ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-01-02 17:22:26    
ພູ​ຜາ​ແມ່​ນ້ຳ​ກໍ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ----ປະ​ຊາ​ຊົນ​ຈີນ​ບໍລິຈາກ​ເງິນ​ໃຫ້​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ​ທີ່​ມະ​ຫາ​ສະ​ຫມຸດ​ອິນ​ເດຍ​ຢ່າງ​ຂະ​ຫຍັນ​ຫ້າວ​ຫັນ(ສຽງ)

cri Author: sayvanny

ແຜ່ນ​ດິນ​ໄຫວ​ແຮງ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​ທີ່​ເກີດ​ຂຶ້ນ​ຢູ່​ມະ​ຫາ​ສະ​ຫມຸດ​ອິນ​ເດຍ​ໃນວັນ​ທີ 26 ທັນ​ວາ​ປີ 2004​ໄດ້​ເຮັດ​ໃຫ້​ຫລາຍ​ປະ​ເທດ​ແຄມ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​​ຫລວງ ຫລາຍ​ແລະ​ຊັບ​ສິນ​ເສຍ​ຫາຍ​ຢ່າງ​ສາ​ຫັດ.ພາຍ​ຫລັງ​ເກີດ​ໄພ​ພິ​ບັດ​ແລ້ວ, ລັດ ຖະບານ​ແລະ​ມວນ​ຊົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນພາ​ກັນ​ສະ​ຫນອງ​ການ​ຊ່ອຍ​​ເຫລືອ​ໃຫ້​ແກ່​ປະ​ເທດ​ທີ່​ປະ​ສົບ​ໄພ.

​ໃນ​ມື້​ທີ​ສອງ​ທີ່​ເກີດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນທະ​ເລ​ຊູ​ນາ​ມີ​,ລັດຖະບານ​ຈີນ​ກໍ່​ໄດ້​ບໍລິຈາກ​ວັດຖຸ​ ຄື ອາ​ຫານ ຜ້າ​ຕູບ​ເຕັນ​ ຜ້າ​ຫົ່ມ​ແລະ​ເງິນ​ສົດ​ລວມທັງ​ຫມົດ 20 ກວ່າ​ລ້ານ​ຢວນໃຫ້​ແກ່​ປະ​ເທດ​ປະ​ສົບ​ໄພ​ໂດຍ​ດ່ວນ,​ ເພື່ອ​ຜ່ອນ​ຄາຍ​ຄວາມ​ເສຍ​ຫາຍ​ອັນ​ມະຫາ​ສານ. ວັນ​ທີ 31 ທັນວາ, ລັດ​ຖະ​ບານ​ຈີນ​ໄດ້​ສະ​ຫນອງ​ການ​ຊ່ອຍ​ເຫລືອ​ຕົກ​ເປັນ​ເງິນ 500 ລ້ານ​ຢວນ​​ໃຫ້​ແກ່​ປະ​ເທດ​ປະ​ສົບ​ໄພ​ອີກ.ພາກ​ສ່ວນ​ປະ​ຊາ​ສົງ​ເຄາະ​ຂອງ​ຈີນ​ຍັງ​ໄດ້​ສ້າງ​ຕັ້ງ​ອົງ​ການ​ຈັດ​ຕັ້ງ​ປະ​ສານ​ງານ​ໂດຍ​ຈຳ​ເພາະ, ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​​ໃຫ້​ເອກະ​ຊົນ​ບໍລິຈາກ​​ເງິນ.​ໃນ​ຂະນະ​ດຽວ​ກັນນ​ນີ້ ຈີນ​ຍັງ​ໄດ້​ສົ່ງກອງ​ກອບ​ກູ້​ປິ່ນ​ປົວ​ໄປ​ປະ​ເທດ​ປະສົບ​ໄພ​ສ່ວນ​ຫນຶ່ງ,​ເພື່ອ​ຊ່ອຍ​ເຂົາ​ເຈົ້າກອບ​ກູ້​ປິ່ນປົວ​ແລະ​ປ້ອງ​ກັນ​ພະຍາດ.

ວັນ​ທີ 1 ມັງກອນ ຢູ່​ປັກ​ກິ່ງ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ເວົ້າວ່າ:

"ຢູ່​ທະ​ເລ​ມໍ່​ເກາະ​ຊູ​ມາ​ທຼາຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ​ແລະ​ຄື້ນ​ທະ​ເລ​ຊູ​ນາ​ມີ,​ເຮັດ​ໃຫ້​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ປະ​ເທດ​ອາຊີ​ໃຕ້​ສ່ວນ​ຫນຶ່ງ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​​ແລະ​ຊັບ​ສິນ​​ເສຍ​ຫາຍ​ຢ່າງ​ສາຫັດ, ພວກ​ຂ້າ ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ. ລັດຖະບານ​ແລະ​ປະ​ຊາ​ຊົນ​ຈີນ​ຍິນ​ດີ​ສະ​ຫນອງ​ການ​ຊ່ອຍ​ເຫລືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ແກ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ທີ່​ປະສົບ​ໄພ,​ແລະ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ປະ​ເທດ​ເຫລົ່ານ​ນີ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເອົາ​ຊະນະ​ໄພ​ພິບັດ​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃຫມ່."

1  2  3  4