົາ​ຜົນ​ສະທ້ອນ​ທາງ​ລົບມາ​ໃຫ້ວຽກ​ງານ​ກູ້​ໄພ​​ປ້ອງ​ກັນ​ພະຍາດ​ທີ່​ຮີບ​ດ່ວນ​ທີ່​ສຸດ​ນັ້ນ.

ໄພພິບັດ​ທຳ​ມະ​ຊາດ​​ແມ່ນ​ຄາດ​ຄະ​ເນຍາກ, ​ແຕ່​ອິງ​ຕາມ​ບົດຮຽນ​ທາງ​ບວກ​ແລະ​ທາງ​ລົບຂອງ​ມວນ​ມະນຸດ​ໃນ​ແຕ່​ກ່ອນ, ​ພະຍາດ​ຕິດ​ແປ​ດຫລັງ​ໄພພິບັດ​ແມ່ນ​​ເອົາຊະນະ​ໄດ້. ສະນັ້ນ, ພາຍ​ໃຕ້​ການ​ປະສານ​ງານຂອງ​ສະ​ຫະປະຊາ​ຊາດ, ປະ​ເທດ​ແລະ​ອົງການ​ຈັດຕັ້ງທີ່​ກ່ຽວຂ້ອງ​ຈະ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ, ພະຍາຍາມຫລຸດ​ຄວາມ​ອັນຕະລາຍ​ຂອງ​ພະຍາດ​ຕິດ​ແປດ​ໃຫ້​ໜ້ອຍ​ລົງ, ​ແມ່ນ​ບັນຫາສຳຄັນ​ທີ່​ຂາດ​ເຂີດ​ບໍ່​ໄດ້​ຂອງມະນຸດ​​ເຮົາ​​ໃນ​ການເອົາ​ຊະນະໄພ​ທຳ​ມະ​ຊາດ.